ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ອີງຕາມບົດຄົ້ນຄວ້າວິໄຈຂອງນັກສຶກສາ ປີ 4 ຂອງຄະນະວິທະຍາສາດສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດ ສະແດງໃຫ້ເຫັນວ່າ: ມີການປົນເປື້ອນຂອງໄມໂຄຣພລາດສະຕິກ (Microplastics) ໃນນໍ້າ ດິນຕະກອນ ແລະ ປາ ໃນຂອບເຂດບໍລິເວນບືງທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

ເຊິ່ງບົດວິໄຈຍັງສະແດງໃຫ້ເຫັນຕື່ມອີກວ່າ: ລັກສະນະຂອງໄມໂຄຣພລາດສະຕິກ ທີ່ພົບເຫັນເປັນສ່ວນໃຫ່ຍແມ່ນມີລັກສະນະເປັນເສັ້ນໃຍ ຢູ່ໃນໂຕປາ ແລະ ສຳລັບໃນດິນຕະກອນແມ່ນລັກສະນະຈະເປັນເມັດ

ບໍລິເວນບຶງທາດຫຼວງ

ການສຶກສາຄັ້ງນີ້ ເກີດຂຶ້ນເນື່ອງຈາກກຸ່ມນັກສຶກສາໄດ້ຕັ້ງຂໍ້ສັງເກດວ່າ ໃນນະຄອນຫຼວງວຽງຈັນມີປະລິມານຂີ້ເຫຍື້ອພລາດສະຕິກເກີດຂຶ້ນຫຼາຍ ໂດຍສະເພາະກໍ່ແມ່ນຂວດນໍ້າດື່ມ ເຮັດໃຫ້ມີຂໍ້ສົງໄສວ່າອາດຈະມີຜົນກະທົບຕໍ່ສະພາບແວດລ້ອມ ໂດຍສະເພາະໃນບືງທາດຫຼວງ ເຊິ່ງເປັນແຫຼ່ງຮັບນໍ້າແຫ່ງໃຫ່ຍຂອງນະຄອນຫຼວງວຽງຈັນ ອີກທັງຍັງເປັນແຫຼ່ງທຳມາຫາກິນ ແລະ ບ່ອນຢູ່ອາໄສຂອງປານໍ້າຈືດອີກດ້ວຍ

ບ່ອນສະແດງໂຄສະນາ

ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ເພື່ອໃຫ້ໄດ້ລາຍລະອຽດກ່ຽວກັບຜົນການຄົ້ນຄວ້າ ອິນໄຊລາວຈື່ງໄດ້ຕິດຕໍ່ເພື່ອຂໍຂໍ້ມູນເພີ່ມເຕີມກັບກຸ່ມນັກສຶກສາ ແລະ ອາຈານທີ່ປຶກສາ ເລື່ອງນີ້ໂດຍກົງ ກ່ຽວກັບລັກສະນະຂອງໄມໂຄຣພລາດສະຕິກທີ່ພົບ ແລະ ຄວາມເປັນໄປໄດ້ເຖິງແຫຼ່ງທີ່ມາຂອງໄມໂຄຣພລາດສະຕິກດັ່ງກ່າວ ເຊິ່ງຜູ້ຄົ້ນຄ້ວາອະທິບາຍວ່າ: ໄມໂຄຣພລາດສະຕິກທີ່ພົບ ສ່ວນໃຫຍ່ ມີລັກສະນະເປັນໃຍ ຫລາຍກວ່າເມັດ ເຊິ່ງກົງກັນຂ້າມກັບທີ່ຄິດໄວ້ໃນຕອນທຳອິດ ແຕ່ສະທ້ອນໃຫ້ເຫັນວ່າ ໄມໂຄຣພລາດສະຕິກບັນຈຸໃນໂຕປາ ໄດ້ນັ້ນ ແມ່ນຢູ່ໃນຕ່ອງໂສ້ອາຫານຂອງຄົນລາວແລ້ວໃນປັດຈຸບັນ

ຮູບພາບສະຫຼຸບຜົນການວິໄຈ ປຽບທຽບອັດຕາສ່ວນຂອງຊິ້ນໄມໂຄພລາດສະຕິກຈາກຕົວຢ່າງທີ່ເກັບໄດ້ທັງໝົດ ລວມ 466 ຊິ້ນ

ໄມໂຄຣພລາດສະຕິກມາຈາກໃສ?

