ເຂົ້າສູ່ລະບົບ
ໜ້າທຳອິດ
ໝວດຂ່າວ
ທົ່ວໄປ
ສິລະປະ ແລະ ວັດທະນະທຳ
ເສດຖະກິດ
ການສືກສາ ແລະ ກີລາ
ບັນເທິງ
ອາຫານ ແລະ ສຸຂະພາບ
ທ່ອງທ່ຽວ
ວິທະຍາສາດ ແລະ ເຕັກໂນໂລຊີ
ການດຳລົງຊີວິດ
ເຂົ້າສູ່ລະບົບ
ຍິນດີຕ້ອນຮັບ!
ເຂົ້າສູ່ລະບົບເຂົ້າໄປໃນບັນຊີຂອງທ່ານ
ຊື່ຜູ້ໃຊ້ຂອງທ່ານ
ລະຫັດຜ່ານຂອງທ່ານ
ລືມລະຫັດຜ່ານຂອງທ່ານ?
ການຟື້ນຟູລະຫັດຜ່ານ
ການຟື້ນຕົວລະຫັດຜ່ານຂອງທ່ານ
ອີເມວຂອງທ່ານ
ຄົ້ນຫາ
Monday, August 15, 2022
ເຂົ້າສູ່ລະບົບ / ເຂົ້າຮ່ວມ
ເຂົ້າສູ່ລະບົບ
ຍິນດີຕ້ອນຮັບ! ເຂົ້າສູ່ລະບົບເຂົ້າໄປໃນບັນຊີຂອງທ່ານ
ຊື່ຜູ້ໃຊ້ຂອງທ່ານ
ລະຫັດຜ່ານຂອງທ່ານ
Forgot your password? Get help
ການຟື້ນຟູລະຫັດຜ່ານ
ການຟື້ນຕົວລະຫັດຜ່ານຂອງທ່ານ
ອີເມວຂອງທ່ານ
ລະຫັດຜ່ານຈະຖືກ e-mailed ກັບທ່ານ.
Laos News Agency
ໜ້າທຳອິດ
ໝວດຂ່າວ
ທົ່ວໄປ
ສິລະປະ ແລະ ວັດທະນະທຳ
ເສດຖະກິດ
ການສືກສາ ແລະ ກີລາ
ບັນເທິງ
ອາຫານ ແລະ ສຸຂະພາບ
ທ່ອງທ່ຽວ
ວິທະຍາສາດ ແລະ ເຕັກໂນໂລຊີ
ການດຳລົງຊີວິດ
Advertorial
Advertorial
Arts and Cultures
Economy
Education & Sports
Entertainment
Advertorial
ກະຊວງພານິດໄທ – DITP ເຊີນຊວນຜູ້ປະກອບການລາວ ຮ່ວມງານ “TILOG Virtual Exhibition 2022” ງານໃຫຍ່ຂອງພາກພື້ນອາຊຽນ.
Advertorial
ຊໍາຊຸງ ເປີດໂຕ Galaxy Z Flip4 ແລະ Galaxy Fold4 ພ້ອມເຕັກໂນໂລຊີຂັ້ນສຸດ ຂອງມືຖືຈໍພັບລະດັບໂລກ.
Advertorial
ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບ ຄາບອນທັຣດ (Carbon Trust) ໄດ້ຮ່ວມມືກັນໂຄສະນາເຜີຍແຜ່ ເພື່ອສົ່ງເສີມການປະຢັດ ແລະ ນຳໃຊ້ພະລັງງານຢ່າງມີປະສິດທິພາບໃນ ສປປ ລາວ.
