ເລື່ອງ “ພະລັກພະລາມ” ເກີດຂື້ນຢູ່ ເມືອງຊົມພູທະວີບ, ເປັນດິນແດນຢູ່ອານາເຂດ ອາຊີອາຄະເນ. ອີງຕາມການເລົ່າຂານກັນມາ “ຣາມະຢານະ” ເປັນວັນນະກໍາທີ່ເກົ່າແກ່ ຍິ່ງໃຫ່ຍທີ່ສຸດ ຂອງອິນເດຍ ແລະ ເປັນກະວີ ທີ່ຂຽນຂື້ນດ້ວຍຕົວອັກສອນສັນສະກິດ.

ຂໍອະນຸຍາດເຈົ້າຂອງພາບ

ກະວີເລື່ອງນີ້, ປະພັນຂຶ້ນປະມານ 200 ປີ ກ່ອນຄຣິສຕະການ. ບົດປະພັນດັ່ງກ່າວ ໄດ້ພັນລະນາເຖິງ ຊີວິດການພະຈົນໄພຂອງອົງຣາມະ ເຈົ້າຊາຍແຫ່ງເມືອງ ອະໂຢທະຍາ ປະເທດອິນເດຍ, ພະອົງໄດ້ຖືກຂົ່ມເຫັງ ຢູ່ໃນພະລາຊະວັງ ແລະ ໃນທີ່ສຸດ ພະອົງພອ້ມດ້ວຍ ພະມະເຫສີ ທີ່ມີນາມວ່າ: ສິຕາ(ສິດາ) ແລະ ພະອະນຸຊາ (ນ້ອງຊາຍຕ່າງມານດາຂອງພະອົງ) ເຊິ່ງມີນາມວ່າ: ຣັກສະມັນ ຫຼື ພະລັກ ກໍ່ຖືກ ເນລະເທດອອກຈາກ ພະລາຊວັງເປັນເວລາ 14  ປີເຕັມ.

ຂໍອະນຸຍາດເຈົ້າຂອງພາບ

ໃນພິພົບແຫ່ງຜີສາງນາງຮ້າຍ ແລະ ຍັກເຍນເວນຮ້າຍຕ່າງໆ ພະອົງພ້ອມດ້ວຍຝູງລີງທີ່ຈົງຮັກພັກດີຕໍ່ພະອົງ ໄດ້ຖືກທົດສອບຢ່າງນັບບໍ່ຖ້ວນ, ບໍ່ຮູ້ວ່າຈັກຄັ້ງຈັກຫົນ. ໃນແຕ່ລະຄັ້ງນັ້ນ ພະອົງກໍ່ໄດ້ສະແດງລິດເດດ ອັນພິເສດ ແລະ ຄຸນນະທຳອັນສູງສົ່ງ ຂອງພະອົງອອກມາໃຫ້ເຫັນ.

ຂໍອະນຸຍາດເຈົ້າຂອງພາບ

ເລື່ອງ “ຣາມະຢານະ” ໄດ້ແຜ່ເຂົ້າມາລາວ ແລະ ໄດ້ຮັບການແປຮຽບຮຽງ ໃຫ້ມີສີສັນ, ເປັນເອກະລັກຂອງລາວ ໃນສັດຕະວັດທີ 15, ໃນສະໃໝຂອງ ພະເຈົ້າ ໂພທິສະຣາຊ. ສວ່ນແບບຟ້ອນ “ພະລັກພະລາມ” ນັ້ນ ໄດ້ເລີ່ມມີມາ ໃນສະຕະວັດທີ 14 ໃນສະໃໝ ພະເຈົ້າຟ້າງຸ່ມ ທ້ອນໂຮມອານາຈັກລ້ານຊ້າງ.

ພະເຈົ້າຟ້າງຸ່ມ, ຜູ້ທ້ອນໂຮມດິນແດນລາວ ໃນສະໃໝອານາຈັກລ້ານຊ້າງ, ມີພະມະເຫສີ ຊຶ່ງມີນາມວ່າ: ແກ້ວເກັງຢາ ເປັນພະລາຊທິດາຂອງເຈົ້າຊີວິດ ແຫ່ງອານາຈັກ ອັງກໍ. ດັ່ງນັ້ນ ແບບຟ້ອນເລື່ອງ “ພະລັກພະລາມ” ຕະຫລອດຮອດຮູບສິນລະປະວັດທະນາທຳ ອາດຈະແມ່ນ ພະເຈົ້າຟ້າງຸ່ມ ແລະ ພະມະເຫສີ ນຳເອົາມາຈາກ ອານາຈັກ ອັງກໍ ເພາະວ່າ: ການຟ້ອນລຳຂອງນາງແກ້ວ ກໍ່ມີມາແຕ່ສັດຕະວັດທີ 14, ເຊິ່ງຖືກແຕ່ງຂື້ນໂດຍ ນາງແກ້ວເກັງຢາ ພະມະເຫສີຂອງພະເຈົ້າຟ່າງຸ່ມ. ການຟ້ອນນາງແກ້ວມີທ່າທາງອ່ອນຊອ້ຍ ເປັນແບບສະບັບ ແຫ່ງການນຳນະເໜີ ສັນຕິພາບ
ແລະ ຄວາມດີງາມ.

