
ວັນທີ 12 ຕຸລາ 2019 ທີ່ ສູນການຄ້າວຽງຈັນເຊັນເຕີ ໄດ້ຈັດກິດຈະກຳ Star Road Show ທີ່ໄດ້ທີມນັກສະແດງຈາກຮູບເງົາ ຂຸນແຜນຟ້າຟື້ນ ນໍາໂດຍ ມາລີໂອ້ ເມົາເລີ້ (ພະເອກ), ຟ້າ ຍົງວະຣີ (ນາງເອກ), ນ້ອງລົດບັດ ພາພົນ ແລະ ນັກສະແດງສົມທົບອີກຫຼາກຫຼາຍ ມາສ້າງສີສັນ ແລະ ຄວາມມ່ວນຊືນໃຫ້ແຟນໆຊາວລາວ.

ພາຍໃນງານໄດ້ມີກິດຈະກຳຫຼາຍໆຢ່າງ ເປັນຕົ້ນແມ່ນ: ມີການໃຫ້ແຟນຊາວລາວເຕັ້ນເພງ ຝາກລ້ຽງ ເພື່ອຮັບລາງວັນ ໝອນກຸມານ, ຕອບຄຳຖາມ ເພື່ອຮັບລາງວັນ ຈີ້ດາບຟ້າຟື້ນ ແລະ ອື່ນໆ ອີກຈຳນວນຫຼາຍ.

ມາລິໂອ້ ເມົາເລີ້ ໄດ້ກ່າວຄວາມຮູ້ສຶກວ່າ: ຂ້າພະເຈົ້າຮູ້ສຶກດີໃຈຫຼາຍທີ່ໄດ້ມາລາວໃນຄັ້ງນີ້ ໂດຍສະເພາະເຫັນແຟນມາຖ້າ ຈາກທີ່ເດີນທາງມາເມື່ອຍໆ ກໍເຮັດໃຫ້ເຊົາເມື່ອຍເລີຍ.


ຟ້າ ຍົງວະຣີ ນາງເອກຂອງເລື່ອງກໍໄດ້ກ່າວວ່າ: ສຳລັບການເດີນທາງມາລາວ ຄັ້ງນີ້ສະດວກສະບາຍຫລາຍ ທີ່ປະທັບໃຈ ທີ່ສຸດແມ່ນຟ້າຮູ້ສຶກວ່າ ປະເທດລາວຄືກັນກັບບ້ານ ເພາະຟັງສຳນຽງອອກ ແລະ ທີ່ສຳຄັນແມ່ນອ່ານພາສາລາວໄດ້ສະບາຍມື້ນີ້ຟ້າໄດ້ມີໂອກາດໄປເຊີໄພ້ແຟນໆທີ່ກຳລັງເບິ່ງຮູບເງົາ ກໍ່ຮູ້ສຶກດີໃຈຫຼາຍທີ່ໄດ້ໄປເຫັນຄົນເບິ່ງເຕັມໂຮງເລີຍ.


ນອກຈາກນີ້ນ້ອງລົດບັດ ຍັງໄດ້ກ່າວເຊີນຊວນເປັນພາສາລາວອີກວ່າ: ສະບາຍດີພີ່ນ້ອງຊາວລາວ ມື້ນີ້ພວກເຮົາມາຊວນເບິ່ງຮູບເງົາເລື່ອງຂຸນແຜນຟ້າຟື້ນ ພວກເຮົາຫວັງວ່າພີ່ນ້ອງຊາວວຽງຈັນຈະມ່ວນຫຼາຍໆເດີ້.




Hits: 9