ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ເມືອງທຸລະຄົມ ຕັ້ງຢູ່ແຂວງວຽງຈັນ ເປັນເມືອງໜຶ່ງທີ່ມີປະຫວັດສາດຍາວນານ ແລະ ຕິດພັນກັບປະຫວັດສາດອານາຈັກລາວລ້ານຊ້າງ ໂດຍປະຫວັດຂອງເມືອງທຸລະຄົມ ໄດ້ແບ່ງອອກເປັນ 3 ໄລຍະຄື: ໄລຍະທີ I ສະໄໝເມືອງທຸລະຄົມໄດ້ຕິດພັນກັບປະຫວັດສາດອາຈັກລ້ານຊ້າງປີ ຄສ 1365 (ພສ 1898), ໄລຍະທີ II ການເກີດຂື້ນ ແລະ ການເປັນມາຂອງເມືອງທຸລະຄົມ ແລະ ໄລຍະທີ III ປະເທດລາວໄດ້ສ້າງຕັ້ງເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ມື້ນີ້ ອິນໄຊລາວ ຈະພາທຸກຄົນມາຮູ້ຈັກກັບປະຫວັດເມືອງທຸລະຄົມ ໃນໄລຍະທີ I ແລະ II

ໂດຍ ໄລຍະທີ I ສະໄໝເມືອງທຸລະຄົມໄດ້ຕິດພັນກັບປະຫວັດສາດອາຈັກລ້ານຊ້າງປີ ຄສ 1365 (ພສ 1898) ພຣະເຈົ້າຟ້າງຸ່ມຍົກທັບມາຕີເອົາເມືອງວຽງຈັນ ພຣະອົງ ແຕ່ງໃຫ້ບາໂບ, ບາຈີແຂ້ ເປັນຫົວໜ້າ ຝ່າຍພະຍາຊຽງມຸ່ງເຈົ້າເມືອງວຽງຈັນ ແລະ ພະຍາເພົາ ບຸດຂອງພະຍາຊຽງມຸ່ງ ຊຶ່ງເປັນເຈົ້າເມືອງວຽງຄຳ ຄັນໄດ້ຊາບຂ່າວເຈົ້າຟ້າງຸ່ມຍົກທັບມາຢຽບຢໍ່າດິນແດນ ກໍ່ເກນພົນລະເມືອງທັງສອງເມືອງອອກຕໍ່ສູ້ ໄດ້ພົນ 20.000 ຄົນ, ຊ້າງ 500 ໂຕ. ການຕໍ່ສູ້ໄດ້ເປັນໄປຢ່າງດຸເດືອດ, ສ່ວນພະຍາຊຽງມຸ່ງ ເຈົ້າເມືອງວຽງຈັນຖືກຂ້າຕາຍຄາຄໍຊ້າງ. ພະຍາເພົາເຫັນບິດາຕາຍ ແລ້ວຖອຍທັບກັບໄປເມືອງວຽງຄຳ ກອງທັບເຈົ້າຟ້າງຸ່ມນຳຕີພະຍາເພົາຈົນເຖິງເມືອງວຽງຄຳ ແຕ່ເຂົ້າຕີເອົາເມືອງບໍ່ໄດ້ ເພາະມີກໍໄຜ່ໝາມເປັນກຳແພງລ້ອມໄວ້ຢ່າງໜາແໜ້ນ. ແມ່ທັບທັງ 3 