Monday, March 25, 2019

ມູນນິທິສອງມືນາງ ຍົກລະດັບເຕັກນິກການມັດມີ່ ເພື່ອສືບສານລາຍມັດມີ່ລາວແບບດັ່ງເດີມ

ໃນລະຫວ່າງວັນທີ 21-23 ມີນາ 2019 ມູນນິທິສອງມືນາງ ຈັດຝຶກອົບຮົມ ກ່ຽວກັບການຍົກລະດັບເຕັກນິກການມັດມີ່ຂອງລາວຂຶ້ນ ເພື່ອເຮັດໃຫ້ສີໄມ້ລາຍມືການມັດມີ່ຂອງລາວ ທີ່ເປັນເອກະລັກແບບດັ່ງເດີມໃຫ້ກາຍເປັນທີ່ຮູ້ຈັກ ແລະຍັງຄົງສືບທອດ

SACICT ສົ່ງເສີມ ແລະພັດທະນາສິລະປະຫັດຖະກຳ ຜ່ານການແລກປ່ຽນຄວາມຮູ້ດ້ານຫັດຖະສິນໃນວັດທະນະທຳຮ່ວມ

ໃນວັນທີ 20 ມີນາ, ສະຖາບັນວິຈິດສິນແຫ່ງ ສປປ ລາວ ຮ່ວມກັບ ສູນສົ່ງເສີມສິນລະປະຊີບລະຫວ່າງປະເທດ (ອົງການມະຫາຊົນ) ຫຼື SACICT ນໍາຄະນະຜູ້ບໍລິຫານ ແລະສື່ມວນຊົນເຂົ້າຮ່ວມກິດຈະກຳແລກປ່ຽນຄວາມຮູ້ດ້ານຫັດຖະສິນໃນວັດທະນະທຳຮ່ວມ

ໄດ້​ແລ້ວ! ໂສມໜ້ານາງ​ສາວງາມເຂົ້າຮອບ 20 ຄົນສຸດທ້າຍນະ​ຄອນ​ຫຼວງວຽງຈັນ

ພະແນກຖະແຫຼງຂ່າວວັດທະນະທຳ ແລະທ່ອງທ່ຽວນະຄອນ ຫຼວງວຽງຈັນ (ຖວທ ນວ) ຮ່ວມ ກັບບໍລິສັດກຣິດຕະພົງກຣຸບຈຳກັດໄດ້ຈັດງານຖະແຫຼງຂ່າວເປີດໂຕ ນາງສາວນະຄອນຫຼວງວຽງຈັນ (ນວ) ປະຈໍາປີ 2019. ທ່ານ ນາງ ອໍລະໄທ ສັນຕິຄົງຄາ ຜູ້ອຳນວຍການບໍລິສັດກຣິດຕະ ພົງກຣຸບຈຳກັດທັງເປັນປະທານຈັດງານຄັດເລືອກນາງສາວ ນວ ປະ...

