ແຈ້ງການຈາກອະທິການບໍດີ ມະຫາວິທະຍາແຫ່ງຊາດກ່ຽວກັບການເປີດການຮຽນການສອນຄືນມີດັ່ງນີ້:
- ເລີ່ມວັນທີ 18 ພຶດສະພາ 2020 ໃຫ້ເປີດ ການຮຽນ ການສອນສໍາລັບສາຍສາມັນຂອງມະຫາວິທະຍາໄລແຫ່ງຊາດປະກອບດ້ວຍ ໂຮງຮຽນສາທິດ ປ5, ມ4,ແລະ ມ7 ໂຮງຮຽນພອນສະຫວັນຊົນເຜົ່າ ມ4 ແລະ ມ7
- ເລີ່ມ 02 ມິຖຸນາ 2020 ໃຫ້ແຕ່ລະຄະນະວິຊາກຽມຄວາມພ້ອມໃນການເປີດການຮຽນ ການສອນ ສຳລັບນັກສຶກສາປິສຸດທ້າຍ ພ້ອມທັງຕິດຕາມການຂຽນບົດຈົບຊັ້ນ ແລະ ລົງເຝິກງານ ແລະຈັດຕັ້ງການຮຽນ ການສອນໃຫ້ນັກສຶກສາປີສຸດທ້າຍທີ່ບໍ່ມີເງື່ອນໄຂຂຽນບົດໃຫ້ພ້ອມໃນການເສັງຈົບຊັ້ນ
- ເລີ່ມ 25 ພຶດສະພາ ໃຫ້ຄູອາຈານທົ່ວ ມຊ ມາ ປະຈໍາການປົກກະຕິ
- ເລີ່ມ 25 ພຶດສະພາ ໃຫ້ຫ້ອງການຄຸ້ມຄອງຫໍພັກຮັບນັກສຶກສາປີສຸດທ້າຍ ສ່ວນ ປີອື່ນໆນັ້ນໃຫ້ລໍຖ້າແຈ້ງການ
- ສໍາລັບນັກສຶກສາຕ່າງປະເທດມອບໃຫ້ຫ້ອງການທີ່ກ່ຽວຂ້ອງປະສານງານ ແລະ ວາງມາດຕະການໃນການຄຸ້ມຄອງຕາມຫຼັກການຂອງປະເທດນັ້ນໆ ແລະ ຕາມຄະນະນສະເພາະກິດ
- ມອບໃຫ້ຄະນະວິຊາຕ່າງໆຊີ້ນໍາ ພະນັກງານ ຄູອາຈານ ແລະ ນັກສຶກສາເຮັດອານະໄມຫ້ອງການ ຫ້ອງຮຽນ ແລະ ສະຖານທີ່ຕ່າງໃນຂົງເຂດ ມຊ
- ໃຫ້ທຸກຄະນະ ແລະ ສະຖາບັນຕ່າງໆ ກະກຽມຄວາມພ້ອມຕ່າງໆເພື່ອຮອງຮັບການຮຽນການສອນ ທຸກຊັ້ນ ທຸກສາຍ ຖ້າສະພາບການຕ່າງໆມີການຜ່ອນຄາຍ ແລະ ດີຂື້ນ ແລະ ມີແຈ້ງການຈາກກະຊວງສຶກສາທິການ ແລະ ກິລາອອກມາ ກໍຈະເລີ່ມເປີດຮຽນໃໝ່ ໃນວັນທີ 15 ມິຖຸນາ 2020 ນີ້