ຂອງເຈົ້າຟ້າງຸ່ມຄື: ບາຈຸນ, ບາສຽມ, ບາຈີແຂ້ ກັບຄືນມາທູນພະເຈົ້າຟ້າງຸ່ມ ຢູ່ເມືອງວຽງຈັນໃຫ້ຊົງຊາບ ພະອົງຈື່ງສັ່ງໃຫ້ພະຄັງຫຼວງເອົາເງີນ ແລະ ຄໍາມາຕີເປັນພະຈຽງໜ້າ ໄດ້ຫຼາຍແລ້ວສົ່ງໃຫ້ແມ່ທັບ ແລະ ພະອົງຕັດສັ່ງໃຫ້ເປັນຄວາມລັບ ຍິງລູກໜ້າສຸມໃສ່ກໍໄຜ່ຕະຫຼອດເວລາ 3 ວັນເຮັດເໜືອນຈະຕີເຂົ້າເມືອງແລ້ວໃຫ້ເລີກທັບກັບຄືນມາ. ຝ່າຍປະຊາຊົນລາດສະດອນເມືອງວຽງຄໍາ ຄັນເຫັນກອງທັບເຈົ້າຟ້າງຸ່ມເລີກໜີໄປແລ້ວ ກໍ່ພາກັນອອກມາທຳມາຫາກີນ, ໄປເຫັນຈຽງໜ້າເງີນຈຽງໜ້າຄໍາ ຕົກຢູ່ກາງກໍໄຜ່ຈື່ງພາກັນມ້າງຖາງກໍໄຜ່ຊອກເອົາຈຽງໜ້າ ຈົນກໍໄຜອັນເປັນກໍາແພງເມືອງນັ້ນ ຫັກມຸ່ນແລ້ວເປັນປ່ອງຫຼາຍດ້ານ,

ບ່ອນສະແດງໂຄສະນາ

ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ເມື່ອພະເຈົ້າຟ່າງຸ່ມໄດ້ຊາບ ດັ່ງນັ້ນ ຈື່່ງຍົກທັບມາຕີເອົາເມືອງວຽງຄໍາອີກ ພະອົງສັ່ງໃຫ້ທະຫານເຂົ້າໄປຈູດກໍໄຜ່ທຸກດ້ານ. ພວກຊາວເມືອງເຫັນໄຟໄໜ້ກໍ່ພາກັນແຕກຕື່ນ ບໍ່ສາມາດມອດໄຟໄດ້, ກໍາແພງໄຜ່ໜາມພັງທະລາຍລົງຈົນແປນ. ພະເຈົ້າຟ້າງຸ່ມຈື່ງຍົກທັບມາຕີເອົາເມືອງວຽງຄໍາໄດ້ງ່າຍ ແລະ ຈັບເອົາພະຍາເພົາ ເຈົ້າເມືອງວຽງຄໍາເອົາໃສ່ຊອງສົ່ງຂື້ນໄປເມືອງຊຽງທອງ ໄປເຖີງບ້ານຖີ່ນແຫ້ງພະຍາເພົາກໍ່ເຖີງແກ່ກໍາຢູ່ທີ່ນັ້ນ, ພາຍລຸນມາໄດ້ຕັ້ງບ້ານ ຖີ່ນແຫ້ງເປັນເມືອງເອີ້ນວ່າ: ເມືອງຊອງ( ຄັດອອກຈາກເມືອງປະຫວັດສາດຄືນ ຈື່ງຮູ້ວ່າຊາດລາວເຮົາເປັນແນວໃດ ເຫຼັ້ມ II ຂຽນໂດຍ ທ່ານ ຈະເລີນ ພວງຈັນ ອາດິດສະມາຊີກສະພາສູງສຸດ).

