ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຄົນທີ່ຮັກສັດ ເມື່ອເຫັນສັດຖືກທຳຮ້າຍ ຫຼື ເຈັບໄຂ້ໄດ້ປ່ວຍ ກໍມັກຈະເຂົ້າໄປຊ່ວຍເຫຼືອ ເຊັ່ນດຽວກັນກັບ ຣຽວໂກະ ອີວະຕະເກະ (Ryoko Iwatake) ຍິງຄົນ ຍີ່ປຸ່ນໄວ 43 ປີ, ທີ່ມາອາໄສຢູ່ ປະເທດລາວ ໄດ້ປະມານ 10 ປີແລ້ວ ແລະ ກໍເປັນຜູ້ສ້າງກຸ່ມ Temple Cats In Laos ຫຼື ແມວວັດ ໃນ ປະເທດລາວ,

ຣຽວໂກະເປັນຄົນໜຶ່ງທີ່ມັກລ້ຽງສັດເປັນຊີວິດຈິດໃຈ ໂດຍສະເພາະ ແມ່ນແມວ, ເຊິ່ງສາເຫດຫຼັກໆ ທີ່ເຂົາຕັ້ງກຸ່ມ Temple Cats ຂຶ້ນມາ ເນື່ອງຈາກວ່າ ສ່ວນໃຫຍ່ແລ້ວແມວມັກຈະພົບເຫັນຫຼາຍທີ່ສຸດແມ່ນຢູ່ໃນວັດ ເຊິ່ງເປັນແມວບໍ່ມີເຈົ້າຂອງ ຫຼື ແມວຈອນຈັດ ດັ່ງນັ້ນ, ດ້ວຍຄວາມທີ່ເຂົາຢາກຈະຊ່ວຍເຫຼືອແມວ ຈຶ່ງໄດ້ຕັ້ງກຸ່ມ Temple Cat ຫຼື ແມວວັດ ຂຶ້ນມາ ເພື່ອຢາກແນະນຳໃຫ້ທຸກຄົນໄດ້ຮູ້ຈັກ ແລະ ຢາກລາຍງານເຖິງກິດຈະກໍາຕ່າງໆ ກ່ຽວກັບແມວທີ່ເຂົາຊ່ວຍເຫຼືອ ໃຫ້ຜູ້ທີ່ຮັກແມວໄດ້ຮູ້ນຳ. 

ຣຽວໂກະ ອີວະຕະເກະ (Ryoko Iwatake)

ຣຽວໂກະ ກ່າວວ່າ: ເວົ້າເຖິງບັນຫາຂອງການລ້ຽງແມວ ຢູ່ໃນ ລາວ ຖ້າຈະເບິ່ງສິ່ງທີ່ເຫັນເປັນບັນຫາຫຼັກໆ ແມ່ນຜູ້ຄົນທີ່ລ້ຽງແມວສ່ວນໃຫຍ່ ບໍ່ໄດ້ເອົາໃຈໃສ່ພວກມັນພໍປານໃດ ແລະ ບໍ່ມັກສັກວັກຊີນກັນພະຍາດໃຫ້ພວກມັນ, ບໍ່ເຮັດໝັນໃຫ້ມັນ ແລະ ເວລາທີ່ພວກມັນເຈັບປ່ວຍ ກໍບໍ່ມັກເອົາພວກມັນໄປໂຮງໝໍ ຫຼື ຄລີນິກ.  

