ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຄໍາວ່າ “ລາວ” ມີຄວາມຫມາຍແນວໃດ? ນັກປະຫວັດສາດລາວຫຼາຍທ່ານ ໄດ້ອະທິບາຍຄວາມຫມາຍຂອງຄໍາວ່າ “ລາວ” ໄປຫຼາຍແງ່ ເຊັ່ນວ່າ ລາວ ມາຈາກຄໍາວາ ດາວ ເພາະວ່າຊົນຊາດລາວ ມີນິທານເກົ່າ ແກ່ຂອງຕົນວ່າ ພວກຕົນລົງມາຈາກເມືອງແຖນ ຕາມຄຳສັ່ງຂອງພະຍາແຖນ ຫຼື ສວງສະຫວັນ ທີ່ສັງໃຫ້ແຖນຈໍານວນຫນຶ່ງ ເປັນຄົນຢູ່ໃນ ເມືອງລຸ່ມ (ເມືອງຄົນ) ຕາມຄວາມເຊື່ອທີ່ກ່າວໄວ້ ໃນນິທານພະຍາແຖນ ແລະໄດ້ໃຊ້ດາວ ເປັນເຄື່ອງຫມາຍປະຈຳເຜົ່າຂອງຕົນ ຈຶ່ງເອີ້ນຕົນວ່າເຜົ່າ ດາວ ແລ້ວປ່ຽນມາເປັນລາວ.

ມີບາງຄຳເຫັນວ່າ ລາວ ມາຈາກຄໍາວ່າລາວຸ (ພາສາບາລີ) ແປວ່າ ຫມາກນໍ້າເຕົ້າ, ມີນິທານກ່າວວ່າ ຄົນລາວ ເກີດອອກມາຈາກຫມາກນໍ້າເຕົ້າປຸງ ຕາມນິທານນໍ້າເຕົ້າປຸງ.

ຫາກອີງຕາມເຫດຜົນຢ່າງສັດຈະວິພາກແລ້ວ ຄຳວ່າ “ລາວ” ພ້ຽນມາ ຈາກຄໍາວ່າ ດາວ ມີນ້ຳຫນັກຫຼາຍກວ່າ ເພາະວ່າຄົນລາວແຕ່ບູຮານມາ ມີຄວາມເຊື່ອແລະເຄົາລົບບູຊາ ພະຍາແຖນ ຫຼື ຜີແຖນ ຢ່າງເລິກ ເຊິ່ງ ອັນສືບເນື່ອງມາຈາກ ນິທານພະຍາແຖນ ຊຶ່ງເປັນນິທານເກົ່າແກ່ ທີ່ໄດ້ບອກເລົ່າກັນມາແຕ່ປາງບູ ຮານ ແບບປາກຕໍ່ປາກມາຍາວນານ.

ບ່ອນສະແດງໂຄສະນາ

ໃນປັດຈຸບັນນີ້ ຍັງມີບາງພິທີກຳ ທີ່ເປັນຮີດຄອງປະເພນີດັ້ງເດີມ ຂອງຊົນຊາດທີ່ເຄີຍມີຊື່ວ່າ “ອ້າຍລາວ” ເຊັ່ນ ພິທີບວງສວງບູຊາແຖນ ຫຼື ການໄຫວ້ຜີແຖນ (ບາງທ້ອງຖິ່ນເອີ້ນວ່າ ຜີຟ້າ ຊຶ່ງກໍຫມາຍເຖິງພະຍາແຖນນັ້ນເອງ).

ໃນສະໄຫມບູຮານມີການແຫ່ຄ້ອງບັ້ງ ຈັດເປັນຂະບວນແຫ່ເອົາຄອງບັ້ງມາຕີໃຫ້ເກີດສຽງດັງ ຄືດັ່ງສຽງກົບຮ້ອງ, ຢູ່ທີ່ຫນ້າຄອງບັ້ງນັ້ນ ກໍໄດ້ປະດິດສ້າງຮູບກົບງອຍຢູ່ຫນ້າຄ້ອງທັງ 4 ທິດ ເພື່ອສະແດງຄວາມ ໝາຍວ່າ ສຽງຄ້ອງທີ່ສົ່ງສຽງດັງອອກໄປນັ້ນ ແມ່ນສຽງກົບຮ້ອງຂໍຝົນ ຈາກພະຍາແຖນ.

