ໃນອາທິດທີ່ຜ່ານມາ,​ ມີຫຼາຍໆສຳນັກຂ່າວ ໄດ້ລາຍງານເຖິງການລະບາດຂອງຕັກແຕນ ໂດຍເນື້ອໃນໄດ້ລາຍງານເຖິງຄວາມເສຍຫາຍຂອງພຶດກະສິກຳເປັນຈໍານວນຫຼາຍ ເຊິ່ງກ່ອນໜ້ານີ້ ສື່ຫຼາຍແຫ່ງໃນປະເທດອິນເດຍ ກໍ່ໄດ້ລາຍງານຂ່າວການລະບາດຂອງຕັກແຕນເຊັ່ນກັນ

ຈາກກໍລະນີທັງ 2 ປະເທດ ຜູ້ຊ່ຽວຊານໄດ້ເປີດເຜີຍວ່າ ຕັກແຕນທີ່ລະບາດໃນປະເທດລາວ ແລະ ປະເທດອິນເດຍ ແມ່ນເປັນຄົນລະຊະນິດກັນ

ທ່ານ ສະລຸດ ສຸດທິອາລົມ ຜູ້ອໍານວຍການສຳນັກງານວິໄຈພັດທະນາການປ້ອງກັນພຶດ ກະຊວງກະສິກຳ ແລະ ສະຫະກອນ ປະເທດໄທ ໄດ້ກ່າວອະທິບາຍວ່າ ຕັກແຕນທີ່ລະບາດໃນ ສປປ ລາວ ແມ່ນຕັກແຕນໄຜ່ (Yellow-spined bamboo locust) ຊື່ທາງວິທະຍາສາດ (Ceracris kiangsu) ສ່ວນທີ່ລະບາດຢູ່ອິນເດຍແມ່ນຕັກແຕນທະເລຊາຍ  (Desert locust) ຊື່ທາງວິທະຍາສາດ  (Schistocerca gregaria)

ສຳລັບວົງຈອນຊີວິດຂອງຕັກແຕນໄຜ່ຈະແບ່ງອອກ ເປັນ 4 ໄລຍະຄື:

  • ໄລຍະວາງໄຂ່ໃຕ້ພື້ນດິນໃນຊ່ວງເດືອນ ມັງກອນ-ເມສາ
  • ໄລຍະຕົວອ່ອນ (46 – 69 ມື້) ຊ່ວງເດືອນພຶດສະພາ-ກໍລະກົດ
  • ໄລຍະໃຫ່ຍເຕັມທີ່ (40 ມື້) ຊ່ວງເດືອນ ສິງຫາ-ກັນ
  • ໄລຍະໄຂ່ ໃນຊ່ວງເດືອນຕຸລາ – ທັນວາ

ເຊິ່ງລາຍງານເຫັນວ່າ ຕັກແຕນຊະນິດນີ້ ວາງໄຂ່ບໍລິເວນໃຕ້ພື້ນດິນຈໍານວນຫຼາຍ ໂດຍໄຂ່ຈະຟັກຕົວໃນບໍລິເວນທີ່ມີແສງແດດສ່ອງເຖິງ ອຸນຫະພູມສູງກວ່າ 32 ອົງສາ ຕົວໃຫ່ຍເຕັມທີ່ຂອງຕັກແຕນ ຈະມັກອາໄສຢູ່ໃນອາກາດເຢັນ  ທັງຕົວໃຫ່ຍເຕັມທີ່ ແລະ ຕົວອ່ອນມີການແຜ່ກະຈາຍເປັນກຸ່ມ ຕົວອ່ອນໄລຍະສຸດທ້າຍມັກເຄື່ອນຍ້າຍເປັນກຸ່ມໃຫ່ຍ

ຕັກແຕນໄມ້ໄຜ່ສາມາດສ້າງຄວາມເສຍຫາຍໃຫ້ພຶດກຸ່ມໄຜ່ ແລະ ຜົນຜະລິດກະສິກຳ ເຊັ່ນ: ພຶດຕະກູນຫຍ້າ ເຂົ້າ ແລະ ສາລີ ເຊິ່ງຖ້າຕົວທີ່ໃຫ່ຍເຕັມທີ່ ແມ່ນຈະສ້າງຄວາມເສຍຫາຍຮຸນແຮງ ແລະ ກວ້າງຂ້ວາງທີ່ສຸດ

ໃນໄລຍະ 3-4 ປີ, ທີ່ຜ່ານມາ ຕັກແຕນໄດ້ສ້າງຄວາມເສຍຫາຍໃຫ້ກັບເຂົ້າ ສາລີ ເປັນຈໍານວນຫຼາຍໃນບ້ານເຮົາ 20 ຄອບຄົວໄດ້ຮັບຜົນກະທົບຈາກ​#ຕັກແຕນຝຸງໄມ້ປ່ອງທຳລາຍເຂົ້າໄຮ່.

ມາຮອດ, ວັນທີ 28 ມິຖຸນາ 2020 ໄດ້ມີລາຍງານວ່າ ປະຊາຊົນຈໍາ 20 ຄອບຄົວ, ລວມເນື້ອທີ່ເສຍຫາຍທັງໝົດ 4,94 ເຮັກຕາ, ປະເມີນມູນຄ່າເສຍຫາຍເບື້ອງຕົ້ນທັງໝົດ 24.885.000 ກີບ.

ປະຈຸບັນທາງຂະແໜງການທີ່ກ່ຽວຂ້ອງກະຄືຫ້ອງການກະສີກຳ ແລະ ປ່າໄມ້ເມືອງ ໄດ້ລົງແຈກຢາຍຢາພົ່ນສີດໃຫ້ກັບພໍ່ແມ່ປະຊາຊົນ ຈໍານວນ 1000 ຖົງ, 1 ຖົງໃສ່ນໍໍ້າໄດ້ 20 ລິດ ແລະ ສາມາດສີດໄດ້ໃນເນື້ອທີ່ ປະມານ 0,3 ເຮັກຕາ ແລະ ກໍ່ໄດ້ນຳພາພໍ່ແມ່ປະຊາຊົນລົງພົ່ນສີດຕາມຫຼັກການບ່ອນທີ່ມີຝຸງຕັກແຕນຈຳນວນຫຼວງຫຼາຍ.

ຮຽບຮຽງ: ອິນໄຊລາວ

ຂໍ້ມູນ ແລະ ຮູບພາບ:​ NG Thai, Media Laos

LEAVE A REPLY

Please enter your comment!
Please enter your name here