ຕ້ອງ​ຮູ້! ປະ­ເພ­ນີ​ລົງ​ຂ່ວງ ໜຶ່ງ​ໃນ 19 ປະ​ເພ​ນີ​ທີ່​ສຳ​ຄັນ​ຂອງ​ບູ​ຮານ​ລາວ

ນີ້​ແມ່ນ​ໜຶ່ງ​ໃນ 19 ປະ­ເພ­ນີ​ໃຫຍ່ໆ​ທີ່​ຄົນ​ລາວ​ບູ­ຮານ​ແຕ່​ກີ້​ແຕ່​ກ່ອນ​ເພິ່ນ​ພາ­ກັນ​ເຮັດ​ເປັນ​ປະ­ຈຳ ເຊິ່ງ​ໃນ​ປັດ­ຈຸ­ບັນ​ກໍ​ຍັງ​ມີ​ຫລາຍ​ປະເພ­ນີ ໄດ້​ຈັດ​ຕັັ້ງ​ປະ­ຕິ­ບັດ​ກັນ​ຢູ່​ໂດຍ ສະ­ເພາະ​ຢູ່​ເຂດ​ຊົນ­ນະ­ບົດ ແລະ ຜູ້ຂຽນ​ກໍ​ເຄີຍ​ໄດ້​ເຫັນ​ພາບ​ແຫ່ງ​ການດຳ­ລົງ​ຊີ­ວິດ​ແບບ​ບູ­ຮານ​ຂອງ​ຊາວ ບ້ານ ແລະ ຂໍ​ເຊື່ອມໂຍງ​ການ​ດຳ­ລົງ ຊີ­ວິດ​ດັ່ງ­ກ່າວ​ເຂົ້າ​ໃນ​ເລື່ອງ “ປະ­ເພ­ນີ​ການ​ລົງ​ຂ່ວງ “ເພື່ອ​ເຮັດ​ໃຫ້ເຫັນບັນ­ຍາ­ກາດເກົ່າໆ​ຂອງ​ປູ່​ຍ່າ​ຕາຍາຍ​ພວກ​ເຮົາ ໃນ​ສະ­ໄໝ​ກ່ອນ​ກີ້. ການ​ລົງ​ຂ່ວງ​ໝາຍ​ເຖິງ​ການ​ເຕົ້າ­ໂຮມ​ຊາວ­ບ້ານ ເຊິ່ງ​ຄຳ​ວ່າ “ຂ່ວງ” ນີ້​ໝາຍ​ເຖິງ​ເດີ່ນ​ບ້ານ, ເດີ່ນ​ວັດ...ການ​ລົງ​ຂ່ວງ​ນັບ​ວ່າ​ເປັນ​ອີກ​ໜຶ່ງ​ກິດ­ຈະ­ກຳ​ສ່ວນ​ລວມ​ຂອງ​ຊາວ­ບ້ານ ເພື່ອ​ການ​ພົບ​ປະ​ສ້າງ­ສັນ, ການ​ຟັງຂ່າວ​ສະ­ພາບ​ການ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ,ວຽກ​ງານ​ສາ­ສະ­ໜາ, ການ​ເລົ່າ​ນິ­ທານ​ພື້ນ­ເມືອງ,...

ວັດອົງຕື້ ມະຫາວິຫານ ດຳເນີນການບູລະນະຂັ້ນທີສີ່​ ໃຫ້ກົມວິຈິດສິນລົງລວດລາຍກ່ອນສົມໂພດປີ 2020

ການບູລະນະປະຕິສັງຂອນພຸດທະສິມມາ ວັດອົງຕື້ ມະຫາວິຫານ ແມ່ນສຳເລັດເປັນຂັ້ນທີສາມແລ້ວ ຍັງແຕ່ຂັ້ນທີສີ່ ເຊິ່ງຈະເປັນການລົງລວດລາຍຈາກກົມວິຈິດສິນ ແລະ ທີ່ຍັງຄົງຄ້າງ ຄາດວ່າຈະສຳເລັດພ້ອມຈັດສົມໂພດຄັ້ງໃຫຍ່ຕົ້ນປີ 2020.

