ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ແຂວງຜົ້ງສາລີ ເປັນແຂວງທີ່ຢູ່ທາງທິດເໜືອສຸດຂອງ ປະເທດລາວ, ເປັນແຂວງທີ່ ມີຮ່ອງຮອຍປະຫວັດສາດ ແລະ ຊົນເຜົ່າຕ່າງໆ ຢ່າງຫລາກຫລາຍ. ຫລາຍທ່ານ ຈະສັງເກດເຫັນວ່າພູມສາດຂອງແຂວງ ຢື່ນລ້ຳເຂົ້າໄປໃນເຂດແດນ ມົນທົນຢຸນນານ ສປ ຈີນ, ຕາມເອກະສານປະຫວັດສາດ ລາຊະອານາຈັກລາວ ຂອງ ທ່ານ ບຸນຊ່ວຍ ສີສະຫວັດ ທີ່ໄດ້ຂຽນໄວ້ຢ່າງໜ້າສົນໃຈ ໄດ້ກ່າວໄວ້ວ່າ:

ແຂວງ ຜົ້ງສາລີ ມີພົນລະເມືອງສ່ວນຫລາຍເປັນຄົນໄຕລື້ ມີເມືອງເອກ ຄືເມືອງ ຟອງສາລີ, ເມືອງຈວາ (ເມືອງຂວາ) ແລະ ເມືອງອູໃຕ້. ເມືອງຮອງລົງມາແມ່ນເມືອງ ອູເໜືອ, ເມືອງບຸນເໜືອ ແລະ ເມືອງບຸນໃຕ້. ແຕ່ເດີມບັນດາເມືອງຕ່າງໆ ທີ່ຢູ່ໃນແຂວງຟອງສາລີ ແມ່ນເຄີຍຂຶ້ນກັບແຄວ້ນ ສິບສອງພັນນາ. ໂດຍຄຳວ່າ ສິບສອງພັນນາ ໝາຍເຖິງ ພື້ນທີ່ນາເຊິ່ງໃຊ້ພັນເຂົ້າຫວ່ານລົງໄປ ເຖິງ 12,000 ຕ໋າງ (ກະບຸງທີ່ໃຊ້ຕວງເຂົ້າເປືອກໄດ້ປະມານ 15 ກິໂລເຄີ່ງ)

ຕາມປະຫວັດສ່ວນໜຶ່ງທີ່ໄດ້ບັນທຶກໄວ້ຄື: “ເມື່ອປີຈໍ ຈັດຕະວາສົກ ຈຸນລະສັກກະຣາດ 1224  (ຄສ 1862) ເຈົ້າເມືອງແກວໄດ້ມີໜັງສືຫາຫົວເມືອງຕ່າງໆໃນສິບສອງຈຸໄທ ໃຫ້ເກນຄົນໄປຊ່ວຍເສິກຝຣັ່ງ ໂດຍໄດ້ເກນຜູ້ຄົນ ໃນເຂດ ເມືອງໄລ ໄດ້ 200 ຄົນ ນຳໂດຍ “ທ້າວໂດຍນຳ” ເປັນຜູ້ນຳພາ, ແຕ່ທ້າວໂດຍນໍາ ບໍ່ຍອມໄປ ແລະ ໄດ້ໜີໄປ ເມືອງໂມ້ (ຫົວເມືອງຂຶ້ນຂອງເມືອງໄລ). ຫລັງຈາກນັ້ນ ທ້າວໂດຍນຳ, ທ້າວເຫລນ, ທ້າວຕອມ ໄດ້ໄປຈ້າງໂປຕຶກ ທີ່ ເປັນນາຍຮ້ອຍໃຫຍ່ຂອງພວກລື້ ຢູ່ເມືອງອູ ໃນເຂດ ສິບສອງພັນນາ ໃຫ້ຍົກທັບໄປຕີເມືອງໄລ, ໂປຕຶກຜູ້ນີ້ເປັນນັກເລງໃຫຍ່ ມີລູກນ້ອງໄວ້ຫລວງຫລາຍປະມານ 500 ຄົນ ໄດ້ມາຕີເມືອງໄລ ເຮັດໃຫ້ເຈົ້າເມືອງໄລ ຄຸມກຳລັງອອກໄປຕໍ່ສູ້ ແຕ່ຕ້ານທານກຳລັງບໍ່ໄຫວ ຈຶ່ງຕ້ອງປະຖິ້ມເມືອງ ຫນີໄປ ອາໃສເມືອງ ເຕັງຮືງ. ເຈົ້າເມືອງເຕັງຮືງຈຶ່ງແຕ່ງເອົາທະຫານມານຳເອົາ ທ້າວໂດຍນຳ, ທ້າວເຫລນ, ທ້າວຕອມ ລົງໄປກ່າວຄວາມ ໄກ່ເກັ່ຍ ເພື່ອໃຫ້ເຂົ້າໃຈກັນ ເຮັດໃຫ້ ເຈົ້າເມືອງໄລ ໄດ້ກັບໄປຄອງເມືອງເຊັ່ນເກົ່າ. ຢູ່ຕໍ່ມາໄດ້ ປະມານ 5-6 ເດືອນ ທ້າວໂດຍນຳ ຄຶດບໍ່ດີນຳເຈົ້າເມືອງໄລ ອີກຈຶ່ງໃຫ້ ທ້າວຕອມໄປຫາເຈົ້າເມືອງອູ ຜູ້ເປັນລື້ຢູ່ໃນ ສິບສອງພັນນາ ຂໍຈ້າງເອົາກຳລັງມາຕີເອົາເມືອງໄລ. ເຈົ້າເມືອງອູ ໄດ້ມອບຄົນໃຫ້ ເກືອບ700ຄົນ ໂດຍໃຫ້ ທ້າວຕອມ ຄຸມມາຕີເມືອງໄລ. ເມື່ອເຈົ້າເມືອງໄລຮູ້ຈື່ງໄດ້ໜີໄປໂດຍຝາກຄອບຄົວຂອງຕົນໄວ້ກັບເຈົ້າເມືອງເຈນ ໂດຍເຈົ້າເມືອງໄລ ພ້ອມດ້ວຍບຸດຄື ທ້າວຄຳໂຫມ, ທ້າວຄຳເຫີມ ແລະ ບ່າວໄພ ປະມານ20 ກວ່າຄົນ ໄດ້ໜີໄປເພີ່ງເຈົ້າເມືອງຫລວງພະບາງ. ໃນຂະນະທີ່ ທ້າວໂດຍນຳ ໄດ້ຕັ້ງຕົນເປັນເຈົ້າເມືອງໄລ ແລະ ໄດ້ເອົາຄົນລື້ເມືອງອູໄວ້ເປັນກຳລັງຮັກສາຕົນ. ເມື່ອຮູ້ວ່າ ເຈົ້າຊີວິດເມືອງຫລວງພະບາງ ໄດ້ແຕ່ງກອງທັບໃຫ້ເຈົ້າເມືອງໄລ ໄປຕີເອົາເມືອງໄລຄືນ, ທ້າວໂດຍນຳ, ທ້າວເຫລນ, ທ້າວຕອມ ເຫັນທ່າຈະສູ້ບໍ່ໄຫວ ກໍ່ໄດ້ພາຜູ້ຄົນໜີໄປເມືອງພູຝາງ ທີ່ເປັນເມຶອງຕໍ່ແດນເມືອງອູ ແຕ່ເປັນຫົວເມືອງຂຶ້ນຂອງເມືອງໄລ”

