ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ

ວັນທີ 8 ມີນາ 2020, ບົດບາດ ແລະ ອິດທິພົນຂອງແມ່ຍິງລາວບໍ່ເປັນສອງຮອງປະເທດໃດໃນໂລກ ຖ້າເວົ້າເຖິງໃນເວທີການເມືອງ, ວັດທະນະທໍາ-ສັງຄົມ, ທະລຸກິດ ແລະ ອື່ນໆ ມື້ນີ້ຜູ້ຂຽນຈະພາທ່ານໄປສ່ອງເບິ່ງບຸກຄົນສໍາຄັນດັ່ງນີ້:

1. ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ
2. ທ່ານ ນາງ ແພງພອນ ຂັນທະຍົງທອງ, ວິລະຊົນແຫ່ງຊາດ
3. ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ
4. ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ
5. ທ່ານ ນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມແຫ່ງ ສປປ ລາວປະຈໍາ ສປ ຈີນ
6. ນາງ ສຸດາພອນ ວິຊຸນນະລາດ (ນັກບິນຍິງຄົນທໍາອິດຂອງລາວ)
7. ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວ ແລະ ອື່ນໆ.

ແນວໃດກໍດີ ກ່ອນຈະມີວັນນີ້ ໄປເບິ່ງຄວາມເປັນມາ ແລະ ປະຫວັດສາດຂອງວັນແມ່ຍິງສາກົນຄົບຮອບ 110 ປີ ເຊິ່ງໄດ້ຜ່ານອຸປະສັກ ແລະ ຄວາມຫຍຸ້ງຍາກຫຍັງແນ່?

ທ່ານ ນາງ ແພງພອນ ຂັນທະຍົງທອງ, ວິລະຊົນແຫ່ງຊາດ

? ວັນແມ່ຍິງສາກົນ ກົງກັບວັນທີ 8 ມີນາ ຂອງທຸກໆປີ ເປັນມື້ທີ່ມີການປະທ້ວງຂອງກຳມະ ກອນແມ່ຍິງທີ່ເມືອງຊິຄາໂກ ສະຫະລັດອາເມຣິກາ.

ກຳມະກອນແມ່ຍິງໃນໂຮງງານຕ່ຳແຜນໄດ້ລຸກຮືຂື້ນ ເດີນຂະບວນປະທ້ວງການເອົາປຽບກົດຂີ່ຂູດຮີດ, ທາລຸນຈາກນາຍຈ້າງທີ່ເຫັນຜົນຜະລິດສຳຄັນກວ່າຊີວິດຂອງຄົນ.

ຈຸດເລີ່ມຕົ້ນ ແມ່ນມີທີ່ມາຈາກກຳມະກອນແມ່ຍິງໃນໂຮງງານຕ່ຳແຜ່ນແຫ່ງໜຶ່ງໃນລັດນິວຢອກ ປະເທດສະຫະລັດອາເມຣິກາ ໄດ້ພາກັນລຸກຮື້ຂຶ້ນປະທ້ວງໃຫ້ນາຍຈ້າງເພີ່ມຄ່າແຮງ ແລະ ຮຽນຮ້ອງສິດຂອງພວກເຂົາ,ແຕ່ວ່າສຸດທ້າຍກັບຕ້ອງມີແມ່ຍິງເຖິງ 119 ຄົນຕ້ອງເສຍຊີວິດຈາກເຫດການນີ້ ດ້ວຍການທີ່ມີຄົນລັກລອບວາງເພີງເຜົາໂຮງງານທີ່ພວກເຂົານັ່ງຊຸມນຸມຢູ່ ໂດຍເຫດການທັງໝົດນີ້ໄດ້ເກີດຂຶ້ນໃນວັນທີ 8 ມີນາ ປີ ຄ.ສ 1857.

ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ

ຈາກນັ້ນຕໍ່ມາໃນປີ ຄ.ສ 1907 ກຳມະກອນແມ່ຍິງໃນໂຮງງານຕ່ຳແຜ່ນທີ່ເມືອງຊິຄາໂກ ປະເທດສະຫະລັດອາເມຣິກາ ທົນບໍ່ໄດ້ຕໍ່ການເອົາລັດເອົາປຽບ, ກົດຂີ່ຂູດຮີດທາ ລຸນຂອງພວກນາຍຈ້າງທີ່ໃຊ້ແຮງງານພວກເຂົາສ່ຳທາດເນື່ອງຈາກກຳມະກອນເຫຼົ່ານີ້ຕ້ອງເຮັດວຽກໜັກເຖິງ 16-17 ຊົ່ວໂມງຕໍ່ວັນ ໂດຍບໍ່ມີວັນພັກ, ບໍ່ມີປະກັນ ຫຼື ສະຫວັດດິການໃດໆທັງສິ້ນ ສົ່ງຜົນໃຫ້ເກີດມີການເຈັບເປັນລົ້ມຕາຍໃນໄລຍະເວລາພຽງສັ້ນໆ ແຕ່ພັດໄດ້ຮັບຄ່າແຮງຕ່ຳ ແລະ ຖ້າຫາກແມ່ຍິງຄົນໃດຖືພາກໍຈະຖືກໄລ່ອອກ.

ຍ້ອນຄວາມອັດອັ້ນຕັນໃຈຈຶ່ງເຮັດໃຫ້ ນາງ ຄລາຣາ ເຊດຄິນ ນັກການເມືອງແມ່ຍິງສາຍແນວຄວາມຄິດສັງຄົມນິຍົມຊາວເຢຍລະມັນ ໄດ້ຕັດສິນໃຈປຸກລະດົມບັນດາກຳມະກອນແມ່ຍິງ ດ້ວຍການນັດຢຸດງານໃນວັນທີ 8 ມີນາ ປີ ຄ.ສ 1907 ພ້ອມກັນນັ້ນກໍໄດ້ຮຽກຮ້ອງໃຫ້ນາຍຈ້າງຫຼຸດເວລາການເຮັດວຽກລົງໃຫ້ເຫຼືອ 8 ຊົ່ວໂມງຕໍ່ວັນ,ນອກຈາກນັ້ນຍັງໃຫ້ປັບປຸງສະຫວັດດີການທຸກຢ່າງ ແລະ ໃຫ້ແມ່ຍິງມີສິດອອກສຽງເລືອກຕັ້ງອີກດ້ວຍ.

ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ

ຢ່າງໃດກໍຕາມ ເຖິງວ່າການຮຽກຮ້ອງໃນຄັ້ງນີ້ຈະບໍ່ໄດ້ຮັບຜົນສຳເລັດຍ້ອນວ່າມີແຮງງານແມ່ຍິງຫຼາຍຮ້ອຍຄົນຖືກຈັບກຸມຄຸມຂັງ ແຕ່ມັນກໍໄດ້ເຮັດໃຫ້ມີແມ່ຍິງທົ່ວໂລກສະໜັບສະ ໜູນການກະທຳຂອງນາງ ຄລາຣາ ເຊດຄິນ ພ້ອມທັງເປັນການຈູດຊະນວນໃຫ້ແມ່ຍິງທົ່ວ ໂລກເລີ່ມຄຳນຶງເຖິງສິດທິຂອງຕົນເອງຫຼາຍຂຶ້ນ.

ຕໍ່ມາໃນວັນທີ 8 ມີນາ ປີ ຄ.ສ 1908 ໄດ້ມີກຳມະກອນແມ່ຍິງຫຼາຍກວ່າ 15,000 ຄົນຮ່ວມເດີນຂະບວນທົ່ວເມືອງນິວຢອກ ຮຽກຮ້ອງໃຫ້ຢຸດຕິການໃຊ້ແຮງງານເດັກນ້ອຍໂດຍມີຄຳຂວັນໃນການປຸກລະດົມວ່າ “ຂະໜົມ ປັງກັບດອກກຸຫຼາບ” ເຊິ່ງໝາຍເຖິງການໄດ້ຮັບອາຫານທີ່ພຽງພໍພ້ອມໆກັບຄຸນນະພາບຊີວິດທີ່ດີ.

