ຕົກໃຈ! ອັດຕາການສູບຢາໃນສະຖານທີ່ເຮັດວຽກ-ສາທາລະນະ ຢູ່ລາວຍັງສູງ
ອີງຕາມການສຳຫລວດແຫ່ງຊາດ ໃນປີ 2012 ອັດຕາການສູບຢາໃນສະຖານທີ່ເຮັດວຽກ ຢູ່ສຳນັກງານຂອງພາກລັດ ແລະ ເອກະຊົນ ມີປະມານ 48% ແລະ ເພີ່ມຂຶ້ນເປັນ 63% ໃນປີ 2015; ໃນຂະນະທີ່ການສູບຢາຢູ່ພາຍໃນອາຄານ, ຮ້ານອາຫານຕ່າງໆ ໃນປີ 2012 ສູງເຖິງ 70% ແຕ່ຫລຸດລົງເຫລືອ 58% ໃນປີ 2015;...
ທຸລະກິດໃດຈໍາໜ່າຍອາຫານເສີມຈໍານວນ 133 ລາຍການ ແມ່ນຈະຖືກປັບໃໝ ຫຼື ລົງໂທດທາງອາຍາ
ກະຊວງສາທາລະນະສຸກ ອອກ ໜັງສືແຈ້ງການ ກ່ຽວກັບ ຫ້າມບໍລິໂພກ ແລະ ຈຳໜ່າຍຜະລິດຕະພັນອາຫານເສີມຜິດກົດໝາຍ ສະບັບເລກທີ 1004/ກອຢ, ລົງວັນທີ 06 ກຸມພາ 2019 ແຈ້ງໃຫ້ ພໍ່ແມ່ປະຊາຊົນ, ຊາວຄ້າຂາຍ, ພະນັກງານທະຫານ ແລະ ຕຳຫຼວດ ໃນຂອບເຂດທົ່ວປະເທດ ໃຫ້ມີສະຕິຕໍ່ການບໍລິໂພກອາຫານເສີມ ເພື່ອຫຼີກລ້ຽງຜົນເສຍຫາຍທີ່ຈະເກີດແກ່ທ່ານ.
ອີງຕາມແຈ້ງການກົມອາຫານ ແລະ ຢາ,...
ຢືນຢັນ! ໝອກ PM 2.5 ຂອງນະຄອນຫຼວງອັນຕະລາຍແຕ່ບໍ່ຮ້າຍແຮງ
ກົມຄຸ້ມຄອງມົນລະພິດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຈ້ງໃຫ້ຮູ້ວ່າ ນະຄອນຫຼວງວຽງຈັນໃນປະຈຸບັນພວມປະເຊີນໜ້າກັບ ຝຸ່ນລະອອງ PM 2.5 ທີ່ເປັນພິດຕໍ່ສຸຂະພາບ ໃນເກນອັນຕະລາຍ ແຕ່ບໍ່ເຖິງຂັ້ນຮ້າຍແຮງ ແລະ ຄາດວ່າ ອີກ 2-3 ມື້ສະຖານະການຈະປັບຕົວດີຂຶ້ນ.
ຈາກການວັດແທກຂອງ ວິຊາການກົມຄຸ້ມຄອງມົນລະພິດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມວານນີ້ຊີ້ໃຫ້ເຫັນວ່າ ມີປະລິມານຄວາມໜາແໜ້ນຂອງຝຸ່ນ PM 2.5...
ແຈ້ງການ ໃຫ້ເອົາໃຈໃສ່ເຝົ້າລະວັງ ແລະສະກັດກັ້ນພະຍາດໝາກແດງໃຫຍ່
ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ອອກແຈ້ງການເຖິງພະແນກສາທາລະນະສຸກນະຄອນຫຼວງ ແລະ ແຂວງ ໃຫ້ເອົາໃຈໃສ່ເຝົ້າລະວັງ ແລະ ສະກັດກັ້ນພະຍາດໝາກແດງໃຫຍ່ເນື່ອງຈາກຫຼາຍປະເທດໃນພາກພື້ນ ແລະ ອາຊີຕາເວັນອອກມີການລະບາດຂອງພະຍາດດັ່ງກ່າວ.
ເຊິ່ງປັດໄຈພື້ນຖານຍ້ອນອັດຕາສັກຢາກັນພະຍາດໝາກແດງໃຫຍ່ຍັງຕ່ຳ; ປະເທດຟິລິບປິນມີລາຍງານພະຍາດໝາກແດງໃຫຍ່ຫຼາຍກວ່າ 12.000 ກໍລະນີ, ເສຍຊີວິດ 203 ກໍລະນີ; ປະເທດໄທລາຍງານການລະບາດຂອງພະຍາດໝາກແດງຢູ່ພາກໃຕ້ຂອງປະເທດ ພົບຫຼາຍກວ່າ 1.000 ກໍລະນີ, ເສຍຊີວິດ 12 ກໍລະນີ,...
ສຳມະນາເລື່ອງຂອງປາແດກເງິນລ້ານ ໃນງານ Top Thai Brands 2019
ໃນຕອນບ່າຍຂອງວັນທີ່ 07 ມີນາ 2019 ທີງານ Top Thai Brands 2019 ໄດ້ມີການສຳມະນາແລກປ່ຽນຄວາມຄິດຄວາມເຫັນກັນ ໃນເລື່ອງຂອງທຸລະກິດ ໃນຫົວຂໍ້ "ປາແດກເງີນລ້ານ ຈາກຄົວເຮືອນ ສູ່ຄົວໂລກ" ເຊິ່ງໃນການສຳມະນາແມ່ນມີນັກທຸລະກິດຈາກປະເທດໄທ ແລະ ປະເທດລາວ...
