ເນື່ອງຈາກສະຖານະການ ພະຍາດໂຄວິດ-19 ກຳລັງລະບາດ ທັງໃນປະເທດເຮົາ ແລະ ທົ່ວໂລກ, ເຖິງວ່າຊຸບເປິມາກເກັດ ຮ້ານສະດວກຊື້ຕະຫຼາດສົດຕ່າງໆຈະຍັງໃຫ້ບໍລິການຢູ່ກໍ່ຕາມ ແຕ່ຫຼາຍໆຄົນແມ່ນເລີ່ມບໍ່ຢາກອອກຈາກເຮືອນ ເພື່ອໄປຊື້ນັ້ນຊື້ນີ້ແລ້ວແມ່ນບໍ່ ແລະ ສຳລັບໃຜທີ່ຊື້ເຄື່ອງສົດມາຕຸນໄວ້ ແຕ່ຍັງບໍ່ມີວິທີເກັບຮັກສາໃຫ້ໄດ້ດົນໆ ມື້ນີ້ເຮົາມີວິທີເກັບອາຫານສົດໃຫ້ຢູ່ໄດ້ດົນໆມາຝາກ

- ໄຂ່ ເມື່ອຊື້ໄຂ່ສົດມາແລ້ວ ຫ້າມລ້າງເດັດຂາດ ເພາະຈະເຮັດໃຫ້ຜົງແປ້ງທີ່ຫຸ້ມເປືອກໄຂ່ນັ້ນຫຼຸດອອກ ສົ່ງຜົນໃຫ້ໄຂ່ເນົ່າໄວ ຄວນທ່ານໍ້າມັນພຶດເຄືອບເປືອກໄຂ່ບາງໆ ຈະສາມາດເກັບໄຂ່ສົດໄດ້ດົນຂຶ້ນ
- ຊີ້ນສັດ ແລະ ອາຫານທະເລ, ຫຼາຍຄົນມັກຊື້ມາເທື່ອລະຫຼາຍໆກິໂລ ເພື່ອແບ່ງເຮັດອາຫານໄດ້ຫຼາຍມື້ ຕ້ອງລ້າງໃຫ້ຮຽບຮ້ອຍ ແລ້ວເກັບໄວ້ໃນຖົງຊິບລ໊ອກ ຫຼື ກ່ອງທີ່ມີຜາປິດສະນິດ ໃສ່ຕູ້ເຢັນໃນຊ່ອງແຊ່ແຂງ, ສຳລັບຊີ້ນຫມູ ຊີ້ນງົວ ແມ່ນຄວນແບ່ງສັດສວ່ນໃຫ້ພໍດີກັບການປະກອບອາຫານແຕ່ລະຄັ້ງ ເພື່ອສະດວກໃນການແຕ່ງກິນ ແລະ ກ່ອນແຕ່ງກິນຄວນປ່ຽນມາໃສ່ຊ່ອງທຳມະດາກ່ອນ ເພື່ອລະລາຍ
- ໝາກນາວ ສາມາດຮັກສາໄວ້ກິນໄດ້ດົນ ເປັນເວລາຫຼາຍເດືອນ ໂດຍບໍ່ເນົ່າ ແລະ ບໍ່ປ່ຽນລົດຊາດ, ໂດຍນຳເອົາໝາກນາມາລ້າງ ຕາກລົມໃຫ້ແຫ້ງ ເອົາເຈ້ຍໜັງສືພິມ ຫໍ່ແຍກເທື່ອລະໜ່ວຍ ໃສ່ຖົງຢາງແລ້ວມັດໃຫ້ແໜ້ນ ແຊ່ໄວ້ໃນຊ່ອງຜັກທົ່ວໄປ ແລະ ອີກວິທີໜຶ່ງແມ່ນການບິບເອົານໍ້າໝາກນາວ ແລ້ວເອົາມາໃສ່ຖາດເຮັດນໍ້າກ້ອນ ແບ່ງເປັນກ້ອນໆ ຕາມຄວາມຕ້ອງການ ເມື່ອຮອດເວລາຢາກໃຊ້ແມ່ນໃຫ້ເອົາອອກມາໄວ້ໃນອຸນຫະພູມປົກກະຕິ ເພື່ອລະລາຍ
- ຫອມບົວແດງ ແລະ ຜັກທຽມ ຄວນປອກເປືອກບາງສ່ວນອອກ ແລ້ວເກັບໄວ້ໃນຖົງຕະໜາງ ຫຼື ກະຕ່າ ທີ່ມີການລະບາຍອາກາດໄດ້ດີຫຼື ຫ້ອຍໄວ້ໃນບ່ອນທີ່ມີອາກາດຖ່າຍເທສະດວກ ແລະ ບໍ່ຖຶກແດດ ເພື່ອປ້ອງກັນການອອກຕົ້ນອ່ອນ ແລະ ກັນຄວາມຊື່ນ ເຊິ່ງມັນຈະເຮັດໃຫ້ເກີດເຊື້ອລາ