ຈົນມາເຖິງວັນທີ 8 ມີນາ ປີ ຄ.ສ 1910 ຄວາມພະຍາຍາມຂອງກຳ ມະກອນແມ່ຍິງກຸ່ມດັ່ງກ່າວກໍປະສົບຜົນສຳ ເລັດ ເມື່ອມີຕົວແທນແມ່ຍິງຈາກ 17 ປະເທດເຂົ້າຮ່ວມປະຊຸມສະມັດ ຊາແມ່ຍິງສັງຄົມນິຍົມຄັ້ງທີ 2 ທີ່ເມືອງໂຄເປັນເຮເກນ ປະເທດເດັນມາກ ໂດຍໃນທີ່ປະຊຸມໄດ້ປະກາດຮັບຮອງຂໍ້ຮຽກຮ້ອງຂອງບັນດາກຳ ມະກອນແມ່ຍິງໃນລະບົບສາມ 8 ຄື:

ພ້ອມທັງໄດ້ຮັບຮ້ອງຂໍ້ສະເໜີຂອງ ຄລາຣາ ເຊດຄິນ ໂດຍ ການກຳນົດໃຫ້ວັນທີ 8 ມີນາ ຂອງທຸກໆປີເປັນ “ວັນແມ່ຍິງສາກົນ”.

ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວ

ຜົນກະທົບທີ່ເກີດຂື້ນໃນທົ່ວໂລກ: ວັນແມ່ຍິງສາກົນ ບໍ່ໄດ້ເປັນພຽງມື້ທີ່ກຸ່ມແມ່ຍິງທົ່ວໂລກສະຫຼອງເທົ່ານັ້ນ ແຕ່ມັນຍັງເປັນມື້ທີ່ອົງການສະຫະປະຊາຊາດໄດ້ຮ່ວມສະ ເຫຼີມສະຫຼອງ ແລະ ອີກຫຼາຍປະເທດໄດ້ກຳນົດໃຫ້ມື້ດັ່ງກ່າວເປັນມື້ພັກປະຈຳຊາດ ເປັນຕົ້ນເຊັ່ນປະເທດລາວຂອງພວກເຮົາ, ຫວຽດນາມ, ກຳປູເຈຍ…

ກຸ່ມແມ່ຍິງຈາກທຸກທະວີບບໍ່ວ່າຈະແຕກຕ່າງກັນທາງດ້ານເຊື້ອຊາດ, ສາສະໜາ, ພາສາ, ວັດ ທະນະທຳ, ເສດຖະ ກິດ ຫຼື ການເມືອງກໍຕາມ ແຕ່ກໍໄດ້ໂຮມໂຕກັນເພື່ອສະຫຼອງວັນສຳຄັນນີ້ເພື່ອລະນຶກເຖິງຄວາມເປັນມາແຫ່ງການຕໍ່ສູ່ອັນຍາວນານ ເພື່ອໃຫ້ໄດ້ມາເຊິ່ງຄວາມສະເໝີ ພາບ, ຄວາມຍຸຕິທຳ, ສັນຕິພາບ ແລະ ການພັດທະນາ.

ຜົນຈາກການຕັດສິນໃຈຂອງທີ່ປະຊຸມ ໂຄເປັນເຮເກນ ເຮັດໃຫ້ມີ ການຈັດກິດຈະກຳວັນແມ່ຍິງສາກົນຂຶ້ນເປັນຄັ້ງທຳອິດໃນເດືອນມີນາ ປີ ຄ.ສ 1911 ໃນປະເທດອອດສະເຕເລີຍ, ເດນມາກ, ເຢຍລະມັນ ແລະ ສະວິດ ເຊີແລນ ມີປະຊາຊົນທັງຍິງ ແລະ ຊາຍຫຼາຍກວ່າ 1 ລ້ານຄົນເຂົ້າຮ່ວມການຊຸມນຸມຮຽກຮ້ອງສິດທິໃນການເຮັດວຽກ, ການເຂົ້າຮັບການອົບຮົບໃນວິຊາຊີບ ແລະ ໃຫ້ຢຸດຕິການແບ່ງແຍກໃນການເຮັດວຽກ,