ສ່ວນວ່າເມືອງວຽງຄໍາໃນອາດິດ ແມ່ນຕັ້ງຢູ່ ບ້ານ ວຽງຄໍາ, ເມືອງວຽງຄໍາ , ແຂວງວຽງຈັນ, ໃນປະຈຸບັນກົງກັນຂ້າມກັບ ບ້ານ ເກິນ, ຮ່ອງຮອຍທີ່ຍັ້ງຢືນມີ: ຄູອ້ອມເມືອງ, ມີແທ່ນພະບາງ ແລະ ມີຫີນສິລາຈາລຶກເຊິ່ງທາງພະແນກຖະແຫຼງຂ່າວ ແລະ ວັດທະນາທໍາ ແຂວງວຽງຈັນ ກໍາລັງມີການຟື້ນຟູຄືນເມືອງວຽງຄໍາບູຮານ, ສັນນິຖານເບີ່ງ ຄົງຈະເປັນເມືອງໜື່ງທີ່ຂື້ນກັບເມືອງວຽງຄໍາຈັດໃນອາດິດ ແລະ ຈັດເປັນເມືອງກ່ອນການທ້ອນໂຮມອານາຈັກລ້ານຊ້າງ ເປັນອັນໜື່ງອັນດຽວຂອງພະເຈົ້າຟ້າງຸ່ມ. ໃນປີ ຄສ 1359 (ພສ 1902) ພະມະຫາປາສະມັນ ນໍາເອົາສາດສະໜາພຸດມາເຜີຍແຜ່ຢູ່ອານາຈັກລ້ານຊ້າງກໍ່ພາບໍລິວານແຫ່ແຫນພະບາງຂື້ນມາຕາມລໍາແມ່ນໍ້າຂອງຈົົນເຖີງວຽງຈັນ. ໜື່ນຈັນ ເຈົ້ານະຄອນວຽງຈັນ ບອກໄປຕ້ອນ ຮັບ ແລະ ນິມົນພະມະຫາປາສະມັນ ໄປພັກຢູ່ດອນຈັນ, ຊາວນະຄອນວຽງຈັນ ກໍ່ພາກັນໄປສັກກາລະບູຊາຕະຫຼອດ 3 ວັນ 3 ຄືນ. ຄົບຖ້ວນ 3 ວັນແລ້ວ ພະມະຫາປາສະມັນ ຈື່ງໄດ້ເຊີນພະບາງອອກໄປເມືອງວຽງຄໍາ, ເຈົ້າເມືອງວຽງຄໍາອອກມາຕ້ອນຮັບ ແລະ ນິມົນພະມະຫາປາສະມັນເຂົ້າໄປໃນເມືອງ ພວກຊາວເມືອງວຽງຄໍາ ກໍ່ພາກັັນມາສັກກາລະບູຊາ ຕະຫຼອດ 3 ວັນ 3 ຄືນ . ແລ້ວເຊີນພະບາງຂື້ນໄປເມືອງຊຽງທອງ, ຄົນຫາມພະບາງມາແຕ່ກ່ອນເທື່ອລະ 8 ຄົນ ໃນວັນຫາມບໍ່ຂື້ນ, ພະມະຫາປາສະມັນ ຈື່່ງຈັດຄົນເຂົ້າຫາມ 16 ຄົນ ຈົນເຖີງ 24 ຄົນ ກໍ່ຍັງບໍ່ຂື້ນພວກນັກປາດທັງ 3 ທີ່ຮັກສາ ພະບາງມານັ້ນ ເຫັນວ່າເປັນອັດສະຈັນຈື່່ງຈົກສະຫຼາກສ່ຽງເບີ່ງ ບອກວ່າເທບພະເຈົ້າທີ່ຮັກສາພະບາງ ມີຄວາມປະສົງຢາກໃຫ້ພະບາງສະຖິດຢູ່ເມືອງວຽງຄໍານີ້ກອ່ນ. ໄດ້ຊາບດັ່ງນີ້ແລ້ວພະມະຫາປາສະມັນ ຈື່ງມອບໜາຍພະບາງໃຫ້ເຈົ້າເມືອງວຽງຄໍາຮັກສາ ແລະ ສະກາລະບູຊາເປັນເວລານານເຖີງ 143 ປີ (ຄັດອອກຈາກເອກະສານປະຫວັດສາດ ເຫຼັ້ມ II ຂອງ ທ່ານຈະເລີນ ພວງຈັນ ນີ້ແມ່ນການປະກົດຕົວຂອງເມືອງວຽງຄໍາ).

