ຄະນະສະເພາະກິດ ໄດ້ຖະແຫຼງຂ່າວປະຈຳວັນ ວັນທີ 15 ພຶດສະພາ 2020 ໂດຍໄດ້ຖະແຫຼງກ່ຽວກັບມາດຕະການຜ່ອນຜັນເພີ່ມເຕີມ ເລິ່ມແຕ່ວັນ 18 ພຶດສະພາ 2020 ຫາ 1 ມິຖຸນາ 2020 ໂດຍມີເນື້ອໃນດັ່ງນີ້:
ມາດຕະກາດຜ່ອນຜັນເພີ່ມມີດັ່ງນີ້
- ອະນຸຍາດ ໃຫ້ປະຊາຊົນທຸກຄົນ ເດີນທາງພາຍໃນປະເທດໄດ້ແລ້ວ (ແຕ່ຕ້ອງປະຕິບັດ ຕາມມາດຕະການປ້ອງກັນ ໂຄວິດ-19 ຕາມຄໍາແນະນໍາ ຂອງຄະນະສະເພາະກິດ)
- ອະນຸຍາດ ເປີດການບໍລິການຂົນສົ່ງທາງບົກ, ທາງນໍ້າ, ທາງອາກາດ ໄດ້ແລ້ວ (ແຕ່ຕ້ອງປະຕິບັດ ຕາມມາດຕະການປ້ອງກັນ ໂຄວິດ-19 ຕາມຄໍາແນະນໍາ ຂອງຄະນະສະເພາະກິດ)
- ອະນຸຍາດ ໃຫ້ສາມາດຫຼິ້ນກິລາ ໄດ້ທຸກປະເພດ (ແຕ່ຕ້ອງປະຕິບັດ ຕາມມາດຕະການປ້ອງກັນ ໂຄວິດ-19 ຕາມຄໍາແນະນໍາ ຂອງຄະນະສະເພາະກິດ)
- ອະນຸຍາດ ໃຫ້ເປີດດໍາເນີນລະກິດຕ່າງໆ ໄດ້ແລ້ວ ເຊັ່ນ ຮ້ານອາຫານ, ຮ້ານນວດ-ສະປາ, ຮ້ານຂາຍເຄື່ອງ ແລະ ຮ້ານອື່ນໆ (ແຕ່ຕ້ອງປະຕິບັດ ຕາມມາດຕະການປ້ອງກັນ ໂຄວິດ-19 ຕາມຄໍາແນະນໍາ ຂອງຄະນະສະເພາະກິດ)
- ອະນຸຍາດ ໃຫ້ແຮງງານ ແລະ ນັກສຶກສາ ທີ່ຕ້ອງການເດີນທາງໄປເຮັດວຽກ ຫຼື ຮຽນ ຢູ່ຕ່າງປະເທດ, ແຕ່ຕ້ອງປະຕິບັດຕາມ ມາດຕະການຂອງປະເທດເຈົ້າພາບ
ມາດຕະການຫ້າມ ທີ່ຕ້ອງສືບຕໍ່ປະຕິບັດ
- ຕະຫຼາດກາງຄືນ, ຮ້ານກິນດຶ່ມ, ຮ້ານບັນເທີງ, ຮ້ານເກມ, ຮ້ານຄາຣະໂອເກະ, ການຈັດກິລາທີ່ມີການຊຸມນຸມ, ງານບຸນ, ງານລ້ຽງ, ງານຕ່າງໆ ທີ່ມີຄົນຫຼາຍ ແລະ ສ່ຽງຕໍ່ການຕິດເຊື້ອ
- ປິດດ່ານປະເພນີ, ດ່ານທ້ອງຖິ່ນ ແລະ ດ່ານສາກົນ. ຫ້າມຄົນເດີນທາງເຂົ້າອອກ, ຍົກເວັ້ນ ລົດຂົນສົ່ງສິນຄ້າ
- ໂຈະການອອກວີຊາ ໃຫ້ຄົນຕ່າງປະເທດ ທີ່ມາແຕ່ປະເທດ ທີ່ມີການລະບາດຂອງພະຍາດ, ຍົກເວັ້ນບາງກໍລະນີທີ່ຈໍາເປັນ ທີ່ຄະນະສະເພາະກິດ ອານຸຍາດ
ແນວໃດກໍ່ຕາມ, ນີ້ແມ່ນ ມາດຕະການຜ່ອນຜັນຊົ່ວຄາວເທົ່ານັ້ນ, ຫາກແຂວງໃດມີຄົນຕິດເຊື້ອ ແຂວງນັ້ນ ຈະຕ້ອງໄດ້ປະຕິບັດ ມາດຕະການຄືນໃໝ່, ຫາກ ມີຄົນຕິດເຊື້ອຫຼາຍຄົນ ແລະ 2 ແຂວງຂຶ້ນໄປ ຈະໄດ້ຮຽກຄືນມາດຕະການເຂັ້ມງວດຕ່າງໆມານໍາໃຊ້ອີກຄັ້ງ.




Hits: 598
ສິຂ້າມໄປໄທໄດ້ແນວໄດ້ ເພາະຢາກກັບອະເມກາແລ້ວ ຍົນຂື້ນຢູ່ໄທ ຕົກຍົນມາ2ເທື່ອແລ້ວ ເສີຍເງິນຖິ້ມຊື່ໆ ເດືອນຫນ້າທ້າຍເດືອນຫນ້າຫວັງຫວ່າເພີ່ນຈະນະໂຢບາຍ ຄົນຕ່າງປະເທດ ທີ່ຢາກຂ້າມໄທ ເພື່ອຂື້ນຍົນ ກັບປະເທດ
ຕອນນີ້ກໍຂໍອະນຸຍາດໄປໄທໄດ້ແລ້ວໃດ ແຕ່ຕ້ອງເຂົ້າ State Quarantine ທີ່ໄທອີກ 14 ມື້
ແລະຕ້ອງກວດເບິ່ງນຳສະໜາມບິນທີ່ບາງກອກອີກເທື່ອໜຶ່ງກ່ອນເດີ້