Advertorial
ເມັສເຊັນເຈີ ຄິດສ (Messenger Kids) ເປີດໃຫ້ໃຊ້ໃນປະເທດລາວ ແລະ ອີກຫຼາຍປະເທດທົ່ວໂລກ
ເຟສບຸກ (Facebook) ປະກາດຂະຫຍາຍ ເມັສເຊັນເຈີ ຄິດສ (Messenger Kids) ໄປສູ່ຫຼາຍກວ່າ 70 ປະເທດທົ່ວໂລກ ແລະ ເພີ່ມຄຸນສົມບັດໃໝ່ທີ່ພໍ່ແມ່ສາມາດມີສ່ວນຮ່ວມເພື່ອຊ່ວຍລູກໃນການເຊື່ມຕໍ່ກັບໝູ່ຂອງລູກ. ເລີ່ມຕັ້ງແຕ່ມື້ນີ້ເປັນຕົ້ນໄປພໍ່ແມ່ໃນປະເທດລາວສາມາດດາວໂຫຼດແອັບຈາກ App Store ຂອງ Apple ແລະ Play Store ຂອງ Google ໄດ້ແລ້ວ. ໃນຂະນະທີ່ຫຼາຍໆປະເທດກຳລັງຕໍ່ສູ້ກັບໂລກລະບາດ COVID-19, ໂຮງຮຽນປິດແລະຜູ້ຄົນກຳລັງເວັ້ນໄລຍະຫ່າງລະຫວ່າງກັນ, ພໍ່ແມ່ກໍຫັນໄປໃຊ້ເຕັກໂນໂລຊີຫຼາຍກ່ວາທີ່ເຄີຍເພື່ອຊ່ວຍລູກຂອງພວກເຂົາເຊື່ອມຕໍ່ກັບໝູ່ເພື່ອນແລະຄອບຄົວໃນຮູບແບບທີ່ພໍ່ແມ່ຄວບຄຸມໄດ້. ເມັສເຊັນເຈີ ຄິດສ ແມ່ນແອັບວີດີໂອສົນທະນາ ແລະ ແອັບສົ່ງຂໍ້ຄວາມ ຊ່ວຍໃຫ້ເດັກນ້ອຍເຊື່ອມຕໍ່ກັບໝູ່ແລະຄອບຄົວໃນຮູບແບບທີ່ມ່ວນຊື່ນແລະຄວບຄຸມໂດຍພໍ່ແມ່. ເປັນເວລາຫຼາຍປີພວກເຮົາໄດ້ເຮັດວຽກຢ່າງໃກ້ຊິດກັບທີ່ປຶກສາຊາວໜຸ່ມຂອງເຟສບຸກ (Facebook’s Youth Advisors), ເຊິ່ງເປັນທີມງານທີ່ມີຄວາມຊ່ຽວຊານດ້ານຄວາມປອດໄພໃນໂລກອິນເຕີເນັດ, ການພັດທະນາເດັກແລະສື່ຕ່າງໆ ເພື່ອຊ່ວຍສ້າງແອັບ ເມັສເຊັນເຈີ ຄິດສ. ພວກເຮົາສືບຕໍ່ປຶກສາກັບຜູ້ສ້າງສັນຄວາມປອດໄພໃນໂລກອິນເຕີເນັດແລະນັກການສຶກສາເພື່ອໃຫ້ໝັ້ນໃຈໄດ້ວ່າພວກເຮົາກຳລັງນຳສະເໜີບໍລິການໃຫ້ຜູ້ປົກຄອງຄວບຄຸມການໃຊ້ງານໄດ້ຢ່າງດຸນດ່ຽງດ້ວຍຄຸນສົມບັດຕ່າງໆທີ່ຊ່ວຍໃຫ້ເດັກນ້ອຍຮຽນຮູ້ການເຊື່ອມຕໍ່ຢ່າງມີຄວາມຮັບຜິດຊອບ. “ສ້າງມາເພື່ອເດັກນ້ອຍ, ຄວບຄຸມໂດຍພໍ່ແມ່” ເມັສເຊັນເຈີ ຄິດສ ເຕັມໄປດ້ວຍລູກຫຼີ້ນ (Features) ສໍາລັບເດັກນ້ອຍເພື່ອເຊື່ອມຕໍ່ກັບຄົນທີ່ພວກເຂົາເຈົ້າຮັກ. ເມື່ອບັນຊີ (Account) ຂອງພວກເຂົາຖືກຕິດຕັ້ງໂດຍພໍ່ແມ່ແລ້ວ, ເດັກນ້ອຍສາມາດເລີ່ມສົນທະນາດ່ຽວກັບໝູ່ ຫຼື ສົນທະນາກັບໝູ່ເປັນກຸ່ມໃນຮູບແບບວີດີໂອ. ໜ້າຫຼັກຈະສະແດງໃຫ້ເຫັນວ່າເດັກນ້ອຍຕິດຕໍ່ກັບໃຜແດ່ ແລະ ແມ່ນໃຜແດ່ທີ່ອອນລາຍໃນເວລານັ້ນ. • ສະຕິກເກີ້ໜ້າກາກທີ່ຫຼີ້ນໄດ້ຢ່າງມ່ວນຊື່ນ (Playful masks), ອິໂມຈິ (emojis) ແລະ ສຽງປະກອບ (sound effects) ເຮັດໃຫ້ການສົນທະນາມີຊີວິດຊີວາ. • ສຳລັບວີດີໂອສົນທະນາ, ເດັກນ້ອຍສາມາດສົ່ງຮູບພາບ, ວີດີໂອ ຫຼື ຂໍ້ຄວາມ ໄປຫາໝູ່ຂອງພວກເຂົາເຈົ້າທີ່ຜູ້ປົກຄອງອະນຸຍາດ ແລະ ພີ່ນ້ອງຜູ້ອື່ນໆ ທີ່ສາມາດຮັບຂໍ້ຄວາມຜ່ານແອັບ ເມັສເຊັນເຈີ ໂຕປົກກະຕິ. • ຫ້ອງລວມເຄື່ອງຫຼີ້ນສຳລັບເດັກນ້ອຍແລະກຣາຟິກທີ່ຖືກຄັດສັນມາຢ່າງດີເຊັ່ນ: ພາບເຄື່ອນໄຫວ (GIFs), ຂອບຮູບ, ສະຕິກເກີ້, ໜ້າກາກແລະ ເຄື່ອງມືເເຕ້ມຮູບ ທີ່ເລືອກສັນມາຢ່າງດີເຮັດໃຫ້ເດັກນ້ອຍຕົກແຕ່ງເນື້ອໃນແລະໄດ້ສະແດງຄວາມເປັນໂຕຂອງໂຕເອງ • ເມັສເຊັນເຈີ ຄິດສ ເປີດໃຫ້ພໍ່ແມ່ສາມາດຄວບຄຸມໄດ້ຫຼາຍຂຶ້ນ. ພໍ່ແມ່ບໍລິຫານລາຍຊື່ຜູ້ຕິດຕໍ່ ແລະ ສາມາດຕິດຕາມການນຳໃຊ້ແອັບຂອງເດັກນ້ອຍ. ພໍ່ແມ່ຄວບຄຸມບັນຊີຂອງເດັກນ້ອຍແລະລາຍຊື່ຜູ້ຕິດຕໍ່ຜ່ານແຜງຄວບຄຸມຫຼັກ (Messenger Kids Parent Dashboard) ຈາກແອັບ ເຟສບຸກຫຼັກ ທັງໃນ iOS ແລະ Androd. ຂັ້ນຕອນການເລີ່ມຕົ້ນໃຊ້ງານ: ທຸກບັນຊີຜູ້ໃຊ້ຂອງເດັກນ້ອຍໃນ ເມັສເຊັນເຈີ ຄິດສ ຈະຕ້ອງສ້າງຂຶ້ນໂດຍພໍ່ແມ່. ການສ້າງບັນຊີຜູ້ໃຊ້ ເມັສເຊັນເຈີ ຄິດສ (Messenger Kids) ແມ່ນຜ່ານ 4 ຂັ້ນຕອນດັ່ງນີ້ • ດາວໂຫຼດ: ຂັ້ນຕອນທຳອິດພໍ່ແມ່ຕ້ອງດາວໂຫຼດແອັບ ເມັສເຊັນເຈີ ຄິດສ ໃນ iPad, iPod touch ຫຼື iPhone ຂອງເດັກນ້ອຍ. ສໍາລັບ ເມັສເຊັນເຈີ ຄິດສ ໃນລະບົບ Android ກຳລັງຈະເປີດໃຫ້ດາວໂຫຼດຜ່ານ Play Store ຂອງ Google. • ອະນຸມັດການໃຊ້: ພໍ່ແມ່ຈະຕ້ອງອະນຸມັດການໃຊ້ແອັບໃຫ້ເດັກນ້ອຍໂດຍການຢືນຢັນອຸປະກອນການເຊື່ອມຕໍ່ຂອງເດັກນ້ອຍດ້ວຍການເຂົ້າສູ່ລະບົບຜ່ານບັນຊີຜູ້ໃຊ້ Facebook ແລະລະຫັດຂອງພໍ່ແມ່ເອງ ຂັ້ນຕອນນີ້ຈະບໍ່ແມ່ນການສ້າງບັນຊີຜູ້ໃຊ້ Facebook ໃຫ້ແກ່ເດັກນ້ອຍ ຫຼືເຮັດໃຫ້ເດັກນ້ອຍສາມາດເຂົ້າສູ່ບັນຊີຜູ້ໃຊ້ Facebook ຂອງພໍ່ແມ່ໄດ້. • ສ້າງບັນຊີ: ສ້າງບັນຊີຜູ້ໃຊ້ໃຫ້ກັບເດັກນ້ອຍດ້ວຍການໃສ່ຊື່ຂອງພວກເຂົາເຈົ້າແລະຈຳກັດຄຸນສົມບັດ (Features) ເຊິ່ງພໍ່ແມ່ຈະເປັນຜູ້ກຳນົດລາຍຊື່ແລະລາຍລະອຽດອື່ນໆໃຫ້ແກ່ເດັກນ້ອຍ ຫຼັງຈາກຂັ້ນຕອນນີ້ພໍ່ແມ່ສາມາດສົ່ງຄືນອຸປະກອນການເຊື່ອມຕໍ່ໃຫ້ແກ່ເດັກນ້ອຍແລະເລີ່ມຕົ້ນໃຊ້ງານແອັບເພື່ອຕິດຕໍ່ສົນທະນາກັບຄອບຄົວແລະໝູ່. • ເພີ່ມໝູ່: ການເພີ່ມໝູ່ໃນລາຍຊື່ຜູ້ໃຊ້ທີ່ພໍ່ແມ່ເປັນຜູ້ຄວບຄຸມແມ່ນເປີດໄປໜ້າຄວບຄຸມຫຼັກ ເມັສເຊັນເຈີ ຄິດສ ຈາກແອັບ Facebook ຫຼັກຂອງພໍ່ແມ່ ຈາກນັ້ນກົດບ່ອນ “ເພີ່ມຕື່ມ” (More) ເຊິ່ງຢູ່ທາງລຸ່ມດ້ານຂວາຂອງ Facebook ຫຼັກ ແລະກົດ “Messenger Kids” ເພື່ອໄປສູ່“ສຳຫຼວດ” (Explore). ຂໍ້ມູນເພີ່ມຕື່ມ ແລະ ອື່ນໆ ບໍ່ມີໂຄສະນາໃດໆຢູ່ໃນ ເມັສເຊັນເຈີ ຄິດສ (Messenger Kids) ແລະ ຂໍ້ມູນຂອງເດັກນ້ອຍຈະບໍ່ຖືກນໍາໃຊ້ໃນການໂຄສະນາຕ່າງໆ. ເປັນແອັບທີ່ສາມາດດາວໂຫຼດມາໃຊ້ໄດ້ລ້າໆໂດຍບໍ່ມີຄ່າໃຊ້ຈ່າຍ ແລະ ບໍ່ມີຄ່າໃຊ້ຈ່າຍເພີ່ມຕື່ມພາຍຫຼັງ. ເມັສເຊັນເຈີ ຄິດສ (Messenger Kids) ຍັງໄດ້ຮັບການອອກແບບໃຫ້ຖືກຕ້ອງຕາມກົດໝາຍການຄຸ້ມຄອງຂໍ້ມູນອອນລາຍສ່ວນບຸກຄົນຂອງເດັກນ້ອຍ ແລະ ການຮັກສາຂໍ້ມູນຂອງເດັກນ້ອຍ(Children’s Online Privacy and Protection Act ຫຼື COPPA). ພວກເຮົາຈະສືບຕໍ່ເຮັດວຽກກັບພໍ່ແມ່, ຜູ້ຮັກສາຄວາມປອດໄພ ແລະ ຜູ້ຊ່ຽວຊານດ້ານຄວາມໝັ້ນຄົງເພື່ອພັດທະນາ ເມັສເຊັນເຈີ ຄິດສ(Messenger Kids) ແລະມື້ນີ້ພວກເຮົາໄດ້ປະກາດທາງເລືອກໃໝ່ເພື່ອຊ່ວຍພໍ່ແມ່ເຊື່ອມຕໍ່ລູກໆກັບໝູ່ຂອງເຂົາເຈົ້າ. ສຳລັບລູກຫຼີ້ນໃໝ່ໆນີ້ຈະສາມາດໃຊ້ໄດ້ທົ່ວໂລກພາຍໃນໄວໆນີ້. ສາມາດອ່ານຂໍ້ມູນເພີ່ມຕື່ມໄດ້ທີ່ https://messengernews.fb.com/2020/04/22/expanding-messenger-kids-to-more-countries-and-adding-new-features. ສຳລັບຂໍ້ມູນເລີກກ່ຽວກັບແອັບສາມາດເບິ່ງໄດ້ທີ່ messengerkids.com, https://youtu.be/hi73VXIgExs https://youtu.be/hi73VXIgExs
Read more...