ເມື່ອສາສະຫນາພຸດແພ່ເຂົ້າມາສູ່ສັງຄົມຊົນຊາດລາວ ຄວາມນັບຖືແຖນໄດ້ຄ່ອຍໆຫລຸດລົງ, ໄດ້ມີການຮິບໂຮມເອົາຄ້ອງບັ້ງ ທີ່ໃຊ້ຕີບູຊາແຖນນັ້ນ ມາຍຸບຫລໍ່ພຣະພຸດທະຮູບແທນ ຕົວຢ່າງການຫລໍ່ພຣະເຈົ້າອົງຕື້ເມືອງໂສຍ (ຢູ່ໃນແຂວງຫົວພັນໃນປັດຈຸບັນ) ໃນຊຸມປີ ຄ. 1560 ໄດ້ມີການລະດົມໃຫ້ປະຊາຊົນ ເອົາຫມໍ້ທອງ ຄອງບັ້ງ ມາປະກອບສ່ວນໃນການຫລໍ່ພຣະເຈົ້າອົງຕື້ ຈົນສໍາເລັດ ເປັນພຣະພຸດທະຮູບອົງໃຫຍ່ ໃຊ້ເປັນທີ່ເຄົາລົບບູຊາ ມາເຖິງປັດຈຸບັນ.

ດ້ວຍເຫດນີ້ ໃນເຂດທີ່ມີການນັບຖືພຸດທະສາສະຫນາຢ່າງແພ່ຫລາຍ ຈຶ່ງບໍ່ມີຄ້ອງບັ້ງເຫລືອຢູ່ຫຼາຍ ຍ້ອນ ຄ້ອງບັ້ງໄດ້ຖືກເອົາໄປຍຸບຫຼໍ່ເປັນພຣະພຸດທະຮູບ ເພື່ອເຄົາລົບບູຊາ ຂອງປະຊາຊົນທີ່ນັບຖືພຸດທະສາສະຫນາ.

ສ່ວນຄວາມເຫັນທີ່ວ່າ ຄຳວ່າ ລາວ ມາຈາກ ຄໍາວ່າ ລາວຸ (ພາສາບາລີ) ມີນ້ຳຫນັກຫນ້ອຍກວ່າ ເພາະວ່າ ໃນສະໄຫມກ່ອນນັ້ນ ການພົວພັນຂອງຄົນລາວ ກັບ ຊາວອິນເດຍທີ່ເວົ້າພາສາບາລີ ຄົງຍັງບໍ່ທັນມີ ແລະ ຄົນລາວຄົງຍັງບໍ່ທັນຮູ້ຈັກພາສາບາລີວ່າ ລາວຸ ພໍທີ່ຈະເອົາມາເປັນຊື່ຂອງຊາດຕົນ.

ພາຍຫຼັງມາເມື່ອສາສະຫນາພຸດ ແພ່ເຂົ້າມາສູ່ດິນແດນລາວ ຄົນລາວໄດ້ຮຽນພາສາບາລີແລ້ວ ຈຶ່ງໄດ້ຮູ້ວ່າ ຄຳບາລີທີ່ວ່າ ລາວຸ ແປວ່າ ຫມາກນໍ້າເຕົ້ານັ້ນ ໄປສອດຄ່ອງກັບນິທານຫມາກນ້ຳເຕົ້າປຸງ ຈຶ່ງເອົາມາກ່ຽວ ໂຍງໃສ່ນິທານນ້ຳເຕົ້າປຸງວ່າ ຄຳວ່າ ລາວ ມາຈາກຄຳພາສາບາລີວ່າ ລາວຸ ເພາະວ່າ ຫມາກນ້ຳເຕົ້າປຸງໃຫ້ກຳເນີດແກ່ຄົນລາວເຜົ່າຕ່າງໆ ເຊັ່ນ ໄທເລັ້ມ, ໄທວີ, ໄທເລີງ, ໄທລໍ, ໄທຄວາງ…ຕາມທີ່ກ່າວໄວ້ໃນນິທານນໍ້າເຕົ້າປຸງນັ້ນ.

