ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຫຼັງຈາກບຸນອອກພັນສາສຳເລັດແລ້ວ ໃນໄລຍະເດືອນຕຸລາ ຫາ ເດືອນ ພະຈິກ ຄົນລາວຊາວພຸດກໍ່ຈະນິຍົມເຮັດບຸນກະຖິນ ໂດຍສືບຕໍ່ກັນມາເປັນເວລາດົນນານ

ແຕ່ຫຼາຍຄົນກໍ່ຄົງຈະຍັງບໍ່ຮູ້ເຖິງຄວາມເປັນໄປເປັນມາຂອງປະເພນີດັ່ງກ່າວ, ມື້ນີ້ ອິນໄຊລາວ ຈື່ງນຳເອົາປະຫວັດຄວາມເປັນມາຂອງບຸນກະຖິນ ມາໃຫ້ໄດ້ສຶກສາໄປນຳກັນ

ຮູບພາບຈາກ ວັດວຽງທອງ

ເດີມທີຄວາມເປັນມາຂອງງານກະຖິນມີເລື່ອງເລົ່າວ່າ: ໃນຄັ້ງພຸດທະການມີພິກຂຸຊາວເມືອງປາຖາ 30 ອົງ ຊຶ່ງເປັນຜູ້ຖື ການຢູ່ປ່າ ການທ່ຽວບິນທະບາດ ນົ່ງຫົ່ມຜ້າບັງສະກຸນ(ຜ້າເກັບຕົກຈາກ ທີ່ຕ່າງໆ ມາປະຕິດປະຕໍ່ ເຮັດເປັນຈີວອນ) ຫລືໃຊ້ ຜ້າ 3ຜືນ (ຜ້າຈີວອນ ສັງຄາຕິ ແລະຜ້າສະບົງ ບໍ່ເກີນກວ່ານັ້ນ) ເດີນທາງ ໄປເຂົ້າເຝົ້າ ພຣະ ພຸດທະເຈົ້າ ແຕ່ເນື່ອງດ້ວຍຫົນທາງໄກ ໄປບໍ່ທັນ ວັນເຂົ້າພັນສາມາເຖິງກ່ອນ ໂດຍເຫລືອລະຍະທາງອີກ 6 ໂຍດ (ປະມານ 96km) ຈິ່ງເຖິງພຣະນະຄອນສາວັດຖີ ຈຶ່ງຈຳໃຈ ຈຳພັນສາ ທີ່ເມືອງສາເກດ ຕລອດລະຍະ 3 ເດືອນ ມີຄວາມລະນຶກ ເຖິງສົມເດັດພຣະບໍຣົມມະສາສດາຢູ່ສະເໝີ

ບ່ອນສະແດງໂຄສະນາ

ເມື່ອອອກພັນສາແລ້ວ ຈິ່ງພາກັນເດີນທາງມາເຝົ້າ ພຣະພຸທທະເຈົ້າທີ່ ວັດເຊຕະວັນມະຫາວິຫາຣ ພຣະນະຄອນສາວັດຖີ ໃນຂະນະທີ່ຜ້າຈີວອນຍັງປຽກ ຊູ່ມດ້ວຍນ້ຳຝົນຢູ່ ຄືຕ້ອງເດີນທາງລຸຍນ້ຳ ລຸຍຕົມ ເພາະ ລະຍະທາງທີ່ເດີນທາງ ໄປນັ້ນ ຝົນຍັງຕົກຫນັກຢູ່ ພິກຂຸເຫລົ່ານັ້ນໄດ້ຮັບ ຄວາມລຳບາກ ເນື່ອງດ້ວຍຜ້າ ຈີວອນ ທີ່ເປື້ອນຕົມ ແລະປຽກຊຸ່ມດ້ວຍນ້ຳຝົນ ພຣະພຸດທະເຈົ້າຈິ່ງຊົງຖືເປັນມູນ ເຫດຊົງມີ ພຸດທານຸຍາດໃຫ້ພິກ ຂຸທີ່ ຈຳພັນສາຄົບ 3 ເດືອນກຣານກະຖິນໄດ້ ຄຳວ່າກຣານ ເປັນພາສາຂະເມນ ແປວ່າ ຂຶງ ຄື: ເຮັດໃຫ້ຕຶງ ກໍ່ ຄືເອົາ ຜ້າທີ່ຈະຫຍິບເປັນຈີວອນ ເຂົ້າໄປຂຶງທີ່ໄມ້ສະດຶງນັ້ນ ຄຳວ່າກະຖິນ ເປັນພາສາ ບາລີ ໃນຫນັງສືສາດສະໜາ ພິທີສະບັບ ກົມການສາດສະໜາໃຫ້ຄວາມຫມາຍວ່າ ກະຖິນ ແປວ່າ ຂອບໄມ້ ຫລື ໄມ້ ແບບສຳຫລັບຂຶງເພື່ອຕັດຫຍິບ ຜ້າຈີວອນ ຂອງພຣະພິກຂຸ.

