Thursday, April 18, 2024
Lenovo

ກອງບຸນອອນລາຍ ຕອບໂຈດລູກຄ້າໄດ້ ໃນຍຸກນີ້.

ການຂາຍເຄື່ອງອອນລາຍ ແມ່ນເປັນຈຸດເລີ່ມຕົ້ນຂອງແມ່ຄ້າມືໃໝ່ຫຼາຍໆທ່ານ ທີ່ບໍ່ມີໜ້າຮ້ານເປັນຂອງໂຕເອງ ເຊັ່ນດຽວກັນກັບ ນາງ ນາລີສະຫວັນ ເທບປັນຍາ ທີ່ໄດ້ເລີ່ມເປັນແມ່ຄ້າຂາຍເຄື່ອງກອງບຸນທາງອອນລາຍ ໂດຍການໂພສຂາຍສິນຄ້າພຽງຢ່າງດຽວ ຈາກຮ້ານເຄື່ອງກອງບຸນຂອງພີ່ນ້ອງ ຜ່ານທາງເຟສບຸກສ່ວນໂຕ ຈົນໄດ້ຮັບຄວາມນິຍົມຈາກລູກຄ້າ ແລະ ສາມາດເປີດຮ້ານເປັນຂອງໂຕເອງໄດ້.

ນາງລີ ກ່າວວ່າ: ຊ່ວງທີ່ເລີ່ມໂພສຂາຍໃໝ່ໆ ເປັນຊ່ວງທີ່ ໂຄວິດ-19 ລະບາດ ຮ້ານຂາຍເຄື່ອງກອງບຸນພີ່ນ້ອງບໍ່ຄ່ອຍໄດ້ຂາຍ ເພາະລູກຄ້າບໍ່ຄ່ອຍອອກຈາກບ້ານ ເລີຍຄິດວ່າຂາຍອອນລາຍ ໜ້າຈະໄດ້ຜົນຕອບຮັບດີກວ່າ ຈຶ່ງເລີ່ມຕົ້ນດ້ວຍການເປີດຂາຍອອນລາຍຢູ່ເຮືອນກ່ອນ ແລະ ເຫັນວ່າໄດ້ຜົນຕອບຮັບດີ ກໍເລີ່ມສັ່ງເຄື່ອງເຂົ້າມາຫຼາຍ ແລະ ເປີດຂາຍຢູ່ໜ້າຮ້ານຄວບຄູ່ກັນໄປ ມາໄດ້ 2 ປີແລ້ວ

“ການທີ່ເລືອກຂາຍຜ່ານອອນລາຍກ່ອນ ກໍເພາະວ່າ ສັງຄົມສະໄໝນີ້ ມີການພົວ ພັນກັບສື່ອອນລາຍຫຼາຍ ບໍ່ວ່າຈະເປັນຄົນທຸກເພດ, ທຸກໄວ ກໍນຳໃຊ້ໂທລະສັບມືຖືຢ່າງກວ້າງຂວາງ ເພາະມັນສະດວກສະບາຍ ທັງຜູ້ຊື້ ຫຼື ຜູ້ຂາຍ ພຽງແຕ່ລູກຄ້າຕ້ອງການກໍສາມາດໂທສັ່ງໄດ້ ແລະ ມີບໍລິການສົ່ງເຖິງທີ່ ແບບບໍ່ເສຍເງິນເພີ່ມນຳອີກ.

ຈຸດຂາຍຂອງ ນາງ ນາລີ ຈາກທີ່ເຄີຍໂພສຂາຍຢູ່ເຟສບຸກສ່ວນຕົວ ຕໍ່ມາກໍໄດ້ເລີ່ມສ້າງເພຈຂຶ້ນມາ ເພື່ອຍິງໂຄສະນາໃຫ້ຄົນຮັບຮູ້ໄດ້ກວ້າງຂຶ້ນກວ່າເກົ່າ ແລະ ຖືກກຸ່ມເປົ້າໝາຍຫຼາຍຂຶ້ນ ໂດຍລູກຄ້າສ່ວນຫຼາຍທີ່ເຂົ້າມາສັ່ງ ກໍຈະມີອາຍຸປະມານ 30 ປີຂຶ້ນໄປ.

ສຳລັບ  ນາລີ ແລ້ວ ເດືອນທຳອິດຂອງການຂາຍອອນລາຍ ຖືວ່າໄດ້ຜົນຕອບຮັບກັບມາດີເລີຍ!  ຍ້ອນວ່າຕອນທີ່ເລີ່ມຂາຍທາງອອນລາຍໃໝ່ໆ ແມ່ນຢູ່ໃນຊ່ວງ ໂຄວິດ-19 ລະບາດ, ລູກຄ້າສ່ວນຫຼາຍ ບໍ່ຄ່ອຍອອກຈາກບ້ານ ແລະ ຈະສັ່ງເຄື່ອງຜ່ານທາງອອນລາຍຫຼາຍກວ່າ.

