ໃນໂລກໂຊຊຽວລາວໄດ້ມີການແຊຣຮູບພ້ອມກັບຂໍຄວາມສະແດງຄວາມເສຍໃຈກັບການຈາກໄປຢ່າງກະທັນຫັນຂອງ ສາວເປິ້ນ ຄູນມາລາ ພິທີກອນ ໂທລະພາບແຫ່ງຊາດລາວ ຊ່ອງ 3 ແລະ ທັງເປັນພິທີກອນຊ່ອງວິທະຍຸ Lao Skyway Radio. ເປິ້ນເສຍຊີວິດຢ່າງກະທັນຫັນ ໃນວັນທີ 21 ມັງກອນ 2020 ໂດຍກ່ອນຈະເສຍຊີວິດ ເປິ້ນໄດ້ລົມກັບໝູ່ໃນວົງການວ່າ ຕົນເອງໄດ້ຂັດຜິວ ແລ້ວເກີດຕຸ່ມຜື່ນຕາມຕົນໂຕ ຈາກນັ້ນກໍ່ປ່ວຍ. ຈາກການກວດໝໍບອກວ່າ ຕິດເຊື້ອໃນກະແສເລືອດ.

ທັງນີ້ຍັງບໍ່ທັນເປັນທີ່ແນ່ຊັດວ່າການເສຍຊີວິດຂອງສາວເປິ້ນເກີດຈາກສະເຫດໃດ


ຂໍສະແດງຄວາມເສຍໃຈກັບຄອບຄົວ ສາວ ເປິ້ນ ມານະທີ່ນີ້ດ້ວຍ.
Hits: 56