ມາຮອດສະໄໜ ລາດຊະການພະຍາຫຼ້າ ແສນໄຕພູພະນາດ ປີ ຄສ 1485 ກະສັດອົງທີ 37 ຂອງອານາຈັກລ້ານຊ້າງ. ທ້າວ ຫຼ້າ ແສນໄຕ ປົກຄອງເມືອງວຽງຄໍາ ເຊີ່ງແມ່ນໂອລົດອົງທີ 4 ຂອງພະເຈົ້າໄຊຍະຈັກ ແຜ່ນແກ້ວ ພາຍລຸນມາກໍ່ໄດ້ຂື້ນສະເຫີວຍລາດ ເປັັນພະເຈົ້າແຜ່ນດີນ ປະເທດລ້ານຊ້າງໃນປີ ຄສ 1485 ຖວາຍພະນາມວ່າ: ພະຍາຫຼ້າ ແສນໄຕ ພູລະນາດ ແລະ ໄດ້ເຊີນເອົາເຈົ້າ ວິຊຸນນະລາດ ຜູ້ເປັັນນ້ອງຊາຍ ຂື້ນເມືອເປັນແສນເມືອງ (ຫຼືມະຫາອຸປະລາດ) ເຊິ່ງເວລານັ້ນເປັັນເຈົ້າເມືອງວຽງຈັນ. ເມື່ອພະຍາຫຼ້າ ແສນໄຕ ພູລະນາດ ສະຫວັນນະຄົດແລ້ວ, ເຈົ້າວິຊຸນນະລາດ ໂອລົດອົງທີ 5 ຂອງພະເຈົ້າໄຊຍະສັກ ຂື້ນເປັັນເຈົ້າແຜ່ນດີນແທນ ຖວາຍນາມວ່າ: ເປັນພະເຈົ້າ ວິຊຸນນະລາຊາໄຕ ພູລະນາດ ທີ່ປັດສີສັດນາຄະນະຫຸດ ໃນປີ ຄສ 1500 ເມື່ອພະອົງຂື້້ນສະເຫີວຍລາດແລ້ວ, ໃນປີ 1502 ພະອົງໄດ້ແຕ່ງຕັ້ງໃຫ້ເສນາອາມາດ ລົງມາເຊີນເອົາພະບາງທີ່ປະທັບຢູ່ເມືອງວຽງຄໍາ ແຕ່ປີ 1359 ຂື້ນໄປປະດິດສະຖານໄວ້ທີ່ເມືອງຊຽງທອງ (ລວມເວລາທີ່ພະບາງປະທັບຢູ່ເມືອງວຽງຄໍາ ແຕ່ປີ 1359-1502 ນານເຖີງ 143 ປີ). ສະໄໜນີ້ພະພຸດພະສາດສະໜາ ໃນອານາຈັກລ້ານຊ້າງ ມີຄວາມຈະເລີນຮຸ່ງເຮືອງຂື້ນສູງສົມຄວນ, ຈົນເກິດມີນັກປາດຜູ້ມີຄວາມຮູ້ຄວາມຊໍານານ ໃນພະໄຕປີດົກຫຼາຍຄົນ ແລະ ໜັງສືຂຸນບູລົມ ເປັນພື້ນຖານຕົ້ນຕໍ ຂອງປະຫວັດສາດຂອງຊາດລາວເຮົາ ກໍ່ໄດ້ຂຽນຂື້ນເປັນຄັ້ງທຳອິດ. ຈາກນັ້ນມາເມືອງວຽງຄຳ ກໍ່ບໍ່ໄດ້ປະກົດຢູ່ປື້ມປະຫວັດສາດຂອງອານາຈັກລ້ານຊ້າງ, ແຕ່ມີຮ່ອງຮອຍບູຮານສະຖານພຣະທາດເຈດີ ແລະ ວັດວາອາຮາມຮ້າງຫຼາຍແຫ່ງທີ່ຫຼົງເຫຼືອໄວ້ໃນເມືອງທຸລະຄົມໃນປັດຈຸບັນ, ເປັນຕົ້ນຄູອ້ອມເມືອງທີ່ເກົ່າແກ່ຢູ່ຄຸ້ມວຽງແກ້ວ. ຄູດັ່ງກ່າວ ຊັ້ນໃນເລິກປະມານ 10 ແມັດ, ອ້ອມບໍລິເວນ 5 ເຮັກຕ້າ, ເຊີ່ງປະຈຸບັນນີ້ເພີ່ນຕັ້ງວັດໃສ່ເອີ້ນວ່າ: ວັດວຽງພຣະແກ້ວ ແລະ ກໍ່ມີຄູຊັ້ນນອກອ້ອມບໍລິເວນ ກ້ວາງອອກມາອີກຈົນມາຮອດຄຸ້ມເກິນເໜືອ, ຄຸ້ມເກິນກາງ ຄູດັ່ງກ່າວບໍ່ເລິກປານຄູຊັ້ນໃນ, ນອກຈາກນີ້ກໍ່ມີຄູອ້ອມດັ່ງດຽວກັບວຽງແກ້ວ ຄືຢູ່ດົງພາງທີ່ມີປ່າໄມ້ຫຸ້ມກວມໄປຮອດຄຸ້ມໂພນຄ່າ, ບ້ານບໍ່ ຢູ່ຄົນລະຟາກທົ່ງກັບຄຸ້ມວຽງແກ້ວ ທີ່ມີໜອງຄັນຄູຢູ່ຫຼັງຄຸ້ມໝື່ນໝັ້ນ ຄ້າຍຄືສະປາທີ່ຄົນເຮັດໄວ້, ມີວັດຮ້າງຫຼາຍບ່ອນຢູ່ເຂດບ້ານກາງເມືອງ ແລະ ບ້ານອື່ນໆທີ່ຢູ່ຕາມແຄມແມ່ນໍ້າງື່ມ, ມີພຣະທາດມາຫຼ້າ, ພຣະພຸດທະຮູບອົງໃຫຍ່ຢູ່ວັດບ້ານນາລ້າ ຝາກຍົກພຣະທອງ 3 ສີ ຢູ່ບ້ານຫຼີ່ງຊັນ ແລະ ໜັງສືຜູກໃບລານ ຢູ່ບາງວັດທີ່ມີອາຍຸ 200 ປີທີ່ເຫຼືອໄວ້ໃຫ້ເຮົາເຫັນໄວ້ໃນປັດຈຸບັນ, ມີສິ່ງທີ່ຫຼົງເຫຼືອໄວ້ໃຫ້ພວກເຮົາເຫັນ, ຢູ່ປະຈຸບັນບໍ່ທັນສາມາດຢັ້ງຢືນໄດ້ຢ່າງຖືກຕ້ອງວ່າ ຄວາມຈະເລີນຮຸ່ງເຮືອງຂອງເມືອງວຽງຄຳເຮົາສິ້ນສຸດລົງປີໃດ.

