Friday, March 29, 2024
Lenovo

ວິທີ ທີ່ຜູ້ຄົນໃນ ປະເທດລາວ ສາມາດເຊື່ອມຕໍ່ ແລະ ດຳເນີນການ ໃນໂອກາດ “ວັນຄຸ້ມຄອງໂລກ”.

Meta ໄດ້ສ້າງແພັດຟອມທີ່ເຮັດໃຫ້ຜູ້ຄົນສາມາດເຊື່ອມຕໍ່ພົວພັນເຊິ່ງກັນແລະກັນ, ຊອກຫາຊຸມຊົນ, ແລະ ເຕີບໂຕທຸລະກິດຂອງພວກເຂົາ. ໃນປີ 2004, Meta ໄດ້ເປີດໂຕ Facebook ເຊິ່ງເຮັດໃຫ້ວິທີທີ່ຜູ້ຄົນເຊື່ອມຕໍ່ກັນນັ້ນປ່ຽນໄປ ແລະ ຍັງເຮັດໃຫ້ຜູ້ຄົນໃນທົ່ວໂລກໄດ້ໃກ້ຊິດກັນຍິ່ງຂຶ້ນ. ແອັບພິເຄຊັນຕ່າງໆເຊັ່ນ: Messenger, Instagram ແລະ WhatsApp ໄດ້ເພີ່ມ ຂີດຄວາມສາມາດໃຫ້ຜູ້ຄົນນັບພັນລ້ານຄົນໃນທົ່ວໂລກ.

ປັດຈຸບັນ, Meta ກຳລັງພັດທະນາ ແລະ ລົງທຶນໃນເຕັກໂນໂລຊີຕ່າງໆທີ່ລໍ້າໜ້າ ເພື່ອເຮັດໃຫ້ Metaverse ປະກົດຜົນເປັນຈິງ, ພ້ອມທັງ ເປັນການກ້າວຂ້າມເຕັກໂນໂລຊີແບບໜ້າຈໍ 2ມິຕິ ໄປສູ່ການສຳຜັດປະສົບການສະເໝືອນຈິງ ເປັນຕົ້ນແມ່ນ AR ແລະ VR ເພື່ອຊ່ວຍສ້າງວິວັດທະນາການໃໝ່ຂອງເຕັກໂນໂລຊີອອນລາຍ.

ໃນວັນທີ 20 ເດືອນເມສາ ປີ 2022 ເຊິ່ງກົງກັບວັນຄຸ້ມຄອງໂລກນີ້, Meta ໄດ້ປະກາດວິທີການງ່າຍໆ ເພື່ອໃຫ້ຜູ້ຄົນສາມາດຮຽນຮູ້ເພີ່ມຕື່ມ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ວິທີການໃນການຈັດຕັ້ງປະຕິບັດ. ນອກຈາກນີ້, ທາງບໍລິສັດຍັງໄດ້ເປີດໂຕຊຸດ ສະຕິກເກີ ແລະ ຟີເຈີ້ ທີ່ຖືກອອກແບບມາເປັນພິເສດ ສຳລັບວັນຄຸ້ມຄອງໂລກ ທີ່ສາມາດນຳໃຊ້ໄດ້ທົ່ວເທິງແພັດຟອມຕ່າງໆຂອງພວກເຂົາ ເຊິ່ງເຮັດໃຫ້ຜູ້ຄົນສາມາດສະແດງຄວາມມຸ່ງໝັ້ນຂອງຕົວເອງຕໍ່ສິ່ງແວດລ້ອມໄດ້.

ຊຸດສະຕິກເກີໃໝ່ ແລະ ເອັບເຟັກຕ່າງໆ ສຳລັບ ວັນຄຸ້ມຄອງໂລກ ເທິງ Messenger ແລະ Instagram

