ສຳລັບສາວໆທີ່ສົງໄສວ່າ ການນັບໜ້າ 7 ຫຼັງ 7 ແມ່ນນັບແບບໃດ ແລ້ວມັນສາມາດຄຸມກຳເນີດໄດ້ແນວໃດ ຖ້ານັບຜິດ ຫຼື ຈື່ມື້ຜິດ ຈະຖືພາບໍ່
ມື້ນີ້ອິນໄຊລາວ ໄດ້ນຳເອົາບົດຄວາມຂອງທ່ານໝໍ ຈາກລາຍການ “ເພດສຶກສາ 101 EP.10 ນັບໜ້າ 7 ຫຼັງ 7 ລະວັງເຈັບ”
ກ່ອນອື່ນໝົດ ພວກເຮົາຕ້ອງຮູ້ກ່ຽວກັບຄວາມສຳພັນຂອງ “ໄລຍະຕົກໄຂ່” “ການມີປະຈຳເດືອນ” ແລະ “ການຖືພາ” ເຊີ່ງຜູ້ຍິງເຮົາຈະມີ “ໄລຍະຕົກໄຂ່” ເດືອນລະ 1 ຄັ້ງ ແລະໄລຍະຕົກໄຂ່ນີ້ ເຍື່ອບຸໂພງມົດລູກຈະໜາຂຶ້ນ ເພື່ອຮອງຮັບການຝັງຕົວຂອງໂຕອ່ອນ ແລະ ຫາກຊ່ວງນີ້ ເຮົາມີຫຍັງກັບຄົນຮັກ ແລະ ມີອະສຸຈິເຂົ້າມາປະສົມກັບໄຂ່ທີ່ຕົກ ກໍ່ຈະເກີດການປະຕິສົນທິ ເຊີ່ງຕົວອ່ອນທີ່ເກີດຈາກການປະຕິສົນທິນີ້ ກໍ່ຈະຝັງຕົວທີ່ເຍື່ອບຸໂພງມົດລູກທີ່ໜານັ້ນ ເອີ້ນວ່າ “ການຖືພາ” ແຕ່ຖ້າຫາກບໍ່ມີຫຍັງເກີດຂຶ້ນ ບໍ່ມີເພດສຳພັນ ຫຼື ມີເພດສຳພັນແບບໃສ່ຖົງຢາງອະນາໄມປ້ອງກັນໄວ້ຢ່າງຖືກວິທີ ເຍື່ອບຸໂພງມົດລູກນັ້ນ ກໍ່ຈະສະຫຼາຍຕົວຫຼຸດອອກມາກັບເລືອດ ທີ່ເອີ້ນວ່າ “ການມີປະຈຳເດືອນ” ນັ້ນເອງ
ດັ່ງນັ້ນ, ໄລຍະປອດໄພ ທີ່ເຮົາເວົ້າເຖິງນີ້ ກໍ່ຄຶການມີເພດສຳພັນໂດຍຫຼີກລ່ຽງຊ່ວງເວລາຕົກໄຂ່ ໂດຍປົກກະຕິມີໄລຍະເວລາປະມານ 14ມື້/ເດືອນ ເຮົານັບເປັນ 7 ວັນກ່ອນປະຈຳເດືອນມາມື້ທຳອິດ ແລະ ອີກ 7 ມື້ ຫຼັງຈາກປະຈຳເດືອນມາມື້ທຳອິດ
ຕົວຢ່າງການນັບໄລຍະປອດໄພ


ແນວໃດກໍ່ຕາມ, ວິທີການນັບ ໜ້າ 7 ຫຼັງ 7 ນີ້ຍັງບໍ່ປ ອດໄພ ແລະ ມີໂອກາດຖືພາໄດ້ ເນື່ອງຈາກວ່າມີຫຼາຍປັດໃຈ ເຊັ່ນ: ປະຈຳເດືອນມາບໍ່ສະໝໍ່າສະເໝີ ເຮັດໃຫ້ການນັບອາດຈະຄາດເຄື່ອນໄປນຳ
ດັ່ງນັ້ນ, ຜູ້ຍິງທຸກຄົນຄວນຮູ້ ແລະ ຄວນປະຕິບັດແມ່ນ ການບັນທືກຮອບເດືອນຂອງຕົນເອງ ຢ່າງສະໝໍ່າສະເໝີ ເພື່ອສັງເກດຄວາມຜິດປົກກະຕິ ແລະ ລັກສະນະຂອງເລືອດປະຈຳເດືອນ ໂດຍຫາກຕ້ອງການນັບໜ້າ 7 ຫຼັງ 7 ເພື່ອຄຸມກຳເນີດນັ້ນ ທ່ານໝໍໄດ້ແນະນຳວ່າ ໃຫ້ໃຊ້ຮ່ວມກັບຖົງຢາງອະນາໄມ ເພື່ອຫຼຸດໂອກາດໃນການຖືພາ ແລະ ຫຼຸດຜ່ອນຄວາມສ່ຽງຈາກພະຍາດຕິດຕໍ່ທາງເພດສຳພັນອີກດ້ວຍ