Sunday, June 16, 2019

ຄວາມເຊື່ອແລະຄ່ານິຍົມຂອງການສັກລາຍຂອງ​ຄົນ​ລາວ

ສັກລາຍ ຫຼືລາຍສັກແມ່ນສິລະປະເທິງຜິວໜັງຢ່າງໜຶ່ງ ເຊິ່ງມັນບໍ່ໄດ້ເປັນພຽງລາຍສັກເທົ່ານັ້ນແຕ່ຍັງມີຫຼາຍສິ່ງຢ່າງທີ່ເຊື່ອງຊ້ອນແອບແຝງຢູ່ ເຊິ່ງເຮົາເອີ້ນວ່າຄວາມເຊື່ອ ແລະຄ່ານິຍົມ.

ທີ່ມາຂອງປີໃຫມ່ລາວບູຮານ ຕາມແບບ​ປະ​ຕິ​ທິນ​ຈັນ​ທະ​ລະ​ຄະ​ຕິ

ປີ​ໃໝ່​ລາວ ແຕ່ກ່ອນສະໄຫມດັ້ງເດີມ ຄົນລາວນັບເດືອນຈັນທະລະຄະຕິ ແລະ ສະຫລອງຂຶ້ນປີໃຫມ່ໃນເດືອນອ້າຍ; ເພິ່ນຖືເອົາມື້ຂຶ້ນ 1 ຄໍ່ເດືອນອ້າຍ ຫລື ເດືອນຈຽງ (ເດືອນລາວ) ເພາະຄໍາວ່າ “ອ້າຍ” ກໍແປວ່າ ກົກ ຫລື ທໍາອິດ, ກຸ່ມຄົນໄຕ-ຫລື ໄທ ຫລາຍກຸ່ມເຊັ່ນ: ໄທດໍາ,...

​ມາ​ຮູ້​ຈັກ! ປີ​ໃໝ່ສົງ​ການ 5 ປະ​ເທດ ລາວ ໄທ ມຽນ​ມາ ກຳ​ປູ​ເຈຍ ແລະ​​ສິບ​ສອງ​ປັນ​ນາ ຈີນ

ອີກບໍ່ພໍເທົາໃດວັນກໍກ້າວເຂົ້າ ສູ່ເດືອນເມສາແລ້ວ ເຊິ່ງເປັນເດືອນແຫ່ງການສະເຫລີມສະຫລອງບຸນປະເພນີທີ່ສຳຄັນຂອງປະຊາຊົນລາວນັ້ນກໍຄືປະເພນີບຸນກຸດສົງການ ຫລື ບຸນປີໃໝ່ລາວ ໃນພາກພື້ນອາຊຽນ ນີ້ ການສະຫລອງບຸນກຸດສົງການ ບໍ່ມີຢູ່ແຕ່ປະເທດລາວປະເທດດຽວເທົ່ານັ້ນ ຍັງມີປະເທດທີ່ ຖືສາດສະໜາພຸດຮ່ວມກັນ 5 ປະເທດເຊັ່ນ: ລາວ, ໄທ, ມຽນມາ, ກຳປູເຈຍ...

ສົງ​ການ​ປີນີ້! ນາງ​ທຸງ​ສະ​ເທວີ ຂີ່​ຄຸດ​ເປັນ​ພາ​ຫະ​ນະ ນາກ​ຫຼິ້ນ​ນ້ຳ 3 ໂຕ ​ຈະເກີດ​ໄພ​ພິ​ບັດ/ເຄື່ອງ​ຂອງ​ແພງ

ສຳນັກວັດປ່າໂພນເພົາວະນາຣາມ ຫຼວງພະບາງ ໄດ້ຄິດໄລ່ ແລະ ປະກາດວັນປີໃໝ່ລາວປີນີ້ ປິກຸນ ກັດໃຄ້ ເອກະສົກ ຈຸລະສັກກະຣາດ 1381 ຈັນທະຣະຄະຕິເປັນປົກກະຕິມາດ ປົກກະຕິວານ ທາງສຸລິຍະຄະຕິເປັນປົກກະຕິສຸລະທິນ.