ພຣະທອງ 3 ສີ ຢູ່ບ້ານຫຼີ່ງຊັນ ຮູບພາບໂດຍ: anousone manisouk

ຜູ້ເຖົ້າແກ່ບາງທ່ານເລົ່າຕໍ່ໆກັນວ່າ: ຄົນທີ່ມາຕັ້ງຖິ່ນຖານຢູ່ເມືອງທຸລະຄົມໃນປະຈຸບັນ ແມ່ນມາຈາກເມືອງພວນ, ຄົນດັ້ງເດີມຢູ່ທີ່ນີ້ ແມ່ນຖືກບັງຄັບກວດຕ້ອນໄປຢູ່ປະເທດໄທ ສະໄໝອານາຈັກລ້ານຊ້າງຖືກທຳລາຍຈາກສັກດີນາສະຫຍາມ(ໄທ), ສ່ວນຄູອ້ອມເມືອງຢູ່ວັດວຽງພະແກ້ວ ແມ່ນຄ້າຍຂອງເຈົ້າຟ້າງຸ່ມ ເພື່ອຕີເອົາເມືອງວຽງຄຳ, ພະທາດມາຫຼ້າ ຢູ່ຄຸ້ມນາຄອງ ແມ່ນປະຊາຊົນທີ່ຢູ່ທາງພາກເໜືອ ຈະເອົາວັດຖຸສິ່ງຂອງໄປສົມໂພດ ສ້າງພຣະທາດຫຼວງ ສະໄໝພະເຈົ້າ ໄຊເສດຖາທິລາດ ແຕ່ໄປບໍ່ທັນຮອດ ພຣະທາດຫຼວງສ້າງສຳເລັດກ່ອນ ຈຶ່ງພາກັນເອົາວັດຖຸສິ່ງຂອງດັ່ງກ່າວສ້າງທາດຂື້ນ ເອີ້ນວ່າ: ພຣະທາດມາຫຼ້າ(ບໍ່ມີເອກະສານອ້າງອີງ). ບູຮານສະຖານພຣະທາດເຈດີ, ວັດວາອາຮາມຮ້າງ, ສິ່ງກໍ່ສ້າງຕ່າງໆ, ໜັງສືຜູກໃບລານ ແລະ ອື່ນໆ ທີ່ຫຼົງເຫຼືອໄວ້ໃນປັດຈຸບັນໄດ້ສະແດງເຖິງກ່ອນໜ້ານີ້ຢູ່ເມືອງທຸລະຄົມ ໄດ້ມີຊຸມຊົນມາຕັ້ງເປັນເມືອງສືບທອດກັນມາຍາວນານຫຼາຍຊົ່ວຄົນແລ້ວ, ປະຊາຊົນຊາວເມືອງພາກັນນັບຖືສາດສະໜາພຸດ, ມີຮີດຄອງປະເພນີອັນຈົບງາມມີເທດສະ ການ ແລະ ງານປະເພນີຫຼາຍອັນ ສ້າງຄວາມລຳລຶກໃຫ້ຄົນລຸ້ນໃໝ່ໄດ້ເປັນແບບຢ່າງ ແລະ ສືບທອດ, ເປັນຕົ້ນແມ່ນ ຮີດສິບສອງ ຄອງສີບສີ່, ສີລະປະຂັບງື່ມ, ງານປະເພນີບຸນຊ່ວງເຮືອ, ບຸນບັ້ງໄຟ ແລະ ອື່ນໆ.

II.ໄລຍະທີ II ການເກີດຂື້ນ ແລະ ການເປັນມາຂອງເມືອງທຸລະຄົມ. ສະໄໝເມືອງຂື້ນຂອງສະຫຍາມ 47 ປີຕໍ່ມາ ຄືປີ 1875 ພວກຫໍ້ທີ່ຖືກຂັບໄລ່ແຕກມາຈາກແຜ່ນດິນຈີນ ໄດ້ມາຕັ້ງຄ້າຍຢູ່ທົ່ງຊຽງຄຳ(ເມືອງພວນ) ໄດ້ຍົກພົນຫໍ້ 1.000 ຄົນລົງມາຕີປຸ້ນເອົາເມືອງວຽງຈັນ, ເມື່ອພວກໂຈນຫໍ້ລົງມາຮອດເມືອງວຽງຈັນ ປະຊາຊົນກໍ່ແຕກຕື່ນພາກັນປະເຮືອນຊານບ້ານຊ່ອງ ໜີໄປຢູ່ເມືອງໜອງຄາຍ ເປັນຈຳນວນຫຼວງຫຼາຍ. ຜູ້ໜີບໍ່ທັນກໍ່ຍອມອ່ອນນ້ອມເສຍເງີນເສຍຄຳໃຫ້ພວກຫໍ້ ຕາມແຕ່ມັນຮຽກເອົາ, ພວກຫໍ້ເຂົ້າຕີເມືອງວຽງຈັນແລ້ວ ກໍ່ທຽວປຸ້ນລະດົມເອົາວັດຖຸສິ່ງຂອງ ເງິນຄຳປະຊາຊົນ ແລະ ມ້າງເພທຳລາຍພະເຈດີສິມ, ພຣະພຸດທະຮູບ ເຂົາໄດ້ມ້າງເພທຳລາຍພຣະທາດຫຼວງວຽງຈັນ ຈົນພຣະທາດລວງເຫຼືອແຕ່ຖ້ານລຸ່ມ ເພື່ອອຊອກຫາເງີນຄຳ ແລະ ຂອງມີຄ່າ ຢູ່ນະຄອນຫຼວງວຽງຈັນກໍ່ຄືື: ເຂດລ້ອງງື່ມຂອງພວກເຮົາເປັນເວລາ 4 ເດືອນ.

