ການປ່ຽນແປງຂອງດິນຟ້າອາກາດແມ່ນສິ່ງທີ່ຍາກຈະຄາດເດົາໄດ້, ເມື່ອອຸນຫະພູມໂລກໄດ້ຄ່ອຍປັບຕົວເພີ່ມຂຶ້ນເຊິ່ງ ໄດ້ສົ່ງຜົນກະທົບຕໍ່ລະບົບນິເວດໃນທຸກຂົງເຂດ. 

ເວົ້າສະເພາະຂົງເຂດອຸທົກກະສາດ, ການປ່ຽນແປງດັ່ງກ່າວໄດ້ພາໃຫ້ໄພແຫ້ງແລ້ງ ແລະ ໄພນໍ້າຖ້ວມ ເກີດຖີ່ຂຶ້ນ ແລະ ມີທ່າອ່ຽງໜັກໜ່ວງຍິ່ງຂຶ້ນ ອັນກໍ່ຜົນເສຍຫາຍຢ່າງມະຫາສານຕໍ່ເສດຖະກິດ ແລະ ສັງຄົມຂອງປະເທດຕ່າງໆ ໃນໂລກລວມທັງບັນດາປະເທດໃນອ່າງແມ່ນໍ້າຂອງ. 

ອີງຕາມຂໍ້ມູນອຸຕຸນິຍົມ ປະລິມານນໍ້າຝົນໃນລະດູແລ້ງ ປີ 2019 ໃນທົ່ວອ່າງແມ່ນໍ້າຂອງຕອນລຸ່ມ ໃນຊ່ວງໄລຍະແຕ່ ເດືອນຕລຸາ 2018 ຫາເດືອນເມສາ 2019 ແມ່ນມີພຽງ 60% ໂດຍສະເພາະຢູ່ພາກເໜືອ ແລະ ພາກກາງ ຂອງ ສປປ ລາວ. 

ເພື່ອຮັບມືຕໍ່ສະພາບອຸທົກກະໄພດັ່ງກ່າວ, ຫຼາຍໆປະເທດ ກໍມີການນໍາໃຊ້ເຕັກໂນໂລຊີ ແລະ ວິທີການທີ່ຫຼາກຫຼາຍໃນການຮັບມື, ໜຶ່ງໃນວິທີການທີ່ໄດ້ຮັບຄວາມ ນິຍົມທີ່ສຸດກໍຄືການສ້າງໂຄງ ການອ່າງເກັບນໍ້າຊົນລະປະທານ ເພື່ອເກັບກັກນໍ້າໃນລະດູຝົນ ແລະ ປ່ອຍນໍ້າໃນລະດູແລ້ງ ເຊັ່ນດຽວ ກັນກັບການສ້າງເຂື່ອນໄຟຟ້າພະລັງນໍ້າ ທີ່ນອກຈາກຜະລິດກະ ຝແສໄຟຟ້າເພື່ອຮັບໃຊ້ແລ້ວ ຍັງຊ່ວຍແກ້ໄຂບັນຫາໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ. ໃນຊ່ວງ 6 ເດືອນທ້າຍປີຂອງ ປີ 2019 ສະພາບແຫ້ງແລ້ງໃນ ເຂດອ່າງແມ່ນໍ້າຂອງ ໂດຍສະເພາະໃນເຂດພາກເໜືອ ແລະ ພາກກາງຂອງ ສປປ ລາວ ທີ່ມີຝົນຕົກໜ້ອຍກວ່າປີຜ່ານມາ

ແຕ່ລະດັບນໍ້າໄຫຼໃນລໍາແມ່ນໍ້າຂອງກໍຢູ່ໃນເກນປົກກະຕິ ເນື່ອງຈາມີການປະກອບສ່ວນນໍ້າທີ່ໄຫຼຈາກອ່າງເກັບນໍ້າຂອງເຂື່ອນຕ່າງໆ. ທັງນີ້ສາມາດຢັ້ງຢືນໄດ້ຈາກຂໍ້ມູນລະດັບນໍ້າຕາມລໍາແມ່ນໍ້າຂອງ ໃນ ສປປ ລາວ ໃນ ຊ່ວງລະດູແລ້ງປີ 2019 ທີ່ວັດແທກໄດ້ຕາມສະຖານີທີ່ວຽງຈັນ, ປາກຊັນ, ທ່າແຂກ, ສະຫວັນນະເຂດ ແລະ ປາກເຊ ກໍໄດ້ຢັ້ງຢືນ ວ່າສະພາບລະດັບນໍ້າແມ່ນປົກກະຕິດີ ໂດຍພື້ນຖານມີລະດັບນໍ້າສູງກວ່າຄ່າສະເລ່ຍລະດັບນໍ້າໄລຍະຍາວ ໃນລະດູແລ້ງຊ່ວງປີ 1962-2009. 

