ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ແຂວງ ອັດຕະປື ມີທັງໝົດ 5 ເມືອງ ຄື: ເມືອງຊານໄຊ, ເມືອງສະໝາມໄຊ, ເມືອງພູວົງ, ເມືອງໄຊເສດຖາ, ແລະ ເມືອງສາມັກຄີໄຊ (ເມືອງໄໝ່) ໂຕເມືອງ ເທສະບານແຂວງ ຕັ້ງຢູ່ເທິງຝັ່ງຊ້າຍ ນໍ້າເຊກອງ.

ປະຊາກອນທົ່ວແຂວງ ມີພົນລະເມືອງ 142.958 ຄົນ ( ຂໍ້ມູນປີ 2016 ); ປະກອບ ດ້ວຍ 11 ເຜົ່າຄື: ລາວ, ໂອຍ, ຍາເຫີນ, ຮາຮັກ, ເບຮົາ, ເຈັງ, ຕຮຽງ, ຢຮຸ, ແຢະ, ສະດາງ ແລະ ຕະໂອ້ຍ, ໃນນີ້ ເຜົ່າລາວມີ 36,9% ຂອງປະຊາກອນ ທັງໝົດ. ( ຜົນການ ສໍາຫຼວດ ຄອບຄົວ ທຸກຍາກ ປີ 2011 )

ເຜົ່າໂອຍ: ເປັນເຜົ່າໝື່ງ ໃນກຸ່ມພາສາ ມອນ-ຂະແມ, ອາໃສຢູ່ຕາມ ຕີນພູຫຼວງ, ຕີນພູຕະປາກ ບໍ່ລິເວນ ທົ່ງພຽງຂອງແຂວງ ແລະ ສ່ວນໝື່ງກໍ່ ຢູ່ເຂດເມືອງ ປາກຊອ່ງ ແຂວງຈໍາປາສັກ, ເຂົາເຈົ້າ ມີວັດທະນຳທໍາ, ປະເພນີ ເປັນຂອງຕົນ ເດັ່ນຊັດ ຈະແຈ້ງ ເຊັ່ນ: ຜູ້ຊາຍໂອຍ ແຕ່ກອ່ນ ນຸ່ງກະຕຽ່ວ ກິນເຫຼົ້າໄຫ ເປົ່າຕຮວານ, ດົນຕີຊະນິດໝື່ງ ປະຈໍາເຜົ່າ ຫຼື ທີ່ເຜົ່າລາວ ເອີ້ນວ່າ “ແຄນທວນ ຫຼື ແຄນນໍ້າເຕົ້າ” ມີພາສາ ປາກເວົ້າ ຮີດຄອງປະເພນີ, ນິທານ ພື້ນເມືອງ ເປັນຂອງຕົນເອງ. ຄັ້ງໝື່ງ ໃນອະດີດ ເຂົາເຈົ້າ ມີສິ່ງສັກສິດ ຄື: ກົກມ່ວງກະສໍ, ກົກໝາກຂາມ, ໂກນເຜິ້ງ, ດາບ, ພ້າ, ຄ້ອງລາ, ນາເລິກ ເມັດເຂົ້າໃຫຍ່ ທໍ່ໝ່ວຍ ໝາກພ້າວ ແລະ ປະຕູວຽງ ( ປະຕູໂຂງ ) ເຊິງບໍ່ມີສັດຕູໂຕໃດ ຈະສາມາດ ມາທໍາຮ້າຍ ບຽດບຽນໄດ້. ເຂົາເຈົ້າມີ ອາຊີບເຮັດນາ ປູກເຂົ້າຈ້າວ ປາສອ້ຍ ( ເຂົ້າງັນ ພັນພື້ນເມືອງ ຍາມເດືອນສາມ ປາສ້ອຍຂື້ນ ຈຶ່ງເກັບກ່ຽວ ) ມີປະເພນີ ລຽ້ງຜີ ກອ່ນການ ເຮັດນາ ແລະ ຫຼັງການ ເກັບກຽ່ວ ຢ່າງເຄັ່ງຄັດ, ນາເລິກ ເປັນຊັບສົມບັດ ອັນແສນແພງ ສືບມູນມໍລະດົກ ຕົກທອດຕໍ່ໆກັນມາ ໃນວົງຕະກຸນ ສາມາດໃຊ້ເປັນ ສິນສອດ ແຕ່ງດອງ ບໍ່ມີການຊື່-ຂາຍ ເວັ້ນແຕ່ກໍລະນີ້ ຈໍາເປັນທີ່ສຸດ ແລະ ຫາກຊື່-ຂາຍ ຕ້ອງມີການ ປົວແປງ ຮີດຄອງ ຢ່າງລະອຽດ ຮອບຄອບ. ສາມາດ ໄປຢ້ຽມຢາມ ແລະ ສຶກສາ ວິຖີຊີວິດ ເຂົາເຈົ້າໄດ້ທີ່ ເຂດຈະເລີນສຸກ, ເມືອງສາມັກຄີໄຊ ໃກ້ໆກັບ ນໍ້າຕົກ ຕາດພອກ, ເສັ້ນທາງສະດວກ ຫ່າງຈາກໂຕເມືອງ ປະມານ 12 ກມ.

