ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຊົນ​ເຜົ່າ​ກະຕູ​ແມ່ນ​ຊົນ​ເຜົ່າ​ໜຶ່ງ ທີ່​​ຕັ້ງ​ພູມລຳ​​ເນົາ​ຢູ່​ລາວ​ເຮົາ​ມາ​ໄດ້​ຫຼາຍປີ​ແລ້ວ​. ສໍາລັບ​ປະຫວັດ​ຄວາມ​ເປັນ​ມາ ​ແລະ​ ຕົ້ນ​ກຳ​ເນີ​ດຂອງ​ຊົນ​ເຜົ່າ​ນີ້​ແມ່ນ​ຄ້າຍ​ຄື​ກັນ​ກັບ​ບັນດາ​ຊົນ​ເຜົ່າ​ໃນໝວດພາສາ​ມອນ-ຂະ​ແມ, ຊື່​ງນັກ​ຄົ້ນຄວ້າ​ຫຼາຍຄົນ​ໄດ້​ສັນນິຖານ​ວ່າ: ​ໄດ້​ອົບ​ພະຍົບ​ແລະ​ເຄື່ອນ​ຍ້າຍ​ມາ​ຈາກ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ອິນ​ເດຍ ​ແລະ ບໍລິ​ເວນ​ໃຕ້​ຂອງ​ຈີນ ​ເພາະ​ຢູ່​ເຂດ​ນີ້ ຍັງ​ປະກົດ​ມີ​ກຸ່ມ​ຄົນ​ທີ່​ປາກ​ເວົ້າ​ພາສາ​ອາມ​ອນຂະ​ແມ​ຢູ່​ຄື: ພວກ​ມູນ​ດະ ​ແລະ ພວກ​ໂກນ​ເປັນ​ຕົ້ນ​.

ຂໍອະນຸຍາດເຈົ້າຂອງຮູບ

ປະຈຸ​ບັນ​ຊົນ​ເຜົ່າ​ກະຕູ ຕັ້ງ​ຖິ່ນ​ຖານ​ພູມລຳ​ເນົາ ​ແລະ ດຳລົງ​ຊີວິດ ສ່ວນ​ຫຼາຍຢູ່​ບັນດາ​ແຂວງ​ພາກ​ໃຕ້ ຂອງ​ລາວ​ເຮົາ​ເຊັ່ນ: ​ເມືອງ​ກະ​ລືມ, ເມືອງດາກ​ຈຶງ, ເມືອງທ່າ​ແຕງ ຂອງ​ແຂວງ​ເຊ​ກອງ​. ​ເມືອງ​ເລົ່າງາມ​ ແຂວງ​ສາລະ​ວັນ. ​ເມືອງ​ປາກ​ຊ່ອງ​, ​ເມືອງບາ​ຈຽງຈະ​ເລີ​ນສຸກ ​ແຂວງ​ຈຳປາ​ສັກ. ນອກ​ຈາກ​ນີ້ ​ຊົນ​ເຜົ່າ​ກະຕູ ຍັງ​ມີ​ຢູ່​ຫວຽດນາມ​ເຊັ່ນ: ກວາງ​ນາມ, ດາ​ນັ່ງ, ​ແລະ ​ແຂວງ ​ເທືອງ​ທຽນ​ເຫວ. ຊົນ​ເຜົ່າ​ກະ​ຕູ​ມີ​ຢູ່​ລາວ​ທັງໝົດ 17,024 ຄົນ, ຍິງ ​8,653 ຄົນ. ​ເທົ່າ ​0,4% ຂອງ​ຈຳ​ນວນ​ພົນລະ​ເມືອງ​ທົ່ວ​ປະ​ເທດ.

ຊົນ​ເຜົ່າ​ນີ້​ເອີ້ນ​ຕົວ​ເອງ​ວ່າ “ກະຕູ” ​ ສໍາລັບ​ຄວາມໝາຍຂອງ​ຊື່​ແມ່ນ “ລູງແລະຕູ” ແປ​ວ່າ ຍອດ​ນ້ຳ ຫຼື ຍອດ​ຫ້ວຍ ຊົນ​ເຜົ່າ​ກະຕູ ປະກອບຫຼາຍ​ແຊງ​ດ້ວຍ​ກັນຄື ຕຮີ​ວ, ດາກ​ກັງ, ອັຣນາ, ອາສານ​ ​ແລະ ​​ເຟືອງ.