ໄມໂຄຣພລາດສະຕິກ ແມ່ນຊິ້ນສ່ວນພລາດສະຕິກທີ່ຖືກ ຍ່ອຍສະຫຼາຍໂດຍ ທຳມະຊາດ ຫຼື ເກີດການແຕກຫັກຍ້ອນເຫດຜົນຕ່າງໆ ຈົນກ່ວາຂະໜາດນ້ອຍກວ່າ 5 ມິລິແມັດເຖິງ 1 ນາໂນແມັດເຕີ (0,001 ມິລິແມັດ), ເຊິ່ງເປັນຂະໜາດ ທີ່ບໍ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່າ ແລະສາມາດກັບຄືນສູ່ຮ່າງກາຍຂອງສິ່ງມີຊີວິດໄດ້ງ່າຍໂດຍຜ່ານການບໍລິໂພກທແບບບໍ່ຮູ້ໂຕ

ໄມໂຄຣພລາດສະຕິກ ທີ່ເປັນເສັ້ນໃຍພົບຈາກການສ່ອງກ້ອງຄັ້ງນີ້ ຈັດຢູ່ໃນປະເພດ Polyamide (ໂພລີເອມາຍ), ເຊິ່ງນິຍົມໃຊ້ທົ່ວໄປໃນການຜະລິດເສັ້ນໃຍໄນລ່ອນ. ພົບໄດ້ຢູ່ໃນອຸດສາຫະກຳຕັດຫຍິບເຊັ່ນ: ເສື້ອຜ້າ, ແຫ, ມອງ ແລະ ຍັງເປັນສ່ວນປະກອບໃນຢາງລົດ, ປັກສຽບ ແລະ ສາຍໄຟ ເປັນຕົ້ນ

ນອກຈາກໄມໂຄຣພລາດສະຕິກແບບເສັ້ນໃຍແລ້ວ ໄມໂຄຣພລາດສະຕິກທີ່ພົບວ່າມີການປົນເປື້ອນໃນທຳມະຊາດຍັງມີປະເພດເມັດ. ເຊິ່ງເປັນຮູບຊົງອີກແບບໜຶ່ງ ທີ່ພົບວ່າມີການປົນເປື້ອນຫຼາຍໃນການສຶກສາທົ່ວໂລກ. ອີກທັງເປັນປະເພດທີ່ສາມາດເກີດຂື້ນໄດ້ໂດຍຄວາມຕັ້ງໃຈຂອງການຜະລິດ. ເຊິ່ງເອີ້ນວ່າປະເພດປະຖົມມະພູມ ເຊັ່ນ: ເມັດບິດໃນໂຟມລ້າງໜ້າ, ຢາຖູແຂ້ວ, ສະລິດເຕີເຊິ່ງຢູ່ໃນຜະລິດຕະພັນເຮັດເລັບ ແລະ ເຄື່ອງສຳອາງເປັນຕົ້ນ

ໄມໂຄຣພລາດສະຕິກເຂົ້າໄປຢູ່ໃນຕົວປາໄດ້ແນວໃດ?

ໄມໂຄຣພລາດສະຕິກ ຊະນິດເສັ້ນໃຍທີ່ພົບໃນປາ. ເປັນປະເພດທີ່ມັກພົບເຫັນໄດ້ຢູ່ບໍລິເວນໜ້ານໍ້າ. ສະນັ້ນມັນສາມາດປະສົມເຂົ້າໄປກັບການກິນອາຫານ ແລະ ການຫາຍໃຈຂອງສັດນໍ້າໄດ້ງ່າຍ ແຕ່ເນື່ອງຈາກຂໍ້ຈຳກັດໃນການຫາວັດຖຸດິບມາເຂົ້າສູ່ຂັ້ນຕອນການຄັດແຍກ ໄມໂຄຣພລາດສະຕິກຂອງນັກຄົ້ນຄວ້າ ພ້ອມກັບຂໍ້ຈຳກັດການເດີນທາງໃນຊ່ວງ COVID-19 ນີ້ ເຮັດໃຫ້ຕ້ອງໄດ້ໃຊ້ຊີ້ນປາ ແລະ ເຄື່ອງໃນປາປະສົມກັນໄປວິໄຈ. ຈື່ງບໍ່ສາມາດບອກໄດ້ຊັດເຈນວ່າ ມີໄມໂຄຣພລາດສະຕິກປົນເປື້ອນຢູ່ໃນລະບົບຍ່ອຍອາຫານ ແລະ ຊີ້ນປາໃນອັດຕາສ່ວນເທົ່າໃດ

