Saturday, May 4, 2024
Lenovo

ເບິ່ງແຍງສະໝອງ ກ່ອນຄວາມຈຳເສື່ອມ

ປັດຈຸບັນ ມີການຄາດການວ່າ ຈຳນວນຜູ້ປ່ວຍໂຣກອັນໄຊເມີ້ ຫຼື ອາການສະໝອງເສື່ອມ ທົ່ວໂລກ ມີຫຼາຍກວ່າ 50 ລ້ານຄົນ ແລະ ໃນທຸກໆ 68 ວິນາທີ ຈະມີຜູ້ປ່ວຍຄົນໃໝ່ເພີ່ມຂຶ້ນ 1 ຄົນ. ນັກວິທະຍາສາດພົບວ່າ ໂຣກອັນໄຊເມີ້ ເກີດໄດ້ຈາກປັດໄຈຫຼາຍຢ່າງ ທັງຈາກກຳມະພັນ, ຈາກຄວາມຜິດປົກກະຕິທາງຊີວະວິທະຍາໃນສະໝອງ ຊຶ່ງຜູ້ປ່ວຍຈະເກີດຄວາມບົກພ່ອງທາງສະໝອງໃນສ່ວນຂອງສະຕິປັນຍາ ເຊັ່ນ ຄວາມຄິດ, ຄວາມຈື່ຈຳ ແລະ ການຕັດສິນໃຈ ໃນຂະນະທີ່ສະໝອງສ່ວນທີ່ກ່ຽວກັບການເຄື່ອນໄຫວຍັງໃຊ້ການໄດ້ດີ.

ຄວາມສ່ຽງທີ່ຈະເປັນໂຣກອັນໄຊເມີ້ ນັ້ນ ຈະເພີ່ມຂຶ້ນເລື້ອຍໆ ເມື່ອຄົນເຮົາອາຍຸເຂົ້າສູ່ໄວ 65 ປີຂຶ້ນໄປ ໂດຍເລີ່ມຈາກການສູນເສຍຄວາມຈື່ຈຳໄລຍະສັ້ນ ຈົນບໍ່ສາມາດຈື່ສິ່ງໃໝ່ໆໄດ້, ດົນໆໄປ ອາດຈະຈື່ເຫດການໃນອະດີດບໍ່ໄດ້ ຫຼື ອາດຈະຈື່ສິ່ງທີ່ຢູ່ຕໍ່ໜ້າບໍ່ໄດ້ເລີຍ ຄ້າຍກັບຂ່າວທີ່ເຮົາໄດ້ຍິນຢູ່ເລື້ອຍໆ ວ່າ ຜູ້ປ່ວຍອັນໄຊເມີ້ ອອກຈາກເຮືອນແລ້ວຫາຍໂຕໄປເລີຍ ເພາະຊອກທາງກັບບ້ານບໍ່ຖືກ.

ແນວໃດກໍດີ, ປັດຈຸບັນຍັງບໍ່ມີວິທີການປິ່ນປົວໂຣກອັນໄຊເມີ່ ໃຫ້ຫາຍຂາດໄດ້ ແຕ່ສາມາດຖ່ວງຄວາມເສື່ອມຂອງສະໝອງໄດ້ຕັ້ງແຕ່ມື້ເລີ່ມມີອາການດ້ວຍວິທີງ່າຍໆພຽງ 6 ວິທີ ດັ່ງຕໍ່ໄປນີ້:

  1. ໝັ່ນຮຽນຮູ້ສິ່ງໃໝ່ໆ ຢູ່ສະເໝີ ຄວບຄູ່ໄປກັບການອອກກຳລັງສະໝອງ ເຊັ່ນ ຫຼິ້ນເກມກັບສະໝອງຝຶກຄວາມຈື່ຈຳ, ຝຶກຄຳນວນໂຕເລກ ລວມເຖິງການຫຼິ້ນດົນຕີປະເພດຕ່າງໆ ກໍຊ່ວຍໄດ້.
  2. ອອກກຳລັງກາຍມີປະໂຫຍດເລື່ອງການຜ່ອນຄາຍຄວາມຕຶງຄຽດ ແລະ ຫຼຸດຄວາມສ່ຽງຂອງການເກີດໂຣກຫຼອດເລືອດ.
  3. ກິນອາຫານບຳລຸງສະໝອງ ໂດຍສະເພາະອາຫານທີ່ອຸດົມໄປດ້ວຍທາດເຫຼັກ, ວິຕາມິນ B12, A, C, E ແລະ ຊີລີນຽມ.
  4. ການເຂົ້າສັງຄົມ, ພົບປະຜູ້ຄົນ, ໂອ້ລົມ, ໂຕ້ຕອບບົດສົນທະນາຢ່າງສະໝຳ່ສະເໝີ, ບໍ່ເກັບໂຕງຽບຢູ່ຄົນດຽວ, ສາມາດຊ່ວຍຍືດອາຍຸສະໝອງໄດ້.
  5. ໝັ່ນກວດສອບຄວາມດັນເລືອດຢູ່ສະເໝີ ເພາະວ່າ ມັນສົ່ງຜົນກະທົບເຖິງສະໝອງໂດຍກົງ ແລະ ໃຫ້ຫຼຸດ ຫຼື ເຊົາກິດຈະກຳຕ່າງໆ ທີ່ສົ່ງຜົນຕໍ່ຄວາມດັນເລືອດໄດ້ ເຊັ່ນ ການດື່ມນຳ້ເມົາ, ການສູບຢາ ແລະ ການໃຊ້ສານເສບຕິດ.
  6. ນອນຫຼັບພັກຜ່ອນໃຫ້ພຽງພໍ, ບໍ່ຄວນເຂົ້ານອນເກີນ 22-23 ໂມງ ແລະ ຄວນນອນໃຫ້ໄດ້ຢ່າງໜ້ອຍ 7 ຊົ່ວໂມງຕໍ່ວັນ ໃນສະຖານທີ່ງຽບສະຫງົບ ເພື່ອໃຫ້ການນອນມີຄຸນນະພາບຫຼາຍທີ່ສຸດ.

