Friday, March 29, 2024
Lenovo

ຕົ້ນລານ ພືດທີ່ຄວນປົກປັກຮັກສາ

ຕົ້ນລານ ອາດເວົ້າໄດ້ວ່າ ເປັນພືດທີ່ວິເສດ ເພາະທຸກສ່ວນຂອງມັນສາມາດໃຊ້ປະໂຫຍດໄດ້ໝົດ, ແຕ່ມາຮອດປັດຈຸບັນ ຕົ້ນລານ ກຳລັງຖືກບຸກລຸກຈາກມະນຸດ. ເມື່ອເປັນດັ່ງນັ້ນ ບໍ່ຮູ້ວ່າ ເຮົາຈະຮັກສາພືດຊະນິດນີ້ໄດ້ແນວໃດ ໃຫ້ສາມາດນຳໃຊ້ໄດ້ຍືນຍົງ.

ຫຼາຍທ່ານອາດຈະໄດ້ຍິນ ແລະ ຄຸ້ນເຄີຍ ກັບຄຳວ່າ “ໜັງສືໃບລານ” ແມ່ນບໍ່? ແມ່ນແລ້ວ ຕົ້ນລານທີ່ກຳລັງເວົ້າຢູ່ນີ້ລະ ເປັນຜູ້ຜະລິດໃບລານ ໃຫ້ຜູ້ຮູ້, ພະສົງອົງຂະເຈົ້າເຮົານຳໃຊ້ເພື່ອຂີດຂຽນ ທຳມະອັນແສນເຄົາລົບບູຊາມາແຕ່ໃດໆ, ເອີ້ນວ່າ ຄຽງຄູ່ກັບວັດທະນະທຳ, ວັດວາອາຮາມຂອງພວກເຮົາມາດົນ ນານແລ້ວ. ແຕ່ເຊື່ອວ່າ ຫຼາຍຄົນຍັງຄິດ ພາບບໍ່ອອກວ່າ ພືດດັ່ງກ່າວມີຮູບຮ່າງແນວໃດ?

ຕົ້ນລານ

ຕົ້ນລານ ມີຊື່ທາງວິທະຍາສາດວ່າ ຄໍຣີພາ ເລຄອມເຕີຍ (Corypha Lecomtei) ເຊິ່ງຕາມ ການຄົ້ນຄວ້າ ຂອງສະມາຄົມຊີວະນາໆ  ພັນຂອງລາວ (LBA) ໃຫ້ຮູ້ວ່າ ພືດຊະນິດນີ້ຢູ່ປະເທດເຮົາ ມີຫຼາຍກວ່າໝູ່ ແມ່ນຢູ່ເຂດເມືອງ ລະມາມ ແຂວງ ເຊກອງ ແລະປະຊາຊົນເຂດດັ່ງກ່າວ ກໍບອກວ່າ ຕົ້ນລານ ມີອາຍຸໄດ້ປະມານ 70-80 ປີ ຈຶ່ງເປັນດອກ ແລະ ໝາກ (ເທື່ອດຽວໃນຊີວິດ) ແລ້ວກໍຕາຍໄປ. ພືດຊະນິດນີ້ ມີຄວາມງົດງາມຫຼາຍ, ໃຫ້ຮົ່ມ ແລະ ປະດັບປະດາ ກໍເບິ່ງໂດດເດັ່ນສະດຸດຕາ.

ໝາກລານ

ສະມາຄົມຊີວະນາໆພັນຂອງລາວ ທີ່ກໍ່ຕັ້ງໂດຍທ່ານ ຫຸມພັນ ຣັດຕະນະວົງ ທີ່ເປັນພະນັກງານບຳນານ ຜູ້ເຊິ່ງມີຄວາມກະຕືລືລົ້ນໃນການປົກປັກຮັກສາຊີວະນາໆພັນຂອງລາວເຮົາໄວ້ ໃຫ້ໝັ້ນຄົງນັ້ນ ໄດ້ເຮັດການຄົ້ນຄວ້າດຳເນີນໂຄງການທີ່ມີຊື່ວ່າ:​ “ສົ່ງເສີມການປົກປັກຮັກສາປ່າແບບປະສົມປະສານ ແລະ ການພັດທະນາຊີວິດການເປັນຢູ່ຂອງເມືອງ ລະມາມ, ແຂວງ ເຊກອງ” ເຊິ່ງປະກອບໄປ ດ້ວຍ 5 ບ້ານ ຄື ບ້ານ ປາກປຸນ, ບ້ານ ປາກກະຢອງ, ບ້ານ ແກ້ງຫຼວງ, ບ້ານ ນາງຢ່ອງ ແລະ ບ້ານ ສອງຄອນ.

ໃຊ້ໃບລານມຸງ ແລະ ແອ້ມຝາເຮືອນ

ໂຄງການນີ້ ໄດ້ຮັບທຶນຊ່ວຍເຫຼືອຈາກອົງການອອກຟາມ (Oxfam) ປະຈຳ ສປປ ລາວ. ໂຄງການດັ່ງກ່າວ ບໍ່ສະເພາະແຕ່ປົກປັກຮັກສາ ແລະ ຄຸ້ມຄອງນຳໃຊ້ຕົ້ນລານເທົ່ານັ້ນ ແຕ່ຍັງລວມເອົາຊີວະນາໆພັນປະເພດອື່ນໆ ໃນປ່າອີກດ້ວຍ. ຈຸດປະສົງຕົ້ນຕໍຂອງໂຄງການນີ້ ກໍເພື່ອຮັກສາປ່າ ແລະ ຄຸ້ມຄອງປ່າ ໂດຍສະເພາະ ຕົ້ນລານ  ຄຽງຄູ່ກັບການສ້າງລາຍຮັບ ໂດຍສຸມໃສ່ການສ້າງຫັດຖະກຳຈາກຕົ້ນລານ, ສ້າງລະບຽບການນຳໃຊ້ທີ່ຍືນຍົງ.

ທ່ານ ສີສຸກ ສີສົມໝາຍ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ເມືອງ ລະມາມ ກ່າວວ່າ: “ໂຄງການຮັກສາຕົ້ນລານນີ້ ເປັນນຶ່ງໃນວຽກທີ່ສຳຄັນຂອງເມືອງ ໂດຍມີເປົ້າໝາຍໃນການພັດທະນາ ເປັນແຫຼ່ງທ່ອງທ່ຽວ, ຕິດພັນກັບການຮັກສາວັດທະນະທຳ ໂດຍສະເພາະການຜະລິດຫັດຖະກຳຈາກຕົ້ນລານ ທີ່ສາມາດຈຳໜ່າຍໃນງານບຸນປະເພນີຂອງປະຊາຊົນທ້ອງຖິ່ນ ຕະຫຼອດຮອດຕະຫຼາດທົ່ວໄປ ທີ່ທັງສາມາດສ້າງ ລາຍຮັບແກ່ປະຊາຊົນ ແລະ ຄຽງຄູ່ກັບການຄຸ້ມຄອງຊັບພະຍາກອນທຳມະຊາດ ໂດຍສະເພາະຕົ້ນລານໃຫ້ຍືນຍົງ”.

ໃຊ້ໃບລານແອ້ມຝາເຮືອນ

ທ່ານ ຄຳບາງ ທິບພະວົງ, ຜູ້ປະສານງານໂຄງການຂອງສະມາຄົມຊີວະນາໆພັນຂອງລາວ ກ່າວວ່າ: “ໂຄງການນີ້ ເກີດຂຶ້ນໄດ້ ກໍຍ້ອນເຫັນວ່າ ຕົ້ນລານເປັນພືດພັນທີ່ມີຢູ່ລາວຫຼາຍທີ່ສຸດ ແມ່ນເຂດເມືອງ ລະມາມ ແລະ ພືດຊະ ນິດນີ້ ກໍມີຄວາມສຳຄັນຕໍ່ຊີວິດການເປັນຢູ່ຂອງປະຊາຊົນຫຼາຍ, ພ້ອມນັ້ນ ກໍຍັງສອດຄ່ອງກັບແຜນພັດທະນາ ຂອງເມືອງ ລະມາມ ທີ່ແນໃສ່ການແກ້ໄຂຄວາມທຸກຍາກ ຈາກທ່າແຮງບົ່ມຊ້ອນຂອງຕົນ.

