
ອາເລັກຊານດ້າ ບຸນຊ່ວຍ ສິລະປິນສາວລາວ ໄດ້ຮັບກຽດ ໃຫ້ເຂົ້າຮ່ວມງານຄອນເສີດ Asean-Japan Music Festival 2019 ໃນວັນທີ 28 ກໍລະກົດ ທີ່ຜ່ານມາ ທີ່ ປະເທດຫວຽດນາມ ພ້ອມກັບສິລະປິນຈາກ 7 ປະເທດອາຊຽນ. ງານຄັ້ງນີ້ ເປັນການສ້າງສາຍສຳພັນອັນດີໃຫ້ບັນດາປະເທດໃນອາຊຽນ.


ອາເລັກຊານດ້າ ຍັງໄດ້ນຸ່ງຊຸດຜ້າໄໝລາວ ໄປຮ່ວມງານ ພ້ອມກັບເຜີຍວ່າ ສິລະປິນຈາກຕ່າງປະເທດມັກຊຸດໄໝລາວຫຼາຍ. ນັກຮ້ອງສາວ ຍັງໄດ້ຮັບໃບຍ້ອງຍໍ ຈາກລັດຖະບານຫວຽດນາມອີກດ້ວຍ.

Hits: 11