ຄວາມສາມັກຄີ ເປັນບໍ່ເກີດແຫ່ງຄວາມສໍາເລັດທັງປວງ ເປັນແຫ່ງພະລັງອັນຍິ່ງໃຫຍ່ທີ່ສາມາດສ້າງສັນ ຄວາມຈະເລີນກ້າວໜ້າ ແລະ ຄວາມໝັ້ນຄົງ ແລະ ເປັນສິ່ງທີ່ສະມາຊິກໃນສັງຄົມ ທຸກໆຄົນຄວນທີ່ຈະສໍານຶກ ແລະ ຮ່ວມກັນສັນສ້າງຂື້ນໃຫ້ຫລາຍທີ່ສຸດ
ໃນທາງພຣະພຸດທະສາສະໜານັ້ນ, ພຣະພຸດທະເຈົ້າ ໄດ້ຕັດສອນຫລັກທັມ ອັນຈະເປັນແນວທາງໃນການເສີມສ້າງຄວາມສະໝັກສະໝານສາມັກຄີ, ເຊີ່ງເຮົາກໍສາມາດນໍາໃຊ້ຫຼັກທັມນັ້ນ ເຂົ້າໃນການເຮັດວຽກເປັນໝູ່ຄະນະ ຫຼື ການປະພຶດປະຕິບັດໃນສັງຄົມກໍຍິ່ງດີ
ມື້ນີ້, ອິນໄຊລາວ ຈະພາທຸກຄົນມາຮູ້ຈັກຄວາມຫມາຍຂອງຫລັກທັມ ສາຣານິຍະທັມ 6 ປະການ ເພື່ອໃຫ້ນຳໄປປັບໃຊ້ໃຫ້ເຂົ້າກັບປັດຈຸັນ, ໃນສັງຄົມທີ່ເລີ່ມພັດທະນາຂຶ້ນເລື້ອຍໆ ໍ
ສາຣານິຍະທັມ 6 ປະການ ແມ່ນຫລັກທັມອັນເຮັດໃຫ້ຄົນເຮົາບໍ່ຄິດເຫັນແກ່ຕົວ ແຕ່ຈະຄິດເຖິງຄົນອື່ນ ເອື້ອເຟື້ອເຜື່ອແຜ່ ແລະ ເຂົ້າໃຈຜູ້ອື່ນ ລະນຶກເຖິງກັນ ຜູກພັນເຊື່ອມໂຍງບຸກຄົນໄວ້ດ້ວຍນ້ຳໃຈ. ສຳລັບ ຫລັກທັມ ສາຣານິຍະທັມ 6 ປະການ ນັ້ນ ປະກອບມີ:
ມະໂນກໍາ
ໝາຍເຖິງການຄິດດີ ເບີ່ງກັນໃນແງ່ດີ, ມີຄວາມຫວັງດີ ແລະ ປາຖະໜາດີຕໍ່ກັນ ຮັກ ແລະ ເມດຕາຕໍ່ກັນ ຄິດແຕ່ໃນສິ່ງທີ່ສ້າງສັນຕໍ່ກັນ ບໍ່ຄິດອິດສາ ຣິສະຍາ ບໍ່ມີອະຄະຕິ ບໍ່ພະຍາຍບາດອາ ຄາດແຄ້ນເຄືອງໃຈກັນ ຮູ້ຈັກໃຫ້ ໃຫ້ໂອກາດ ໃຫ້ອະໄພແກ່ກັນແລະກັນຢູ່ສະເໝີ.
ເມດຕາວະຈີກໍາ
ໝາຍເຖິງການເວົ້າ-ການຈາແຕ່ສິ່ງທີ່ດີງາມ ເວົ້າຈາກັນດ້ວຍຄວາມຮັກຄວາມປາດ ຖະໜາດີ ຮູ້ຈັກເວົ້າໃຫ້ກໍາລັງໃຈກັນແລະກັນໃນຍາມທີ່ໃຜຜູ້ໜື່ງຕ້ອງພົບກັບຄວາມທຸກຍາກລໍາບາກ ຄວາມຜິດຫວັງຫຼືຄວາມເສົ້າໝອງຕ່າງໆ ໂດຍທີ່ບໍ່ເວົ້າສໍ່ສຽດຊໍ້າເຕີມກັນໃນຍາມທີ່ມີໃຜຜູ້ໜື່ງຕົກ ຕໍ່າ ຫລົ້ມຈົມ ບໍ່ນິນທາວ່າຮ້າຍທັງຕໍ່ໜ້າແລະລັບຫລັງ ຄວນເວົ້າ ແນະນໍາກັນໃນທາງດີມີປະໂຫຍດ ເວົ້າແນວໃດກໍ່ເຮັດແນວນັ້ນ ບໍ່ເວົ້າຕົວະ ບໍ່ເວົ້າບິດເບຶອນ ເຫລົ່ານີ້ເປັນຕົ້ນ.