ໃນພາກເໜືອກໍເຊັ່ນກັນ, ອີງຕາມຂໍ້ມູນຢູ່ຈຸດສະຖານີຊຽງແສນ ປະລິມານນໍ້າທີ່ ໄຫຼມາຈາກແມ່ນໍ້າຂອງຕອນເທິງ ໃນຊ່ວງລະດູແລ້ງຂອງປີ2019 ກໍມີປະລິມານໃນລະດັບປົກກະຕິດີ ເຊິ່ງລະດັບນໍ້າໃນລະດູແລ້ງຍັງ ສູງກວ່າຄ່າສະເລ່ຍລະດັບນໍ້າ ໄລຍະຍາວ ໃນຊ່ວງປີ 1962-2009. 

ການປ່ອຍນໍ້າຈາກແມ່ນໍ້າຂອງຕອນເທິງແມ່ນຜົນຂອງ ການຮ່ວມມືລະຫວ່າງບັນດາປະເທດ ໃນຂົງເຂດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ. 

ເຖິງຢ່າງໃດກໍ່ຕາມການດໍາເນີນການຄົ້ນຄ້ວາ, ການວິເຄາະ ແລະ ການສະໜອງຂໍ້ມູນຜ່ານສື່ຕ່າງໆກ່ຽວກັບໄພແຫ້ງແລ້ງ-ໄພນໍ້າຖ້ວມ ຢູ່ໃນອ່າງແມ່ນໍ້າຂອງ ໃນໄລຍະຜ່ານມາ ເຫັນວ່າມີຫຼາຍ ຂໍ້ມູນເພື່ອສະໜອງໃຫ້ສັງຄົມຮັບ ຮູ້ກ່ຽວກັບສະພາບອຸທົກກກະສາດທີ່ເກີດຂຶ້ນໃນແຕ່ລະໄລຍະ, ແຕ່ໃນຂະນະດຽວກັນກໍມີຂໍ້ມູນ ບິດເບືອນ ແລະ ບໍ່ຖືກຕ້ອງ ຈໍານວນໜື່ງ ເຊິ່ງບໍ່ພຽງແຕ່ກໍ່ໃຫ້ເກີດ ການສີ້ນເປືອງກໍາລັງແຮງ ແລະຊັບພະຍາກອນໃນການຄົ້ນຄວ້າທາງວິທະຍາສາດເທົ່ານັ້ນ, ເຮັດໃຫ້ປະຊາຊົນໃນເຂດອ່າງຮັບນໍ້າແມ່ນໍ້າຂອງ ເຂົ້າໃຈຜິດໃນຄວາມ ຮູ້ຕໍ່ກັບຄວາມເໝາະສົມໃນການພັດທະນາຂອ ຊັບພະຍາກອນນໍ້າ. ສະນັ້ນ, ຕ້ອງມີການສຶກສາ ແລະ ດໍາເນີນການກໍ່ສ້າງອ່າງເກັບກັກນໍ້າຢູ່ໄກ້ເຂດຕົວເມືອງໃຫຍ່ນ້ອຍ ຢູ່ບັນດາເມືອງ ແລະ ແຂວງ ພ້ອມທັງສ້າງຍຸດທະສາດ ແລະ ແຜນດໍາເນີນງານໃນການ ບໍລິຫານຈັດການນໍ້າຢູ່ແຕ່ລະອ່າງຮັບນໍ້າ ແລະ ປັບປງຸລະບົບ ຊົນລະປະທານ ໂດຍສະເພາະແມ່ນ ຢູ່ບັນດາເຂື່ອນໄຟຟ້າ ຢ່າງເປັນ ລະບົບ ໂດຍມີການເຂົ້າຮ່ວມຂອງພາກສ່ວນກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ.

ທີ່ມາ: Media Laos 

LEAVE A REPLY

Please enter your comment!
Please enter your name here