ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ເຜົ່າຕອງເຫຼືອງ ຫຼື “ຄົນປ່າ” ອີກຊື່ໜຶ່ງທີ່ເຮົາມັກໄດ້ຍິນ ຊຶ່ງມີຊື່ເອີ້ນຢ່າງເປັນທາງການວ່າ ເຜົ່າກຣີ  ໂດຍຈະດຳລົງຊີວິດຢູ່ໃນປ່າ ແລະ ໃຊ້ໄມ້ຈາກທໍາມະຊາດມາປຸກເປັນທີ່ຢູ່ອາໄສໂດຍສະເພາະແມ່ນການນໍາເອົາໃບຕອງມາມຸງເຮືອນ ເມື່ອໃດທີ່ຕອງເຫຼືອງ ຫຼື ໃບຕອງແຫ້ງຕາຍແລ້ວກໍຈະພາກັນຍົກຍ້າຍຖິ່ນຖານໄປຢູ່ບ່ອນໃໝ່.

ເຜົ່າຕອງເຫຼືອງເປັນອີກຊົນເຜົ່າໜຶ່ງທີ່ບໍ່ມີທີ່ຢູ່ອາໄສຖາວອນ ເຊິ່ງເຂົາເຈົ້າຖືວ່າຖ້າເມື່ອໃດໃບຕອງເຫຼືອງແລ້ວນັ້ນກໍຈະສະແດງໃຫ້ເຫັນຄວາມອຸດົມສົມບູນຂອງພືດຜັກ ແລະ ໝາກໄມ້ຢູ່ເຂດດັ່ງກ່າວໄດ້ຫຼຸດໜ້ອຍຄອຍລົງ ດັ່ງນັ້ນ ຈຶ່ງຈໍາເປັນຕ້ອງໄດ້ຍ້າຍໄປປັກຫຼັກຖິ່ນຖານຢູ່ພູຜາປ່າດົງຕໍ່ໄປ ໂດຍທີ່ເຂົາເຈົ້າຈະອາໄສແຈກຍ້າຍຢູ່ເປັນແຕ່ລະຄອບຄົວຕາມປ່າດົງຕ່າງໆ 

ອາຫານຫຼັກຂອງ ເຜົ່າຕອງເຫຼືອງ ແມ່ນການຫາກິນເຜືອກ, ກິນມັນ, ໜໍ່ໄມ້, ໝາກໄມ້ຕາມລະດູການ ແລະ ສັດທີ່ເຂົາເຈົ້າຫາມາໄດ້ ພ້ອມກັນນັ້ນ ຊົນເຜົ່າຕອງເຫຼືອງຍັງມີພາສາປາກເວົ້າທີ່ເປັນເອກະລັກສະເພາະຂອງເຂົາເຈົ້າ ແລະ ໜຶ່ງໃນພາສາທີ່ຖືກປະກອບສ່ວນເຂົ້າໃນຄັງສາງພາສາຂອງໂລກນັ້ນກໍຄື ພາສາມຣາບຣີ (Mrabri) ຈາກການຄົ້ນຄວ້າຂອງນັກວິຊາການຫຼາຍທ່ານໄດ້ຈັດພາສາ ມຣາບຣີ ເຂົ້າໃນໝວດພາສາ “ມອນຂະແມ”.

ບ່ອນສະແດງໂຄສະນາ

ໃນເມື່ອກ່ອນ ຄົນເຜົ່າຕອງເຫຼືອງ ເຂົາເຈົ້າຈະບໍ່ນຸ່ງເຄື່່ອງຄືຄົນທົ່ວໄປ ເຂົາເຈົ້າພຽງແຕ່ເອົາເປືອກໜ້ອງມາທັບໃຫ້ອ່ອນຄືກັບເປືອກໄມ້ ແລ້ວກໍ່ເອົາປິດແຕ່ອະໄວຍະວະເພດ ແຕ່ມາຮອດປັດຈຸບັນນີ້ ເຂົາເຈົ້າກໍໄດ້ນຸ່ງໂສ້ງ, ເສື້ອຄືກັບຄົນທົ່ວໄປແຕ່ເຂົາເຈົ້າຈະບໍ່ຊັກເຄື່ອງ ນອກຈາກວ່າເຄື່ອງນຸ່ງຂາດຫຼາຍ ແລະ ໃຊ້ບໍ່ໄດ້ແລ້ວພວກເຂົາກໍຈະຖິ້ມ ເນື່ອງຈາກວ່າພວກເຂົາມັກຄວາມລຽບງ່າຍ ບໍ່ຄ່ອຍສົນໃຈກັບວັດຖຸພາຍນອກ ແລະ ເຄື່ອງນຸ່ງຫົ່ມ ໃນຍາມກາງຄືນບໍ່ວ່າລະດູໃດໆກໍຕາມພວກເຂົາຈະບໍ່ໃຊ້ຜ້າຫົ່ມມີພຽງແຕ່ເອົາໄມ້ມາດັງໄຟໃຫ້ຄວາມອົບອຸ່ນເທົ່ານັ້ນ ຖ້າຫາກມີຄົນບໍ່ຄຸ້ນໜ້າໄປຫາ ຫຼື ເວລາພົບສັດຮ້າຍອື່ນໆ ຄົນເຜົ່າຕອງເຫຼືອງ ຈະສົ່ງສັນຍານບອກໃຫ້ກັນຮູ້ດ້ວຍ ການກູກ ຫຼື ການເປົ່າໃບໄມ້ ເປັນສັນຍານລັບ ແລະ ເມື່ອປອດຈາກອັນຕະລາຍແລ້ວ ພວກເຂົາກໍ່ມີສັນຍານສົ່ງຫາກັນແບບໃໝ່ພິເສດຕື່ມອີກ.

