ເພສ ຂ່າວອອນລາຍ ໄດ້ເຜີຍແຜ່ວິດີໂອ ພ້ອມລະບຸຂໍ້ຄວາມວ່າ ຕົວຢ່າງທີ່ບໍ່ດີ ຖ້າຫາກເກີດອຸບັດເຫດມາ ຈະສ້າງຄວາມເດືອດຮ້ອນແກ່ຄົນອື່ນຕື່ມ

ໂດຍວິດີໂອດັ່ງກ່າວ ມີຜູ້ເບິ່ງເຖິງ 304,123 ຄັ້ງ (10:00 ເຊົ້າ ວັນທີ 13 ກໍລະກົດ 2020) ມີຍອດກົດແຊຣຫຼາຍກວ່າ 2 ພັນຄົນ
ທັງນີ້ ເມື່ອວິດີໂອດັ່ງກ່າວໄດ້ຖືກແຊຣອອກໄປ ເຮັດໃຫ້ມີຊາວເນັດມາສະແດງຄວາມຄິດເຫັນ ຕ່າງໆນາໆ ວ່າອາດຈະເກີດອຸບັດເຫດຂື້ນໄດ້
ພຶດຕິກຳແບບນີ້ ບໍ່ໄດ້ເກີດເປັນຄັ້ງທຳອິດ ເພາະກ່ອນໜ້ານີ້ ກໍ່ໄດ້ມີການເຜີຍແຜ່ວິດີໂອທີ່ມີເຍົາວະຊົນເຕັ້ນຢູ່ກາງທາງແບບນີ້ ໃນຫຼາຍຈຸດ ທັງໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ
ແນວໃດກໍ່ຕາມ ຊາວເນັດຍັງໄດ້ລະບຸວ່າ ພຶດຕິກໍາດັ່ງກ່າວນີ້ ແມ່ນບໍ່ຄວນເອົາເປັນແບບຢ່າງ ເພາະອາດຈະກໍ່ໃຫ້ເກີດອຸບັດເຫດໄດ້


Hits: 3540