- ເຂົ້າສານ ຄວນໃສ່ຖັງທີ່ມີຜ່າອັດແໜ້ນ ໂດຍໃຫ້ເອົາໃບໝາກຂີ້ຫູດມາໃສ່ໄວ້ ເພື່ອໄລ່ມອດ ແລະ ແມງໄມ້ຊະນິດອຶ່ນໆຂຶ້ນ ຫຼືຈະໃຊ້ໝາກເຜັດແຫ້ງ 5-6 ໜ່ວຍ/ເຂົ້າສານ 5 ກິໂລ ກໍ່ໄດ້ຜົນດີເຊັ່ນກັນ
- ຜັກສົດ ໃຫ້ສ້ອມສ່ວນທີ່ເນົ່າອອກກ່ອນ ໂດຍຕ້ອງຕັດຢູ່ໃຕ້ຜິວນໍ້າ ເພື່ອກັນອາກາດເຂົ້າແທນທີ່ ຈາກນັ້ນລ້າງນໍ້າໃຫ້ສະອາດ ແລ້ວແຊ່ນໍ້າໄວ້ 30 ນາທີ ກ່ອນນຳຂຶ້ນມາສະເດັດນໍ້າຈົນແຫ້ງ ໃຊ້ທີດຊູ່ແຜ່ນໃຫ່ຍ ຫໍ່ພັນເພື່ອດູດຊັບຄວາມຊື່ນ ແຍກອອກເປັນແຕ່ລະຊະນິດຜັກໃສ່ຖົງຢາງ ຫຼື ຖົງຊິບລ໊ອກ ແຊ່ໃນຊ່ອງຜັກຂອງຕູ້ເຢັນ ສາມາດຮັກສາຄວາມສົດໄດ້ 2 ອາທິດ ສຳລັບຜັກບາງຊະນິດ ເຊັ່ນ: ຜັກຫອມປ້ອມ, ໝາກເຜັດ, ຜັກກາດ ແມ່ນບໍ່ຄວນລ້າງນໍ້າກ່ອນເຂົ້າຕູ້ເຢັນ ເພາະຈະເນົ່າໄວກ່ວາປົກກະຕິ
- ຂະໜົມປັງ ເປັນອາຫານທີ່ມີອາຍຸສັ້ນ ແລະ ອາດຂຶ້ນລາໄດ້ ຕັ້ງແຕ່ຍັງບໍ່ໝົດອາຍຸຊໍ້າ ສະນັ້ນ, ເຮົາຄວນໃສ່ກ່ອງທີ່ມີຜ່າອັດ ແລະ ຫາກຕ້ອງການຍຶດອາຍຸຂະໜົມປັງໃຫ້ດົນຂຶ້ນ ໃຫ້ຫໍ່ເຂົ້າໜົມປັງດ້ວຍພຣາສຕີກ ແລ້ວອັດປາກຖົງໃຫ້ແໜ້ນ ແຊາໃນຊ່ອງຟິດ ກ່ອນກິນພຽງແຕ່ນໍ້າມາອຸ່ນໃນໄມໂຄເວັບເທົ່ານັ້ນ
- ໝາກກ້ວຍ ເປັນໝາກໄມ້ປະຈຳເຮືອນຄົວ ແລະ ສຸກໄວຈົນກິນບໍ່ທັນ ແຕາມີວິທີຖະໜົມໝາກກ້ວຍໃຫ້ສົດ ແລະ ເປຶອກບໍ່ດຳ ໂດຍນໍາໄປຈຸ່ມນໍ້າອຸ່ນ ທີ່ມີອຸ່ນຫະພູມປະມານ 50 ອົງສາແຊວຊຽນ ເປັນເວລາເພື່ອຫຼຸດຜ່ອນບໍ່ໃຫ້ສຸກໄວ ຫຼື ອີກວິທີໜຶ່ງແມ່ນໃຊ້ຟີມຫໍ່ອາຫານຫໍ່ຫຸ້ມບໍລິເວນຂວນ ພຽງເທົ່ານີ້ກໍ່ເຮັດໃຫ້ໝາກກ້ວຍສຸກຊ້າລົງອີກ 8-10 ມື້

ເປັນແນວໃດ, ສຳລັບວິທີຖະໜອມອາຫານທີ່ເຮົາເອົາມາຝາກມື້ນີ້, ລອງເຮັດເບິ່ງເດີ້ ເພາະເຮົາອາດໄດ້ຖະໜອມອາຫານໄວ້ກິນດົນ ເພື່ອຫຼີກລ່ຽງການອອກໄປຕະຫຼາດຕະຫຼອດ ໃນຊ່ວງທີ່ມີການລະບາດຂອງພະຍາດໂຄວິດ-19 ແບບນີ້.

Hits: 18