ຮູບພາບຈາກ ວັດວຽງທອງ

ການທອດກະຖິນ ຫຼື ການຖວາຍຜ້າກະຖິນ ຄືການທີ່ຄະລືຫັດ ຜູ້ມີສັດທາ ຫຼື ແມ້ແຕ່ພິກຂຸ ສາມະເນນກໍ່ດີ ນຳຜ້າໄປຖວາຍແກ່ສົງຜູ້ຈຳພັນສາແລ້ວ ໃນວັດໃດວັດຫນຶ່ງ ເພື່ອທຳເປັນຜ້າກະຖິນ ເອີ້ນຕາມຄຳທໍາມະດາວ່າ ‘ທອດກະຖິນ’ ສ່ວນມະຫາກະຖິນ (ກະຖິນໃຫຍ່) ຫຼືເອີ້ນວ່າ ກະຖິນສາມັກຄີ ນັ້ນກະກຽມກັນຫລາຍວັນພ້ອມພຽງຈິ່ງຖວາຍ

ເພື່ອກ່າວໃຫ້ເຂົ້າໃຈງ່າຍຂຶ້ນ ອົງປະກອບໃນງານກະຖິນມີ 6 ຢ່າງ ຄື:

ຮູບພາບຈາກ ວັດວຽງທອງ
  1. ພຣະສົງ: ວັດທີ່ຈະຮັບກະຖິນຕ້ອງມີພຣະສົງ 5 ອົງຂຶ້ນໄປ (ທີ່ຕ້ອງມີ 5 ອົງ ເພາະອົງ 1 ຕ້ອງເປັນອົງຮັບເພື່ອ 4 ອົງທີ່ເຫລືອ ຈິ່ງປະກອບສັງຄະກັມໄດ້
  2. ຄາຣາວາດຜູ້ຖວາຍ: ການຈອງກະຖິນໂດຍທົ່ວໄປ ນິຍົມຂຽນເປັນ ຫນັງສືຈອງກະຖິນໄປຕິດ ຍັງວັດທີ່ຈະທອດຖວາຍ ເປັນການນິມົນພຣະສົງໃຫ້ຮັບຊາບວັນເວລາທີ່ຈະໄປທອດ ຫຼື ຈະໄປນະມັດສະການເຈົ້າອະທິການວັດໃຫ້ຮັບຊາບໄວ້ກໍ່ໄດ້
  3. ຜ້າທີ່ຈະຖວາຍ: ຈະເປັນຜ້າເກົ່າ ຫຼື ເປັນຜ້າໃຫມ່ກໍ່ໄດ້ ແຕ່ຕ້ອງເປັນຜ້າ ທີ່ບໍ່ຕ້ອງອະທິກອນມາກ່ອນ (ຄືບໍ່ມີມົນທີນທາງ ພຣະວິໄນ ແລະ ຄະດີຄວາມທາງ ບ້ານເມືອງ)
  4. ເວລາທີ່ຖວາຍ: ຕ້ອງຢູ່ໃນເຂດກະຖິນ ຄື: ຕັ້ງແຕ່ແຮມ 1 ຄ່ຳ ເດືອນ 11 ເຖິງຂຶ້ນ 15 ຄໍ່າເດືອນ 12
  5. ສະຖານທີ່ຖວາຍ: ຕ້ອງເປັນເຂດວັດທີ່ມີພຣະສົງຈໍາພັນສາຕົ້ນ (ພັນສາຕົ້ນຄືແຕ່ເດືອນ 8 ເພັງ ໄປ
  6. ອານິສົງ ເພື່ອສະແດງອອກຂອງ ພິກຂຸທີ່ໄດ້ຈຳພັນສາຢູ່ຮ່ວມກັນ ແລະ ໄດ້ຮັບ ອານິສົງ(ມີສິດທິ) 5 ປະການຄື:
    (1) ໄປໃສບໍ່ຕ້ອງບອກລາພິກຂຸອື່ນ
    (2) ໄປທາງໃດບໍ່ຕ້ອງນໍາເອົາຜ້າໄຕຈີວອນໄປທັງໄຕ
    (3) ສັນອາຫານຮ່ວມກຸ່ມກັນໄດ້
    (4) ເກັບຜ້າໄວ້ໄດ້ ຫລາຍຜືນຕາມ ຄວາມຕ້ອງການ
    (5) ຜ້າທີ່ເກີດຂຶ້ນໃນວັດພິກຂຸອົງທີ່ຮັບກະຖິນນັ້ນ ຍັງມີສິດໄດ້ຮັບສ່ວນແບ່ງນັ້ນດ້ວຍ.

