Friday, March 29, 2024
Lenovo

Tag: ວັດລາວ

“ວັດປ່າຮວກ” ມໍລະດົກເມືອງຫຼວງພຣະບາງ

ວັດປ່າຮວກ ຕັ້ງຢູ່ ຕີນພູສີ ບໍລິເວນປ່າໄມ້ຮວກ ຕໍ່ໜ້າຫໍພິພິທະພັນ (ພະລາດຊະວັງເກົ່າ) ເຊິ່ງອາຣາມວັດປ່າຮສກ ໄດ້ສ້າງຂຶ້ນໃນປີ ຄສ 1861 ໃນສະໄໝເຈົ້າແຜ່ນດິນ ຈັນທະເທບ ປະພາຄຸນ, ຢູ່ຝາດ້ານໃນຂອງວັດນີ້ ຍັງມີຮູບແຕ້ມຝາຜະໜັງເລື່ອງ “ທ້າວຊົມພູປັຕິ” ເຊິ່ງເປັນເລື່ອງນິຍາຍຄຳສອນ ຂອງພຣະພຸດທະເຈົ້າ ເພື່ອບໍ່ໃຫ້ຄົນເຮົາປະພຶດຕົນດ້ວຍຄວາມອວດອົ່ງທະນົງໂຕ ໃຫ້ຫຼຸດຄວາມຄວາມ ໂກຖະມານະ ລົງ.

ວັດໂພນພະເນົາ ວັດສະໄໝພຣະເຈົ້າວໍຣະວົງສາ

ດໂພນພະເນົາ (ວັດດອນພະເນົາ) ຕັ້ງຢູ່ບ້ານ ໂພນພະເນົາ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ. ຕາມປະຫວັດໄດ້ກ່າວໄວ້ວ່າ: ວັດນີ້ສ້າງຂຶ້ນໃນຊຸມປີ ຄ.ສ 1599 ສະໄໝ ພຣະເຈົ້າວໍຣະວົງສາ ທັມມິກະຣາດ ເປັນວັດປະຈຳພຣະອົງ.

ວັດພຣະພຸດທະບາດໂພນຄ້ອງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ພຣະພຸດທະບາດໂພນຄ້ອງ ຕັ້ງຢູ່ໂນນດານຫີນຂອງພູກໍ່າພ້າ ຈາກປາກທາງເຂົ້າໄປຫາວັດປະມານ 4 ກິໂລເມັດ ໃນເຂດບ້ານນາຂ່າ, ເມືອງ ນາຊາຍທອງ, ນະຄອນຫຼວງ ວຽງຈັນ. ວັດແຫ່ງນີ້ ມີປະຫວັດຄວາມເປັນມາທີ່ໜ້າສົນໃຈ ຄື ຫຼັງຈາກພຣະພຸດທະເຈົ້າໄດ້ສະເດັດໄປສໍາຫຼວດພູມປະເທດ ທາງພາກໃຕ້ຂອງປະເທດຈີນເເລ້ວ ພຣະອົງໄດ້ສະເດັດລຽບລົງມາຕາມລໍາເເມ່ນໍ້າຂອງ ແລະ ໄດ້ມາເເວ່ພັກຜ່ອນ ທີ່ ພູກໍ່າພ້າແຫ່ງນີ້

ວັດສີສະເກດ ນະຄອນຫຼວງວຽງຈັນ ກັບປະຫວັດຄວາມເປັນມາ.

ອານາຈັກລາວລ້ານຊ້າງ ໃນປີ ພສ 1896 (ຄສ 1353) ໄດ້ສະຖາປະນາ ເມືອງຊວາ ເປັນເມືອງເອກແຫ່ງອານາຈັກລາວລ້ານຊ້າງ ແລະ ໃນປີ ພສ 1900 ( ຄສ 1357 ) ໄດ້ເຕົ້າໂຮມເປັນເອກະລາດ, ເອກະພາບ ອັນໜຶ່ງອັນດຽວກັນ ໃນສະໄໝລັດຊະການພະເຈົ້າຟ້າງຸ່ມ ຊື່ງເປັນອານາຈັກລາວລ້ານຊ້າງທີ່ກວ້າງໃຫຍ່ໄພສານ ມີຄວາມເຂັ້ມແຂງ ປະມານ 400 ກວ່າປີ,ຈົນມາຮອດໄລຍະອານາຈັກລາວລ້ານຊ້າງ ແບ່ງອອກເປັນ 3 ອານາຈັກ ໃນປີ ພສ 2250 (ຄສ 1707) ແລະ ພສ 2256 ( ຄສ 1713) ຄື: ອານາຈັກລາວລ້ານຊ້າງວຽງຈັນ, ອານາຈັກລາວລ້ານຊ້າງຫລວງພະບາງ ແລະ ອານາຈັກລາວລ້ານຊ້າງຈຳປາສັກ.

ເສົາຫີນ ແກະສະຫຼັກ ພຣະພຸດທະຮູບ 28 ອົງ ທີ່ ວັດອິນແປງ

ເສົາຫີນ ທີ່ເກົ່າແກ່ ແລະ ສຳຄັນຂອງວັດອິນແປງ ມະຫາວິຫາຣ, ນະຄອນຫຼວງ ວຽງຈັນ ເປັນເສົາຫີນທີ່ແກະສະຫຼັກພຣະພຸດທະຮູບ ປາງສະມາທິ 28 ອົງ ໃນຍຸກສະໄໝກ່ອນອານາຈັກ ລ້ານຊ້າງ, ກ່ອນຈະຮອດ ພຣະພຸດທະເຈົ້າໂຄດົມ, ໃນຍຸກ ປັດຈຸບັນນີ້ ກໍໄດ້ປະກົດມີພຣພຸດທະເຈົ້າມາກ່ອນ 27 ອົງ ແລະ ກ່ອນໜ້າ 27 ອົງນີ້ ກໍມີຈຳນວນ ພຣະພຸດທະຮູບ ຢ່າງຫຼວງຫຼາຍຈົນນັບບໍ່ຖ້ວນ.

Want to stay up to date with the latest news?

We would love to hear from you! Please fill in your details and we will stay in touch. It's that simple!