ສະນັ້ນ ຈາກຕົ້ນລານ ທີ່ມີຢູ່ໃນຂອບເຂດຈຳກັດ ແລະ ການແຜ່ຂະຫຍາຍດ້ວຍການປູກກໍຍັງເຮັດໄດ້ຍາກ (ການກ້າເບ້ຍ), ແຕ່ການນຳໃຊ້ປະໂຫຍດຈາກຕົ້ນຂອງມັນ ຊ້ຳພັດມີບົດບາດໃນການດຳເນີນຊີວິດຂອງປະຊາຊົນ ທ້ອງຖິ່ນຢ່າງຍິ່ງ ມັນຈຶ່ງຈຳເປັນທີ່ພືດຫາຍາກຊະນິດໜຶ່ງ ທີ່ຄວນໄດ້ຮັບການປົກປັກຮັກສາໃຫ້ດີ.

More from author

Related posts

ຂໍຂອບໃຈນຳຜູ້ສະໜັບສະໜູນ

Latest posts

ລວມມາໃຫ້ແລ້ວ! ເວັບໄຊສ້າງໂລໂກ້ຟຣີ ງ່າຍໆ.

ໃນຍຸກດິຈິຕອນ ມັນເປັນສິ່ງສໍາຄັນທີ່ຈະມີໂລໂກ້ທີ່ສວຍງາມ ແລະ ໂດດເດັ່ນ ເປັນສິ່ງສໍາຄັນຫຼາຍສໍາລັບທຸລະກິດ ແລະ ຜະລິດຕະພັນ, ແຕ່ຖ້າເຮົາຢາກໄດ້ໂລໂກ້ ແລະ ຈ້າງຜູ້ອອກແບບໂລໂກ້ມືອາຊີບ ອາດຈະມີຄ່າໃຊ້ຈ່າຍສູງ ມື້ນີ້ພວກເຮົາເລີຍມາແນະນຳເວັບໄຊທີ່ສ້າງໂລໂກ້ຟຣີ ງ່າຍ​ທີ່​ຈະ​ນໍາ​ໃຊ້ ບໍ່ຕ້ອງເສຍເງິນຈັກກີບ.

Vietjet ມອບໂປໂມຊັ່ນ Friday Sale ມອບປີ້ຍົນລາຄາປະຢັດໄປຫວຽດນາມ ແລະ ອີກຫຼາຍປະເທດຕະຫຼອດປີ

(ນະຄອນຫຼວງວຽງຈັນ, ວັນທີ 28 ມີນາ 2024) - Vietjet ມີຄວາມຕື່ນເຕັ້ນ ທີ່ຈະໄດ້ມອບໂປຣໂມຊັ່ນປີ້ຍົນຕ່າງປະເທດໃນທຸກໆວັນສຸກ! ປີນີ້ເປັນໂອ​ກາດ​ທີ່​ດີສໍາ​ລັບ​ນັກທ່ອງທ່ຽວຈາກ​ທົ່ວ​ໂລກ ​ໃນ​ການ​ເດີນ​ທາງຕາມທີ່​ຝັນ ​ດ້ວຍ​ລາ​ຄາ​ສ່ວນ​ຫຼຸດ​ສຸດພິ​ເສດ​.

ນ້ຳແອດ-ພູເລີຍ ແຂວງຫົວພັນ! ແຫຼ່ງທ່ອງທ່ຽວທຳມະຊາດຂອງແທ້.

ຫຼາຍຄົນມັກຄິດວ່າ “ການທ່ອງທ່ຽວ” ຄືການໄປເບິ່ງນ້ຳຕົກຕາດ, ໄປເບິ່ງວັດວາອາຮາມ ແລະ ຮີດຄອງປະເພນີ. ແຕ່ວ່າ ໂຄງການ ທ່ອງທ່ຽວແບບອະນຸລັກ ຢູ່ປ່າສະຫງວນ ນ້ຳແອດ-ພູເລີຍ ມີຫຼາຍກວ່ານັ້ນ ຄື ເອົາຂຸມຊັບທາງທຳມະຊາດ ມາເປັນຈຸດຂາຍ ແລະ ເພີ່ມການອະນຸລັກທຳມະຊາດ ໄປໃນຕົວ.