ສັງລວມປະເດັນຮ້ອນທົ່ວປະເທດລາວທີ່ມີພະນັກງານ-ລັດຖະກອນ, ທະຫານ, ຕໍາຫລວດ ແລະ ປະຊາຊົນຂໍຮ້ອງໃຫ້ພາກລັດແກ້ໄຂຮີບດ່ວນແລະ ຕ້ອງເຮັດແທ້ທໍາຈິງດັ່ງນີ້:
- ລາຄາຜ້າອັດປາກອະນາໄມຂ້ອນຂ້າງແພງ
- ເຂົ້າສານອາຫານແຫ້ງເຫນັງຕີງຢ່າງຕໍ່ເນື່ອງ
- ແຮງງານລາວຈໍານວນຫນຶ່ງກັບຈາກປະເທດເພື່ອນຍັງບໍ່ປະຕິບັດລະບຽບວິໄນຢ່າງເຄັ່ງຄັດ
- ຂໍໃຫ້ຫລຸດ ຫລື ຜ່ອນຝັນຄ່ານໍ້າປະປາ ແລະ ໄຟຟ້າລົງໃນຍາມຄັບຂັນ
- ຂໍໃຫ້ເບິ່ງແຍງຜູ້ທີ່ຢຸດວຽກຢຸດງານຊົ່ວຄາວ ພາຍຫລັງຮ້ານອາການ, ໂຮງແຮງ, ໂຮງຈັກ-ໂຮງງານ ແລະ ອື່ນປິດ
- ຂໍໃຫ້ທະນາຄານຜ່ອນຝັນອັດຕາດອກເບ້ຍ ຫລື ງົດເກັບຊົ່ວຄາວ
- ຂໍໃຫ້ບໍລິສັດປ່ອຍເງິນກູ້ ແລະ ສິນເຊື່ອຢຸດບີບບັງຄັບລູກຫນີ້ເພາະບໍ່ມີງານທໍາ ແລະ ບໍ່ມີເງິນໃນໄລຍະນີ້ຊົ່ວຄາວ
- ຂໍໃຫ້ພະນັກງານ-ລັດຖະກອນເຮັດວຽກຢູ່ເຮືອນເພື່ອຫລີກລ່ຽງການແຜ່ເຊື້ອມາໃສ່ຄອບຄົວ
- ຂໍໃຫ້ມີຫນ່ວຍງານພາກລັດ-ເອກະຊົນເຄື່ອນໄຫວອອກກາງແຈ້ງເພື່ອແນະນໍາຄວາມຮູ້ຕ້ານໂຄວິດ ແລະ ແຈກຜ້າອັດປາກອະນາໄມຕາມຈຸດຕ່າງໆ
- ຂໍໃຫ້ກອງຫລອນບ້ານຢູ່ຕາມບ້ານຕ່າງໆທົ່ວປະເທດຍ່າງເລາະລາດຕະເວັນຕະຫລອດ 24 ຊົ່ວໂມງຜັດປ່ຽນກັນເພື່ອສອດສ່ອງພືດຕິກໍາຜູ້ລະເມີດ ລວມການສວຍໂອກາດໄລຍະນີ້.
ທີ່ມາ: ຂ່າວສານປະເທດລາວ
Hits: 170