ຄວາມເຊື່ອດັ້ງເດີມຂອງຊົນເຜົ່າລາວ-ໄຕ ໃນ​ສະ​ໄໝ​ບູ​ຮານ 3000-4000 ປີ​ກ່ອນ

ຄວາມເຊື່ອດັ່ງເດີມຄື ຄວາມເຊື່ອທີ່ປາກົດໃນສັງຄົມປະຊາຊົນລາວ ກ່ອນໄດ້ຮັບອິດທິພົນພຸດທະສາສະຫນາເຂົ້າມາໃນອານາຈັກລາວລ້ານຊ້າງ. ເຊິ່ງສ່ວນໃຫຍ່ມະນຸດມີຄວາມເຊື່ອເຫຼົ່ານີ້ ກໍເພື່ອແກ້ເຫດແຫ່ງຄວາມກົວ ທີ່ມະນຸດຕ້ອງປະສົບກັບໄພທໍາມະຊາດ. ດັ່ງນັ້ນ, ເກີດຄວາມເຊື່ອຂຶ້ນມາເພື່ອປົກປ້ອງ ຕົນເອງໃຫ້ພົ້ນຈາກໄພທໍາມະຊາດ, ເປັນຄວາມເຊື່ອຜູກພັນກ່ຽວກັບຜີສາງເທວະດາ ແລະ ສິ່ງສັກສິດຕ່າງໆ. ຄວາມເຊື່ອກ່ຽວກັບຜີວິນຍານໃນສັງຄົມລາວມາແຕ່ດັ້ງເດີມ ແລະ ໃຫ້ຄວາມສໍາຄັນຕໍ່ວິຖີຊີວິດເຊັ່ນ: ການຍຶດຫມັ້ນໃນຄະຕິຂອງບັນພະບູລຸດ, ຂະນົບທໍານຽມປະເພນີ, ເຊື່ອຖືໃນສິ່ງທີ່ສັກສິດ,...

ຄວາມ​ເປັນ​ມາ​ຂອງບຸນເດືອນຫ້າ ​ຕຸດ​ສົງ​ການປະ​ເພ​ນີ​ລາວ​ອັນ​ເກົ່າ

 ຄໍາວ່າ " ສົງນໍ້າ " ໄດ້ແກ່ອາບນ້ຳ ຫລືຫົດນໍ້າ ບຸນສົງນ້ຳຕາມປະເພນີນິຍົມ ເຮັດກັນໃນເດືອນຫ້າ ໂດຍກໍານົດເວລາເດືອນໜຶ່ງ ຕັ້ງແຕ່ຂຶ້ນ ໑໕ ຄໍ່າເດືອນ ໕ ເຖິງ ຂຶ້ນ ໑໕ ຄໍ່າເດືອນຫົກ...

ຮອງລັດຖະມົນຕີ ຖວທ ເນັ້ນໜັກ ແຂວງເຊກອງເອົາໃຈໃສ່ 6 ວຽກທີ່ສໍາຄັນ

ທີ່ແຂວງເຊກອງ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີກະຊວງ ຖວທ ໄດ້ເນັ້ນໜັກ ໃຫ້ພະແນກ ຖວທ ແຂວງເຊກອງເອົາໃຈໃສ່ 6 ໜ້າວຽກທີ່ສໍາຄັນ ໃນປີ...

ຕ້ອງ​ຮູ້! ປະ­ເພ­ນີ​ລົງ​ຂ່ວງ ໜຶ່ງ​ໃນ 19 ປະ​ເພ​ນີ​ທີ່​ສຳ​ຄັນ​ຂອງ​ບູ​ຮານ​ລາວ

ນີ້​ແມ່ນ​ໜຶ່ງ​ໃນ 19 ປະ­ເພ­ນີ​ໃຫຍ່ໆ​ທີ່​ຄົນ​ລາວ​ບູ­ຮານ​ແຕ່​ກີ້​ແຕ່​ກ່ອນ​ເພິ່ນ​ພາ­ກັນ​ເຮັດ​ເປັນ​ປະ­ຈຳ ເຊິ່ງ​ໃນ​ປັດ­ຈຸ­ບັນ​ກໍ​ຍັງ​ມີ​ຫລາຍ​ປະເພ­ນີ ໄດ້​ຈັດ​ຕັັ້ງ​ປະ­ຕິ­ບັດ​ກັນ​ຢູ່​ໂດຍ ສະ­ເພາະ​ຢູ່​ເຂດ​ຊົນ­ນະ­ບົດ ແລະ ຜູ້ຂຽນ​ກໍ​ເຄີຍ​ໄດ້​ເຫັນ​ພາບ​ແຫ່ງ​ການດຳ­ລົງ​ຊີ­ວິດ​ແບບ​ບູ­ຮານ​ຂອງ​ຊາວ ບ້ານ ແລະ ຂໍ​ເຊື່ອມໂຍງ​ການ​ດຳ­ລົງ ຊີ­ວິດ​ດັ່ງ­ກ່າວ​ເຂົ້າ​ໃນ​ເລື່ອງ “ປະ­ເພ­ນີ​ການ​ລົງ​ຂ່ວງ “ເພື່ອ​ເຮັດ​ໃຫ້ເຫັນບັນ­ຍາ­ກາດເກົ່າໆ​ຂອງ​ປູ່​ຍ່າ​ຕາຍາຍ​ພວກ​ເຮົາ ໃນ​ສະ­ໄໝ​ກ່ອນ​ກີ້. ການ​ລົງ​ຂ່ວງ​ໝາຍ​ເຖິງ​ການ​ເຕົ້າ­ໂຮມ​ຊາວ­ບ້ານ ເຊິ່ງ​ຄຳ​ວ່າ “ຂ່ວງ” ນີ້​ໝາຍ​ເຖິງ​ເດີ່ນ​ບ້ານ, ເດີ່ນ​ວັດ...ການ​ລົງ​ຂ່ວງ​ນັບ​ວ່າ​ເປັນ​ອີກ​ໜຶ່ງ​ກິດ­ຈະ­ກຳ​ສ່ວນ​ລວມ​ຂອງ​ຊາວ­ບ້ານ ເພື່ອ​ການ​ພົບ​ປະ​ສ້າງ­ສັນ, ການ​ຟັງຂ່າວ​ສະ­ພາບ​ການ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ,ວຽກ​ງານ​ສາ­ສະ­ໜາ, ການ​ເລົ່າ​ນິ­ທານ​ພື້ນ­ເມືອງ,...

