ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ໃນ ປັດຈຸບັນ  ການນໍາໃຊ້ປລາສຕິກ ຖືວ່າເພີ່ມຂຶ້ນຫຼາຍຢູ່ໃນສັງຄົມ ເເລະ ປລາສຕິກ ໄດ້ປະກອບຢູ່ໃນເກືອບທຸກຜະລິດຕະພັນໄປແລ້ວ ລວມທັງການກ້າເບ້ຍໄມ້ທີ່ພົບເຫັນຫຼາຍ ໃນຮູບແບບຫຸ້ມຫໍ່ ທີ່ເປັນຖົງປລາສຕິກສີດໍາ  ຫຼື ເປັນຖັງຢາງ. ນອກຈາກ ຈະກາຍເປັນສິ່ງເສດເຫຼືອ ທີ່ໃຊ້ປະໂຫຍດບໍ່ໄດ້ ຫຼັງຈາກການປູກຕົ້ນໄມ້ແລ້ວ ມັນກໍຍັງເປັນສິ່ງເສດເຫຼືອທີ່ນໍາໄປໃຊ້ຄືນໃໝ່ບໍ່ໄດ້ອີກດ້ວຍ.

ເມື່ອບໍ່ດົນມານີ້ ໄດ້ມີນັກສຶກສາ ຈາກ ຄະນະວິທະຍາສາດ ສິ່ງແວດລ້ອມ, ພາກວິຊາເຕັກໂນໂລຊີ ສິ່ງແວດລ້ອມ ມະຫາວິທະຍາໄລ ແຫ່ງຊາດ, ເຊິ່ງເປັນຜູ້ຄົ້ນຄິດບົດວິໄຈ ໃນຫົວຂໍ້ ” ລັກສະນະທາງກາຍະພາບ ແລະ ການຈະເລີນເຕີບໂຕຂອງເບ້ຍໄມ້ ໃນກະຖັງກ້າເບ້ຍໄມ້ທີ່ຜະລິດຈາກເສັ້ນໄຍໝາກພ້າວ ປະສົມ ກັບຂີ້ເລື່ອຍ ”.

ມື້ນີ້ ອິນໄຊລາວ ໄດ້ມີໂອກາດສໍາພາດ ນາງ ກອງເພັດ ໄຊຍະລາດ ແລະ ນາງ ບີນໍ້າທິບ ທຳມະວົງ, ຜູ້ທີ່ໄດ້ຄິດຄົ້ນ ແລະ ເຮັດການວິໄຈ ການຜະລິດ ກະຖັງກ້າເບ້ຍໄມ້ ທີ່ຜະລິດຈາກເສັ້ນໄຍໝາກພ້າວ ປະສົມ ກັບຂີ້ເລື່ອຍໄດ້ໃຫ້ສໍາພາດວ່າ “ເຫດຜົນທີ່ເຮັດບົດວິໄຈ ໃນຫົວຂໍ້ນີ້ ກໍເພື່ອຢາກຫຼຸດປະລິມານການນໍາໃຊ້ສິ່ງເສດເຫຼືອທີ່ເປັນປລາສຕິກໃນສັງຄົມໃຫ້ຫຼຸດລົງ ໂດຍສະເພາະ ການໃຊ້ຖົງຢາງດຳກ້າເບ້ຍໄມ້ປລາສຕິກ ທີ່ເປັນສິ່ງເສດເຫຼືອທີ່ໃຊ້ປະໂຫຍດຕໍ່ບໍ່ໄດ້ ເເລະ ສ້າງທາງເລືອກໃຫ້ ຊາວກະສິກອນ ໄດ້ນໍາໃຊ້ວັດສະດຸທີ່ເປັນມິດກັບສິ່ງແວດລ້ອມ ໂດຍການນໍາເອົາສິ່ງເສດເຫຼືອກັບມານໍາໃຊ້ຄືນໃໝ່ຢ່າງມີປະສິດທິພາບ.”

ບ່ອນສະແດງໂຄສະນາ

ເຊິ່ງວັດຖຸດິບທີ່ໃຊ້ໃນການຜະລິດກໍມີ 3 ຢ່າງກໍຄື: ກາບໝາກພ້າວ, ຂີ້ເລື່ອຍ ແລະ ແປ້ງສິງກະໂປ. ເຊິ່ງຜະລິດໃນອັດຕາສ່ວນ 3:3:2 (ໂດຍນ້ຳໜັກ). ເຊິ່ງໄດ້ທົດລອງໃນກະຖັງ 3 ຮູບແບບເຊັ່ນ: ກະຖັງ T1 ກະຖັງໄຍໝາກພ້າວ 100%, T2 ກະຖັງຂີ້ເລື່ອຍ 100% ແລະ T3 ກະຖັງໄຍໝາກພ້າວປະສົມຂີ້ເລື່ອຍ ຢ່າງລະ 50% ເຊິ່ງໃຊ້ເວລາໃນການທົດລອງ 8 ອາທິດ.

