Friday, April 26, 2024
Lenovo

​ຈັດກອງປະຊຸມເຜີຍແຜ່ແນວຄວາມຄິດ ໃນ​ການສົ່ງເສີມການຝຶກອົບຮົມວິຊາຊີບ ດ້ານການທ່ອງທ່ຽວ ແລະການໂຮງແຮມ

ບໍ່​ດົນ​ມານີ້, ຢູ່ໂຮງແຮມ ລາວພາຊາ ໄດ້ຈັດກອງປະຊຸມເຜີຍແຜ່ແນວຄວາມຄິດ ກອງທຶນສົ່ງເສີມ ການຝຶກອົບຮົມວິຊາຊີບ ດ້ານການທ່ອງທ່ຽວ ແລະ ການໂຮງແຮມ,  ໂດຍການເປັນ ປະທານຂອງ ທ່ານ ກອງສີ ແສງມະນີ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ແຊມ ໄຊເນີ ອຸປະທູດ ລຸກຊຳບວກປະຈຳ ສປປ ລາວ, ທ່ານ ບາບາຣາ ແຢັກກີ ຮາດ ຮອງຫົວຫນ້າ ອົງການ ເພື່ອການພັດທະນາ ແລະ ການຮ່ວມມືສາກົນ ແຫ່ງ ປະເທດສະວິດເຊີແລນ (SDC), ພ້ອມດ້ວຍພາກສ່ວນ ທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ກອງສີ ແສງມະນີ ກ່າວວ່າ: ກອງທຶນສົ່ງເສີມ ການຝຶກອົບຮົມວິຊາຊີບ ດ້ານການທ່ອງທ່ຽວ ແລະ ການໂຮງແຮມ ແມ່ນໂຄງການລິເລີ່ມ ຂອງກະຊວງສຶກສາທິການ ແລະ ກິລາ ເຊິ່ງຈັດຕັ້ງປະຕິບັດ ໂດຍກົມອາຊີວະສຶກສາ ແລະ ຫ້ອງການສະພາ ທີ່ປຶກສາອາຊີວະສຶກສາ ແລະ ພັດທະນາສີມືແຮງງານ, ໂດຍໄດ້ຮັບການສະໜັບ ສະໜູນດ້ານເຕັກນິກ ແລະ ວິຊາການ ຈາກໂຄງການທັກ ສະວຽກງານທ່ອງທ່ຽວ ແລະ ໄດ້ທຶນສະໜັບສະໜູນ ຈາກລັດຖະບານລາວ, ລັດຖະບານ ລຸກຊໍາບວກ ແລະ ລັດ ຖະບານສະວິດເຊີແລນ. ລັດຖະບານລາວ ມີຄວາມມຸ່ງໝັ້ນຕະຫລອດມາ ເພື່ອຊ່ວຍໃຫ້ນັກຮຽນທີ່ຈົບ ຈາກສາຍວິຊາຊີບ ອາຊີວະສຶກສາ ມີຄວາມຮູ້, ຄວາມສາມາດ, ທັກສະ, ມີທັດສະນະຄຸນສົມບັດທີ່ເໝາະສົມ ກັບຄວາມຕ້ອງການ ຂອງຜູ້ຈ້າງງານ, ໂດຍສະເພາະ ຂະແໜງການທ່ອງທ່ຽວ ແລະ ການໂຮງແຮມ.

ທ່ານ ແຊມ ໄຊເນີ ກ່າວວ່າ: ກອງທຶນດັ່ງກ່າວ, ແມ່ນໜຶ່ງໃນຫລາຍກົນໄກ ທາງດ້ານການເງິນ ຫລື ກອງທຶນລິເລີ່ມ ທີ່ໃຫ້ການສະໜັບສະໜູນ, ໂດຍໂຄງການທັກສະ ສຳລັບວຽກງານທ່ອງທ່ຽວ (LAO/029), ເຊິ່ງມີຈຸດປະສົງ ເພື່ອສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ ຂະແໜງການທ່ອງທ່ຽວ ແລະ ການໂຮງແຮມ ຂອງລາວ ແລະ ເຊື່ອໝັ້ນວ່າກອງທຶນດັ່ງກ່າວ, ຈະເປັນແຮງກະຕຸ້ນອັນໜຶ່ງ ທີ່ຈະປະກອບສ່ວນເຂົ້າໃນ ການຊ່ວຍແກ້ໄຂ ແລະ ປັບປຸງບັນຫາ ເຫລົ່ານີ້ໃຫ້ດີຂຶ້ນ.