ເນື່ອງຈາກຄວາມສົນໃຈທີ່ເພີ່ມຂຶ້ນ, ຜູ້ຄົນຄາດຫວັງວ່າຈະສາມາດເຂົ້າເຖິງວິທີການຕ່າງໆ ໃນການຕິດຕາມບັນຫາດ້ານສະພາບອາກາດໄດ້. Meta ໄດ້ຮ່ວມມືກັບນັກແຕ້ມຮູບປະກອບທີ່ມີຊື່ສຽງເພື່ອເປີດໂຕ ສະຕິກເກີ ທີ່ສາມາດປັບແຕ່ງເອງໄດ້ເທິງ Messenger ແລະ Instagram ເຊິ່ງໄດ້ເລີ່ມນໍາໃຊ້ ຕັ້ງແຕ່ອາທິດນີ້ເປັນຕົ້ນໄປ. ເກມມືຖືເປັນມິດກັບໂລກ ທີ່ມີຊື່ວ່າ Heads Up! ຂອງ ເອເລນ ດີຈີເນເຣສ ກໍຈະມາໃນຮູບແບບຂອງການໂທແບບ ວິດີໂອຄໍລເທິງ Messenger ແລະ Instagram. ນອກຈາກນີ້, ຜູ້ໃຊ້ງານຍັງສາມາດອອກແບບ ເອັບເຟັກຄຳເວົ້າ ຂອງຕົວເອງ ແລະ ສະຕິກເກີ້ ອາວາຕາ 3ມິຕິ ເພື່ອສະແດງໃຫ້ເຫັນເຖິງການສະໜັບສະໜັບສະໜູນຕໍ່ການຄຸ້ມຄອງດິນຟ້າອາກາດອີກດ້ວຍ. ສຳລັບຂໍ້ມູນເພີ່ມຕື່ມ ແລະ ວິທີການເຂົ້າເຖິງສິ່ງທີ່ກ່າວມານີ້,​ ກົດ [ບ່ອນນີ້]

ຄວາມມຸ່ງໝັ້ນຂອງ Meta ຕໍ່ກັບ ສິ່ງແວດລ້ອມ

ບໍລິສັດ ໄດ້ສືບຕໍ່ຄວາມມຸ່ງໝັ້ນຕໍ່ກັບສິ່ງແວດລ້ອມຜ່ານການພັດທະນານະວັດຕະກຳໃໝ່ໆ ແລະ ໄດ້ສືບຕໍ່ວຽກງານການຕໍ່ຕ້ານຄວາມເຂົ້າໃຈຜິດກ່ຽວກັບດິນຟ້າອາກາດ ໂດຍຜ່ານ ໂຄງການ $1 million Climate Misinformation grant. ຄຽງຄູ່ກັບການຂະຫຍາຍ ການສຳຫຼວດຄວາມຄິດເຫັນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ປະຈຳປີ, ເຊິ່ງໄດ້ດຳເນີນການ ໂດຍການຮ່ວມມືກັບ ໂຄງການ ເຢວລ (Yale) ວ່າດ້ວຍການສື່ສານດ້ານການປ່ຽນແປງຂອງດິນຟ້າອາກາດ, ​ເພື່ອແບ່ງປັນຂໍ້ມູນກ່ຽວກັບຄວາມຄິດເຫັນຂອງຜູ້ຄົນທົ່ວໄປໃນຫຼາຍກວ່າ 180ປະເທດ ຕໍ່ກັບບັນຫາການປ່ຽນແປງຂອງດິນຟ້າອາກາດ.

“ທຸກໆມື້, ຜູ້ຄົນຫຼາຍກວ່າພັນຄົນທົ່ວເທິງແພັດຟອມຂອງພວກເຮົາ ໄດ້ລວມຕົວກັນເພື່ອເຊື່ອມຕໍ່ ແລະ ດຳເນີນການຕໍ່ກັບການປ່ຽນແປງຂອງດິນຟ້າອາກາດ, ບໍ່ວ່າຈະເປັນການປຸກລະດົມກັນຜ່ານກຸ່ມໃນ Facebook, ເລີ່ມຕົ້ນຊື້ຂາຍຈາກທຸລະກິດທີ່ເປັນມິດຕໍ່ສິ່ງແວດລ້ອມເທິງ Instagram, ຫຼື ການຝຶກຝົນເຄັດລັບທີ່ຍືນຍົງ ກັບຜູ້ສ້າງເນື້ອຫາ. ພວກເຮົາດີໃຈທີ່ເຫັນວ່າມັນບໍ່ມີຂໍ້ຍົກເວັ້ນໃດໆສຳລັບ ປະເທດລາວ, ແລະ ຫວັງວ່າຈະໄດ້ເຫັນການນໍາໃຊ້ສະຕິກເກີ, ຟີເຈີ້ ແລະ ນະວັດຕະກຳໃໝ່ໆຂອງພວກເຮົາ ຫຼາຍຍິ່ງຂຶ້ນໃນບົດສົນທະນາຂອງທ່ານເຊັ່ນດຽວກັນ. ວັນຄຸ້ມຄອງໂລກ ເປັນການຢໍ້າເຕືອນທີ່ສຳຄັນ ເຖິງການກະທຳທັງໝົດ, ເຊິ່ງບໍ່ວ່າຈະໃຫຍ່ ຫຼື ນ້ອຍ ກໍລ້ວນແຕ່ສາມາດສ້າງຄວາມແຕກຕ່າງ ໃນການປົກປັກຮັກສາໂລກຂອງພວກເຮົາໄດ້.” ໂຄສົກຂອງ Meta ກ່າວ.