ເປັນທາງການແລ້ວ ສຳລັບຄີນິກຜິວໜັງອະໂສກອຸດອນ
ວັນທີ່ 4 ມີນາ 2019 ທີ່ອາຄານຄີນິກຜິວໜັງອະໂສກອຸດອນ ກົງກັນຂ້າມກັບສູນການຄ້າເຊັນທັນອຸດອນ ໄດ້ມີພິທີເປີດຄີນິກຜິວໜັງອະໂສກອຸດອນ ຢ່າງເປັນທາງການແລ້ວ ໂດຍໄດ້ຮັບກຽດຈາກບຸກຄົນຈາກຫຼາຍວົງການ ມາຮ່ວມສະແດງຄວາມຍີນດີນຳ.
ເຊັ່ນ: ທ່ານ ວັນໄຊ ຈັນທະພອນ...
ສະພາກາຊາດໄທ ມອບເຄື່ອງຊ່ວຍເຫຼືອ ແລະເຮືອກູ້ໄພ ໃຫ້ອົງການກາແດງລາວ ມູນຄ່າ 1 ແສນກວ່າໂດລາ
ພິທີມອບ-ຮັບເຄື່ອງຊ່ວຍເຫຼືອ ຈາກສະພາກາຊາດໄທ ໄດ້ຈັດຂຶ້ນ ວັນທີ
5
ມີນາ
2019
ທີ່ນະຄອນຫຼວງວຽງຈັນ,
ໃຫ້ກຽດມອບໂດຍ ທ່ານ ພົນໂທ ດຣ ອຳນາດ ບາຫຼີ, ຜູ້ອຳນວຍການ ສຳນັກງານ ບັນເທົາທຸກ, ສະພາກາຊາດໄທ ແລະ ຮັບໂດຍທ່ານ
ດຣ
ກາວີ
ພອນ
ສຸດທິ
ຫົວໜ້າກອງຊ່ວຍເຫຼືອບັນເທົາທຸກ
ອົງການກແດງລາວ,
ມີບັນດາອາສາສະໝັກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກ້າວສູ່ຄວາມທັນສະໄໝ! ສູນສຸຂະພາບແມ່ ແລະເດັກ ເປີດນໍາໃຊ້ສື່ສັງຄົມອອນລາຍກ່ຽວກັບສຸຂະພາບຈະເລີນພັນ
ວັນທີ 5 ມິີນາ
2019 ນີ້, ສູນສຸຂະພາບແມ່ ແລະ ເດັກ ກະຊວງສາທາລະນະສຸກ ຮ່ວມກັບອົງການ
ສາກົນບໍລິການປະຊາຊົນ ຫຼື PSI/Lao ໄດ້ຈັດພິທີເປີດນໍາໃຊ້ເວັບໄຊ໌
ແລະສື່ສັງຄົມອອນລາຍ ກ່ຽວກັບສຸຂະພາບຈະເລີນພັນ, ການວາງແຜນຄອບຄົວ “ຮັກມີແຜນ” ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ດຣ...
ທ່ານນາຍົກ ເນັ້ນໃຫ້ກະຊວງສາທາລະນະສຸກສືບຕໍ່ແກ້ໄຂຕົວຊີ້ວັດທີ່ບໍ່ທັນບັນລຸ
ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຕໍ່ບັນດາພະນັກງານຫລັກແຫລ່ງຂອງ ກະຊວງ ສາທາລະນະສຸກ ເນື່ອງໃນໂອກາດປິດກອງປະຊຸມສະຫລຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກທົ່ວປະເທດປະຈຳປີ 2018 ແລະ ທິດທາງແຜນການປີ2019 ໂດຍທ່ານໄດ້ເນັ້ນໃຫ້ກະຊວງສາທາລະນະສຸກເອົາໃຈໃສ່ຫລາຍບັນຫາເປັນຕົ້ນແມ່ນ ໃຫ້ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດ ແລະ ແກ້ໄຂ...
ຂະແໜງສາທາລະນະສຸກ ຍັງມີຫລາຍຕົວຊີ້ວັດ ມີແນວໂນ້ມທີ່ຈະບໍ່ບັນລຸ
ການຈັດຕັ້ງປະຕິບັດ 10 ຕົວຊີ້ວັດ ທີ່ສະພາແຫ່ງຊາດ ໄດ້ຮັບຮອງໃຫ້ກະຊວງສາທາ ລະນະສຸກ ຈັດຕັ້ງປະຕິບັດ ໃນປີ 2018 ຜ່ານມາ ໄດ້ມີຫລາຍຕົວຊີ້ວັດ ທີ່ມີຄວາມຄືບໜ້າເປັນທີ່ໜ້າພໍໃຈ ເປັນຕົ້ນ ອັດຕາເດັກນ້ອຍລຸ່ມ 5 ປີ ທີ່ມີລວງສູງບໍ່ໄດ້ມາດຕະຖານ, ອັດຕາການຕາຍຂອງເດັກລຸ່ມ 5 ປີ (1.000 ເດັກເກີດມີຊີວິດ), ອັດຕາການຕາຍຂອງແມ່...