ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ວັນແມ່ຍິງສາກົນ, ເຊິ່ງເປັນທີ່ຮູ້ຈັກກັນໃນນາມວັນແຮງງານແມ່ຍິງສາກົນ (International Working Women’s Day) ວັນທີ 8 ມີນາ 1910 – 8 ມີນາ 2022 ເຊິ່ງປີນີ້ ຄົບຮອບ 112 ປີ, ເມື່ອຮອດ ວັນທີ 8 ມີນາ ຂອງທຸກໆປີ, ຈະມີການສະເຫຼີມສະຫຼອງ ເພື່ອສະເເດງເຖິງຄວາມນັບຖື, ຄວາມຊາບຊຶ້ງ ແລະ ຄວາມຮັກ ຕໍ່ແມ່ຍິງສໍາລັບຜົນສໍາເລັດທາງເສດຖະກິດ, ການເມືອງ ແລະ ສັງຄົມ ຂອງແມ່ຍິງທົ່ວໄປ, ທໍາອິດແມ່ນເປັນວຽກງານທາງການເມືອງສັງຄົມນິຍົມ.

ໃນວັນທີ 8 ມີນາ ປີ 1857 ໄດ້ມີກໍາມະກອນຍິງ ໃນໂຮງງານທໍຜ້າ ຢູ່ເມືອງ ນິວຢອກ, ປະເທດສະຫະລັດອາເມລິກາ, ໄດ້ລຸກຮືຂື້ນປະທ້ວງໃຫ້ນາຍຈ້າງເພີ່ມຄ່າແຮງງານໃຫ້ ແລະ ຂໍສິດທິຂອງເຂົາເຈົ້າ, ແຕ່ສຸດທ້າຍ ມີແມ່ຍິງ 119 ຄົນ ໄດ້ເສຍຊີວິດຈາກເຫດການນີ້ ຢ້ອນມີການລອບວາງເພີງ ໄຟໄໝ້ໂຮງງານບ່ອນທີ່ພວກເຂົານັ່ງຢູ່ຮ່ວມກັນ.

ຫຼັງຈາກນັ້ນ, ໃນປີ 1907, ກໍາມະກອນຍິງໃນໂຮງງນທໍຜ້າ ທີ່ເມືອງຊິຄາໂກ ສະຫະລັດອາເມລິກາ ບໍ່ສາມາດທົນຕໍ່ການກົດຂີ່ ຂົ່ມເຫັງ, ການລ່ວງລະເມີດຂອງນາຍຈ້າງ ທີ່ໃຊ້ພວກເຂົາຄືທາດ. ແລະ ບັງຄັບໃຫ້ພວກເຂົາເຮັດວຽກໜັກເຖິງມື້ລະ 16–17 ຊົ່ວໂມງຕໍ່ມື້ ໂດຍບໍ່ມີວັນຢຸດ, ບໍ່ມີການເຮັດປະກັນໄພແຮງງານ ເຊິ່ງເປັນຜົນໃຫ້ເກີດການເຈັບເປັນ ແລະ ລົ້ມຕາຍຕາມມາ ແຕ່ກັບໄດ້ຮັບຄ່າແຮງງານພຽງເລັກນ້ອຍ ແລະ ຖ້າຫາກໃຜຖືພາກໍ່ຖືກໄລ່ອອກ.

ບ່ອນສະແດງໂຄສະນາ
ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Clara Setkin, ສະຕີນັກການເມືອງສັງຄົມນິຍົມ ຊາວເຢຍລະມັນ ຕັດສິນໃຈຊັກຊວນແຮງງານຍິງ ນັດຫຍຸດງານ ໃນວັນທີ 8 ມີນາ 1907 ໂດຍຮຽກຮ້ອງໃຫ້ນາຍຈ້າງຫຼຸດຜ່ອນເວລາເຮັດວຽກຂອງເຂົາເຈົ້າລົງເຫຼືອ 8 ຊົ່ວໂມງຕໍ່ມື້ ແລະ ໃຫ້ປັບປຸງສະຫວັດດີການຂອງເຂົາເຈົ້າທຸກຢ່າງ ແລະ ໃຫ້ແມ່ຍິງມີສິດ ລົງຄະແນນສຽງເລືອກຕັ້ງ, ເຖິງແມ່ນວ່າການຮ້ອງຂໍນີ້ ຈະບໍ່ສໍາເລັດ ແຮງງານຍິງຫຼາຍຮ້ອຍຄົນຖືກຈັບ, ແຕ່ເຮັດໃຫ້ແມ່ຍິງໃນທົ່ວໂລກສະໜັບສະໜູນການກະທໍາຂອງ Clara Setkin ແລະ ເຮັດໃຫ້ແມ່ຍິງທົ່ວໂລກຮູ້ເຖິງສິດທິຂອງເຂົາເຈົ້າຫຼາຍຂຶ້ນ.

ໃນວັນທີ 8 ມີນາ 1908, ແຮງງານຍິງຫຼາຍກວ່າ 15,000 ຄົນ ໄດ້ຮ່ວມເດີນຂະບວນທົ່ວເມືອງນິວຢອກ ເພື່ອຮຽກຮ້ອງໃຫ້ເລີກໃຊ້ແຮງງານເດັກ ໂດຍມີຄໍາຂວັນການລົນນະລົງວ່າ “ເຂົ້າຈີ່ ແລະ ດອກກຸຫລາບ” ເຊິ່ງໝາຍເຖິງ ການໄດ້ຮັບອາຫານທີ່ພຽງພໍ ແລະ ຄຸນນະພາບຊີວິດທີ່ດີຂື້ນນັ້ນເອງ.

ຈົນມາຮອດ ວັນທີ 8 ມີນາ 1910, ຄວາມພະຍາຍາມຂອງກໍາມະກອນຍິງກຸ່ມນີ້ກໍ່ໄດ້ຮັບຜົນສໍາເລັດ, ເມື່ອມີຜູ້ຕາງໜ້າແມ່ຍິງຈາກ 17 ປະເທດ ໄດ້ເຂົ້າຮ່ວມກອງປະຊຸມສະມາຄົມສະຕີສັງຄົມນິຍົມຄັ້ງທີ 2 ຢູ່ເມືອງໂຄເປນເຮເກນ ປະເທດ ເດນມາກ, ໂດຍໃນທີ່ປະຊຸມໄດ້ປະກາດຮັບຮອງຂໍ້ຮຽກຮ້ອງຂອງບັນດາກໍາມະກອນຍິງ ໃນລະບົບສາມ 8 ຄື: ຕ້ອງອະນຸຍາດໃຫ້ແຮງງານແມ່ຍິງ ຫຼຸດເວລາເຮັດວຽກເຫຼືອ 8 ຊົ່ວໂມງຕໍ່ມື້, ໃຫ້ເວລາສຶກສາຫາຄວາມຮູ້ ເພື່ອພັດທະນາສັກກະຍະພາບຂອງຕົນເອງອີກ 8 ຊົ່ວໂມງ ແລະ ອີກ 8 ຊົ່ວໂມງ ເປັນເວລາພັກຜ່ອນ.

ພ້ອມກັນນີ້ຍັງໄດ້ປັບເງິນຄ່າແຮງງານຂອງແມ່ຍິງໃຫ້ເທົ່າກັບແຮງງານຊາຍ ແລະ ຍັງມີການຄຸ້ມຄອງສະຫວັດດີການແມ່ຍິງ ແລະ ແຮງງານເດັກ, ສຸດທ້າຍ ຄໍາຮອງຂໍ້ສະເໜີຂອງ Clara Setkin ກໍໄດ້ຖືກຮັບຮອງເອົາ ໂດຍການກໍານົດເອົາ ວັນທີ 8 ມີນາ ຂອງທຸກປີ ເປັນວັນແມ່ຍິງສາກົນ.

Hits: 1

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້