ຕໍາຫຼວດຊາຍແດນ ປະເທດໄທ ປະຕິບັດການຈັບແກ້ງຂົນສົ່ງກັນຊາຂ້າມຊາດ ລັກລອບຂ້າມແມ່ນໍ້າຂອງຈາກ ສປປ ລາວ ເຂົ້າປະເທດໄທ ຜ່ານຊາຍແດນ ອຳເພີທາດພະນົມ ຍືດໄດ້ກວ່າ 300 ກິໂລ ຈັບຄົນຮ້າຍໄດ້ໜຶ່ງຄົນ ອ້າງວ່າໂຄວິດ-19 ເຮັດໃຫ້ຕົກວຽກ

ວັນທີ 20 ກໍລະກົດ 2020 ທີ່ຜ່ານມາ, ເຈົ້າໜ້າທີ່ຊາຍແດນປະເທດໄທ ໄດ້ຈັບກຸ່ມ ທ້າວ ຕັນຫອມ ເປັນຄົນໄທ ພ້ອມຂອງກາງມີກັນຊາຈໍານວນ 8 ກະສອບ ລວມນໍ້າໜັກຫຼາຍກວ່າ 300 ກິໂລ ມີມູນຄ່າປະມານ 5 ລ້ານບາດ
ຜູ້ກ່ຽວໄດ້ຮັບສາລະພາບວ່າ: ໄດ້ຮັບຈ້າງຈາກນາຍທຶນຄົນໄທ ທີ່ຕິດຕໍ່ຊື້ຂາຍກັບຂະບວນການຄ້າກັນຊາຄົນລາວ ໂດຍມີໜ້າທີ່ຂັບລົດມາຮັບຂອງກາງໃນພື້ນທີ່ ຈັງຫວັດນະຄອນພະນົມ, ປະຈຸບັນເຈົ້າໜ້າທີ່ກໍາລັງກວດສອບເພື່ອຂະຫຍາຍຜົນ ຫາຜູ້ຮ່ວມຂະບວນການມາດຳເນີນຄະດີຕໍ່ໄປ
ຂໍ້ມູນ: ໄທລັດອອນລາຍ
Hits: 105