ເມືອງແຖນ ຖິ່ນກຳເນີດດັ້ງ​ເດີມຂອງບັນດາບັນພະບູລຸດເຜົ່າ ລາວ-ໄຕ

ເມືອງແຖນນີ້ຕັ້ງຢູ່ ເຂດ 12 ຈຸໄທ ທີ່ບໍລິເວນລ້ອງແມ່ນຳ້ດຳ (ດຽນບຽນຟູປະຈຸບັນນີ້) ເປັນເມືອງຕັ້ງຍູ່ດ້ານຕາເວັນອອກຂອງລ້ານຊ້າງ. ປະຫວັດຄວາມເປັນມາຂອງເມືອງແຖນນີ້ໃນພົງສາວະດານແລະຕຳນານບູຮານໄດ້ອ້າງວ່າ ເມືອງແຖນແມ່ນ ຖີ່ນກຳເນີດຂອງບັນດາບັນພະບູລຸດຂອງເຜົ່າ ລາວ-ໄຕ ຈາກນັ້ນຈຶ່ງໄດ້ພາກັນຍ້າຍໄປສ້າງບ້ານແປງເມືອງ ຢູ່ຕາມເຂດທີ່ເປັນປະເທດລາວແລະປະເທດໄທໃນປະຈຸບັນນີ້ ຂຸນລໍຄຳໄດ້ພາໄພ່ພົນລົງມາສ້າງບ້ານແປງເມືອງຢູ່ທົ່ງສາມໝື່ນ ດິນແດນທີ່ເອີ້ນວ່າເມືອງແຖນ ຫລື ແຖງໃນປະຈຸບັນນິ້ ຂຸນລໍຄຳມີເລື່ອງເລົ່າຄ້າຍຄືກັບຂຸນບູຣົມ ທີ່ກ່າວໃນພົງສາວະດານລ້ານຊ້າງແລະໃນທ້າຍພົງສາວະດານຂອງພວກລາວໄຕຍັງໄດ້ບອກວ່າເມື່ອຂຸນລໍຄຳຕາຍແລ້ວຈື່ງມີຜູ້ມີບຸນມາເກີດຜູ້ນັ້ນຄືຂຸນບູຣົມ. ພົງສາວະດານລ້ານຊ້າງໄດ້ກ່າວວ່າ ຂຸນບູຣົມລົງມາສ້າງບ້ານແປງເມືອງທີ່ທົ່ງນານ້ອຍອ້ອຍຫນູ (ດຽນບຽນຟູ) ແລະໄດ້ສົ່ງລູກຊາຍ7ຄົນອອກໄປປົກຄອງເມືອງຕ່າງໆ ເພືອ່ຂະຫຍາຍເຂດແດນປົກຄອງລົງມາທາງໃຕ້ຄື: 1.ຂຸນລໍໄປປົກຄອງເມືອງຊວາ 2.ຍີ່ຜາລານໄປປົກຄອງຕ້າຫໍຫລືຫໍແຕ (ຊຽງຮຸ່ງ) 3.ສາມຈຸສົ່ງໄປປົກຄອງເມືອງນະຄອນຈຸລະນີພົມມະທັດ (ພິມາຍ) 4.ຂຸນໄສພົງ...

ປະ​ຫວັດ​ຄວາມ​ເປັນ​ມາ “ເມືອງຊວາ ຫຼື​ເມືອງຊຽງທອງ” ​ແຫ່ງ​ແຂວງ​ຫຼວງພະບາງ

ນັກບູຮານຄະດີໄດ້ຄົ້ນພົບວ່າ ພວກມອນ ຂະແມ ກໍ່ອາດມີອິດທິພົນທາງການເມືອງ ທີ່ຄຸມໄປເຖີງດິນຕອນນີ້ ຈື່ງມີເລື່ອງ ເມັງ ມອນ ຂອມ ກ່າວໃນເລື່ອງທ້າວຮຸ່ງທ້າວເຈືອງ ຕີເອົາເມືອງຊວາ ສຳຫລັບກຸ່ມໄຕລາວແມ່ນກຸ່ມຄົນທີ່ເວົ້າພາສາໄຕ ກຸ່ມຄົນນີ້ຢູ່ດິນເມືອງຊຽງດົງຊຽງທອງມາດົນນານໂດຍປະປົນກັບພວກລາວະ ຕໍ່ມາໄດ້ມີບົດບາດການເມືອງຂື້ນພາຍຫລັງຂຸນລໍມາຕີເອົາເມືອງຊວາເມື່ອປະມານ ສະຕະວັດທີ່ VIII. ຈາກຕຳນານບູຮານຄືພື້ນຂຸນບໍຣົມ ພົງສາວະດານຫລວງພະບາງແລະ ຫນັງສືອຸຣັງຄະທາດ ກ່າວວ່າ ເມືອງຫລວງພະບາງ ເດີມແທ້ນັ້ນຊື່ວ່າເມືອງຊວາ ຫລື ຊະວາ ຕາມວົງກະສັດອົງ1...