ເຜົ່າຕອງເຫຼືອງ ເປັນຄົນມັກມ່ວນ ດັ່ງນັ້ນພວກເຂົາກໍຈະມີເຄື່ອງດົນຕີທີ່ປະດິດມາຈາກທໍາມະຊາດນັ້ນກໍຄື ເຕັ່ງ ເຊິ່ງມັນມີລັກສະນະຄ້າຍຄືກັບ ກີ່ຕ້າ, ແຕ່ສາຍຂອງເຄື່ອງດົນຕີນັ້ນແມ່ນເຮັດດ້ວຍຫວາຍ ເວລາທີ່ໄດ້ກິນອາຫານອີ່ມ ຫຼື ໄດ້ສິ່ງໃດສິ່ງໜຶ່ງມາທີ່ຖືກໃຈ ພວກເຂົາກໍມັກຈະຂັບລຳໃຫ້ກັນຟັງ ໂດຍຈະມີເນື້ອໃນຂອງບົດຂັບລຳປະມານວ່າ: “ເຮົານີ້ເອົາປ່າເປັນເຮືອນ ເອົາເດືອນດາວເປັນແສງໄຟໄຕ້ ເອົາຕົ້ນໄມ້ມາເຮັດໝອນ ເຖິງຍາມນອນ ທາງຫົວມີມົດລີ້ນ ທາງຕີນມີມົດງ່າມ ສອງຟາກຂ້າງ ມີແຕ່ປຸ້ມມົດສະນອຍ ສຸກໃຈເດ…!”

ມາເຖິງປັດຈຸບັນນີ້ ຄົນປ່າກໍໄດ້ເລີ່ມຄຸ້ນເຄີຍກັບຄົນທົ່ວໄປແລ້ວ, ພວກເຂົາໄດ້ມີວິວັດທະນາການ ແລະ ໄດ້ມີການຫັນມາຮູ້ຈັກການເອົາໄມ້ມາດັດແປງຮັບໃຊ້ຊີວິດການເປັນຢູ່ຂອງເຂົາເຈົ້າ ຫຼື ບາງຄັ້ງບາງຄາວເຂົາເຈົ້າກໍມັກຈະນໍາເອົາອາຫານທີ່ຫາມາໄດ້ໄປແລກປ່ຽນເອົາມີດ, ພ້າ, ສຽມ ຫຼື ເຄື່ອງນຸ່ງຫົ່ມຕ່າງໆນຳຄົນທີ່ຢູ່ໃນບ້ານ ຫຼື ໃນເມືອງ

ເຖິງແນວໃດກໍຕາມການດຳລົງຊີວິດຂອງຄົນປ່າ ກໍຍັງພົບບັນຫາຫຼາຍຢ່າງເປັນຕົ້ນແມ່ນ ການຕັດຕົ້ນໄມ້, ຖືກບາດເຈັບ ຫຼື ຖືກສັດທຳຮ້າຍ ຊຶ່ງບາງຄັ້ງ ແມ່ຍິງ ແລະ ເດັກນ້ອຍ ຕົກນໍ້າຕາຍ ຫຼື ເປັນໄຂ້ສັ່ນແລ້ວກໍລົ້ມຕາຍໄປ ຊົນເຜົ່ານີ້ມີອັດຕາການເກີດໜ້ອຍກ່ວາການຕາຍ ຈຶ່ງເຮັດໃຫ້ມີຈຳນວນປະຊາກອນຫຼຸດໜ້ອຍຖອຍລົງໄປເລື້ອຍໆ.

ຂໍ້​ມູນຈາກ: Tourism Information Center – Laos ສູນຂໍ້ມູນການທ່ອງທ່ຽວລາວ

Hits: 0

ບ່ອນສະແດງໂຄສະນາ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້