ບ່ອນສະແດງໂຄສະນາ

ແມວທີ່ ຣຽວໂກະ ຊ່ວຍສ່ວນໃຫຍ່ຈະເປັນແມວທີ່ຖືກຖິ້ມ, ແມວທີ່ໄດ້ຮັບບາດເຈັບຈາກການຖືກໝາກັດ ແລະ ແມວທີ່ບໍ່ມີອາຫານກິນ ແຕ່ຖ້າຫາກສັດທີ່ຖືກປະຖິ້ມມີຂະໜາດນ້ອຍເກີນໄປ ເຂົາກໍຈະເອົາພວກມັນໄປທີ່ເຮືອນເພື່ອລ້ຽງ ແລະ ເບິ່ງແຍງມັນກ່ອນ, ພ້ອມທັງສັກຢາວັກຊີນໃຫ້ ແລ້ວຊອກຫາເຮືອນໃຫ້ພວກມັນ  

ຣຽວໂກະ ບອກວ່າ: ຖ້າຫາກມີຄົນຢາກໄດ້ ແມວ ທີ່ເຂົາກຳລັງເບິ່ງແຍງຢູ່ໄປລ້ຽງ, ຂ້ອຍຢາກໃຫ້ແນ່ໃຈວ່າເຮືອນຂອງຜູ້ທີ່ຈະລ້ຽງນັ້ນ ມີຄົນຢູ່ບ້ານຕະຫຼອດ ເພາະສັດລ້ຽງຕ້ອງການຄວາມເອົາໃຈໃສ່ເຊັ່ນດຽວກັນກັບຄົນ ແລະ ຢາກໃຫ້ພວກເຂົາ ພາສັດລ້ຽງຂອງເຂົາໄປ ຄລີນິກ ເພື່ອສັກວັກຊີນ ແລະ ເຮັດໝັນໃຫ້ກັບພວກມັນ. ແຕ່ສຳລັບສັດລ້ຽງຂອງຂ້ອຍເອງແລ້ວ ຂ້ອຍສາມາດຈ່າຍໄດ້ເພື່ອພວກມັນ, ແຕ່ເຂົາເຈົ້າທີ່ເປັນຜູ້ເອົາໄປລ້ຽງຕໍ່ ກໍຕ້ອງພາພວກມັນໄປເອງ.  

ຣຽວໂກະ ກ່າວຕື່ມວ່າ: ຂ້ອຍເຫັນຫຼາຍຄົນໂພສໃນ ເຟສບຸກ ວ່າ ເມື່ອສັດລ້ຽງຂອງເຂົາເຈົ້າເຈັບ ສ່ວນໃຫຍ່ເຂົາມັກຈະຖາມກ່ຽວກັບການປິ່ນປົວຂອງສັດແຕ່ບໍ່ຍອມເອົາສັດໄປຄລີນິກເລີຍ. ສຳລັບຂ້ອຍແລ້ວຄິດວ່າ ເຂົາເຈົ້າຄວນພາສັດທີ່ປ່ວຍ ໄປຄລີນິກເລີຍ ແທນການຖາມໃນ ເຟສບຸກ, ເພາະມັນສະແດງໃຫ້ເຫັນເຖິງຄວາມຮັກ ແລະ ຄວາມເອົາໃຈໃສ່ຕໍ່ສັດລ້ຽງຂອງພວກເຈົ້າ ແລະ ຍັງມີອີກຫຼາຍຄົນ ທີ່ກໍາລັງຊອກຫາບ່ອນຢູ່ໃໝ່ ໃຫ້ກັບສັດລ້ຽງຂອງພວກເຂົາ ເນື່ອງຈາກບໍ່ຢາກລ້ຽງແລ້ວ. ເຊິ່ງນີ້ແມ່ນບັນຫາໜຶ່ງທີ່ເຮັດໃຫ້ສັງຄົມ ມີສັດທີ່ຖືກປະຖິ້ມຫຼາຍ. 

 ເມື່ອພວກເຮົາມີສັດລ້ຽງ ເຮົາຕ້ອງຄິດວ່າ ສັດຈະມີຊີວິດຢູ່ໄດ້ປະມານ 15  ປີ, ເພາະຖ້າເຮົາມີສັດລ້ຽງໄວ້ໃນເຮືອນແລ້ວ ຕ້ອງຮູ້ຈັກມີຄວາມຮັບຜິດຊອບຕໍ່ຊີວິດຂອງພວກມັນທັງໝົດ” ຣຽວໂກະ ກ່າວ.   

Hits: 2

ບ່ອນສະແດງໂຄສະນາ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້