ໃນໝູ່ບ້ານ ຊາວກຶມມຸ ລຽບຕາມສາຍນໍ້າ ຢູ່ ເມືອງປາກແບງ ແຂວງ ອຸດົມໄຊ ຍັງໄດ້ຍຶດຖື ການຮ່ອນຄໍາເປັນອາຊີບ ເຊີ່ງໃນບາງທ້ອງຖິ່ນ ແມ່ນໄດ້ສູນຫາຍໄປແລ້ວ

ຊັບໃນດິນ ສິນໃນນ້ຳ ຂອງເມືອງລາວ ມີຢູ່ຫຼວງຫຼາຍ ແລະ ຍັງລໍຖ້າການມາຂຸດຄົ້ນ, ຄໍາ ຖືວ່າເປັນຊັບພະຍາກອນທີ່ລໍ້າຄ່າ ແຕ່ກວ່າຈະໄດ້ຄໍາມາແຕ່ລະເມັດນັ້ນ ບໍ່ແມ່ນເລື່ອງງ່າຍ ແລະ ຕ້ອງໃຊ້ຄວາມມານະອົດທົນ ໃນການຂຸດດິນເອົາມາຮ່ອນເອົາຄໍາ ຄຳທຸກເມັດມີຄ່າຊໍາໃດ ການຂົນຂວາຍຍາກເຢັນຊໍານັ້ນ
ເຄື່ອງມືທີ່ມີຄວາມສຳຄັນທີ່ສຸດໃນການຮ່ອນຄໍາ ແມ່ນ ບ້າງ

ບ້າງ ສ່ວນຫຼາຍແມ່ນເຮັດຈາກໄມ້ເນື້ອອ່ອນ ທີ່ຫາໄດ້ງ່າຍ ເປັນໄມ້ເນື້ອອ່ອນທີ່ມີຄວາມໜຽວເປັນພິເສດ ເຮັດໃຫ້ສາມາດເຈາະ ແລະ ຄວັກເປັນຮູບຕ່າງໆໄດ້ ແລະ ທີ່ສຳຄັນ ແມ່ນບໍ່ແຕກງ່າຍຄືໄມ້ຊະນິດອື່ນ. ໂດຍບ້າງແຕ່ລະອັນ ຈະມີອາຍຸການໃຊ້ງານປະມານ 10 ປີ

ໃນຫຼາຍໝູ່ບ້ານ ທີ່ຕິດແຄມສາຍນ້ຳຢູ່ເມືອງປາກແບງ ແຂວງ ອຸດົມໄຊ ສ່ວນຫຼາຍຈະເປັນພື້ນທີ່ຮ່ອນຄໍາຂອງປະຊາຊົນໃນທ້ອງຖິ່ນ ນັ້ນເປັນສິ່ງບົ່ງບອກວ່າ, ໃນດິນແດນແຫ່ງນີ້ ຍັງອຸດົມສົມບູນໄປຊັບພະຍາກອນທຳມະຊາດ ແຕ່ແຮ່ຄໍາອັນລໍ້າຄ່າເຫຼົ່ານັ້ນ ເຖິງຈະມີຫຼວງຫຼາຍໃນຂົງເຂດນີ້ ແຕ່ກໍ່ບໍ່ໄດ້ໝາຍຄວາມວ່າຈະໄດ້ມັນມາແບບງ່າຍໆ ພວກເຂົາຍັງຕ້ອງໄດ້ອອກເຫື່ອເທແຮງ ຂຸດເລີກລົງໄປຫຼາຍແມັດຈາກໜ້າດິນ

ດິນທີ່ມີແຮ່ຄໍາປົນຢູ່ ຈະຢູ່ເລີກລົງໄປຈາກໜ້າດິນ, ເຊີ່ງພວກເຂົາຕ້ອງໄດ້ຂຸດລົງໄປ ເພື່ອຕັກເອົາດິນປົນຫິນເຫຼົ່ານັ້ນ ຂຶ້ນມາຮ່ອນເອົາຄໍາ ແລະ ຖືວ່າເປັນຂັ້ນຕອນທີ່ໜັກ ແລະ ສ່ຽງອັນຕະລາຍທີ່ສຸດໃນຂະບວນການຮ່ອນຄໍາ ເພາະດິນທີ່ຖືກຂຸດຈົນເລີກ ມີຄວາມສ່ຽງທີ່ຈະເຈື່ອນລົງມາທັບຄົນທີ່ຢູ່ດ້ານລຸ່ມໄດ້ ເພາະສະນັ້ນ ພວກເຂົາຈື່ງນິຍົມໄປເປັນກຸ່ມ

ເມື່ອຂຸດດິນຂຶ້ນມາແລ້ວ, ຂັ້ນຕອນຕໍ່ໄປແມ່ນການນຳດິນນັ້ນມາຮ່ອນເອົາຄໍາ ເຊີ່ງມັນເປັນຂັ້ນຕອນໜຶ່ງທີ່ສຳຄັນທີ່ສຸດ ແລະ ຕ້ອງຮ່ອນຢູ່ໃນສາຍນ້ຳທີ່ໄຫຼເທົ່ານັ້ນ ເພາະຖ້າຮ່ອນໃນນ້ຳຂັງ ກໍ່ຈະເຮັດໃຫ້ເສດດິນ ເສດຂີ້ຕົມ ຕົກຄ້າງວົນວຽນໄປມາ ເຮັດໃຫ້ຍາກໃນການໄຈ້ແຍກເອົາຄໍາອອກຈາກດິນ

ແນວໃດກໍ່ຕາມ, ຄຳທີ່ໄດ້ຈາກການຮ່ອນແບບວິຖິຊາວບ້ານ ຫຼື ຂຸດຄົ້ນແບບອຸດສະຫະກຳ ກໍ່ລ້ວນແລ້ວຈະຖືກນຳໄປໃຊ້ໃນຈຸດປະສົງຄ້າຍຄືກັນ ໂດຍຫຼັກໆແລ້ວ ກໍ່ຖຶກນຳໄປແປຮູບເປັນເຄື່ອງປະດັບລາຄາສູງ