ປື້ມພື້ນຂຸນບູຣົມຣາຊາທິຣາດ ສະບັບພິມອອກ ໂດຍກົມວັນນະຄະດີ ປີ ຄ.ສ.1967 ຊຶ່ງແມ່ນ ມະຫາຈູມ ຈິນຕາພົດ ຈົດກ່າຍອອກມາຈາກສະບັບເດີມ ຊຶ່ງຂຽນໃສ່ໃບລານເກົ່າແກ່ຫຼາຍ ກໍໄດ້ກ່າວກ່ຽວກັບຄຳວ່າ“ລາວ” ຢູ່ຫຼາຍບ່ອນ ຊຶ່ງບົ່ງບອກວ່າ ຄຳວ່າລາວແມ່ນຫມາຍເຖິງຊົນຊາດ ຫຼືຊົນເຜົ່າລາວເກົ່າແກ່ ທີ່ພະຍາແຖນສົ່ງລົງມາເກີດຢູ່ເມືອງລຸ່ມ ກ່ອນຂຸນບູຣົມ ແຕ່ຍັງບໍ່ມີຄວາມຈະເລີນຮຸ່ງເຮືອງ.

ຕໍ່ມາແຖນຫຼວງຟ້າຄື່ນ ຈຶ່ງໄດ້ສົ່ງລູກຊາຍຂອງຕົນຊື່ວ່າ ຂຸນບູຣົມ ໃຫ້ລົງມາເປັນ ເຈົ້າປົກຄອງເມືອງລຸ່ມໃຫ້ຈະເລີນຮຸ່ງເຮືອງ. ອີງຕາມເນື້ອໃນຂອງປື້ມພື້ນຂຸນບູຣົມ ຊີ້ບອກວ່າຜູ້ແຕ່ງ ປື້ມພື້ນຂຸນບູຣົມນີ້ ແມ່ນລາວເກົ່າ ດັ່ງຂໍ້ຄວາມຕອນໜຶ່ງທີ່ກ່າວເຖິງແຖນຫຼວງຟ້າຄື່ນ ວ່າເປັນພໍ່ຂອງຂຸນບູຣົມ ເພິ່ນກ່າວໄວ້ດັ່ງນີ້ “ອັນວ່າລາວເກົ່າເວົ້າ ແຖນຫຼວງຟ້າຄື່ນ ຍາມນັ້ນ ກໍຫາກເປັນພໍ່ເຈົ້າຈອມຊ້ອຍຊື່ເຊັງ ແທ້ແລ້ວ.” (ພື້ນຂຸນບູຣົມດັ່ງກ່າວ, ຫນ້າ 2) ອີກບ່ອນຫນຶ່ງກ່າວໄວ້ດັ່ງນີ້ “ອັນວ່າຄວາມຂຸນເຖົ້າ ບູຮານລາວເກົ່າ ຍາມນັ້ນ ເຂົາກ່າວເອີ້ນ ເສີນເວົ້າວ່າ ແຖນ” (ຫນັງສືດັ່ງກ່າວ, ຫນ້າ 3). ບ່ອນທີ່ກ່າວເຖິງແຖນຊີ ເອົາເຫຼັກຊີ ໄປຊີຫມາກນ້ຳເຕົ້າປຸງ ມີຄົນອອກມາສອງກຸ່ມ ໄດ້ຕັ້ງຊື່ໃຫ້ວ່າໄທເລັ້ມ ແລະໄທວີ ທັງສອງໄທນີ້ແມ່ນລູກລາວ ດັ່ງຂໍ້ຄວາມຕໍ່ໄປນີ້ “ອັນວ່າຮູຊີໃຫ້ແປງເປັນສອງຫມູ່, ຫມູ່ຫນຶ່ງຊື່ວ່າເຊື້ອໄທເລັ້ມລູກລາວ ຫມູ່ຫນຶ່ງຊື່ວ່າໄທວີໄວ້ ເປັນຖັນລຽນຢູ່ຈື່ຈຳແຈ້ງເອົາໄວ້ຊູ່ຄົນແທ້ແລ້ວ” (ຫນັງສືດັ່ງກ່າວ, ຫນ້າ 26). ຈາກຂໍ້ຄວາມດັ່ງກ່າວນີ້ ໄດ້ຊີ້ໃຫ້ເຫັນວ່າ ຄຳວ່າ “ລາວ”  ແມ່ນຊື່ຂອງຊົນຊາດ ທີ່ມີມາເຫິງນານແລ້ວ ໄດ້ຂະຫຍາຍເຜົ່າພັນອອກໄປເປັນຫຼາຍກຸ່ມຄົນ ຊຶ່ງພາສາລາວບູຮານເອີ້ນວ່າ ໄຕ ຫຼື ໄທ (ກຸ່ມຄົນ)ຕ່າງໆ.