Advertorial
“ແຈັກໝ່າ” ບໍລິຈາກເຄື່ອງມືການແພດໃຫ້ອີກ 10 ປະເທດອາຊີ ສູ້ໂຄວິດ-19
ມູນນິທິ ແຈັກ ໝ່າ ແລະ ມູນນິທິ ອາລີບາບາ ໄດ້ປະກາດແຜນການບໍລິຈາກເຄື່ອງມືການແພດທີ່ຕ້ອງການກັນຫຼາຍໃຫ້ອີກ 10 ປະເທດໃນອາຊີໃນມື້ນີ້ ເພື່ອຊ່ວຍຕໍ່ສູ້ກັບພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫຼື COVID-19. ລັດຖະບານຂອງປະເທດອັບຟະການິດສະຖານ, ບັງກະລາເທດ, ກຳປູເຈຍ, ລາວ, ມໍດີບ, ມົງໂກລີ, ມຽນມາ, ເນປານ, ປາກີສະຖານ ແລະສີລັງກາ ຈະໄດ້ຮັບເຄື່ອງບໍລິຈາກຈາກທັງສອງມູນນິທິ ເຊິ່ງລວມທັງໝົດແລ້ວປະກອບມີ ຜ້າອັດປາກ ຈຳນວນ 1.8 ລ້ານ ອັນ, ຊຸດອຸປະກອນກວດເຊື້ອພະຍາດ COVID-19 ຈຳນວນ 210,000 ຊຸດ ແລະ ອຸປະກອນອື່ນໆ ຈຳນວນ 36,000 ອັນ ໄດ້ແກ່ ເຄື່ອງນຸ່ງປ້ອງກັນການຕິດເຊື້ອ ລວມໄປເຖິງ ອຸປະກອນ ແລະ ເຄື່ອງມືການແພດທີ່ຈຳເປັນ ເຊິ່ງລວມມີ ເຄື່ອງຊ່ວຍຫາຍໃຈ ແລະ ເຄື່ອງວັດແທກອຸນຫະພູມແບບແນໃສ່ໜ້າຜາກ. ທ່ານ ແຈັກ ໝ່າ ໄດ້ປະກາດຄຳໝັ້ນສັນຍາຫຼ້າສຸດຂອງມູນນິທິ ຜ່ານບັນຊີທະວິດເຕີສ່ວນຕົວ ວ່າ “ອາຊີສູ້ໆ! ພວກເຮົາຈະບໍລິຈາກເຄື່ອງມືສຸກເສີນໃຫ້ອີກ 10 ປະເທດໃນອາຊີ. ການຈັດສົ່ງໃຫ້ຮອດໄວໆບໍ່ແມ່ນເລື່ອງງ່າຍ ແຕ່ເຮົາຈະເຮັດໃຫ້ມັນໄດ້!” ການຈັດສົ່ງເຄື່ອງບໍລິຈາກຈະດຳເນີນການໂດຍນຳໃຊ້ສັກກະຍະພາບທີ່ເຂັ້ມແຂງຂອງແພຼດຟອມອີເລັກໂຕຼນິກເພື່ອການຄ້າໂລກ (Electronic World Trade Platform: eWTP) ເພື່ອເອົາຊະນະສິ່ງທ້າທາຍດ້ານການຂົນສົ່ງ ແລະ ໂລຈິດສະຕິກຂອງຫຼາຍໆປະເທດ ທີ່ມີທີ່ຕັ້ງພູມສັນຖານຫ່າງໄກ. ທ່ານ ຈຸນເຖົາ ຊົງ, ເລຂາທິການໃຫຍ່ຂອງ eWTP ໄດ້ກ່າວວ່າ “ການແຜ່ລະບາດຂອງເຊື້ອພະຍາດໄດ້ກໍ່ໃຫ້ເກີດມີສິ່ງທ້າທາຍດ້ານໂລຈິດສະຕິກທົ່ວໂລກ. ໂດຍການຊ່ວຍເຫຼືອຂອງ eWTP, ພວກເຮົາຈະພະຍາຍາມຈົນສຸດຄວາມສາມາດເພື່ອຮັບປະກັນການຂົນສົ່ງ ແລະ ການຈັດສົ່ງທີ່ວ່ອງໄວເພື່ອເຄື່ອນຍ້າຍເຄື່ອງມືຕ່າງໆໄປສູ່ຊຸມຊົນຫ່າງໄກສອກຫຼີກທີ່ມີຕ້ອງການຫຼາຍທີ່ສຸດ”. ໃນຊ່ວງຕົ້ນອາທິດນີ້, ມູນນິທິທັງສອງໄດ້ປະກາດການບໍລິຈາກເຄື່ອງມືການແພດໃຫ້ແກ່ປະເທດມາເລເຊຍ, ອິນໂດເນເຊຍ, ໄທ ແລະ ຟິລິບປິນ ເຊິ່ງໄດ້ນຳໃຊ້ eWTP ທີ່ມີສັກກະຍະພາບດ້ານໂລຈິດສະຕິກດີເລີດເພື່ອການຂົນສົ່ງ ແລະ ການຈັດສົ່ງທີ່ວ່ອງໄວ ແລະ ໜ້າເຊື່ອຖືໄດ້ເຊັ່ນດຽວກັນ. ໂຄງການ eWTP ແມ່ນມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ທຸລະກິດຂະໜາດນ້ອຍ ແລະ ກາງ ທົ່ວໂລກໃຫ້ສາມາດດຳເນີນທຸລະກິດໄດ້ຢ່າງເຕັມສັກກະຍະພາບ ໂດຍການຫຼຸດຜ່ອນອຸປະສັກດ້ານການຄ້າ ແລະ ການເຮັດໃຫ້ບໍລິສັດເຫຼົ່ານີ້ສາມາດເຂົ້າເຖິງຕະຫຼາດການຄ້າໂລກໄດ້ງ່າຍຂຶ້ນ.
Read more...
Advertorial
ມິນິໄທແລນດ໌ວີກ 2020 ທີ່ແຂວງຫຼວງນໍ້າທາ ປະສົບຜົນສຳເລັດເປັນຢ່າງຈົບງາມ
ວັນທີ 5 ກຸມພາ 2020 ຜ່ານມາ, ທີ່ແຂວງຫຼວງນໍ້າທາ ໄດ້ຈັດງານງານວາງສະແດງສິນຄ້າ ມິນິໄທແລນດ໌ວີກ 2020 ທີ່ແຂວງຫຼວງນໍ້າທາ ງານຄັ້ງນີ້ຖືໄດ້ວ່າປະສົບຜົນສຳເລັດເປັນຢ່າງດີ ໂດຍມີເຈົ້າພາບທັງສອງຝ່າຍ ຈາກ ສປປ ລາວ ແລະ ປະເທດໄທ ໄດ້ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ດໍາຣົງ ໃຄ່ຄວນ ເອກອັກຄະຣາດຊະທູດໄທ ປະຈໍານະຄອນຫຼວງວຽງຈັນ, ທ່ານຄໍາໄຫຼ ສີປະເສີດ ຮອງເຈົ້າແຂວງ ແຂວງຫຼວງນໍ້າທາ, ທ່ານນາງ ປະວິຕາ ມ່ວງສະກຸນ ທີ່ປຶກສາຝ່າຍການຄ້າສໍານັກງານສົ່ງເສີມການຄ້າ ໃນຕ່າງປະເທດ ປະຈໍານະຄອນຫຼວງວຽງຈັນ, ທ່ານນາງ ຈັນທະຈອນ...