ເຖິງແນວໃດກໍ່ຕາມ, ນັກຄົ້ນຄວ້າໄດ້ຄາດຄະເນທຳອິດວ່າ ໄມໂຄຣພລາດສະຕິກ ສ່ວນໃຫຍ່ມີແນວໂນ້ມທີ່ຈະພົບເຫັນຢູ່ໃນເຄື່ອງໃນປາ ໂດຍສະເພາະຢູ່ໃນກະເພາະອາຫານຂອງປາ ຫຼາຍກ່ວາໃນຊີ້ນປາ ເຊິ່ງຈະຕ້ອງສຶກສາແລະຄົ້ນຄ້ວາຕໍ່ໄປ

ບັນຫາໄມໂຄຣພລາດສະຕິກຕໍ່ສຸຂະພາບ

ອາຫານລາວສ່ວນຫຼາຍ ແມ່ນມີປາເປັນສ່ວນປະກອບ, ສະນັ້ນການກິນປາທີ່ປົນເປື້ອນດ້ວຍໄມໂຄຣພລາດສະຕິກ ກໍ່ເທົ່າກັບການນໍາເອົາໄມໂຄຣພລາດສະຕິກເຂົ້າສູ່ຮ່າງກາຍຂອງພວກເຮົາໂດຍກົງ. ຜົນຂອງການຄົ້ນຄ້ວານີ້ໄດ້ຢັ້ງຢືນວ່າ ມີຈຳນວນໄມໂຄຣພລາສະຕິກຈຳນວນໜຶ່ງ. ເຂົ້າສູ່ຕ່ອງໂສ້ອາຫານຂອງຄົນລາວໃນປັດຈຸບັນ

ຂໍ້ມູນຈາກ WWF ຜ່ານໂຄງການ Your Plastic Diet ໄດ້ຊີ້ໃຫ້ເຫັນວ່າ: ມະນຸດກິນອາຫານທີ່ປົນເປື້ອນໄມໂຄຣພລາດສະຕິກໂດຍບໍ່ຮູ້ຕົວ. ເປັນປະລິມານເທົ່າກັບບັດເອທີເອັມ 1 ໃບ ໃນແຕ່ລະອາທິດ (ແຫຼ່ງຂໍ້ມູນ: yourplasticdiet.org) ແລະນອກຈາກໃນເນື້ອປາແລ້ວ ໃນບາງແຫ່ງຍັງໄດ້ມີການກວດພົບນາໂນພລາດສະຕິກ ເຊິ່ງມີຂະໜາດພຽງ 0,000001 ມມ, ເຊິ່ງປົນເປື້ອນຢູ່ໃນຜັກ ແລະ ໝາກໄມ້ອີກດ້ວຍ

ເຖິງແມ່ນວ່າຍັງບໍ່ທັນມີຜົນການຄົ້ນຄ້ວາໃດໆທີ່ຊີ້ໃຫ້ເຫັນວ່າ ພລາດສະຕິກຂະໜາດນ້ອຍເທົ່າກັບແບັກທີເຣັຍ ຫຼື ນ້ອຍກວ່າເຫຼົ່ານີ້ ເມື່ອຖືກແຊກຊືມເຂົ້າໄປໃນລະບົບເລືອດ ແລະ ລະບົບຫາຍໃຈຂອງມະນຸດແລ້ວ ມັນຈະຖືກກຳຈັດອອກໄດ້ຫຼາຍປານໃດ ແລະ ເມື່ອມັນສະສົມຢູ່ໃນຮ່າງກາຍໃນປະລິມານໜຶ່ງ, ມັນຈະສົ່ງຜົນກະທົບຕໍ່ສຸຂະພາບຂອງພວກເຮົາຫຼາຍປານໃດ? ໂດຍນັກວິຊາການສ່ວນໃຫຍ່ ແນໃສ່ຄວາມເປັນໄປໄດ້ທີ່ຈະເຮັດໃຫ້ເກີດມະເຮັງ ແລະ ລົບກວນການໄຫລວຽນຂອງເລືອດແລະອາກາດໃນຮ່າງກາຍຂອງມະນຸດເຮົາເປັນຫຼັກ