ຄຳວ່າ “ໄທ” ແມ່ນຊື່ກຸ່ມຄົນຕ່າງໆ ທີ່ສືບເຊື້ອສາຍອອກໄປ ຈາກລາວບູຮານທີ່ເອີ້ນວ່າລາວເກົ່າ.ຫນັງສືພື້ນຂຸນບູຣົມ ກ່າວໄວ້ແນວນີ້ ຈຶ່ງມີຜູ້ເອົາຄວາມຫມາຍຂອງຄໍາວ່າ ລາວ ໄປກ່ຽວພັນກັບຄໍາວ່າ ລາວຸ

ທີ່ແປວ່າ ຫມາກນ້ຳເຕົ້າ ແລະໄດ້ເອົາຄຳວ່າ ລາວ ຫຼື ລາວຸ ໄປກ່ຽວພັນກັບໝາກນ້ຳເຕົ້າປຸງ ຫຼື ອາດແຕ່ງນິທານນີ້ຂຶ້ນມາເອງ ເພື່ອໃຫ້ເຫັນວ່າ ບັນດາເຜົ່າໄຕທັງຫຼາຍ ໄດ້ເກີດມາຈາກ ໝາກນ້ຳເຕົ້າປຸງຫນ່ວຍດຽວກັນ ຊຶ່ງຫມາຍຄວາມວ່າ ແຕກແຍກອອກໄປ ຈາກຊົນຊາດ ດາວ ຫຼື ລາວ ທີ່ມີນາມວ່າ ລາວເກົ່າ ຕາມທີ່ກ່າວໄວ້ ໃນປື້ມພື້ນຂຸນບູຣົມນັ້ນ. ເຖິງຢ່າງໃດກໍຕາມ ຄຳວ່າ ລາວ ພ້ຽນຈາກຄຳວ່າ ດາວ ເຫັນວ່າມີເຫດຜົນ ທີ່ສາມາດເປັນຄວາມຈິງໄດ້ ເພາະວ່າມີຫຼັກຖານຫຼາຍຢ່າງຢັ້ງຢືນວ່າ ບັນພະບຸຣຸດລາວ ເຄີຍມີຖິ່ນຖານຢູ່ເຂດພູເລີຍ (ແຂວງ ຫົວພັນ) ນີ້ມາຫຼາຍພັນປີແລ້ວ. ໃນບໍລິເວນອ້ອມແອ້ມພູເລີຍນີ້ ໄດ້ພົບເຫັນ ຫີນປະດິດສ້າງເປັນຮູບດາວປະໄວ້ ຕາມຫນ່ວຍພູຕ່າງໆຫຼວງຫຼາຍ ເຊັ່ນ ພູເຂົ້າລີບ, ພູສາມສຸມ.

ຫີນປະດິດສ້າງເປັນຮູບດາວນັ້ນ ແມ່ນສ້າງຂຶ້ນເປັນສັນຍະລັກຂອງເມືອງຟ້າ ເມືອງແຖນ ຕາມຄວາມເຊື່ອທີ່ກ່າວໄວ້ ໃນນິທານພະຍາແຖນນັ້ນ, ຄົນລາວຈຶ່ງເອົາເຄື່ອງຫມາຍດາວ ມາເປັນຊື່ຊາດ ຫຼື ຊື່ເຜົ່າຕົນວ່າ ເຜົ່າດາວ, ຊາດລາວ ຄົນລາວຫຼາຍທ້ອງຖິ່ນ ໂດຍສະເພາະ ແມ່ນ ທາງເຂດພາກເຫນືອອອກສຽງຄຳວາ ດາວ ເປັນ ລາວ, ຄົນລາວ ທີ່ອົບພະຍົບໄປຕັ້ງຖິ່ນຖານຢູທາງເຂດເຫນືອ ຕິດກັບແດນຈີນ ກໍເອີ້ນຕົນເອງວ່າ ຄົນລາວ ຄືອອກສຽງ ດ ເປັນສຽງ ລ. ຄົນຈີນຈຶ່ງເອົາຄຳວ່າລາວນີ້ ເປັນຊື່ເອີ້ນ ຊົນຊາດລາວ ຄືເອີ້ນວ່າ “ອ້າຍລາວ” ຫມາຍເຖິງຊົນເຜົ່າລາວ ແລະມີປາກົດ ຢູ່ໃນບົດບັນທຶກເກົ່າແກ່ຂອງຈີນ ສະໄຫມຣາຊະວົງ ຫານ (Han Dinasty) ດັ່ງທີ່ກ່າວມາແລ້ວຂ້າງຕົ້ນນັ້ນ.

Hits: 162

ບ່ອນສະແດງໂຄສະນາ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້