Read more...
Advertorial
ການກັບມາຄັ້ງຍິ່ງໃຫຍ່ກັບ “STYLE Bangkok”
ກະຊວງການຄ້າໄທ ໝັ້ນໃຈມູນຄ່າການສັ່ງຊື້ໃນງານງານວາງສະແດງສິນຄ້າ “STYLE Bangkok” ຈະທະລຸເປົ້າ ພ້ອມສົ່ງເສີມພາບລັກອຸດສະຫະກຳ Life Style ຂອງໄທສູ່ສາກົນ ພິທີເປີດງານວາງສະແດງສິນຄ້າ STYLE Bangkok ຕຸລາ 2019 ໄດ້ຈັດຂຶ້ນທີ່ ສູນນິທັດສະການ ແລະ ການປະຊຸມໄບເທັກ ບາງນາ ໃນລະຫວ່າງ ວັນທີ 17 – 21 ຕຸລາ 2019, ໂດຍການເປັນປະທານໂດຍ ທ່ານ ສັນເສີນ ສະມະລາພາ...
Read more...
Advertorial
ຮັບສະໝັກທຶນຊຸກຍູ້ລະດັບມະຫາວິທະຍາໄລ
SCG, ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ສະມາຄົມຮ່ວມນໍ້າໃຈກັບເດັກນ້ອຍລາວ (ALC) ມີຄວາມຍິນດີມອບທຶນການສຶກສາ ໃຫ້ກັບນັກສຶກສາລະດັບປະລິນຍາຕີ ໃນຂົງເຂດນະຄອນຫຼວງວຽງຈັນ.
Read more...
Advertorial
“DITP” ປະກາດພ້ອມຈັດງານ “STYLE Bangkok ເດືອນຕຸລາ 2019” ນີ້
ເສີມຂະຫຍາຍ ແລະ ສືບຕໍ່ຄວາມສໍາເລັດ ປີທີ3 ງານສະແດງສິນຄ້າ Lifestyle ໃຫຍ່ທີ່ສຸດ, ຄົບທີ່ສຸດ ໃນພູມມິພາກອາຊີ ເຊື່ອໝັ້ນຊ່ວຍຊຸກຍູ້ຍອດການສົ່ງອອກເພີ່ມຂື້ນ 3% ກຸງເທບ, 16 ກັນຍາ 2019 ກົມສົ່ງເສີມການຄ້າລະຫວ່າງປະເທດ ກະຊວງພານິດ ຫຼື DITP ເລີ່ມຂະຫຍາຍ ແລະ ສືບຕໍ່ຄວາມສໍາເລັດ ການຈັດງານສະແດງສິນຄ້າ Lifestyle ທີ່ຍີ່ງໃຫຍ່ ແລະ ຄົບຖ້ວນທີ່ສຸດໃນພູມມິພາກອາຊີຕະຫຼອດ 3ປີ ຖະແຫຼງຂ່າວການຈັດງານສະແດງສິນຄ້າ “STYLE Bangkok...
Read more...
1
...
8
9
10
ຫນ້າ 9 ຂອງ 10
Popular
Economy
ໃນສອງເດືອນຜ່ານມາ ສປປ ລາວ ຍັງຂາດດຸນການຄ້າ
Lifestyle
ບໍ່ຕ້ອງຖິ້ມ! ຈອກກິນໄດ້ ທີ່ຜະລິດຈາກສີມືຄົນລາວ.
News
ຊໍາຊຸງລາວຈັດສະແດງນະວັດຕະກໍາຄັ້ງສໍາຄັນ ເນັ້ນໜັກເປົ້າໝາຍພັດທະນາເຕັກໂນໂລຊີລະດັບໂລກຢ່າງຍືນຍົງ
Hits: 0
Don`t copy text!