ຫໍພຣະບາງ ວຽງຈັນ ທີ່ວັດອິນແປງ ມະຫາວິຫານ

“ຫໍພຣະບາງ” ທີ່ຕັ້ງຢູ່ ວັດອິນແປງ ມະຫາວິຫານ, ເມືອງ ຈັນທະບູລີ, ນະຄອນຫຼວງ ວຽງຈັນ ສ້າງຂຶ້ນໃນສະໄຫມເຈົ້າຟ້າງຸ່ມ ມະຫາຣາຊ ເຊິ່ງຫຼົງເຫຼືອຈາກການຈູດເຜົາ ເມືອງວຽງຈັນ ໃນສະໄໝທີ່ ອານາຈັກລາວລ້ານຊ້າງ ຕົກເປັນປະເທດສະຣາຊ ໃຫ້ແກ່ສະຫຍາມ.

ໃນຕຳນານກ່າວໄວ້ວ່າ ພຣະມະຫາປາສະມັນຕະ ເຖຣະເຈົ້າ ແຫ່ງເມືອງຂະເໝນ ພ້ອມຄະນະຣາຊທູດ ໄດ້ອາຣາດທະນາເອົາພຣະບາງ ຂຶ້ນມາຮອດ ເມືອງວຽງຄຳ (ວຽງຈັນ) ພ້ອມດ້ວຍຄຳພີພຣະໄຕຣປິດົກ ໂດຍໄດ້ມີການມາເຮັດພິທີສະຫຼອງສົມໂພດຢູ່ທີດອນຈັນ (ຫາດດອນຈັນ) ຈົນຄົບ 3 ມື້ 3 ຄືນ ແລ້ວຈຶ່ງແຫ່ຂຶ້ນມາໃນ ເມືອງວຽງຄຳ (ພາຍຫຼັງຈຶ່ງເປັນມາເປັນເມືອງວຽງຈັນ).

ຫຼັງຈາກນັ້ນ, ກໍຈະມີພິທີອາຣາດທະນາຂຶ້ນ ເມືອງຊຽງດົງ-ຊຽງທອງ ໃນເວລາຈະອັນເຊີນຂຶ້ນເມືອ ກໍເກີດເຫດຫາມບໍ່ຂຶ້ນ ເດີມທີ ເຄີຍຫາມ 8 ຄົນ ກໍຫາມບໍ່ຂຶ້ນ, ຕື່ມຄົນໃສ່ 12 ກໍບໍ່ຂຶ້ນ, ຕື່ມຄົນໃສ່ອີກ 16-18 ຄົນ ກໍຫາມບໍ່ຂຶ້ນ,  ຈົນໄດ້ເຮັດພິທີສ່ຽງທວາຍ ເບິ່ງວ່າ ຍ້ອນບໍ່ເຖິງເວລາອັນສົມຄວນທີ ພຣະບາງເຈົ້າ ຈະສະເດັດໄປສະຖິດຢູ່ ເມືອງຊຽງດົງ-ຊຽງທອງ (ຫຼວງພຣະບາງ) ເທື່ອ ດັ່ງນັ້ນ, ເພິ່ນຈຶ່ງມີການສ້າງ ຫໍພຣະບາງ ໄວ້ທີ່ ວັດອິນແປງ ແຫ່ງນີ້, ເພື່ອເປັນບ່ອນປະດິດສະຖານອົງພຣະບາງເຈົ້າ. ຫຼັງຈາກ ພຣະບາງ ສະເດັດຂຶ້ນໄປປະດິດສະຖານຢູ່ທີ ເມືອງຊຽງດົງ-ຊຽງທອງ ແລ້ວ ຫໍພຣະບາງ ແຫ່ງນີ້ ກໍໄດ້ນຳໃຊ້ເປັນຫໍພຣະໄຕປິກດົກ ສຶບຕໍ່ມາ.

ພາຍຫຼັງມີການຈູດເຜົາ ເມືອງວຽງຈັນ ແລະ ຖືກປະປອ່ຍໄວ້ເປັນເມືອງຮ້າງຫຼາຍປີ ຫໍພຣະບາງ ແຫ່ງນີ້ ກໍມີການເປ່ເພໄປຕາມ ກົດແຫ່ງກັມ, ຕົກມາຮອດເມື່ອປີ 1960 ຈິ່ງມີການບູຣະນະປະຕິສັງຂອນ ຫໍພຣະບາງແຫ່ງນີ້ ແລະ ມີການສ້າງຫຼັງຄາໃສ່ໃໝ່ ເຊິ່ງບໍ່ເຂົ້າກັບໂຄງສ້າງຂອງ ຫໍພຣະບາງ ຕາມແບບ.

ຂໍ້ມູນຈາກ : Houmphet Manisouk

ທີ່ມາ: ລາວ Temple

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...