ການດຳເນີນງານໃນທົ່ວໂລກຂອງ Meta ໄດ້ນຳໃຊ້ພະລັງງານທົດແທນເຖິງ 100%, ພ້ອມທັງຍັງໄດ້ວາງເປົ້າໝາຍເພື່ອບັນລຸ ການປ່ອຍມົນລະພິດເປັນສູນໃນຕະຫຼອດຂະບວນການຜະລິດ ແລະ ການຫັນເປັນບໍລິສັດທີ່ນໍ້າແບບໝຸນວຽນ ໃນປີ 2030.

More from author

Related posts

ຂໍຂອບໃຈນຳຜູ້ສະໜັບສະໜູນ

Latest posts

ລວມມາໃຫ້ແລ້ວ! ເວັບໄຊສ້າງໂລໂກ້ຟຣີ ງ່າຍໆ.

ໃນຍຸກດິຈິຕອນ ມັນເປັນສິ່ງສໍາຄັນທີ່ຈະມີໂລໂກ້ທີ່ສວຍງາມ ແລະ ໂດດເດັ່ນ ເປັນສິ່ງສໍາຄັນຫຼາຍສໍາລັບທຸລະກິດ ແລະ ຜະລິດຕະພັນ, ແຕ່ຖ້າເຮົາຢາກໄດ້ໂລໂກ້ ແລະ ຈ້າງຜູ້ອອກແບບໂລໂກ້ມືອາຊີບ ອາດຈະມີຄ່າໃຊ້ຈ່າຍສູງ ມື້ນີ້ພວກເຮົາເລີຍມາແນະນຳເວັບໄຊທີ່ສ້າງໂລໂກ້ຟຣີ ງ່າຍ​ທີ່​ຈະ​ນໍາ​ໃຊ້ ບໍ່ຕ້ອງເສຍເງິນຈັກກີບ.

Vietjet ມອບໂປໂມຊັ່ນ Friday Sale ມອບປີ້ຍົນລາຄາປະຢັດໄປຫວຽດນາມ ແລະ ອີກຫຼາຍປະເທດຕະຫຼອດປີ

(ນະຄອນຫຼວງວຽງຈັນ, ວັນທີ 28 ມີນາ 2024) - Vietjet ມີຄວາມຕື່ນເຕັ້ນ ທີ່ຈະໄດ້ມອບໂປຣໂມຊັ່ນປີ້ຍົນຕ່າງປະເທດໃນທຸກໆວັນສຸກ! ປີນີ້ເປັນໂອ​ກາດ​ທີ່​ດີສໍາ​ລັບ​ນັກທ່ອງທ່ຽວຈາກ​ທົ່ວ​ໂລກ ​ໃນ​ການ​ເດີນ​ທາງຕາມທີ່​ຝັນ ​ດ້ວຍ​ລາ​ຄາ​ສ່ວນ​ຫຼຸດ​ສຸດພິ​ເສດ​.

ນ້ຳແອດ-ພູເລີຍ ແຂວງຫົວພັນ! ແຫຼ່ງທ່ອງທ່ຽວທຳມະຊາດຂອງແທ້.

ຫຼາຍຄົນມັກຄິດວ່າ “ການທ່ອງທ່ຽວ” ຄືການໄປເບິ່ງນ້ຳຕົກຕາດ, ໄປເບິ່ງວັດວາອາຮາມ ແລະ ຮີດຄອງປະເພນີ. ແຕ່ວ່າ ໂຄງການ ທ່ອງທ່ຽວແບບອະນຸລັກ ຢູ່ປ່າສະຫງວນ ນ້ຳແອດ-ພູເລີຍ ມີຫຼາຍກວ່ານັ້ນ ຄື ເອົາຂຸມຊັບທາງທຳມະຊາດ ມາເປັນຈຸດຂາຍ ແລະ ເພີ່ມການອະນຸລັກທຳມະຊາດ ໄປໃນຕົວ.