ບ່ອນສະແດງໂຄສະນາ

ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ເຜົ່າຕຮຽງ ເຜົ່າແຢະ ແລະ ຮາຮັກ: ສວ່ນຫຼາຍ ມີຖິ່ນກໍາເນີດ ດັ່ງເດີມ ມາຈາກເມືອງ ດາກຈຶງ ແລ້ວຈຶ່ງມາຢູ່ ເມືອງຊານໄຊ, ສວ່ນໝື່ງຢູ່ ແຂວງເຊກອງ ແລະ ສາລະວັນ, ອີກສວ່ນໝຶ່ງ ອາໃສຢູ່ທີ່ບ້ານ ສີວິໄລ ໃກ້ໆຕະຫຼາດ ໃນເທສະບານ ເມືອງສາມັກຄີໄຊ ທໍາການຜະລິດ ຫັດຖະກໍາຕໍ່າຜ້າກະໂດ ຜ້າຮຽງ ດ້ວຍກີ່ແອວ ອັນເປັນເອກະລັກ ຂອງຕົນເອງ. ເຂົາເຈົ້າມັກ ຕັ້ງບ້ານເຮືອນ ລວມກັນ ເປັນຮູບ ວົງມົນອ້ອມ “ກວ້ານ” ( ສາລາບ້ານ ), ທີ່ຕັ້ງຢູ່ໃຈກາງ ມີເດີນ ເພື່ອໃຊ້ ໃນພິທີກໍາ ອັນສັກສິດ ຂອງບ້ານ ເຊັ່ນ: ຂ້າຄວາຍ ຫຼາຍໂຕ ລຽ້ງຜີ ໃນພິທີ ”ດໍໂດຣ” ( ກິນອາດ ) ຊຶ່ງຈັດຂຶ້ນ ໃນຮອບ 3 ຫຼື 5 ປີ ໂດຍອີງຕາມ ຜົນການ ເກັບກຽ່ວ, ບ່າວ-ສາວ ທີ່ແຕ່ງດອງກັນແລ້ວ ຕ້ອງນອນແຍກກັນ 9 ເດືອນ ເພື່ອປະຕິບັດ ຕາມຮີດຄອງ ປະເພນີ ຢ່າງເຄັ່ງຄັດ ແລະ ພິສູດ ຄວາມອົດທົນ ແລະ ຄວາມຮັກ ອັນບໍລິສຸດໃຈ ຂອງທັງ ສອງຝ່າຍ.

ເຜົ່າຍາເຫີນ: ເປັນກຸ້ມໝຶ່ງ ທີ່ມີຕົ້ນກໍາເນີດ ຢູ່ພູພຽງ ບໍລິເວນ. ຕໍານານພຶ້ນເມືອງ ອັດຕະປືວ່າ ໃນອະດີດ ເຜົ່ານີ້ ໄດ້ຮັບການ ເຊື່ອຖື ຈາກເຜົ່າ ລາວຫຼາຍ ເຖິງຂັ້ນ ມອບສິດ ອໍານາດໃຫ້ ຮັກສາການແທນ ເຈົ້າເມືອງ, ເຂົາເຈົ້າ ມີຄວາມເຊື່ອ ແລະ ນັບຖືສາສະໜາພຸດ ເປັນສວ່ນໃຫ່ຍ. ພຣະອົງແສນ ສັກສິດ ທີ່ສະຖິ ຢູ່ວັດສະແຄະ ກໍແມ່ນຄົນ ຊົນເຜົ່ານີ້ ເປັນຜູ້ນໍາມາຖວາຍ ໃຫ້ວັດຫຼວງ ເມືອງເກົ່າ; ພອ້ມດຽວກັບ ພະອົງໝື່ນ ສະຖິດ ຢູ່ວັດຫາຍໂສກ. ທຸກໆປີ ຄົນເຜົ່ານີ້ ຈະຜັດປຽ່ນ ກັນມາບວດ ເພື່ອອຸປະຖາກ ຮັກສາວັດ ແລະ ພະພຸດທະຮູບ. ເມື່ອເຖິງ ຍາມກຸດສົງການ ເຜົ່າຍາເຫີນ ຈະເປັນຜູ້ສົງ ພະພຸດທະຮູບ ກ່ອນເຜົ່າອື່ນໆ.

