ອ່ານດ່ວນ! ມາດຕະການຜ່ອນຜັນຊົ່ວຄາວເພີ່ມເຕີມ ເລີ່ມຕັ້ງແຕ່ວັນທີ 18 ພຶດສະພາ 2020 ຫາ ວັນທີ 1 ມິຖຸນາ 2020
ຄະນະສະເພາະກິດ ໄດ້ຖະແຫຼງຂ່າວປະຈຳວັນ ວັນທີ 15 ພຶດສະພາ 2020 ໂດຍໄດ້ຖະແຫຼງກ່ຽວກັບມາດຕະການຜ່ອນຜັນເພີ່ມເຕີມ ເລິ່ມແຕ່ວັນ 18 ພຶດສະພາ 2020 ຫາ 1 ມິຖຸນາ 2020 ໂດຍມີເນື້ອໃນດັ່ງນີ້:
ມາດຕະກາດຜ່ອນຜັນເພີ່ມມີດັ່ງນີ້
ອ່ານດ່ວນ! ຂໍ້ຕົກລົງວ່າດ້ວຍ ການອະນຸມັດ ເກັບເງິນຄ່າບໍລິການກວດ ແລະ ປິ່ນປົວພະຍາດໂຄວິດ-19
ກະຊວງສາທາລະນະສຸກ ໄດ້ອອກຂໍ້ຕົກລົງວ່າດ້ວຍ ການອະນຸມັດ ເກັບເງິນຄ່າບໍລິການກວດ ແລະ ປິ່ນປົວພະຍາດ ໂຄວິດ-19
ຕັ້ງສະຕິ ອ່ານໃຫ້ຈົບ! ຕິດເຊື້ອ Covid-19 ເປັນໄດ້ກະເຊົາໄດ້ ຈາກຄຳແນະນຳໜຶ່ງໃນຜູ້ຕິດເຊື້ອ
ກະຊວງສາທາລະນະສຸກ ໄດ້ອອກມາຖະແຫຼງຂ່າວຢ່າງເປັນທາງການແລ້ວວ່າ ພົບຜູ້ຕິດເຊື້ອ Covid-19 6 ຄົນແລ້ວໃນ ສປປ.ລາວ ເຊິ່ງໄດ້ສ້າງຄວາມກັງວົນ ແລະ ແຕກຕື່ນໃຫ້ກັບປະຊາຊົນລາວເປັນຈໍານວນຫຼວງຫຼາຍ
ເລື່ອງລາວເຜີຍແຜ່ຈາກຜູ້ໃຊ້ Facebook ຊື່ Tong...
ດ່ວນ! ຄະນະສະເພາະກິດ ກໍານົດ 2 ໄລຍະ ຜ່ອນຜັນມາດຕະການ ໂຄວິດ-19
ຄະນະສະເພາະກິດ ຫາລືແຜນການຜ່ອນຜັນບາງມາດຕະການ ຕໍ່ການລະບາດພະຍາດວິດ-19
ສຳນັກຂ່າວສານປະເທດລາວ ລາຍງານວ່າ: ວັນທີ 27 ເມສາ 2020 ທີ່ຜ່ານມາ, ຄະນະສະເພາະກິດ ໄດ້ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບ ແຜນການຜ່ອນຜັນບາງມາດຕະການ ຫລັງວັນທີ 3 ພຶດສະພາ 2020, ຖ້າບໍ່ມີລາຍງານກໍລະນີຕິດເຊື້ອພະຍາດໂຄວິດ-19 ໃໝ່ ໃນ ສປປ ລາວ, ເຊິ່ງກອງປະຊຸມຈດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທັງເປັນປະທານຄະນະສະເພາະກິດເພື່ອ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໂດຍການເຂົ້າຮ່ວມຂອງຄະນະດັ່ງກ່າວ.
ຈຸດປະສົງຂອງແຜນການຜ່ອນຜັນບາງມາດຕະການ ຫລັງວັນທີ 3 ພຶດສະພາ 2020 ແມ່ນເພື່ອໃຫ້ມີຄວາມປອດໄພຕໍ່ຊີວິດ ແລະ ຊັບສິນຂອງພໍ່ແມ່ປະຊາຊົນ, ຫລຸດຜ່ອນຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ຜົນກະທົບຕໍ່ເສດຖະກິດ-ສັງຄົມຂອງ ສປປລາວ ແລະ ເພື່ອເປັນທິດທາງ ແລະ ບ່ອນອີງໃນການຜ່ອນຜັນມາດຕະການໃນຂອງເຂດທົ່ວປະເທດ, ພ້ອມກັນນັ້ນ ກໍເພື່ອເປັນການຈຳກັດບໍ່ໃຫ້ມີການແຜ່ລະບາດເປັນວົງກວ້າງ ແລະ ກັບຄືນມາຮອບໃໝ່ຂອງພະຍາດໂຄວິດ-19, ເຮັດໃຫ້ຊຸມຊົນໄດ້ກັບມາໃຊ້ຊີວິດຕາມປົກກະຕິເທື່ອລະກ້າວ ແລະ ມີຜົນກະທົບຕໍ່ເສດຖະກິດ-ສັງຄົມ ໜ້ອຍທີ່ສຸດ ແລະ ເພື່ອໃຫ້ສັງຄົມມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພ ແລະ ຄວາມໝັ້ນຄົງຂອງຊາດ.