ຖ້າຖາມວ່າ ຂາຍອອນລາຍ ກັບ ຂາຍໜ້າຮ້ານ ອັນໃດໄດ້ຂາຍດີກວ່າກັນ? ສຳລັບ ນາລີ ແລ້ວ ແມ່ນການຂາຍອອນລາຍ ຈະໄດ້ຮັບຜົນດີກວ່າ ຢູ່ໄສກໍໂພສຂາຍໄດ້, ແຕ່ເພື່ອເປັນການສ້າງຄວາມສະດວກ ແລະ ຕອບສະໜອງ ຕາມຄວາມຕ້ອງການຂອງລູກຄ້າໄດ້, ບໍ່ເຮັດໃຫ້ລູກຄ້າຖ້າດົນ ຈຶ່ງຈຳເປັນຕ້ອງໄດ້ມີໜ້າຮ້ານ.

ປັດຈຸບັນ ຮ້ານຂອງ ນາງ ນາລີສະຫວັນ ເທບປັນຍາ, ຕັ້ງຢູ່ ບ້ານ ຮ່ອງໄກ່ແກ້ວ, ເມືອງ ຈັນທະບູລີ, ນະຄອນຫຼວງ ວຽງຈັນ ແຖວສີ່ແຍກໄຟແດງຊ້າງເຜືອກ ຫຼື ເຂົ້າໄປເບິ່ງເບິ່ງທີ່ເພຈເຟສບຸກຂອງເພິ່ນໄດ້ທີ່ Facebook: ຮ້ານຂາຍກອງບຸນທຸກຊະນິດ

More from author

Related posts

ຂໍຂອບໃຈນຳຜູ້ສະໜັບສະໜູນ

Latest posts

ວິທີການປ້ອງກັນຜິວຈາກແສງແດດ ໃນ​ໄລ​ຍະ​ຊ່ວງບຸນປີໃໝ່ນີ້.

ແສງແດດແມ່ນສັດຕູທີ່ອັນຕະລາຍທີ່ສຸດຂອງຜິວໜັງ ໂດຍສະເພາະໃນຊ່ວງບຸນຫຼິ້ນນໍ້າແບບນີ້ບວກກັບທີ່ອາກາດຢູ່ລາວເຮົາຮ້ອນຫຼາຍ ແລະ ແດດແຮງ, ການປົກປ້ອງຜິວຈາກແສງແດດຈຶ່ງເປັນສິ່ງສຳຄັນ. ມື້ນີ້ດຮົາເລິຍຈະມາແນະນໍາເທັກນິກປ້ອງກັນຜິວຈາກແສງແດດງ່າຍມາໃຫ້ທຸກຄົນໄດ້ໃຊ້.

5 ອາຫານທີ່ບໍ່ຄວນກິນກັບ “ແອວກໍຮໍ”

ຮອດບຸນປີໃໝ່ລາວ ແອວກໍຮໍເປັນສິ່ງປາສະຈາກບໍ່ໄດ້ເລີຍທີ່ຕ້ອງມີຄຽງຄູ້ກັບການກິນລ້ຽງ ແລະ ການສັງສັນກັບຫໝູ່ເພື່ອນ, ຖ້າຫຼີກລ້ຽງກໍຄວນຫຼີກລ້ຽງ ແຕ່ຫາກວ່າຫຼີກລ່ຽງບໍ່ໄດ້ແມ່ນໃຫ້ມາຟັງທາງນີ້ ເຮົາຈະແນະນຳກ່ຽວກັບອາຫານທີ່ບໍ່ຄວນກິນກັບແອວກໍຮໍ ເຊິ່ງບາງຄັ້ງອາຫານເຫຼົ່ານີ້ຫຼາຍຄົນອາດຈະສັ່ງກິນກັບເຫຼົ້າ ແຕ່ທີ່ຈິງແລ້ວສາມາດທໍາລາຍສຸຂະພາບຂອງເຈົ້າໃນອະນາຄົດໄດ້ ຈະມີຫຍັງໄປເບິ່ງນໍາກັນເລີຍ.

ສຸກສັນວັນພັກຜ່ອນ ແທ້ບໍ! ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່ມີຄວາມສຸກເວລາ​​ກັບ​ບ້ານ?

ໃນຊ່ວງປີໃໝ່ທີ່ໄດ້ພັກຍາວແບບນີ້ ຫຼາຍຄົນກໍຫວັງຈະໄດ້ກັບບ້ານເພື່ອໄປພັກຜ່ອນກັບຄອບຄົວ ແລະ ຍາດພີ່ນ້ອງ ແຕ່ສໍາລັບຄົນທີ່ມີເຮືອນ ຫຼື ຄອບຄົວ ບໍ່ແມ່ນ Safe zone ຂອງຕົນເອງແລ້ວ ແນ່ນອນ ຈະບໍ່ມີຄວາມສຸກ ຍ້ອນຫຍັງ? ·