ເຜົ່າເບຣົາ: ມີປະຫວັດເລົ່າວ່າ ເຄື່ອນຍ້າຍ ມາຈາກ ພາກເໝືອ ອາໃສຢູ່ເຂດ ເມືອງໄຊເຊດຖາ, ເມືອງສາມັກຄີໄຊ, ເມືອງສະໝາມໄຊ ແຕ່ສວ່ນໃຫ່ຍ ແມ່ນຢູ່ເມືອງພູວົງ, ມັກຕັ້ງເຮືອນ ຢູ່ເຂດພູສູງ ອາໃສລໍານໍ້າ ເຮັດໄຮ່ປູກເຂົ້າ, ມີພາສາປາກເວົ້າ ແລະ ໂຕໝັງສື ເປັນຂອງຕົນ, ຕັດແຂ້ວ ເບື້ອງເທິງ ບ່ອງຫູໃຫ່ຍ ໃສ່ຕ້າງງາ ຄາບກອກ ຢາໃຫ່ຍ ສັກໝ້າລາຍ, ໃສ່ກ້ອງແຂນ, ກອ້ງຂາ, ຂັບລໍາເຈືອງ, ຕີຄ້ອງລາ ຄ້ອງຈຸ້ມ ຄ້ອງນ່ອງແນ່ງ, ຕົບກະບັ້ງ. ໃນຄອບຄົວ ຖ້າອ້າຍ ເສຍຊີວິດ ນ້ອງຊາຍ ສາມາດສືບ ຕໍ່ເອົາເມຍອ້າຍໄດ້, ແຕ່ຖ້ານ້ອງຊາຍ ເສຍຊີວິດ ອ້າຍບໍ່ມີສິດ ເອົາເມຍ ນອ້ງໄດ້.

ເຜົ່າສະດາງ ແລະ ເຜົ່າເຈັ້ງ: ມີຈໍານວນ ບໍ່ຫຼາຍ ມີພາສາປາກເວົ້າ ແລະ ຮີດຄອງ ປະເພນີ ຄືກັບເຜົ່າເບຮົາ. ເຜົ່າສະດາງ ຢູ່ໃນເຂດ ເມືອງພູວົງ ສ່ວນຫລາຍ ຢູ່ລຽບ ຕີນພູຫຼວງ ແລະ ສາຍເຊກອງ ໃນເຂດ ເມືອງສະໝາມໄຊ.

ເຜົ່າຕະໂອ້ຍ: ມີຕົ້ນກໍາເນີດ ແລະ ສວ່ນໃຫ່ຍ ຕັ້ງຢູ່ພູມລໍາເນົາ ຢູ່ເຂດເມືອງ ຕະໂອ້ຍ ແຂວງສາລະວັນ ແລະ ຢັງຢາຍ ໄປຢູ່ເຂດ ເມືອງສະມວ້ຍ ເມືອງເລົ່າງາມ ແຂວງສາລະວັນ, ເມືອງນອງ ແຂວງ ສະຫວັນນະເຂດ, ເມືອງທ່າແຕງ ແຂວງເຊກອງ, ເມືອງປາກຊອ່ງ ແຂວງຈຳປາສັກ ເຂົາເຈົ້າ ມີເຊື້ອສາຍ ຢູ່ເຂດຕາເວັນຕົກ ຂອງແຂວງ ກວາງຈິ ( ຫວງດນາມ ) ແລະ ມີຮອ່ງຮອຍ ວັດທະນະທຳ ທີ່ກຽ່ວກັບຫີນ ຊຶ່ງອາດ ຈະກຽ່ວຂ້ອງ ກັບໄຫຫີນ (ຊຽງຂວາງ) ຫີນຕັ້ງ (ຊຳເໝືອ )ເຮືອນຫີນ (ສະຫວັນນະເຂດ).

ເຜົ່າຢຣຸ: ມີສອງແຊງ ຄື: ຢຣຸດາກ (ອາໃສ ຢູ່ແຄມນໍ້າ) ແລະ ຢຣຸກອງ ( ອາໃສຢູ່ພູພຽງ), ກິນເຂົ້າຈ້າວ ເດີມເຊື່ອຖືຜີ, ມີພາສາ ປາກເວົ້າ ຄືກັບ ເຜົ່າຍະເຫີນ ໂອຍ, ເຈັ້ງ ແລະ ເຜົ່າເບຮົາ. ເຂົາເຈົ້າ ບໍ່ມີບ້ານ ຂອງເຜົ່າ ຕົນເອງ ໂດຍສະເພາະ ຈຶ່ງຢູ່ຮວ່ມ ກັບເຜົ່າອື່ນໆ ໃນເຂດເມືອງ ສະໝາມໄຊ. ເຜົ່າຢຮຸ ຍັງມີເມືອງ ປາກຊອ່ງ, ເມືອງບາຈຽງ ຈະເລີນສຸກ ແຂວງຈຳປາສັກ ເມືອງເລົ່າງາມ ແຂວງສາລະວັນ, ເມືອງທ່າແຕງ ແຂວງເຊກອງ.

