ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຊີວະນາໆພັນກະສິກຳຂອງລາວ ມີທ່າແຮງເພື່ອຍົກລະດັບເສດຖະກິດທ້ອງຖິ່ນ ໂດຍຜ່່ານການປັບປຸງຊີວິດການເປັນຢູ່ຂອງຄອບຄົວຊາວພູດອຍ ແລະ ພ້ອມນັ້ນ ກໍເປັນການສ້າງຊື່ສຽງໃນເວທີສາກົນ ກ່ຽວກັບ ຜະລິດຕະພັນຊີວະນາໆພັນກະສິກຳທີ່ເປັນເອກະລັກຂອງລາວ.

ຜະລິດຕະພັນຊີວະນາໆພັນກະສີກຳລາວ 16 ຊະນິດທີ່ມີທ່າແຮງສູງຕໍ່ການຄ້ຳປະກັນສະບຽງອາຫານ ແລະ ເສີມສ້າງລາຍຮັບໃຫ້ແກ່ປະຊາຊົນປະກອບດ້ວຍ:

ໝາກຕາວ ແມ່ນເກັບຈາກຕົ້ນທີ່ເກີດຢາຍຢູ່ໃນເຂດປ່າໄມ້ໃນຫຼາຍພາກຂອງປະເທດ, ຊຶ່ງມີຄວາມສໍາຄັນໃນ ການສ້າງລາຍໄດ້ໃຫ້ທ້ອງຖິ່ນ. ຄວາມຕ້ອງການແມ່ນສູງແຕ່ວ່າການສະຫນອງແມ່ນຫຼຸດລົງ ເນື່ອງຈາກການສູນເສຍຖິ່ນກຳເນີດ ແລະ ການເກັບກູ້ທີ່ຫຼາຍເກີນຂອບເຂດ, ຜູ້ນໍາເຂົ້າຕົ້ນຕໍແມ່ນ ປະເທດໄທ

ພຶດເປັນຢາ ຫຼື ສະໝຸນໄພ ສປປ ລາວ ມີພືດສະໝຸນໄພພື້ນເມືອງເປັນຈຳນວນຫຼວງຫຼາຍ, ລວມທັງ ຊະນິດທີ່ສາກົນສົນໃຈ ເຊິ່ງສາມາດນຳໃຊ້ເພື່ອເປັນຢາຕ້ານພະຍາດເຊັ່ນ: ມະເຮັງ, HIVIAIDS, ປອດແຫ້ງ ແລະ ມາລາເຣຍ ແຕ່ວ່າພືດທີ່ເປັນຢາຫຼາຍຊະນິດ ພວມຖືກໄພຄຸກຄາມຈາກການຂຸດຄົ້ນແບບບໍ່ຍືນຍົງ ແລະ ສູນເສຍແຫຼ່ງກໍາເນີດທາງທໍາມະຊາດຂອງມັນ.

ບ່ອນສະແດງໂຄສະນາ

ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ເຂົ້າໄກ່ນ້ອຍ ແນວພັນເຂົ້າຫນຽວໄກ່ນ້ອຍພື້ນເມືອງທີ່ປູກໃນລະດູຝົນແມ່ນຄວາມສໍາຄັນ ສະແດງໃຫ້ເຫັນເຖິງຄວາມຫຼາກຫຼາຍຂອງພັນເຂົ້າປູກໃນນາຢູ່ເຂດພາກເຫນືອຂອງລາວ. ເຂົ້າໄກ່ນ້ອຍ ເປັນທີ່ຕ້ອງການສູງ ຂອງຕະຫຼາດໃນພາກພື້ນ, ເປັນແຫຼ່ງອາຫານ ແລະ ແຫຼ່ງລາຍຮັບອີກດ້ວຍ. ເຂົ້າໄກ່ນ້ອຍ ຕິດພັນ ກັບ ຮີດຄອງປະເພນີ, ວັດທະນະທໍາ ແລະ ການທ່ອງທ່ຽວ, ສ່ວນໃຫຍ່ ແມ່ນ ບໍລິໂພກໃນ ສປປ ລາວ ແລະ ສ່ວນຫນຶ່ງແມ່ນສົ່ງອອກ.