ນອກຈາກນີ້, ຍັງມີການຄົ້ນຄ້ວາບາງຢ່າງກ່ຽວກັບຜົນກະທົບທາງອ້ອມ. ຈາກການປົນເປື້ອນຂອງໄມໂຄຣພລາສະຕິກຮ່ວມກັບສານພິດອື່ນໆໃນນໍ້າ ເພາະວ່າໄມໂຄຣພລາສະຕິກສາມາດ ເປັນຕົວກາງໃຫ້ສານພິດຕ່າງໆ ເກາະຕິດເຊັ່ນ: ນໍ້າມັນແລະໂລຫະໜັກ, ກ່ອນທີ່ມັນຈະປົນເປື້ອນຕ່ອງໂສ້ອາຫານຂອງພວກເຮົາເຊັ່ນກັນ

ເຖິງເວລາຢຸດກິນປາແລ້ວຫຼືບໍ່?

ນາງ ວິມາລາ ອາລຸນ ນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ໜຶ່ງໃນຜູ້ຄົ້ນຄວ້າເລື່ອງນີ້ໄດ້ກ່າວວ່າ: ບໍ່ແມ່ນວ່າ ໄມໂຄຣພລາດສະຕິກຈະເຂົ້າສູ່ຮ່າງກາຍຂອງຄົນເຮົາດ້ວຍການກິນປາຢ່າງດຽວ. ເພາະເຮົາກໍ່ຕ້ອງໄດ້ກິນປາ ເພາະມັນເປັນວັດທະຈັກຂອງຊີວິດ ແຕ່ເຮົາຄວນຄໍານືງ ແລະ ບໍ່ບໍລິໂພກໃນສ່ວນທີ່ພົບຫຼາຍ ເປັນຕົ້ນແມ່ນພື້ນທ້ອງຫຼືກະເພາະປາ ເຊິ່ງເຮົາຄວນເລືອກການກິນ ພ້ອມກັບການຮັກສາສຸຂະພາບຫຼາຍກວ່າ

ນອກຈາກນີ້ ທາງຄະນະຜູ້ຄົ້ນຄວ້າຍັງແນະນໍາຜູ້ທີ່ນິຍົມບໍລິໂພກປາວ່າ: ຄວນເລືອກກິນອາຫານທີ່ຫຼາກຫຼາຍ ເນື່ອງຈາກວ່າໃນຮ່າງກາຍຂອງຄົນເຮົາມີການປັບປ່ຽນໃນການດຳລົງຊີວິດ ເພື່ອຫຼີກລ່ຽງສານພິດ ເຊິ່ງຮ່າງກາຍຂອງຄົນເຮົາລ້ວນແຕ່ມີການຂັບຖິ້ມ ແຕ່ອາດຈະໃຊ້ເວລາໃນບາງສ່ວນ

ເຖິງແນວໃດກໍ່ຕາມ, ອາຈານ ດາວວອນ ແກ້ວມະນີ ຮອງຫົວໜ້າ ພາກວິຊາວິທະຍາສາດສິ່ງແວດລ້ອມ ມຊ ໃຫ້ຄຳເຫັນວ່າ: ການຄົ້ນຄ້ວາດ້ານໄມໂຄຣພລາດສະຕິກຄັ້ງນີ້ ຖືວ່າເປັນຄັ້ງທຳອິດຂອງ ມຊ ແລະ ຍັງມີຂໍ້ຈໍາກັດໃນການເດີນທາງທີ່ຈະເອົາຕົວຢ່າງ ໄປເຂົ້າຫ້ອງທົດລອງຢູ່ຕ່າງປະເທດ ເພື່ອໃຫ້ໄດ້ຜົນວິເຄາະທີ່ລະອຽດຂຶ້ນ

ສຳລັບການສຶກສາກ່ຽວກັບໄມໂຄຣພລາດສະຕິກນີ້ ນາງ ວິມາລາ  ໃຫ້ຄວາມເຫັນສົ່ງທ້າຍວ່າ ນັກສຶກສາຮຸ່ນນ້ອງ ຫຼື ຜູ້ທີ່ສົນໃຈ ຈະນໍາຜົນການຄົ້ນຄວ້ານີ້ເພື່ອສຶກສາເພີ່ມເຕີມ ຄວນຈະກວດສອບຄວບຄຸມທັງລະດູຝົນ ແລະ ແລ້ງ ຕະຫຼອດປີ, ແລະ ຢາກໃຫ້ມີການກວດສອບກ່ຽວກັບພຶດນໍາ ຄືໃນຜົນຄົ້ນຄວ້າໄດ້ໃຫ້ຮູ້ວ່າໃນນໍ້າມີ ໃນປາມີ ແລະ ໃນດິນຕະກອນມີ ແຕ່ເຮົາກໍ່ເອົານໍ້ານັ້ນໄປຫົດຜັກ ເຊິ່ງມັນອາດຈະຊືມເຂົ້າໄປໃນພຶດໄດ້