ບ່ອນສະແດງໂຄສະນາ
ຮູບທີ່ແຂວງຜົ້ງສາລີ ປີ 1930 ໂດຍ: ປະຫວັດສາດລາວ

ຕາມຄຳໃຫ້ການນີ້້ເຫັນວ່າ ໃນຊ່ວງປີ ຄສ 1862 ນັ້ນ, ເມືອງອູ ຍັງຂຶ້ນຢູ່ກັບແຄວ້ນ ສິບສອງພັນນາ ຍັງບໍ່ໄດ້ຢູ່ໃນເຂດຂອງອານາຈັກລ້ານຊ້າງຫລວງພະບາງ. ເມືອຝຣັ່ງເສດ ເຂົ້າມາສຳຫລວດເຂດນີ້ (ເຂດແຂວງຜົ້ງສາລີ) ແລະ ຢ້ານຈີນຈະເຂົ້າມາປົກຄອງ ຈຶ່ງຍົກກຳລັງທະຫານເຂົ້າໄປປົກຄອງຄື: ໃຫ້ນາຍທະຫານຝຣັ່ງເຂົ້າໄປບັນຊາກອງກຳລັງ ພ້ອມທັງເຮັດໜ້າທີ່ເປັນເຈົ້າໄປພ້ອມ. ຫລັງຈາກນັ້ນໄດ້ລວມເຂົ້າມາເປັນເຂດຂອງອານາຈັກລ້ານຊ້າງຫລວງພະບາງ ແລະ ກາຍມາເປັນ ແຂວງໜື່ງທີ່ສຳຄັນທີ່ສຸດໃນໜ້າປະຫວັດສາດລາວ ຄືເປັນໜຶ່ງໃນສອງແຂວງເຕົ້າໂຮມ ກ່ອນຈະກາຍເປັນ ສປປ ລາວໃນປັດຈຸບັນ.

ໝາຍເຫດ: ເມືອງໄລ ກໍຄື ເມືອງໄລເຈົາ (ຫລາຍເຈົ້າ) ເປັນເມືອງຂຶ້ນຂອງຫລວງພະບາງ ໂດຍສົ່ງບັນນາການໃຫ້ແກ່ ເມືອງຫລວງພະບາງ ແລະ ສິບສອງພັນນາ ປັດຈຸບັນ ເປັນເມືອງໜຶ່ງ ໃນເຂດ ສສ ຫວຽດນາມ.

