ເນື່ອງຈາກປັດຈຸບັນ, ນະຄອນຫຼວງວຽງຈັນ ຍັງມີຕົວເລກຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມຂຶ້ນຢູ່ ແລະ ບັນດາສະຖານທີ່ ທີ່ຜູ້ຕິດເຊື້ເອເຄີຍເດີນທາງໄປສ່ວນຫຼາຍກໍ່ແມ່ນຕະຫຼາດສົດ

ແລະ ເນື່ອງຈາກວ່າອາຫານຍັງມີຄວາມຈຳເປັນໃນການດຳລົງຊີວິດຂອງມະນຸດເຮົາ ແລະ ໃນສະຖານະການ ການລະບາດຂອງໂຄວິດ-19 ໃນປັດຈຸບັນ ເຖິງວ່າຈະມີມາດຕະການຜ່ອນຜັນຫຼາຍໆຢ່າງແລ້ວກໍ່ຕາມ ແຕ່ການປະຕິບັດມາດຕະການປ້ອງກັນຕົນເອງ ກໍ່ຖືວ່າຍັງຈຳເປັນ ແລະ ສຳຄັນຢູ່

ມື້ນີ້, ອິນໄຊລາວ ຈຶ່ງມີຂໍ້ແນະນຳວິທີປ້ອງກັນຕົນເອງຈາກພະຍາດໂຄວິດ-19 ໃນການໄປຕະຫຼາດສົດ ມີດັ່ງນີ້:

ຂໍ້ຄວນປະຕິບັດຂອງຜູ້ໄປຊື້ອາຫານໃນຕະຫຼາດ
- ລ້າງມືດ້ວຍສະບູ ຫຼື ເຈວເອວກໍຮໍທຸກຄັ້ງ ຫຼັງຈັບສັດ ຫຼື ຜະລິດຕະພັນຈາກສັດ
- ເມື່ອໄປເລາະຕະຫຼາດ ຄວນຫຼີກລ້ຽງການຈັບຕາ, ດັງ ແລະ ປາກ
- ຫຼີກລ້ຽງການຈັບສັດທີ່ປ່ວຍ ແລະ ຊີ້ນສັດທີ່ເນົ່າເສຍ
- ຫຼີກລ້ຽງການຈັບສັດທີ່ບໍ່ມີເຈົ້າຂອງ ລວມທັງຂີ້ເຫຍື້ອ ແລະ ຂອງເສດເຫຼືອຈາກຕະຫຼາດສົດ
- ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ
- ເມື່ອກັບຮອດເຮືອນ ຄວນອາບນ້ຳ ອະນາໄມຮ່າງກາຍ ແລະ ຊັກເສື້ອຜ້າທັນທີ
ຂໍ້ຄວນປະຕິບັດຂອງພໍ່ຄ້າ ແມ່ຄ້າ ແລະ ຜູ້ທີ່ເຮັດວຽກຢູ່ຕະຫຼາດ
- ລ້າງມື, ອະນາໄມອຸປະກອນທີ່ໃຊ້ເຮັດວຽກຢ່າງໜ້ອຍມື້ລະຄັ້ງ
- ໃສ່ເສື້ອຜ້າປິດສະໜິດ
- ໃສ່ຖົງມື ແລະ ໜ້າການອະນາໄມ
- ບໍ່ຊຸມແຊວກັນເປັນກຸ່ມ
- ຖອດເສື້ອແລະອຸປະກອນປ້ອງກັນ ຫຼັງໃຊ້ງານຮຽບຮ້ອຍ ອະນາໄມທຸກມື້ແລະບໍ່ນຳກັບບ້ານ
- ເມື່ອກັບຮອດເຮືອນ ຄວນອາບນ້ຳ ອະນາໄມຮ່າງກາຍ ແລະ ຊັກເສື້ອຜ້າທັນທີ ລວມທັງເກີບ
ແນວໃດກໍ່ຕາມ, ນອກຈາກຕະຫຼາດແລ້ວ ສະຖານທີ່ອຶ່ນໆທີ່ມີຄວາມແອອັດ ແລະ ມີຄວາມສ່ຽງ ກໍ່ຄວນປະຕິບັດມາດຕະການພຶ້ນຖານໃນການປ້ອງກັນ ເປັນຕົ້ນແມ່ນ: ໃສ່ຫນ້າກາກອະນາໄມ, ລ້າງມືເປັນປະຈຳ, ຮັກສາໄລຍະຫ່າງ ແລະ ບໍ່ສຳພັດບໍລິເວນໃບຫນ້າເດັດຂາດ
Hits: 0