ຂໍອະນຸຍາດເຈົ້າຂອງພາບ

ຕາມຕຳນານເລົ່າຂານກັນວ່າ: ພະລາມ ຫລື ຣາມະ(Ramayana) ແມ່ນລົງມາແຕ່ ເມືອງເທບໃນສະຫວັນຊັ້ນຟ້າ,
ມາເກີດເປັນມະນຸດ ຜູ້ທີ່ມີລິດເດດເໜືອຄົນທຳມະດາ. ພະລາມໄດ້ລົງມາເກີດ ເປັນລູກຂອງ ພະຍາເມືອງ ອະໂຢທະຢາ ທີ່ມີນາມວ່າ: ພະລົດ. ພະລົດນີ້ ມີມະເຫສີ ຜູ້ທີ່ໜຶ່ງຊື່ວ່າ: ສະມຸດເທວີ, ຊຶ່ງເປັນພະມານດາຂອງພະລາມ, ສວ່ນມະເຫສີຜູ້ທີ່ສອງຂອງພະອົງ ຊື່ວ່າ: ເກົາວະລີ ເປັນມານດາຂອງ ພະລັກ (ພະອານຸຊາ ຫລື ນອ້ງຊາຍ ຂອງພະລາມ). ພະລາມ ລົງມາແຕ່ເມືອງສະຫວັນ ເພື່ອມາປາບປາມ ອະສູນ ຫຼື ຣາວະນາ(Ravana) ຄື: ຜີສາງນາງຮ້າຍແລະຍັກເຍນເວນຮ້າຍຕ່າງໆ ໝາຍຄວາມວ່າ ສິ່ງອະທຳທັງຫລາຍທັງປວງ, ພະລາມ ໄດ້ສູ້ລົບກັບ ອະສູນ ຫລື ຣາວະນາ ກາຍເກີດ
ເປັນຣາມມະກຽນ, ຊຶ່ງລາວເຮົາເອີ່ນກັນວ່າ: “ພະລັກພະລາມ” ນັ້ນເອງ.

ຂໍອະນຸຍາດເຈົ້າຂອງພາບ

ຕາມຮີດຄອງປະເພນີລາວແລ້ວ ເພື່ອຄວາມເປັນສິລິມຸງຄຸນ ແມ່ນຮ້ອງຊື່ນ້ອງ ກ່ອນຊື່ອ້າຍ, ເພາະສະນັ້ນ ເລື່ອງ ຣາມະຢານະມະຫາກາບນີ້ ຈຶ່ງມີຊື່ວ່າ: “ພະລັກພະລາມ” ຕາມແບບສະບັບລາວເດີມ.
 

ຕົວລະຄອນເອກເລື່ອງນີ້ມີຢູ່ ສາມຕົວຄື: ພະລັກ, ພະລາມ ແລະ ນາງສິຕາ(ສິດາ), ຊຶ່ງແມ່ນ ພະຍາຊາ(ເມຍ) ຂອງພະລາມນັ້ນເອງ. ພະລັກມີເຄື່ອງແຕ່ງກາຍເປັນສີເຫລືອງ ໜ້າສີເຫລືອງ, ສ່ວນພະລາມມີເຄື່ອງແຕ່ງກາຍເປັນສີຂຽວ ແລະ ກໍ່ໜ້າສີຂຽວ.

ປັດຈຸບັນນີ້, ສິລະປະວັນນະຄະດີດັ່ງກ່າວຍັງບໍ່ໄດ້ສູນຫາຍໄປຈາກຄົນລາວແຕ່ປະການໃດ ເພາະຍັງຄົງມີນັກສະແດງຮຸ່ນສືບທອດ ແລະ ດຳເນີນການສະແດງໃຫ້ແຂກທັງພາຍໃນ ແລະ ຕ່າງປະເທດໄດ້ຮັບຊົມ ຢູ່ທີ່ໂຮງລະຄອນພະລັກພະລາມ ເຂດຫໍພິພິທະພັນແຫ່ງຊາດ, ນະຄອນຫຼວງພະບາງ, ແຂວງຫລວງພະບາງ.

ທີ່ມາ: ສະມາຄົມ ວັດທະນາທໍາລາວ ດອກຈໍາປາ
ບ່ອນອີງ:
             ໑. ເອກກະສານຈາກໂຮງລະຄອນ “ພະລັກພະລາມ”
             ໒. ບົດສຳພາດ ທ່ານສາຍເພັດ ຄໍາພາສິດ ປະທານຟື້ນຟູລະຄອນເລື້ອງ “ພະລັກພະລາມ” ຫລວງພະບາງ ສຳພາດ ວັນທີ ໑໗ ຕຸລາ ໒໐໑໑

LEAVE A REPLY

Please enter your comment!
Please enter your name here