ໄມ້ປອງ ແມ່ນຊັບພະຍາກອນຊີວະນາໆພັນທີ່ສານ, ຂອງ ສປປ ລາວ. ໄມ້ປ່ອງ ມີບົດບາດສໍາຄັນຕໍ່ກັບ ເສດຖະກິດ, ສັງຄົມ ແລະ ຊີວິດຂອງຊຸມຊົນໃນເຂດຊົນນະບົດ, ຊຶ່ງປະກອບສ່ວນເຂົ້າໃນການສ້າງລາຍໄດ້ທີ່ ເປັນເງິນສົດ, ສ້າງຄວາມຫມັ້ນຄົງດ້ານສະບຽງອາຫານ ແລະ ການຫາລ້ຽງຊີບ. ໄມ້ປ່ອງຍັງມີບົດບາດສໍາຄັນໃນ ດ້ານສິ່ງແວດລອມຜ່ານການແຍກສານກາກບອນ. ການຂະຫຍາຍຕົວຂອງອຸດສາຫະກໍາໄມ້ປອງຂອງໂລກທີ່ເກີດຂຶ້ນຕໍ່ເນື່ອງ ໄດ້ສະຫນອງໂອກາດເພື່ອພັດທະນາອຸດສາຫະກໍາໄມ້ປອງ ລາວ ໄດ້ຢ່າງເຕັມທີ່.

ໄກ່ລາດ ແລະ ຫມູລາດ ພື້ນເມືອງລາວ ແມ່ນແຜ່ຂະຫຍາຍຕົວທົ່ວຂົງເຂດຊົນນະບົດຂອງ ສປປ ລາວ, ເປັນແຫຼ່ງອາຫານ ແລະ ລາຍໄດ້ ແລະ ນໍາໃຊ້ໃນພິທີກໍາຕ່າງໆ. ແມ່ຍິງ ເປັນຜູ້ເຮັດກິດຈະກາການລ້ຽງສັດຂະຫນາດນ້ອຍນີ້, ຈໍານວນຜູ້ລຽງ ແລະ ຂະຫນາດຂອງການຜະລິດ ແມ່ນພວມຫຼຸດລົງ ຊຶ່ງສ່ວນຫນຶ່ງແມ່ນເນື່ອງຈາກ ການແຂ່ງຂັນກັບປະເພດໄກ່ພັນ ແລະ ໝູພັນນໍາເຂົ້າຈາກຕ່າງປະເທດ ແລະ ການປ່ຽນແປງຂອງບັນດາຫມູ່ບ້ານໃນຊົນນະບົດ. ແຕ່ວ່າ ພັນພື້ນເມືອງ ຍັງຄົງເປັນທີ່ຕ້ອງການສູງ

ກາເຟ ຈາກມຸມມອງທາງດ້ານພູມີສາດ ແລະ ອີງຕາມຍຸດທະສາດແຫ່ງຊາດວ່າດ້ວຍກາເຟ, ການພັດທະນາການປູກ ກາເຟທີ່ເປັນມິດຕໍ່ລະບົບນິເວດໃນເຂດພາກເຫນືອ ຄວນໄດ້ຮັບການພິຈາລະນາ ບົນພື້ນຖານຂອງ “ການສະແຫວງຫາໂອກາດ” ໂດຍໃຊ້ເງື່ອນໄຂທາງການຕະຫຼາດທີ່ມີຢູ່ໃນປະຈຸບັນ. ຈຳເປັນຕ້ອງໄດ້ມີການສຶກສາເພີ່ມຕື່ມກ່ຽວກັບຕະຫຼາດ ແລະ ວິທີການທາງດ້ານ ເຕັກນິກເພື່ອຈໍາກັດຄວາມເສຍຫາຍທາງດ້ານຊີວະນາໆ ພັນໃນເນື້ອທີ່ປູກກາເຟໃຫມ່ ເພື່ອຫຼີກລ່ຽງຄວາມສ່ຽງທາງານເສດຖະກິດ ແລະ ສິ່ງແວດລ້ອມ.