ຄວາມເຊື່ອຖື ແລະ ບຸນປະເພນີ: ເຜົ່າລາວສວ່ນໃຫ່ຍ ຖືສາສະໝາພຸດ ສ່ວນເຜົ່າ ອື່ນໆ ຈໍານວນໝື່ງ ຖືສາສະໝາພຸດ ສວ່ນໃຫ່ຍແລ້ວ ຈະຖືຜີ ແລະ ມີພິທີກໍາ ລຽ້ງຜີຕ່າງໆ ເຊັ່ນ: ກິນຍີ່, ກິນອາດ, ກິນກະລືມ. ສວ່ນບຸນປະເພນີ ຂອງເຜົ່າລາວ ທີ່ຖືສາສະໝາພຸດ ກໍມີອັນແຕກຕ່າງ ຈາກທອ້ງຖິ່ນອື່ນ ເຊັ່ນ: ບຸນກະຖິນ ເພິ່ນເຄີຍ ຈັດຂຶ້ນພາຍຫຼັງ ບຸນກອງເຂົ້ າຫຼື ບຸນທົ່ງ (ຍາມເຂົ້າບ້ານ) ແຕ່ລະບ້ານ ຈະບໍ່ຄືກັນ. ສຳລັບບຸນ ພະເຫວດ ຫຼື ບຸນມະຫາຊາດ ແມ່ນຈັດຂຶ້ນ ພາຍຫຼັງ ບຸນປີໄໝລາວ, ແຕ່ມີບາງບ້ານ ກໍຈັດ ໃນລະຫວ່າງ ເດືອນ 3 ກ່ອນບຸນປີໄໝລາວ.

ວັດທະນະທຳ ແລະ ວິຖີຊີວິດ ບັນດາເຜົ່າ: ເປັນອີກ ທາງເລືອກໝຶ່ງ ຂອງຜູ້ສະຫງວນມັກ ໃນການສຶກສາ, ຄົ້ນຄວ້າ ຊົນເຜົ່າວິທະຍາ, ຄວາມເຊື່ອຖື, ພາສາ, ຮີດຄອງປະເພນີ, ພິທີ່ກຳ ອາຫານທອ້ງຖິ່ນ ເຊັ່ນ: ເຜົ່າໂອຍ, ເຜົ່າເບຮົາ, ເຜົ່າຕຽງ…ທີ່ມີຄວາມ ໂດດເດັ່ນ ເປັນເອກະລັກ.

ວີລະກຳ ແລະ ມູນເຊື່ອຮັກຊາດ: ຊາວອັດຕະປື ມີມູນເຊື່ອ ຮັກຊາດ, ຮັກບ້ານເກີດ ເມືອງນອນ, ອົງອາດ, ກ້າຫານ, ສາມັກຄີ ຕໍ່ສູ້ເດັດດຽ່ວ ໝຽວແໝ້ນ ບໍ່ຍອມຈຳນົນ, ຊື່ສັດ ແລະ ດີໃຈ. ວີລະກຳ ການຕໍ່ສູ້ ເພື່ອເອກະລາດ ແລະ ອິດສະລະພາບ ຂອງຊາວອັດຕະປື ໄດ້ກາຍເປັນມູນ ເຊື້ອສືບ ເນື່ອງກັນມາ ຂອງບັນພະພູລຸດ, ກໍຄືຣາຊະການ ເຈົ້າໄຊຍະ ເສດຖາທິຮາດ ແລະ ໃນສະໄໝ ຕໍ່ສູ້ກູ້ເອກະລາດ ຕ້ານການຮຸກຮ້ານ ຂອງຈັກກະພັດ ປົດປ່ອຍຊາດ ພາຍໃຕ້ການນຳພາ ຂອງພັກປະຊາຊົນ ປະຕິວັດລາວ ຄ.ສ 1945-1975 ໄດ້ເປັນພະຍານ ຫຼັກຖານ ປະຫວັດສາດ ທີ່ໂດດເດັ່ນ, ເປັນອະມະຕະ ແລະ ເປັນແວ່ນແຍງ ອັນຜອ່ງໃສ ໃຫ້ແກ່ຄົນຮຸ່ນຫຼັງ.

LEAVE A REPLY

Please enter your comment!
Please enter your name here