ນອກຈາກນີ້ ອາຈານດາວວອນ ຍັງໄດ້ສະແດງຄວາມຄິດເຫັນອີກວ່າ: ນອກຈາກໄມໂຄພລາດສະຕິກແລ້ວ ຍັງມີການປົນເປື້ອນອື່ນໆອີກໃນແຫຼ່ງນໍ້າທຳມະຊາດ  ບໍ່ວ່າຈະເປັນສານເຄມີຈາກການກະເສດ ແລະ ໂລຫະໜັກ ໃນຂະແໜງອຸດສາຫະກຳ ເຊິ່ງຄົນລາວຕ້ອງຊ່ວຍກັນປ້ອງກັນບໍ່ໃຫ້ສານພິດເຫຼົ່າານີ້ ກັບຄືນມາປົນເປື້ອນໃນຕ່ອງໂສ້ອາຫານຂອງພວກເຮົາ

ແລະເຖິງແມ່ນວ່າຜົນຂອງການຄົ້ນຄວ້ານີ້ສາມາດສະຫຼຸບໄດ້ວ່າ ພົບໄມໂຄຣພລາດສະຕິກທີ່ເກີດຈາກເສັ້ນໃຍໄນລ່ອນ ຫຼາຍກ່ວາພລາດສະຕິກທີ່ໃຊ້ໃນການຜະລິດຂວດດື່ມ ແຕ່ທຸກໆທ່ານກໍ່ເຫັນດີນຳວ່າ ການພົບນ້ອຍກວ່າ ຍັງບໍ່ສະຫຼຸບໄດ້ວ່າ ບໍ່ມີພລາດສະຕິກໃຫ່ຍໆປົນເປື້ອຍຢູ່ໃນສິ່ງແວດລ້ອມ ຫຼື ໄດ້ຮັບການຈັດເກັບເຂົ້າສູ່ຂະບວນການຣີໄຊເຄີແລ້ວ ເພາະອາດເປັນປັດໄຈດ້ານເວລາ ແລະ ສະພາບແວດລ້ອມທີ່ຍັງບໍ່ຫຼາຍພໍທີ່ຈະຍ່ອຍສະຫຼະຂວດນໍ້າພລາດສະຕິກຈົນກາຍເປັນອັນນ້ອຍ ແລ້ວເຂົ້າມາປົນເປື້ອນຢູ່ໃນອາຫານຂອງພວກເຮົາ

ດັ່ງນັ້ນ, ກ່ອນທີ່ຂວດພລາດສະຕິກຈະກາຍເປັນບັນຫາລະດັບໄມໂຄຣພລາດສະຕິກເຊັ່ນດຽວກັບເສັ້ນໃຍໄນລ່ອນໃນທຸກມື້ນີ້ ການໃຊ້ພລາດສະຕິກປະເພດທີ່ໃຊ້ໄດ້ຄັ້ງດຽວແລ້ວຖິ້ມ ຈື່ງຍັງເປັນສິ່ງທີ່ຄົນລາວຄວນຫຼີກລ່ຽງໃຫ້ໄດ້ຫຼາຍທີ່ສຸດ

ແຫຼ່ງຂໍ້ມູນອ້າງອິງງານວິໄຈເລື່ອງ:

  • Occurrence of Micro-plastics in surface water, sediments and fish at That-Luang swamp, Saysettha district, Vientiane capital

ເຮັດບົດວິໄຈໂດຍ:

  • Ms. Vimala AROUNE
  • Mr. Phoutkham SINGPHACHON
  • Ms. Chittaphone BANDITVONG
  • Ms. Ravikoun VATHANAVONG

ອາຈານທີ່ປຶກສາ:

  • Davone KEOMANY, PH.D
  • Bounphak LORBIAYAO, MSc

LEAVE A REPLY

Please enter your comment!
Please enter your name here