ຊາ ໃນເຂດພູດອຍພາກເໜືອ ຂອງ ສປປ ລາວ ສາມາດພັດທະນາເພີ່ມອຸດສາຫະກໍາຊາ ປອດສານພິດຂະຫນາດນ້ອຍ ແຕ່ກວ້າງຂວາງທາງດ້ານພູມີສາດ ໂດຍອີງໃສປະເພດຂອງຊາປ່າ ແລະ ຊາບູຮານເປັນພື້ນຖານເບື້ອງຕົ້ນ. ປ່າໄມ້ທີ່ມີຊາປ່າ ແມ່ນຕົກຢູ່ໃນໄພຄຸກຄາມ; ຕ້ອງໄດ້ມີການສໍາຫລວດ ແລະ ຄຸ້ມຄອງແບບຍືນຍົງ. ພ້ອມນັ້ນ, ຮຽກຮ້ອງໃຫ້ມີການຄົ້ນຄວ້າ ວິໄຈ ແລະ ການຝຶກອົບຮົມພິເສດສະເພາະຕື່ມ. ສປປ ລາວ ບໍ່ຄວນຊອກຫາວິທີເພື່ອແຂງຂັນໃນຕະຫຼາດຊາຂອງໂລກທີ່ເປັນປະເພດຊາມູນຄ່າຕໍ່າ, ແຕ່ຄວນສຸ່ມໃສ່ ຜະລິດຕະພັນຊາທີ່ເປັນຕະຫຼາດຊ່ອງຫວ່າງແທນ.

ຍານ ມາຮອດຊຸມປີຫວ່າງບໍ່ດົນມານີ້, ລາຄາຍານຕໍ່າ ແລະ ມີການແຂ່ງຂັນກັບຜະລິດຕະພັນເຄື່ອງປ່າຂອງດົງອື່ນຖືວ່າ ເປັນສາເຫດຕົ້ນຕໍສໍາລັບການຫຼຸດລົງໂດຍລວມຂອງການຜະລິດຍານລາວ ຕະຫຼອດຊ່ວງຫຼາຍທົດສະວັດຜ່ານມາ, ການຜະລິດໄດ້ເພີ່ມຂຶ້ນຄືນໃຫມ່ຜ່ານການຟື້ນຟູຈັດສັນ ຂອງປ່າຕົ້ນຍານທີ່ເປັນຂອງບ້ານ ໂດຍໄດ້ຮັບການຊ່ວຍເຫຼືອຈາກພາກທຸລະກິດ. ອີງຕາມພູມສັນຖານແລ້ວ, ການຜະລິດຍານ ແມ່ນມີຈຸດສຸມຢູ່ສາມແຂວງພາກເຫນືອຂອງ ສປປ ລາວ (ຫົວພັນ, ຜົງສາລີ ແລະ ຫຼວງພະບາງ). ຕ່ອງໂສ້ມູນຄາຂອງຍານ ແມ່ນສະຫຼັບຊັບຊ້ອນ ແລະ ຄວາມຍືນຍົງ ສ່ວນຫນຶ່ງແມ່ນຂຶ້ນກັບການປະສົມປະສານ ຂອງການເຮັດທຸລະກິດໄລຍະຍາວ ກັບການມີສ່ວນຮ່ວມທາງສັງຄົມຈາກຜູ້ທີ່ມີສ່ວນກ່ຽວຂ້ອງ.