ຊາວບ້ານຄຳຜາແຫຼ່ງ ເມືອງ ມະຫາໄຊ ແຂວງ ຄຳມ່ວນ ພົບພຣະພຸດທະຮູບ ຈຳນວນ 52 ອົງ

  ມື້ນີ້ ເຮົາຈະມາ updated ຂ່າວຈາກຊາວບ້ານຄຳຜາແຫຼ່ງ ເມືອງມະຫາໄຊ ແຂວງຄຳມ່ວນ ທີ່ຄົ້ນພົບພະຈຳນວນ52ອົງ ເຊີງຄົນພົບຕັ້ງແຕ່ ວັນທີ່29-04-2018 ເປັນຕົ້ນມາ ເຊີງເປັນພະໄມ້ຫອມທັງຫມົດທຸກອົງ ແຕ່ຮູບພາບທີ່ເອົາລົງໃນເມື່ອກ່ອນມັນບໍ່ແຈ້ງປານໃດ້ມື້ນີ້ກໍ່ເລີຍຊອກຫາພາບຈາກປະຊາຊົນບ້ານຄຳຜາແຫຼ່ງທີ່ມີພາບຈະແຈ້ງກວ່າເດີມມາໃຫ້ເບີ່ງວ່າ ພະນັ້ນໄດ້ຄົ້ນພົບເຫັນແທ້ຢູ່ທີ່ຖຳ້ພະບ້ານຄຳຜາແຫຼ່ງ ເມືອງມະຫາໄຊ ແຂວງຄຳມ່ວນ https://www.facebook.com/somphan.keomoukda.5/videos/1066450433527700/ https://www.facebook.com/somphan.keomoukda.5/videos/1066450433527700/ ທີ່​ມາ:

ການ​ຂຽນ​ສັບ​ພາ​ສາ​ລາວ​ຢູ່​ບ້ານ​ເຮົາ ຍັງ​ບໍ່​ລົງ​ຮອຍ​ກັນ​ຈັກ​ເທື່ອ!

ບົດນີ້ ຍັງເວົ້າເຖິງບາງດ້ານຂອງການຊົມໃຊ້ຄໍາສັບ ໃນພາສາລາວ ທີ່ເປັນຂໍ້ຖົກຖຽງ ລະຫວ່າງການຖືເອົາຄວາມ ຊິນເຄີຍ (ຂອງຜູ້ໃຊ້ເອງ ຫລື ເຄີຍຜ່ານລະບົບການຮຽນ ໃນໄລຍະປະຫວັດສາດໃດໜຶ່ງ) ກັບຫລັກການປາກເວົ້າ ແລະ ຂີດຂຽນ (ຫລັກໄວຍາກອນ) ທີ່ພວມໃຊ້ເຊິ່ງໄດ້ ກາຍເປັນບັນຫາໜຶ່ງ ເຮັດໃຫ້ປະກົດມີປະກົດການ ໃນການໃຊ້ (ຄຳສັບ) ໃນພາສາລາວພວກເຮົາ ໃນໄລຍະປັດຈຸບັນ ມີຄໍາຈຳນວນໜຶ່ງ ຍັງຂາດຄວາມເປັນເອກະພາບ ເປັນຕົ້ນ...

ປະ​ຫວັດ​ສາດ ທີ່​ສະ​ແດງ​ໃຫ້​ເຫັນ​ວ່າຄົນລາວມີຊາດ ແລະແຜ່ນດິນ

ຄົນລາວມີຊາດ ແລະແຜ່ນດິນ : - ປີ ຄ.ສ 1353  (ປີ ພ.ສ 1896)  ພະເຈົ້າຟ້າງຸ່ມແຫລ່ງຫລ້າທໍລະນີ (ກະສັດລາວທີ່ໄດ້ປະກາດສະຖາປະນາຊາດລາວ). - ປີ ຄ.ສ 1374 (ປີ ພ.ສ 1917) ພະເຈົ້າສາມແສນໄທໄຕພວະນາດ ຫລື ທ້າວອຸ່ນເຮືອນ ( ໂອຣົດເຈົ້າຟ້າງຸ່ມ ) - ປີ...