ທ່ານ ບາບາຣາ ແຢັກກີ ຮາດ ມີຄຳເຫັນວ່າ: ຂະແໜງການທ່ອງທ່ຽວ ແລະ ການໂຮງແຮມ ຖືວ່າເປັນຂະແໜງການ ທີ່ມີທ່າແຮງສູງຕໍ່ການ ຊ່ວຍຫລຸດຜ່ອນຄວາມທຸກຍາກ. ເຖິງຢ່າງໃດກໍຕາມ, ຍັງມີຜູ້ທີ່ດ້ອຍໂອກາດ ຫລາຍກຸ່ມ ທີ່ຍັງບໍ່ທັນໄດ້ຮັບຜົນປະໂຫຍດ ຈາກການພັດທະນາ ແລະ ການຈະເລີນເຕີບໂຕຂອງ ຂະແໜງການທ່ອງທ່ຽວ ແລະ ການໂຮງແຮມໃນ ລາວ ແລະ ເຊື່ອໝັ້ນວ່າ ກອງທຶນດັ່ງກ່າວ, ຈະເປັນຊ່ອງທາງ ຊ່ວຍເຫລືອ ຜູ້ທີ່ດ້ອຍໂອກາດ ໄດ້ເຂົ້າເຖິງການ ຝຶກອົບຮົມວິຊາຊີບ ແລະ ສ້າງວຽກເຮັດງານທຳ ກໍຄື ການພັດທະນາ ອາຊີບຂອງພວກເຂົາເຈົ້າ ໃນຂະແໜງການດັ່ງກ່າວ, ໃຫ້ນັບມື້ເພີ່ມຂຶ້ນ.

Cr.KPL

ພາບ​ປະ​ກອບ: http://huunghivietlao.thoidai.com.vn/

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

ຂໍຂອບໃຈນຳຜູ້ສະໜັບສະໜູນ

Latest posts

Vietjet ຊຸກຍູ້​ການ​ເຊື່ອມ​ຕໍ່​ກັບ ​ກຸງ​ໂຊ​ລ ​ແລະ ​ໄທ​ເປ ຈາກ​ ຟູກວັກ ເພີ່ມ​ບ່ອນນັ່ງຫຼາຍກວ່າ 86,000 ບ່ອນ ​ໃນຊ່ວງ​ມື້ພັກ ຍາວທີ່ສຸດເປັນ​ອັນ​ດັບ​ສອງ​ຂອງ​ຫວຽດ​ນາມ

(ນະຄອນຫຼວງວຽງຈັນ, 24 ເມສາ 2024) - Vietjet ໃຫ້ຕົວເລືອກໃນການເດີນທາງ ດ້ວຍຮອບບິນເພີ່ມຂຶ້ນ ໃນເສັ້ນທາງໂດຍກົງຈາກ ເກາະສະຫວັນ ຟູກວັກ (Phu Quoc) ຫາ ໂຊລ (Seoul) ແລະ ໄທເປ (Taipei) ເນື່ອງຈາກຄວາມຕ້ອງການທ່ອງທ່ຽວໃນລະດູຮ້ອນທີ່ເພີ່ມຂຶ້ນ.

ເປັນຫຍັງເຮົາຈຶ່ງເອີ້ນຊື່ວ່າ “ແຄນ”

“ແຄນ ແລະ ສຽງແຄນ” ເປັນສຽງດົນຕີພື້ນເມືອງລາວ ທີ່ສືບທອດກັນມາແຕ່ບູຮານ, ການທີ່ເພິ່ນຕັ້ງຊື່ວ່າ “ແຄນ” ຍັງບໍ່ມີຫຼັກຖານຢັ້ງຢືນທີ່ຊັດເຈນ, ໃນປັດຈຸບັນ ມີພຽງແຕ່ຕຳນານເລົ່າຂານມາແຕ່ບູຮານນະການຈາກບັນດາຊ່າງແຄນ, ໝໍຂັບ, ໝໍລຳລຸ້ນຕໍ່ລຸ້ນສືບຕໍ່ກັນ.

ຮ້ອນກະທົບເຢັນ ພາໃຫ້ປ່ວຍໄດ້! ຖ້າປັບອຸນຫະພູມຮ່າງກາຍບໍ່ທັນ

ສະພາບອາກາດຊ່ວງນີ້ ຖືວ່າເປັນຊ່ວງທີ່ຮ້ອນທີ່ສຸດ ຄົນສ່ວນຫຼາຍຈະພັກຜ່ອນ ແລະ ເຮັດວຽກຢູ່ໃນຫ້ອງແອ ເມື່ອອອກໄປພາຍນອກອາຄານກໍຈະຮູ້ສຶກຮ້ອນ ແລະ ມີເຫື່ອອອກງ່າຍ ເຊິ່ງເປັນສາເຫດໃຫ້ຄົນສ່ວນຫຼາຍເຈັບປ່ວຍໄດ້ງ່າຍຂຶ້ນ.