ໝາກແໜ່ງ ໃນຊ່ວງຫຼາຍທົດສະວັດຜ່ານມາ, ຫມາກແຫນ່ງພັນນໍາເຂົ້າມາຈາກ ຈີນ ໄດ້ຮັບຄວາມສໍາຄັນກວ່າຫມາກແຫນ່ງປ່າພື້ນເມືອງ, ພ້ອມກັບມີຄວາມຕ້ອງການໃນຕະຫຼາດໂລກສູງກວ່າ. ຫມາກແຫນ່ງລາວ ແມ່ນຜະລິດເພື່ອສົ່ງອອກ ແລະ ປຸງແຕ່ງຢູ່ຕ່າງປະເທດ. ຫມາກແຫນ່ງ ສ້າງລາຍໄດ້ເພີ່ມຂຶ້ນໃຫ້ກັບຊາວກະສິກອນ ແລະ ກໍ່ງ່າຍໃນການປູກຂະຫຍາຍ. ເຖິງຢ່າງໃດກໍຕາມ, ການປູກຫມາກແຫນ່ງທີ່ກວ້າງອອກແມ່ນຫຼຸດຜ່ອນຄວາມຫຼາກຫຼາຍທາງດ້ານຊີວະນາໆພັນປ່າໄມ້ (ອີງຕາມຫຼາຍບົດສຶກສາຂອງ ຈີນ).

ຫວາຍ ສາມສິບປີຜ່ານມາ ຊັບພະຍາກອນຫວາຍປ່າໄດ້ຫຼຸດລົງ ໃນ ສປປ ລາວ ເນື່ອງຈາກການສົ່ງອອກທີ່ມີ ການຂຸດຄົນທີ່ຫຼາຍເກີນຄວນ ແລະ ເປັນການທໍາລາຍປ່າໄມ້. ມີຫວາຍຫຼາຍກວ່າ 31 ສາຍພັນ ໄດ້ຮັບການຄົ້ນພົບແລ້ວຢູ່ໃນສອງທົດສະຫວັດຜ່ານມາ, ສປປ ລາວ ມີ ຄວາມຫຼາກຫຼາຍຂອງຫວາຍຢ່າງຫນ້າອັດສະຈັນ ທີ່ຖືກນໍາໃຊ້ເປັນຫວາຍເສັ້ນ ແລະ ຫນໍ່ຫວາຍທີ່ສາມາດກິນໄດ້ ເຖິງຢ່າງໃດກໍຕາມ, ຫຼາຍສາຍພັນແມ່ນຖືກດັບສູນ ມີການປູກຫວາຍເພື່ອເອົາຫນໍ່ມາບໍລິໂພກຫຼາຍຂຶ້ນ ແລະ ຄວນໄດ້ຮັບການຊຸກຍູ້ໃນຕໍ່ໄປ.

ຕົ້ນແຂມ ໂດຍທົ່ວໄປແລ້ວ, ຕົ້ນແຂມ ແມ່ນຜະລິດຕະພັນຫນຶ່ງທີ່ພົບຢູ່ທົ່ວໄປໃນເຂດພູດອຍຂອງປະເທດ ຊຶ່ງຂ້ອນຂ້າງເປັນບ່ອນທີ່ດິນເຊື່ອມໂຊມ ແລະ ເປັນດິນໄຮ່ເຫລົ່າ. ຕົ້ນແຂມຍັງ ເປັນແຫຼ່ງສ້າງລາຍຮັບໃຫ້ແກ່ປະຊາຊົນຜູ້ທີ່ທຸກຍາກ ແລະ ຍັງເປັນແຫຼ່ງອາຫານຂອງສັດອີກດ້ວຍ. ແຂມທີ່ຍັງບໍ່ປຸງແຕ່ງຈຳນວນຫຼາຍກໍໄດ້ຖືກສົ່ງອອກ. ອາຊີບການເກັບກ່ຽວ ແລະ ຂາຍແຂມ ຍັງເປັນການສ້າງລາຍໄດ້ໃຫ້ກັບ ປະຊາຊົນຫຼາຍຄອບຄົວ

ໄຄແຜ່ນ ໄດ້ສ້າງລາຍຮັບອັນສໍາຄັນໃຫ້ແກ່ຄອບຄົວ, ແຕ່ວາ ໄຄ ໄດ້ປະເຊີນຫນ້າກັບຄວາມບໍແນ່ນອນໃນອະນາຄົດ ຍ້ອນມະນຸດໄດ້ມີການທໍາລາຍແຫຼ່ງທີ່ຢູ່ທາງທໍາມະຊາດຂອງໄຄ. ການຂົ່ມຂູ່ນີ້ສາມາດຫຼຸດຜ່ອນໄດ້ ໂດຍຄວາມພະຍາຍາມຢ່າງຈິງຈັງ ໃນການວາງແຜນ ແລະ ການຈັດຕັ້ງປະຕິບັດຕາມແຜນ ພັດທະນາເສດຖະກິດສັງຄົມແຫ່ງຊາດ ທີ່ຫຼຸດຜ່ອນຜົນກະທົບດ້ານລົບຕໍ່ຊີວະນາໆພັນກະສິກໍາ, ການຜະລິດໄຄແຜ່ນມີທ່າອຽງທີ່ຫຼຸດລົງ ຍ້ອນວ່າມີການພັດທະນາພະລັງງານໄຟຟ້ານ້ໍາຕົກເພີ່ມຂຶ້ນຢູ່ເທິງແມ່ນໍ້າທີ່ມີໄຄເກີດ.

ເຫັດປາ ແມ່ນສ່ວນສໍາຄັນທີ່ຈໍາເປັນສໍາລັບ ລະບົບນິເວດວິທະຍາ-ກະສິກໍາ ຊຶ່ງມີຫລາຍຫນ້າທີ່ ລວມທັງ ການເຫນົ່າເປື່ອຍຂອງສິ່ງທີ່ມີຊີວິດ ແລະ ສິ່ງທີ່ບໍ່ມີຊີວິດ, ວົງຈອນທາງດ້ານໂພຊະນາການ, ສາຍພົວພັນການຢູ່ຮ່ວມກັນຂອງຈຸລະຊີບຕ່າງໆ ແລະ ການກະຕຸ້ນການເຕີບໃຫຍ່ຂອງຈຸລະຊີບຫຼາຍປະເພດ. ເຫັດຫຼາຍຊະນິດ ນໍາໃຊ້ເພື່ອກິນເປັນອາຫານ ແລະ ຢາປົວພະຍາດ, ບາງຊະນິດຍັງສາມາດສ້າງລາຍໄດ້ຢ່າງຫຼວງຫຼາຍ ໃຫ້ແກ່ຊາວບ້ານຜູ້ທຸກຍາກທີ່ເກັບເຫັດຂາຍ.

ນໍ້າເຜິ້ງ ມີທ່າແຮງອັນໃຫຍ່ຫຼວງເພື່ອພັດທະນາກິດຈະກໍາການລ້ຽງເຜິ້ງ ໃນ ສປປ ລາວ ເພີ່ມຕື່ມ, ເນື່ອງຈາກວ່າ ການເກັບກູ້ເອົານ້ໍາເຜິ້ງຈາກປ່າແມ່ນບໍ່ມີຄວາມຍືນຍົງ ເພື່ອຫຼຸດຜ່ອນຄວາມສ່ຽງໃຫ້ຫນ້ອຍສຸດ ສປປ ລາວ ຄວນສະຫນັບສະຫນູນການພັດທະນາການລ້ຽງເຜິ້ງ ໂດຍອີງໃສພັນພື້ນເມືອງຄື Apis cerana (ເຜິ້ງອາຊີ) ຊຶ່ງກົງກັນຂ້າມກັບພັນ Apis melifera (ເຜິ້ງເອີຣົບ). ມາດຖານຄຸນນະພາບຂອງນ້ໍາເຜິ້ງຄວນໄດ້ຮັບການປັບປຸງໂດຍນໍາໃຊ້ເຕັກນິກທີ່ດີກວ່າໃນການຜະລິດ

