ໃບເຕີຍ ສະໝຸນໄພ ຫຼາກຫລາຍສັບຄຸນທີ່ ນິຍົມ ນຳມາໃຊ້ ໃນການປຸງກິ່ນອາຫານ ແລະ ເຂົ້າໜົມໃນຫຼາຍໆ ປະເພດເຊິ່ງໃນໃບມີກິ່ນຫອມຈາກນ້ຳມັນຫອມລະເຫີຍ Fragrant Screw Pine ສີຂຽວຈາກໃບເປັນສີຂອງຄລໍ ໂຣຟິນລ໌ໃຊ້ແຕ່ງສີເຂົ້າໜົມໄດ້

ປະຈຸບັນມີການສຶກສາໄດ້ຄົ້ນພົບວ່າໃບເຕີຍມີລິດຫຼຸດນ້ຳ ຕານໃນເລືອດ, ຫຼຸດຄວາມດັນເລືອດ, ຫຼຸດອັດຕາການເຕັ້ນຫົວໃຈ ❤️
ມື້ນີ້ ທີມງານອິນໄຊລາວ ເລີຍນຳວິທີການເຮັດນໍ້າໃບເຕີຍມາຝາກທຸກຄົນ ຈະຍາກຫຼືງ່າຍສຳໃດ ເຮົາມາເບີ່ງນໍ້າກັນເລີຍ
ສ່ວນປະສົມ
- ໃບເຕີຍ 5-6 ຕົ້ນ
- ນ້ຳສະອາດ 8 ຖ້ວຍ
- ນ້ຳຕານ 2 ຖ້ວຍ
- ນ້ຳກ້ອນ
ວິທີປຸງແຕ່ງ
- ນຳໃບເຕີຍມາລ້າງນ້ຳໃຫ້ສະອາດ ແລ້ວຊອຍເປັນຕ່ອນນ້ອຍໆ, ແບ່ງເປັນ 2 ສ່ວນ
- ນຳໃບເຕີຍ ສ່ວນໜຶ່ງມາຕົ້ມນ້ຳປະມານ 10-15 ນາທີ ໃສ່ນ້ຳຕານເພື່ອເພີ່ມລົດຊາດຫວານ
- ນຳໃບເຕີຍສ່ວນທີສອງ ມາປັ່ນໃຫ້ລະອຽດ ຕອງນ້ຳດ້ວຍຜ້າບາງ, ແລ້ວເທໃສ່ໝໍ້ນ້ຳໃບເຕີຍທີ່ຕົ້ມໄວ້
- ຕົ້ມປະໄວ້ ພໍໃຫ້ເດືອດປະມານ 3 ນາທີ ແລ້ວປິດໄຟ
- ປະໄວ້ໃຫ້ເຢັນ ໃສ່ນ້ຳກ້ອນພ້ອມດື່ມ
ຄຳແນະນຳ
- ໃສ່ເກືອ ເພື່ອເພີ່ມລົດຊາດ?
- ໃສ່ນ້ຳກ້ອນ ເພື່ອເພີ່ມຄວາມສົດຊື່ນເວລາດື່ມ?
ຂໍ້ມູນຈາກ ປຶ້ມນ້ຳສະມຸນໄພ
Hits: 13