ທ້າຍອາທິດນີ້, ໃຜທີ່ຍັງຊອກຫາກິດຈະກຳດີໆ ເພື່ອເປັນການພັກຜ່ອນໃນທ້າຍອາທິດ ບໍ່ທັນໄດ້. ມື້ນີ້ພວກເຮົາມາແນະນຳ ໃຫ້ລອງປ່ຽນບັນຍາກາດຈາກການອອກໄປເຮັດກິດຈະກຳຢູ່ນອກເມືອງ ຫຼື ການຫຼີ້ນໂທລະສັບ ນອນເບິ່ງໂທລະພາບ ມາເປັນການແຕ່ງອາຫານວ່າງ ຊຸມແຊວກັບໝູ່ເພື່ອນໄດ້ແບບງ່າຍໆ

ອາຫານເຍື່ອງນີ້ແມ່ນອາຫານເພື່ອສຸຂະພາບ. ບໍ່ເພີ່ມລະດັບ cholesterol ໂດຍສ່ວນປະກອບຂອງຜັກ ແລະ ສະໝຸນໄພ ຕາມຫຼັງບ້ານ ໂດຍສະເພາະກໍ່ແມ່ນ ຫົວສີໄຄ, ຂ່າ ໝາກເຜັດ, ກະທຽມ, ໃບໝາກໝີ້ເຍົາເປັນຕົ້ນ.
“ຫມ້ຽງຫົວສີໄຄ” ອາຫານວ່າງພື້ນເມືອງຂອງຊາວລາວ ເປັນທີ່ຮູ້ຈັກ ແລະ ໄດ້ຮັບຄວາມນິຍົມມານັບຕັ້ງແຕ່ປູ່ຍ່າຕາຍາຍ
ສ່ວນປະສົມໝ້ຽງຫົວສີໄຄ
- ຫົວສີໄຄຊອຍ 8-10 ຫົວ
- ໝາກເຜັດ 2-3 (ຫຼື ໃສ່ຕາມຕ້ອງການ)
- ກະທຽມ 2 ກີບ
- ເກືອ ½ ບ່ວງຊາ
ວິທີປຸງແຕ່ງ
ໃສ່ຫົວສີໄຄ, ໝາກເຜັດ, ກະທຽມ ແລະ ເກືອ ລົງຄົກແລ້ວຕໍາໃຫ້ມຸ່ນຕັກໃສ່ຖ້ວຍ ສາມາດນຳໄປກິນກັບຜັກໄດ້ເລີຍ
ຜັກສຳລັບພັນໝ້ຽງ

- ໃບໝາກໝີ້ເຍົາ
- ຍອດມັນຕົ້ນ
- ໃບອ່ອນໝາກຖົ່ວ
- ໝາກກ້ວຍອ່ອນ (ຊອຍເປັນຕ່ອນນ້ອຍບາງໆ)
- ໝາກນາວ (ລ້າງໃຫ້ສະອາດ ແລ້ວຊອຍເປັນຕ່ອນນ້ອຍບາງ)
ຄຳແນະນຳ:
- ສາມາດໃຊ້ຜັກພັນໄດ້ຫຼາກຫຼາຍຊະນິດ ແລ້ວແຕ່ຄວາມມັກ ແລະ ຄວາມຕ້ອງການຂອງແຕ່ລະຄົນ
- ສາມາດນຳຍອດມັນຕົ້ນໄປລວກກ່ອນໄດ້ ຖ້າຕ້ອງການ
Hits: 90