ປາກລາຍເຂັ້ມງວດ! ຕໍ່ແຮງງານລາວ ທີ່ເດີນທາງກັບບ້ານເກີດ ມີການກັກ 14 ວັນຕິດຕາມອາການ
ສະຖານະການ ການແຜ່ລະບາດຂອງພະຍາດອັກເສບປອດ ໂຄວິດ-19 ນັບມື້ຮຸນແຮງ ແລະ ແຜ່ລະບາດຢູ່ຫຼາຍປະເທດທົ່ວໂລກ, ຂະນະທີ່ສປປ ລາວ ປັດຈຸບັນກວດພົບ 2 ກໍລະນີ ຕິດເຊື້ອໂຄວິດ-19 ໂດຍຢືນຢັນຈາກກະຊວງສາທາລະນະສຸກ.
ຂະນະທີ່ ເມືອງປາກລາຍ ແຂວງໄຊຍະບູລີ ກໍ່ໄດ້ແຕ່ງຕັ້ງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ ຕໍ່ການລະບາດຂອງພະຍາດ ໂຄວິດ 19, ໄດ້ດຳເນີນມາດຕະການຈຳນວນໜຶ່ງ ແລະ ໄດ້ເຮັດວຽກຢ່າງໃກ້ຊິດ ກັບອົງການອະນາໄມໂລກ ປະຈຳ ສປປ ລາວ.
ເຊິ່ງມາຮອດປະຈຸບັນ ບັນດາແຮງງານລາວທີ່ໄດ້ເດີນທາງກັບມາຈາກປະເທດໄທກໍ່ໄດ້ຖືກນຳໂຕເຂົ້າມາກັກໂຕຢູ່ບໍລິເວນຕາມຫຼັກການສາກົນເປັນເວລາ 14 ວັນ, ເຊິ່ງໃນຕອນບ່າຍວັນທີ 24 ມີນາ 2020 ຜ່ານມາ ທ່ານ ສົມດີ ຄົງສະຫວັນ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດ ເມືອງ ກໍ່ໄດ້ລົງຕິດຕາມການລົງປະຕິບັດງານຂອງໜ່ວຍສະກິດເຝົ້າລະວັງ ແລະ ປ້ອງກັນການແຜ່ລະບາດຂອງເຊື້ອໄວຣັສ ໂຄວິດ 19.
ດ່ວນ! ພົບຜູ້ຕິດເຊື້ອພະຍາດໂຄວິດ-19, 2 ຄົນທໍາອິດໃນ ສປປ ລາວ
ກະຊວງສາທາລະນະສຸກຢືນຢັນເວລາ 14:30 ນາທີຂອງວັນທີ 24 ມີນາ 2020 ທີ່ນະຄອນຫລວງວຽງຈັນວ່າພົບຜູ້ຕິດເຊື້ອພະຍາດອັກເສບປອດໂຄວິດ 2 ຄົນຄື: ຜູ້ທີ 1 ແມ່ນເພດຍິງອາຍຸ 36 ປີ ອາຊີບພະນັກງານນໍາທ່ຽວ ແລະ ຜູ້ທີ 2 ແມ່ນເພດຊາຍ ອາຍຸ 28 ປີ...
ສປ ຈີນ ຈະສົ່ງຄະນະແພດ 11 ທ່ານ ມາຊ່ວຍລາວຕ້ານໂຄວິດ-19 ໃນວັນທີ 29 ມີນາ 2020
ແຂວງຢຸນນານ ສປ ຈີນ ຈະສົ່ງທີມແພດຈຳນວນ 11 ທ່ານພ້ອມດ້ວຍອຸປະກອນການແພດຈຳນວນໜຶ່ງ ມາຊ່ວຍ ສປປ ລາວ ຕ້ານການລະບາດຂອງພະຍາດໂຄວິດ-19, ອີງຕາມໂທລະສານທາງລັດຖະການຂອງສະຖານກົງສຸນໃຫຍ່ແຫ່ງ ສປປ ລາວ ປະຈຳນະຄອນຄຸນມິງ ສປຈີນ ເມື່ອວັນທີ 27 ມີນາ 2020.