More from author

Related posts

ຂໍຂອບໃຈນຳຜູ້ສະໜັບສະໜູນ

Latest posts

ບໍລິສັດ ເບຍລາວ ເປີດຕົວສາຍການຜະລິດບັນຈຸກະປ໋ອງທີ່ທັນສະໄໝ ເພື່ອເພີ່ມຂີດຄວາມສາມາດ ແລະ ຕອບສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນຂອງຕະຫຼາດ.

ໃນວັນທີ 29 ເມສາ 2024 ນະຄອນຫຼວງວຽງຈັນ - ບໍລິສັດ ເບຍລາວ ຈຳກັດ ໄດ້ມີການເປີດໂຕສາຍການຜະລິດບັນຈຸກະປ໋ອງໃໝ່ທີ່ໂຮງງານນະຄອນຫຼວງວຽງຈັນ ເຊິ່ງເປັນຂີດໝາຍອັນສຳຄັນ ເຊິ່ງຖືເປັນກ້າວສຳຄັນໃນການສະແຫວງຫາຄວາມເປັນສີ່ງທີ່ດີທີ່ສຸດ ແລະ ນະວັດຕະກໍາໃໝ່ໆເຂົ້າມາຍັງສາຍການຜະລິດເບຍຢູ່ສະເໝີ.

ຜົນຈິໄຈເຜີຍ! ທຳມະຊາດບໍ່ໄດ້ຖືກຟື້ນຟູ ໃນຂະນະທີ່ມະນຸດເຮົາລ໋ອກດາວ ໃນຊ່ວງ ໂຄວິດ-19

"ທຳມະຊາດບໍ່ໄດ້ຖືກຟື້ນຟູ ໃນຂະນະທີ່ມະນຸດເຮົາລ໋ອກດາວ ໃນຊ່ວງ ໂຄວິດ-19" ນີ້ແມ່ນການລາຍງານໃໝ່ຈາກ British Columbia University ໃນປະເທດການາດາ ໄດ້ເຜີຍໃຫ້ເຫັນຄວາມສຳພັນຂອງສິ່ງທີ່ມີຊີວິດອື່ນໆ ທີ່ກຳລັງພະຍາຍາມປັບໂຕໃຫ້ເຂົ້າກັບຜູ້ຄົນ ເຊິ່ງທີມວິໄຈຍັງຄິດໃນແງ່ບວກວ່າ "ມະນຸດເຮົາຍັງສາມາດສ້າງໂອກາດໃຫ້ທຳມະຊາດໄດ້ຟື້ນຟູໄດ້ຢ່າງແທ້ຈິງ”.

ອາກາດຮ້ອນໆແບບນີ້! ລະວັງເລື່ອງກິນໝາກຖົ່ວລຽນ

“ໝາກຖົ່ວລຽນ” ຂຶ້ນຊື່ເລື່ອງຄວາມແຊບ ແຕ່ຖ້າກິນຖົ່ວລຽນຫຼາຍເກີນໄປ ໃນຊ່ວງອາກາດຮ້ອນຈັດແບບນີ້ ອາດສົ່ງຜົນເສຍຕໍ່ສຸຂະພາບແຖມໃຫ້ອີກ ເນື່ອງຈາກວ່າ ຖົ່ວລຽນ ີເປັນໝາກໄມ້ທີ່ມີລິດຮ້ອນ ການທີ່ເຮົາກິນຫຼາຍເກີນໄປ ອາດເຮັດໃຫ້ເກີດອາການຮ້ອນໃນ, ປາກເປື່ອຍ, ຄໍແຫ້ງ, ເປັນສິວ ອີກທັງຍັງອຸດົມໄປດ້ວຍໃຍອາຫານທີ່ບໍ່ລະລາຍນ້ຳ ຖ້າກິນໃນປະລິມານຫຼາຍເກີນໄປ ອາດເຮັດໃຫ້ເກີດອາການທ້ອງຍື່ງ, ແໜ້ນທ້ອງ ຫຼື ທ້ອງບິດໄດ້ ໂດຍສະເພາະໃນມື້ທີ່ອາກາດຮ້ອນແຮງ ລະບົບຍ່ອຍຕ້ອງເຮັດວຽກໜັກຫຼາຍຂຶ້ນ.