ເສັ້ນທາງຊາຍໜຸ່ມ ສິລະປິນ ຜູ້ມີຂໍ້ຈຳກັດດ້ານຮ່າງກາຍ ແຕ່ໄດ້ໃຊ້ຂໍ້ຈຳກັດນີ້ ໃຫ້ເປັນແຮງຊຸກຍູ້ ໃຫ້ເກີດຄວາມດຸໝັ່ນ ຝຶກຝົນ ໂດຍການໃຊ້ອະໄວຍະວະທີ່ມີຢູ່ ຈົນກາຍເປັນຄວາມສາມາດພິເສດ ສ້າງສັນສິລະປະຂື້ນໄດ້ຢ່າງງົດງາມ

ສີວັນ ສີບຸນເຮືອງ ອາຍຸ 25 ປີ. ປັດຈຸບັນ ຢູ່ບ້ານຕານມີໄຊ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ໂດຍສີວັນໄດ້ເລົ່າໃຫ້ຟັງວ່າ ຕົນເອງໄດ້ສູນເສຍແຂນທັງສອງຂ້າງ ຕອນເມື່ອອາຍຸໄດ້ 16 ປີ ເນື່ອງຈາກເກີດອຸບັດເຫດໄຟຟ້າຊ໋ອດ ໃນຂະນະທີ່ຊ່ວຍວຽກພໍ່

ຫຼັງຈາກນັ້ນ, ສີວັນໄດ້ເລີ່ມຝຶກຝົນຕົນເອງໃນດ້ານສິລະປະນີ້ຕັ້ງແຕ່ອາຍຸ 17 ປີ
ສີວັນ ຍັງໄດ້ເລົ່າໃຫ້ອິນໄຊລາວຟັງ ເຖິງຈຸດເລີ່ມຕົ້ນກ່ອນທີ່ຈະມາຝຶກຝົນເອົາດີດ້ານນີ້ວ່າ: ຂ້າພະເຈົ້າໄດ້ເລີ່ມຝຶນຝົນການແຕ້ມຮູບ ຫຼັງຈາກທີ່ຕົນເອງໄດ້ເສຍແຂນທັງສອງຂ້າງໄປໄດ້ປີໜຶ່ງ ເນື່ອງຈາກວ່າຕົນເອງຢາກຊອກຫາພອນສະຫວັນໃນຕົນເອງທີ່ເຫຼືອຢູ່.

ສີວັນເລົ່າຕື່ມວ່າ: ຕົນເອງແມ່ນໄດ້ແຮງບັນດານໃຈມາຈາກຜູ້ພິການແຂນຄົນໜຶ່ງ (ປະເທດເພື່ອນບ້ານ) ທີ່ເພີ່ນສາມາດແຕ້ມຮູບໄດ້. ຄິດວ່າເຮົາກໍ່ຕ້ອງເຮັດໄດ້ເຊັ່ນກັນ ໂດຍຕົນເອງໄດ້ຕັ້ງໃຈຝຶກຝົນມາເລື່ອຍໆ ຈົນສາມາດແຕ້ມຮູບຂາຍສ້າງລາຍຮັບໃຫ້ກັບຄອບຄົວໄດ້
ເນື່ອງຈາກວ່າຕົນເອງບໍ່ມີແຂນ ຈື່ງຈຳເປັນຕ້ອງຝຶກຝົນຕົນເອງຫຼາຍກວ່າຄົນປົກກະຕິ 2-3 ເທົ່າ ສີວັນກ່າວ
ນອກຈາກນີ້, ສີວັນຍັງໄດ້ຝາກເຖິງຜູ້ທີ່ກໍາລັງທໍ້ແທ້ວ່າ ເຖິງວ່າຮ່າງກາຍເຮົາຈະບໍ່ຄົບຖ້ວນສົມບູນ ແຕ່ເຮົາກໍ່ສາມາດເອົາຈຸດນັ້ນ ມາເປັນແຮງບັນດານໃຈ ແລະ ຝຶກຝົນ ສູ້ໃໝ່ ເລີ່ມໃໝ່ ໄດ້ຕະຫຼອດ ເພາະການທີ່ເຮົາບໍ່ຍອມແພ້ຕໍ່ໂຊກຊະຕາ ຈະສາມາດເຮັດໃຫ້ເຮົາຜ່ານຜ່າທຸກອຸປະສັກໄດ້
ສຳລັບທ່ານໃດ ທີ່ສົນໃຈຜົນງານຂອງສີວັນ ແມ່ນສາມາດຕິດຕໍ່ໄດ້ຜ່ານເຟສບຸກສ່ວນຕົວ : Vanh LikeDrawing
Hits: 0