ວັນທີ 10 ກໍລະກົດ 2020 ນີ້ ຄະນະສະເພາະກິດປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ອອກແຈ້ງການເລື່ອງທີ່ ສປປ ລາວ ຈັດສົ່ງແຮງງານມຽນມາ ທີ່ເຂົ້າມາອອກແຮງງານຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ ກັບຄືນປະເທດ ແລ້ວກວດພົບເຊື້ອພະຍາດໂຄວິດ-19 ຢູ່ ນະຄອນຢາງກຸ້ງຂອງ ປະເທດມຽນມາ ຕາມເວັບໄຊ ກະຊວງສາທາລະນະສຸກຂອງມຽນມາ
ໂດຍແຮງງານມຽນມາ ແມ່ນໄດ້ຈັດສົ່ງກັບຄືນປະເທດ ໃນວັນທີ 24 ມິຖຸນາ 2020 ຈໍານວນ 184 ຄົນ, ມາຮອດວັນທີ 4 ກໍລະກົດ 2020 ພະແນກການຕ່າງປະເທດແຂວງບໍ່ແກ້ວ ໄດ້ຮັບຂໍ້ມູນທາງການມຽນມາວ່າ ມີແຮງງານມຽນມາ ທີ່ກັບຈາກ ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ ຕິດເຊື້ອພະຍາດໂຄວິດ-19 ຊື່ ທ້າວ ອູມິນມິນ ອາຍຸ 43 ປີ ລວມກັບຜູ້ກັກຕົວຢູ່ສູນດຽວກັນ ທີ່ເດີນທາງມາຈາກຫຼາຍປະເທດ ແຮງງານທີ່ກັບມາຈາກໄທ ຕິດເຊື້ອ 1 ຄົນ ປະເທດສິງກະໂປ ຕິດເຊື້ອ 1 ຄົນ ປະເທດບັງກາລະເທດ ຕິດເຊື້ອ 3 ຄົນ ແລະ ປະເທດອິນເດຍຕິດເຊື້ອ 1 ຄົນ ລວມກັບຈາກ ສປປ ລາວ 1 ຄົນ ລວມທັງໝົດ 7 ຄົນ