ປັດຈຸບັນ, ແຂວງຜົ້ງສາລີ ເປັນແຂວງທີ່ມີຄວາມຫຼາກຫຼາຍທາງດ້ານປະຊາກອນ ຫຼາຍທີ່ສຸດ ເນື່ອງຈາກມີເຖິງ 23 ຊົນເຜົ່າອາໄສຢູ່ພາຍໃນແຂວງ ປະກອບດ້ວຍ: ລາວລຸ່ມ, ໄທລື້, ໄທດຳ, ມົ້ງ, ກຶມມຸ, ຢ້າວ, ມູເຊີ, ຫໍ້,ຢັ້ງ, ໂລໂລ ແລະ ອຶ່ນໆ. ໃນນັ້ນ ຊົນເຜົ່າຫໍ້. ຫຼາຍກວ່າໝູ່ມີປະຊາກອນປະມານ 30% ຕໍ່ມາແມ່ນຊົນເຜົ່າພູນ້ອຍປະມານ 25% ຕໍ່ມາແມ່ນໄທລື້ປະມານ 25% ໄທດຳປະມານ 5% ນອກຈາກນັ້ນແມ່ນຊົນເຜົ່າອື່ນໆ. ທຸກຊົນເຜົ່າສະເໝີພາບ,ທຸກຊົນເຜົ່າລ້ວນແຕ່ເຂົ້າກັນໄດ້ດີຫຼາຍ

ສຳລັບແຫຼງທ່ອງທ່ຽວ ກໍ່ມີຫຼາກຫຼາຍ ເປັນຕົ້ນແມ່ນ ສວນຊາ 400 ກວ່າປີ ເຊີ່ງນອນຢູ່ໃນເຂດການປົກຄອງຂອງບ້ານກໍແມນ ເມືອງຜົ້ງສາລີ ຢູ່ຫ່າງຈາກເທດສະບານເມືອງຜົ້ງສາລີ ຕາມທິດຕາເວັນຕົກ 15 ກິໂລແມັດ, ຕາມການບອກເລົ່າຂອງຊາວບ້ານບອກວ່າ: ບ້ານກໍແມນຍັງມີຊື່ເອີ້ນອີກແບບໜຶ່ງຕາມຊື່ເອີ້ນຂອງບຸກຄົນທີ່ນຳເອົາຊາມາປູກໃນສະຖານທີ່ແຫ່ງ ນີ້, ລຸງຄົນນັ້ນມີຊື່ວ່າ: “ລຸງຈິງ” ຊຶ່ງລຸງຈິງເປັນຄົນຊົນເຜົ່າພູນ້ອຍສັນຊາດຈີນ ທີ່ເດີນທາງມາຈາກປະເທດ ສປ ຈີນ ແລະ ເປັນຄົນທຳອິດທີ່ນຳເອົາຕົ້ນຊາມາປູກໃນສະຖານທີ່ນີ້.

ດັ່ງນັ້ນຊາວບ້ານທີ່ອາໄສຢູ່ໃນສະຖານທີ່ແຫ່ງນີ້ ຈຶ່ງນິຍົມກັນເອີ້ນວ່າ: “ບ້ານ ລຸງຈິງ” ຕາມນາມຊື່ຂອງລຸງຈິງ. ເຊີ່ງຊາ 400 ກວ່າປີ ເປັນຊາທີ່ມີຊື່ສຽງເພາະນໍ້າຊາ 400 ກວ່າປີເປັນຊາທີ່ເຂັ້ມຂຸ້ນ, ນໍ້າຊາສົດມີລົດຊາດແຊບ ແລະຊັບພະຄຸນເພື່ອສຸຂະພາບທີ່ດີກວ່າຊາປະເພດອື່ນ ແລະຍັງເປັນຊາທີ່ຄົນເຮົາປູກທີ່ມີອາຍຸເກົ່າແກ່ທີ່ສຸດໃນລາວເຮົາ ຫຼື ໃນໂລກກໍ່ເປັນໄດ້ເພາະນັກວິໄຈເພິ່ນໄດ້ວິໄຈຢັ້ງຢືນແລ້ວວ່າຊານີ້ມີອາຍຸ 400 ກວ່າປີມາແລ້ວ. ດັ່ງນັ້ນເພິ່ນ ຈຶ່ງຕັ້ງຊື່ວ່າ: “ຊາ 400 ປີ” ຍ້ອນເຫດຜົນນີ້ເອງສວນຊາ 400 ປີ ບ້ານກໍແມນ ເມືອງຜົ້ງສາລີ ຈຶ່ງເປັນອີກສະຖານທີ່ທ່ອງທ່ຽວທີ່ແຂກທັງພາຍໃນ ແລະຕ່າງປະເທດຢາກມາທ່ຽວຊົມ ແລະກາຍເປັນແຫຼ່ງທ່ອງທ່ຽວອັນດັບຕົ້ນໆຂອງແຂວງ ແລະແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຂອງລາວເຮົາ

ຂໍ້ມູນ: ກົມຊົນເຜົ່າ, ປະຫວັດສາດລາວ

Hits: 0

ບ່ອນສະແດງໂຄສະນາ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້