ໃນປີຕໍ່ມາໄດ້ມີການຈັດກິດຈະກຳວັນແມ່ຍິງສາກົນເພີ່ມຂຶ້ນໃນປະເທດຝຣັ່ງ, ເນເທິແລນ ແລະ ສະວີເດນ ແລະ ໃນປີ ຄ.ສ 1913 ມີການຈັດຊຸມນຸມວັນແມ່ຍິງສາກົນໃນລັດເຊຍເປັນເທື່ອທຳອິດ ທີ່ນະຄອນເຊນປີເຕີເບີກ ເຖິງວ່າຈະຖືກເຈົ້າໜ້າທີ່ຕຳຫຼວດຂັດຂວາງກໍ່ຕາມວັນແມ່ຍິງສາກົນໄດ້ຈັດຂຶ້ນ

ໂດຍເຊີດຊູຄຳຂວັນຂອງຂະບວນສັນຕິພາບທັງທີ່ ເພື່ອຕໍ່ຕ້ານສົງຄາມທີ່ກຳລັງລຸກລາມໃນເອີລົບນັບຕັ້ງແຕ່ຊ່ວງປີຕົ້ນໆມາ ຄວາມສຳຄັນຂອງການສະຫຼອງວັນແມ່ຍິງສາກົນໄດ້ເພີ່ມທະວີຂຶ້ນໂດຍມີແມ່ຍິງໃນທະວີບອາຟິກາ, ອາຊີ ແລະ ອາເມຣິກາລາຕິນເລີ່ມຮ່ວມມືກັນເພື່ອທົບທວນຄວາມກ້າວໜ້າຂອງການຕໍ່ສູ້ເພື່ອສິດທິທີ່ເທົ່າທຽມກັນ ແລະ ເພື່ອຄວາມກ້າວໜ້າທາງເສດຖະກິດ ແລະ ສັງຄົມ ລວມທັງພະຍາຍາມຊຸກດັນໃຫ້ມີການຮັບຮູ້ໃນເລື່ອງສິດທິມະນຸດຂອງແມ່ຍິງຢ່າງສົມບູນ.

ນາງ ສຸດາພອນ ວິຊຸນນະລາດ (ນັກບິນຍິງຄົນທໍາອິດຂອງລາວ)

ວັນແມ່ຍິງສາກົນ ບໍ່ພຽງແຕ່ເປັນການສະເຫຼີມສະຫຼອງຕາມປະເພນີທີ່ປະຕິບັດຕິດຕໍ່ກັນທຸກປີເທົ່ານັ້ນ ແຕ່ຍັງເປັນການເນັ້ນໜັກເຖິງຄຸນຄ່າທາງປະຫວັດສາດຂອງການຕໍ່ສູ່ຂອງກຳມະກອນແມ່ຍິງ ແລະ ສືບທອດຄວາມຈຳນົງທີ່ຕ້ອງການໃຫ້ແມ່ຍິງໄດ້ຮັບການປົກປ້ອງຄຸ້ມຄອງໃຫ້ປອດໄພຈາກຄວາມຮຸນແຮງ ແລະ ຍົກລະດັບຄຸນນະພາບຊີ ວິດໃນດ້ານຕ່າງໆ

ຜູ້ໃຊ້ແຮງງານຕ້ອງໄດ້ຮັບການເບິ່ງແຍງໃນດ້ານສະຫວັດດີການສຸຂະ ພາບ, ຄວາມປອດໄພໃນການເຮັດວຽກ ລວມທັງແມ່ຍິງຕ້ອງໄດ້ຮັບການປະຕິບັດຢ່າງໃຫ້ກຽດ ແລະ ເທົ່າທຽມໃນຖານະທີ່ແມ່ຍິງກໍເປັນສະມາຊິກໜຶ່ງໃນສັງຄົມ.

ແຫຼ່ງຂໍ້ມູນ: ໂດຍ: ປອກເປືອກ, ຂປລ

LEAVE A REPLY

Please enter your comment!
Please enter your name here