ສ່ວນອານິສົງ ຫຼື ປະໂຫຍດທາງຄາຣະວາດ:
(1) ຈະເປັນຜູ້ມີຊື່ສຽງດັງໄປ ທົ່ວທຸກທິດ
(2) ເປັນຜູ້ສືບອາຍຸພຣະພຸດທະສາສນາ ເພາະເປັນຜູ້ໃຫ້ກໍາລັງ ສະນັບສະໜຸນແກ່ພຣະສົງ
(3) ເປັນການຮັກສາປະເພນີທີ່ດີງາມໄວ້ ບໍ່ໃຫ້ ເສື່ອມສູນໄປ
(4) ເປັນການປະຕິບັດຕາມພຸດໂທວາດຂອງພຣະບໍຣົມມະສາສດາ
(5) ເປັນການກະທຳຊັບແລະຊີວິດໃຫ້ມີສາຣະແກ່ນສານ
(6) ເປັນການສ້າງ ຄວາມສາມັກຄີໃນລະຫວ່າງພຸດທະບໍຣິສັດ
(7) ເປັນການສະສົມທືນຄືສ້າງບຸນ ກຸສົນໄວ້ໃນພາຍພາກຫນ້າ ແລະ
(8) ເປັນການສ້າງທາງໄປສວັນແລະນິບພານ ໃຫ້ ແກ່ຕົນເອງ.

ອ້າງອີງມາຈາກ
[1] ວິໄນປິດົກມະ ຳກຫາວິພັງ (ພາສາໄທຍ) ເລ່ມທີ່ 5 ຂໍ້ທີ່ 306 ຫນ້າທີ່ 145 ຫລືພຣະໄຕຣປິດົກພາສາໄທຍ,ສະບັບມະຫາຈຸລາລົງກອນຣາດຊະວິທະຍາໄລ.
[2] ພຣະພຣົມຄຸນາພອນ(ປ.ອ.ປະຍຸຕໂຕ), ພົຈນານຸກຣົມສະບັບປະມວລສັບ, ມະຫາຈຸລາລົງກອນ ຣາດຊະວິທະຍາໄລ ພ.ສ.2536, ຫນ້າ 6-7.
[3] ຖ້າພຣະ 1 ອົງຄ໌ຮຽກວ່າ ພິກຂຸ; ພຣະ 2-3 ອົງຄ໌ຮຽກວ່າຄະນະ ຖ້າພຣະ 4 ອົງຄ໌ຂຶ້ນໄປຮຽກວ່າສົງຄ໌;
[4] ກົມການສາສນາກະຊວງສຶກສາທິການ, ສາສນະພິທີກະບັບກົມການສາສນາ,(ໂຮງພິມກົມການສາສນາ,2523), ຫນ້າ 177-190

ບ່ອນສະແດງໂຄສະນາ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້