ເມດຕາກາຍະກໍາ
ໝາຍເຖິງການສ້າງຄຸນຄວາມດີຕໍ່ກັນ ສະໜັບສະໜຸນຊ່ວຍເຫລືອກັນພາຍໃນອົງກອນ ມີຄວາມອ່ອນ ນ້ອມຖ່ອມຕົນ ຮູ້ຈັກສໍາມາຄາລະວະ ບໍ່ບຽດບຽນກັນ ບໍ່ທໍາຮ້າຍກັນໃຫ້ໄດ້ຮັບ ຄວາມທຸກເວດທະນາ ທໍາແຕ່ສິ່ງຖືກຕ້ອງຕໍ່ກັນຢູ່ສະເໝີ.
ສາທາລະນະໂພຄີ
ໝາຍເຖິງການຮູ້ຈັກແບ່ງປັນຜົນປະໂຫຍດກັນດ້ວຍຄວາມຍຸດຕິທໍາ ຊ່ວຍເຫລືອ ກັນ ບໍ່ເຫັນແກ່ຕົວ ບໍ່ເຫັນແກ່ປະໂຫຍດສ່ວນຕົນ ບໍ່ເອົາລັດເອົາປຽບ ແລະ ມີຄວາມສະເໝີພາບຕໍ່ ກັນ ເອື້ອເຟື້ອເຜື່ອແຜ່ເຊິ່ງກັນແລະກັນສະເໝີ
ສິນສາມັນຍະຕາ
ໝາຍເຖິງການປະຕິບັດຕາມລະບຽບກົດໝາຍຕ່າງຂອງໝູຄູ່ຄະນະ ຂອງອົງການ ຂອງສັງຄົມ ເຄົາລົບໃນສິດທິເສຣີະພາບຂອງບຸກຄົນ ບໍ່ກ້າວກ່າຍໜ້າທີ່ກັນ ບໍ່ອ້າງອໍານາດບາດໃຫຍ່ ບໍ່ຖືອະພິສິດໃດໆທັງປວງ.
ທິດຖິສາມັນຍະຕາ
ໝາຍເຖິງມີຄວາມຄິດເຫັນເປັນຢ່າງດຽວກັນ ຄິດໃນສິ່ງທີ່ກົງຫຼືສອດຄ່ອງກັນ ປັບມູມມອງໃຫ້ກົງກັນ ຮູ້ຈັກສະແຫວງຫາຈຸດຮ່ວມ ແລະ ສະຫງວນໄວ້ເຊິ່ງຈຸດຕ່າງຂອງກັນແລະກັນ ບໍ່ຍຶດຖືຄວາມຄິດຂອງຕົນເປັນໃຫຍ່ ຮູ້ຈັກ ຮັບຟັງຄວາມຄິດເຫັນຂອງຄົນອື່ນຢູ່ສະເໝີ
ຖ້າປຽບທຽບກັບປັດຈຸບັນ, ຫລັກທັມທັງ 6 ປະການນີ້, ເປັນການປະຕິບັດສໍາລັບການເສີມສ້າງຄວາມສາ ມັກຄີປອງດອງ ແລະ ຄວາມເປັນປຶກແຜ່ນໃຫ້ເກີດຂື້ນໃນໝູ່ຄະນະ ໃນສັງຄົມ ອັນຈະນໍາມາເຊິ່ງຄວາມສະ ຫງົບສຸກ ແລະ ສັນຕິ, ຄວາມໝັ້ນຄົງ ແລະ ຄວາມຈະເລີນກ້າວໜ້າທັງຫລາຍທັງປວງ.
ຖ້າປະຕິບັດໄດ້, ສັງຄົມທີ່ເຮົາຢູ່ໃນທຸກມື້ນີ້ຄົງຈະມີຄວາມສຸກ ແລະເປັນທີ່ໜ້າຢູ່ຫລາຍຂື້ນ ຖ້າຫາກຄົນລາວທຸກຄົນ ຮຽນຮູ້ທີ່ຈະຢູ່ຮ່ວມກັນ ຢ່າງສັນຕິ ເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ ຍອມຮັບໃນຄວາມແຕກຕ່າງຂອງກັນແລະກັນ ແລະ ຊ່ວຍ ເຫລືອກັນ ໃຫ້ກໍາລັງໃຈກັນ ແລະ ຮູ້ຈັກການໃຫ້ອະໄພຕໍ່ຜູ້ອື່ນຢູ່ຕະຫລອດເວລາ.
Hits: 0