ຫຼັງຈາກນັ້ນອີກ 10 ປີຕໍ່ມາຄືປີ ຄສ 1885, ພວກໂຈນຫໍ້ກໍ່ໄດ້ມາຕີວຽງຈັນ ແລະ ຂ້າມໄປຮອດເມືອງໜອງຄາຍ(ຈັງຫວັດໜອງຄາຍໃນປະຈຸບັນ) ສ່ວນເຂດລ້ອງງື່ມພວກເຮົາ ກໍ່ໄດ້ຮັບສະຕາກຳເຊັ່ນດຽວກັນ, ເມື່ອເປັນດັ່ງນັ້ນ ປະຊາຊົນຢູ່ໃນເຂດລ້ອງງື່ມ ໄດ້ພ້ອມກັນຕໍ່ສູ້ຢ່າງພິລະອາດຫານ ເຊິ່ງມັນໄດ້ສະແດງອອກບາງດ້ານດັ່ງນີ້: (ທົ່ງລ້ອງງື່ມແມ່ນກວມເອົາເມືອງໂພນໂຮງໃນປະຈຸບັນ). ແມ່ທັບຫໍ້ໄດ້ຍົກທັບມາຕັ້ງຢູ່ບ້ານໂພນທາ (ເມືອງໂພນໂຮງ) ເພື່ອກຽມປຸ້ນລະດົມເອົາວັດຖຸສິ່ງຂອງມີຄ່າເງິນຄຳ ຕະຫຼອດຮອດລູກຫຼານສາວຂອງພໍ່ແມ່ປະຊາຊົນເຂດທົ່ງລ້ອງງື່ມ, ເມື່ອເປັນເຊັ່ນນັ້ນ ໄດ້ມີປະຊາຊົນທີ່ຮັກຊາດຢູ່ເຂດລ້ອງງື່ມນຳໂດຍ ອາມາດຊື່ນມາເຕົ້າໂຮມກັນຢູ່ບ້ານແສນດິນ ແລ້ວຄັດເລືອກເອົາຄົນທີ່ມີຄວາມກ້າຫານ, ມີນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ມີວິຊາອາຄົມ, ຟັນບໍ່ແຫງແທງບໍ່ເຂົ້າໄດ້ 200 ຄົນ, ພ້ອມທັງໄດ້ການສ້ຽມສອນກົນອຸບາຍຕ່າງໆຈາກອາມາດຊື່ນ. ເມື່ອສີ້ນສຸດການລົບລາຂ້າຟັນແລ້ວ ພວກອຳນາດສະຫຍາມ(ໄທ) ຈຶ່ງເຫັນດີ ແລະ ຕົກລົງໃຫ້ເອົາເມືອງມາຕັ້ງໃຫ້ປະຊາຊົນ ເລືອກເອົາເຂດທົ່ງລ້ອງງື່ມຂື້ນມາຈົນເຖິງບ້ານເກິນ, ປາກກະຍຸງ ບໍ່ກ້າຈະຈັດຕັ້ງຢູ່ເຂດບ້ານໃດ ເພາະເກງກົວເຂດອິດທິພົນທ້ອງຖິ່ນ ສະເພາະຢ່າວຍິ່ງແມ່ນຈຽມບ້ານເກິນຫຼາຍກວ່າໝູ່ ເພາະເປັນບ້ານທີ່ມີຫົວຫຼັກຫົວແຫຼມຫຼາຍ ຈຶ່ງເລືອກເອົາບ້ານນ້ອຍບ້ານໜຶ່ງ ກົງກັນຂ້າມກັບບ້ານປາກກະຍຸງ ເອີ້ນວ່າ: ບ້ານສວນແມນ (ບ້ານເມືອງເກົ່າໃນປະຈຸບັນ) ເປັນທີ່ຕັ້ງຂອງເມືອງຊື່ວ່າ: ເມືອງທຸລະຄົມ (ໃນປີໃດບໍ່ຊາບ ຄົງຈະແມ່ນສີ້ນສຸດເສິກຫໍ້ 1885) ຄຳວ່າເມືອງທຸລະຄົມ, ທຸລະແປວ່າ: ກິດຈະການ, ຄົມແປສ່າ: ສະຫຼາດ ເຂັ້ມແຂງ ແຫຼມຄົມ. ເພື່ອຮັບປະກັນຄວາມອຸ່ນອ່ຽງການປົກຄອງ ຈຶ່ງເອົາທ້າວ ຫຸມແພງ ຕັ້ງຊື່ໃຫ້ເປັນສີຫາລາດ ລູກຊາຍຂອງອັກຄະວົງ, ທ້າວ ຄຳດີ ລູກຊາຍຂອງຂຸນພິນິດ ຕັ້ງຊື່ໃຫ້ເມືອງແມນ, ທ້າວ ອຸ່ນ ຕັ້ງຊື່ວ່າ: ລາດໂຍທາ ແລະ ຈານຄູແພງຕັ້ງຊື່ໃຫ້ເປັນພະຍາພໍ່ພິມມະສອນ ໄປຮ່ວມເປັນຂ້າລາດສະການນຳຢູ່ເມືອງທຸລະຄົມ ມີເຈົ້າເມືອງຊື່ວ່າ: ເຈົ້າເມືອງ ອຸດທາ ເປັນຄົນໜອງຄາຍປົກຄອງເມືອງໄດ້ 15 ປີຈົນເຖິງແກ່ກຳ. ພາຍຫຼັງທີ່ປະເທດລາວຕົກເປັນຫົວເມືອງຂື້ນຂອງຝະລັ່ງໃນປີ 1893 ໄດ້ມີເຈົ້າເມືອງປົກຄອງເມືອງທຸລະຄົມຕິດຕໍ່ກັນມາດັ່ງນີ້: ເວລານັ້ນເມືອງທຸລະຄົມໄດ້ກວມເອົາ 3 ເມືອງຄື: ເມືອງທຸລະຄົມ, ເມືອງໂພນໂຮງ ແລະ ເມືອງວຽງຄຳ ມີ 13 ຕາແສງຄື: ຕາແສງບ້ານເກິນ, ຕາແສງປາກກະຍຸງ, ຕາແສງໜອງທອງ, ຕາແສງໂພນສີ, ຕາແສງສະກ້າ, ຕາແສງນາໂພ, ຕາແສງໂພນສູງ, ຕາແສງຫຼີ່ງຊັນ, ຕາແສງຕານປ່ຽວ, ຕາແສງພະໂຄ, ຕາແສງບ້ານກາງ, ຕາແສງນາເຫຼືອງ ແລະ ຕາແສງໂພນໝີ

LEAVE A REPLY

Please enter your comment!
Please enter your name here