ຜົນການທົດລອງພົບວ່າ ກະຖັງທີ່ເປັນໄຍໝາກພ້າວ ແລະ ຂີ້ເລື່ອຍ ທັງໝົດ ນັ້ນສາມາດດູດຊຶມນໍ້າໄດ້ສູງທີ່ສຸດເຖິງ 185% ແລະ ກະຖັງທີ່ເປັນໄຍໝາກພ້າວປະສົມກັບຂີ້ເລື່ອຍດູດຊຶມນໍ້າໄດ້ 122%, ແຕ່ເມື່ອທຽບກັບກະຖັງທີ່ເປັນຖົງຢາງດໍາຫຸ້ມຫໍ່ແລ້ວມີອັດຕາດູດຊຶມນໍ້າໄດ້ພຽງແຕ່ 37.5%.

ນາງ ກອງເພັດ ແລະ ນາງ ບີນໍ້າທິບ ກ່າວຕື່ມວ່າ ພາຍຫຼັງທີ່ສໍາເລັດການວິໄຈ ເເລະ ຜະລິດ ກະຖັງກ້າເບ້ຍໄມ້ ທີ່ຜະລິດຈາກໄຍໝາກພ້າວປະສົມກັບຂີ້ເລື່ອຍ ກໍໄດ້ນຳເອົາກະຖັງມາທົດລອງກ້າ ເບ້ຍໝາກຫຸ່ງ ເຊິ່ງຜົນອອກມາແມ່ນມີການຈະເລີນເຕີບໂຕໄດ້ດີ.

ສຳລັບວິທີການ ແລະ ຂັ້ນຕອນການເຮັດກໍຄື:

– ນໍາເອົາ ກາບໝາກພ້າວ ມາແຊ່ນໍ້າເປັນເວລາ 3 ວັນ ຫຼື 72 ຊົ່ວໂມງ ໂດຍມີການປ່ຽນນໍ້າທຸກໆວັນ.

– ແລ້ວນໍາໄປຕາກແດດ 1 ວັນເພື່ອກໍາຈັດ ສານເທນນິນ ທີ່ເປັນອັນຕະລາຍຕໍ່ການຈະເລີນເຕີບໂຕຂອງພືດ.

– ຈາກນັ້ນ ນໍາມາຈີກເປັນເສັ້ນໄຍໃຫ້ມີຂະໜາດນ້ອຍກວ່າ 5-6 cm.

– ນໍາເອົາຂີ້ເລື່ອຍມາຮ່ອນຜ່ານຕາໜ່າງທີ່ມີຂະໜາດ 2 mm.

– ນໍາເອົາແປ້ງສິງກະໂປມາຄົນໃສ່ນໍ້າໃນອັດຕາສ່ວນ 200 g ຕໍ່ນໍ້າ 1,500 ml.

– ນໍາໄປຕົ້ມໃນອຸນຫະພູມ 75 °C ເປັນເວລາ 10 ນາທີ ແປ້ງປຽກຈະມີລັກສະນະໜຽວ.

– ນໍາເອົາວັດຖຸດິບມາຄົນໃຫ້ເຂົ້າກັນ ແລ້ວນໍາມາຮ່າຍໃສ່ແມ່ພິມ.

– ນໍາໄປອັດໃນເຄື່ອງອັດໜີບກະຖັງກ້າເບ້ຍໄມ້ທີ່ດັດແປງມາຈາກເຄື່ອງອັດລູກໝາກ ໂດຍໃຊ້ແຮງອັດຢູ່ທີ່  6 kpa.

– ປະໄວ້ໃຫ້ແຫ້ງ 3 ວັນ ຫຼື 72 ຊົ່ວໂມງ.

ສຳລັບ ກະຖັງທີ່ເປັນໄຍໝາກພ້າວ ແລະ ກະຖັງທີ່ເປັນໄຍໝາກພ້າວ ປະສົມ ກັບຂີ້ເລື່ອຍນັ້ນ ສາມາດຍ່ອຍສະຫຼາຍໄດ້, ສາມາດນໍາໄປກ້າເບ້ຍໄມ້ໄດ້, ບໍ່ເປັນອັນຕະລາຍຕໍ່ພືດ, ເປັນການນໍາເອົາສິ່ງເສດເຫຼືອກັບມານໍາໃຊ້ຄືນໃໝ່ ເເລະ ປະຢັດຄ່າໃຊ້ຈ່າຍ, ຫຼຸດຜ່ອນການນຳໃຊ້ຖົງຢາງດໍາ ທີ່ເປັນປລາສຕິກ ຈາກການກ້າເບ້ຍໄມ້ໄດ້ເປັນຢ່າງດີ.

Hits: 0

ບ່ອນສະແດງໂຄສະນາ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້