ໂທລະສານທາງລັດຖະການດັ່ງກ່າວໄດ້ຖືກສົ່ງເຖິງກະຊວງການຕ່າງປະເທດ ໂດຍມີເນື້ອໃນລະບຸວ່າ:
"ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ນະຄອນຄຸນມິງ, ສປ ຈີນ ຂໍຖືເປັນກຽດຮຽນລາຍງານມາຍັງກະຊວງ (ກົມ ອປອ ) ຊາບວ່າ: ຜ່ານການປະສານສົມທົບກັນ ລະຫວ່າງ ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ນະຄອນຄຸນມິງ, ສປ ຈີນ ແລະ ຫ້ອງການຕ່າງປະເທດແຂວງຢູນນານ ກ່ຽວກັບການກະກຽມຈັດສົ່ງທິມງານແພດໝໍ ແລະ ອຸປະກອນການແພດໄປຊ່ວຍເຫຼືອລາວ ໃນການຕ້ານການລະບາດຂອງ ໂຄວິດ-19.
ເວລາປະມານ 13:30 ໂມງ ຂອງວັນທີ 27 ມີນາ ພາກສ່ວນກ່ຽວຂ້ອງຂອງແຂວງຢຸນນານໄດ້ຕົກລົງຈັດສົ່ງທີມງານແພດໝໍຈໍານວນ 11 ທ່ານພ້ອມດ້ວຍອຸປະກອນການແພດຈໍານວນໜຶ່ງໄປຊ່ວຍລາວ ຕ້ານການລະບາດຂອງໂຄວິດ-19, ເຊິ່ງຈະເດີນທາງໄປລາວ ໃນວັນທີ 29 ມີນາ2020 ດ້ວຍຖ້ຽວບິນ QV816(10:50-11:15) ຂອງສາຍການບິນລາວ.
ປິ້ງໄກ່ນາປົ່ງ ປິດຮ້ານ ໃຫ້ພະນັກງານພັກຕິດຕາມ 14 ວັນ ຫລັງຈາກຜູ້ຕິດເຊື້ອໂຄວິດ-19 ມາບໍລິການ
ຫລັງຈາກຊາບວ່າ ມີຜູ້ຕິດເຊື້ອ Covid-19 ໄດ້ມາໃຊ້ບໍລິການຢູ່ຮ້ານປີ້ງໄກ່ນາປົ່ງສາຂາ(ສີບຸນເຮືອງ) ກິນເຂົ້າບໍ່ຮອດ 1 ຊົ່ວໂມງ ໃນວັນທີ 21 ມີນາ 2020 ຜ່ານມານັ້ນ ເຈົ້າຂອງຮ້ານ ນຳໃຊ້ມາດຕະການປ້ອງກັນ ແລະ ຕອບໂຕ້ພະຍາດດັ່ງກ່າວ ເພື່ອບໍ່ເປັນການປະຫມາດ ໄດ້ມີການ ປິດຮ້ານ, ສີດພົ່ນຂ້າເຊື້ອ ແລະ ໃຫ້ພະນັກງານກັກກັນໂຕເອງຢູ່ບ້ານ...
ເປີດເຜີຍ! ໂສມລາວ ຄຸນນະພາບລະດັບໂລກ!
ບາງຄົນອາດຄິດວ່າ ໂສມນັ້ນ, ມີແຕ່ເກີດຢູ່ໃນແດນກິມຈິພຽງປະເທດດຽວເທົ່ານັ້ນ! ຫຼືຄິດວ່າ ເກີດສະເພາະແຕ່ປະເທດທີ່ອາກາດໜາວໆ ໂດຍສະເພາະ!.
ແຕ່ເຈົ້າອາດຈະຄິດຜິດ "ຢູ່ເມືອງລາວເຮົາ ກໍມີໂສມຄືກັນ"
ອ່ານແລ້ວບໍ່? ການສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ ໄລຍະແຕ່ວັນທີ 02-30 ມິຖຸນາ 2020
ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການສະບັບເລກທີ 597/ຫສນຍ ລົງວັນທີ 29 ພຶດສະພາ 2020 ວ່າດ້ວຍມາດຕະການຜ່ອນຜັນ ມາດຕະການໃນການປ້ອງກັນ ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນໄລຍະວັນທີ 02-30 ມິຖຸນາ 2020
ລັດຖະບານ ໄດ້ຕົກລົງ...