ປາ ຈາກເຂດວັງສະຫງວນ ການຄຸ້ມຄອງ ແລະ ການພັດທະນາແຫຼ່ງຊັບພະຍາກອນ ປາ ໃນແມ່ນ້ໍາແບບຍືນຍົງ ຄວນໄດ້ຮັບການພິຈາລະນາ ຈາກພາກລັດ ເພື່ອບັນຈຸເເຂົ້າໃນແຜນພັດທະນາ, ເນື່ອງຈາກວ່າເປັນອົງປະກອບສໍາຄັນໃນການປັບປຸງ ຄວາມຫມັ້ນຄົງດ້ານສະບຽງອາຫານ ໃຫ້ແກ່ປະຊາຊົນ ໃນເຂດຊົນນະບົດ, ພ້ອມທັງ ເປັນການເຮັດໃຫ້ພວກເຂົາໄດ້ ມີລາຍໄດ້ເພີ່ມຕື່ມ ແລະ ມີໂອກາດໃນການປະກອບອາຊີບ. ເຂື່ອນໄຟຟ້າຕາມສາຂາຕ່າງໆຂອງ ແມ່ນ້ໍາຂອງຈະເຮັດໃຫ້ເກີດການດັດສົມ ທາງດ້ານຊັບພະຍາກອນ ສັດນ້ໍາແບບຮຸນແຮງ, ລວມທັງປະຊາກອນປາທີ່ມີຢູ່ໃນ ເຂດວັງສະຫງວນທັງຫລາຍ.

ການລ້ຽງປາໃນຫນອງ ແລະ ໃນນາເຂົ້າ ເປັນການປະຕິບັດກັນມາແຕ່ດົນນານໃນ ສປປ ລາວ, ໂດຍ ສະເພາະ ໃນແຂວງຫົວພັນ, ຊຽງຂວາງ ແລະ ບັນດາແຂວງອື່ນໆທາງພາກເຫນືອ ການຊຸກຍູ້ສ້າງຄວາມສົນໃຈໃນການຜະລິດປາໃຫ້ແກ່ບັນດາ ຄອບຄົວໃນເຂດຊົນນະບົດທົ່ວປະເທດບໍ່ແມ່ນເລື່ອງຍາກ ເນື່ອງຈາກວ່າ ຫຼາຍກວ່າ 70% ຂອງບັນດາຄອບຄົວໃນເຂດຊົນນະບົດ ຕິດພັນກັບການການຫາປາ ສະນັ້ນການເພີ່ມຄວາມສົນໃຈຂອງ ພວກເຂົາເຈົ້າກ່ຽວກັບການເພີ່ມການຜະລິດປາຂຶ້ນນັ້ນພວກເຂົາເຈົ້າແມ່ນສາມາດເຂົ້າໃຈໄດ້ດີ.

ຄັດຈາກປື້ມ “ຜະລິີດຕະພັນຊີວະນາໆພັນກະສິກຳລາວສິບຫົກຊະນິດທີ່ມີທ່າແຮງສູງ ຕໍ່ກາານາຄ້ຳປະກັນສະບຽງອາຫານ ແລະ ເສີມສ້າງລາຍຮັບໃຫ້ແກ່ປະຊາຊົນ” (ອົງການສະວິດ ເພື່ອພັດທະນາ ແລະ ການຮ່ວມມື ປະຈຳ ສປປ ລາວ)

LEAVE A REPLY

Please enter your comment!
Please enter your name here