ວັດອົງຕື້ ມະຫາວິຫານ ດຳເນີນການບູລະນະຂັ້ນທີສີ່​ ໃຫ້ກົມວິຈິດສິນລົງລວດລາຍກ່ອນສົມໂພດປີ 2020

ການບູລະນະປະຕິສັງຂອນພຸດທະສິມມາ ວັດອົງຕື້ ມະຫາວິຫານ ແມ່ນສຳເລັດເປັນຂັ້ນທີສາມແລ້ວ ຍັງແຕ່ຂັ້ນທີສີ່ ເຊິ່ງຈະເປັນການລົງລວດລາຍຈາກກົມວິຈິດສິນ ແລະ ທີ່ຍັງຄົງຄ້າງ ຄາດວ່າຈະສຳເລັດພ້ອມຈັດສົມໂພດຄັ້ງໃຫຍ່ຕົ້ນປີ 2020.

ເມືອງແຖນ ຖິ່ນກຳເນີດດັ້ງ​ເດີມຂອງບັນດາບັນພະບູລຸດເຜົ່າ ລາວ-ໄຕ

ເມືອງແຖນນີ້ຕັ້ງຢູ່ ເຂດ 12 ຈຸໄທ ທີ່ບໍລິເວນລ້ອງແມ່ນຳ້ດຳ (ດຽນບຽນຟູປະຈຸບັນນີ້) ເປັນເມືອງຕັ້ງຍູ່ດ້ານຕາເວັນອອກຂອງລ້ານຊ້າງ. ປະຫວັດຄວາມເປັນມາຂອງເມືອງແຖນນີ້ໃນພົງສາວະດານແລະຕຳນານບູຮານໄດ້ອ້າງວ່າ ເມືອງແຖນແມ່ນ ຖີ່ນກຳເນີດຂອງບັນດາບັນພະບູລຸດຂອງເຜົ່າ ລາວ-ໄຕ ຈາກນັ້ນຈຶ່ງໄດ້ພາກັນຍ້າຍໄປສ້າງບ້ານແປງເມືອງ ຢູ່ຕາມເຂດທີ່ເປັນປະເທດລາວແລະປະເທດໄທໃນປະຈຸບັນນີ້ ຂຸນລໍຄຳໄດ້ພາໄພ່ພົນລົງມາສ້າງບ້ານແປງເມືອງຢູ່ທົ່ງສາມໝື່ນ ດິນແດນທີ່ເອີ້ນວ່າເມືອງແຖນ ຫລື ແຖງໃນປະຈຸບັນນິ້ ຂຸນລໍຄຳມີເລື່ອງເລົ່າຄ້າຍຄືກັບຂຸນບູຣົມ ທີ່ກ່າວໃນພົງສາວະດານລ້ານຊ້າງແລະໃນທ້າຍພົງສາວະດານຂອງພວກລາວໄຕຍັງໄດ້ບອກວ່າເມື່ອຂຸນລໍຄຳຕາຍແລ້ວຈື່ງມີຜູ້ມີບຸນມາເກີດຜູ້ນັ້ນຄືຂຸນບູຣົມ. ພົງສາວະດານລ້ານຊ້າງໄດ້ກ່າວວ່າ ຂຸນບູຣົມລົງມາສ້າງບ້ານແປງເມືອງທີ່ທົ່ງນານ້ອຍອ້ອຍຫນູ (ດຽນບຽນຟູ) ແລະໄດ້ສົ່ງລູກຊາຍ7ຄົນອອກໄປປົກຄອງເມືອງຕ່າງໆ ເພືອ່ຂະຫຍາຍເຂດແດນປົກຄອງລົງມາທາງໃຕ້ຄື: 1.ຂຸນລໍໄປປົກຄອງເມືອງຊວາ 2.ຍີ່ຜາລານໄປປົກຄອງຕ້າຫໍຫລືຫໍແຕ (ຊຽງຮຸ່ງ) 3.ສາມຈຸສົ່ງໄປປົກຄອງເມືອງນະຄອນຈຸລະນີພົມມະທັດ (ພິມາຍ) 4.ຂຸນໄສພົງ...