ບ່ອນສະແດງໂຄສະນາ

ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ
ຂໍອະນຸຍາດເຈົ້າຂອງຮູບ

ຊົນ​ເຜົ່າ​ກະຕູ​ສ່ວນຫຼາຍ​ເຂົາ​ເຈົ້າ​ດຳລົງ​ຊີວິດ​ຢູ່​ເຂດ​ພູດ​ອຍ ທີ່​ຫ່າງ​ໄກ​ຊອກຫຼີກ, ພື້ນ​ຖານ​ໂຄງ​ລ່າງ​ຂອງ​ລັດ​ຍັງ​ບໍ່ສາມາດ​ໄປ​ທົ່ວ​ເຖິງ​ໄດ້, ​ເສັ້ນທາງ​ໄປ​ມາບໍ່ສະດວກ​ເຮັດ​ໃຫ້ການ​ໄປ​ບໍລິການ​ກໍ່ຄື​ການ​ຮັບ​ບໍລິການ​ຂອງ​ລັດ​ພົບ​ຄວາມ​ຫຍຸ້ງຍາກ.​ເຂົາ​ເຈົ້າ​ມີ​ອາຊີບຫຼັກ​ໃນ​ການ​ປູກ​​ໄຮ່​ປູກ​ເຂົ້າ ພ້ອມ​ກັນ​ນີ້​ເຂົາ​ຍັງ​ປູກ​ພືດ ​ແລະ​ທາດ​ແປ້ງ​ອື່ນໆ. ລັກສະນະ​ພື້ນ​ບ້ານ ພື້ນ​ເມືອງ ການລ້ຽງ​ສັດ​ກໍ່​​ເປັນ​ອີກ​ອາຊີບ​ໜື່ງ ທີ່​ຊົນ​ເຜົ່າ​ກະຕູ ມີ​ມູນ​ເຊື້ອ​ມາ​ແຕ່​ດົນ​ນານ​ແຕ່​ສ່ວນ​ຫລາຍ​ແລ້ວ​ເຂົາ​ເຈົ້າ​ລ້ຽງ​ໄວ້​ເພື່ອ​ໃຊ້​ໃນ​ການ​ເຮັດ​ພິທີກຳ​ທາງ​ຮີດຄອງ​ປະ​ເພນີ ຄວາມ​ເຊື່ອ​ຖື ​ແລະ​ ໄວ້​ເປັນ​ຄ່າ​ສີນ​ສອດ​ໃນ​ເວລາ​ຂໍ​ລູກ​ຊາຍ​ແຕ່ງດອງ​ໂດຍ​ສະ​ເພາະ​ແມ່ນ​ຄວາຍ​ແມ່ນ​ສຳຄັນ​ເປັນ​ພິ​ເສດ ຄຽງຄູ່​ກັນ​ນີ້​ແມ່ຍິງ​ຊົນ​​ເຜົ່າ​ກະ​ຕູ​ຍັງ​ມີ​ຄວາມ​ສຳ​ນານ ​ໃນ​ເລື່ອງ​ຕໍ່າ​ແພ​ເຮັດ​ເຄື່ອງນຸ່ງ​. ສໍາລັບຜູ້​ຊາຍ​ແມ່ນ​ມີ​ຄວາມ​ສຳ​ນານ​ໃນ​ເລື່ອງ​ຫັດຖະກຳ​ຈັກສານ​ທີ່​ມີ​ສີສັນ​ລວດລາຍ​ແລະ​ທົນ​ທານ​ອີກ​ດ້ວຍ.

ຂໍອະນຸຍາດເຈົ້າຂອງຮູບ

ລັກສະນະບ້ານເຮືອນຂອງຊົນເຜົ່າກະຕູ, ຕາມປະເພນີແລ້ວ ເຂົາເຈົ້າມັກປຸກສ້າງບ້ານເຮືອນແບບເປັນຮູບວົງກົມອ້ອມສາລາ, ລັກສະນະຂອງເຮືອນ ຈະເປັນເຮືອນຕໍ່າ ແລະເປັນ​ເຮືອ​ນຍາວ ​ໂດຍ​ອາ​ໃສ​ຢູ່​ນຳຫຼາຍຄອບຄົວ​ແລະຫຼາຍຄົນ​ເຊັ່ນ: ໝາຍຄວາມ​ວ່າ​ໃນ​ບ້ານ​ຂອງ​ຊົນ​ເຜົ່າ​ກະຕູ​ໃນ​ມີ​ເຮືອນ​ກວານ​ສາລາ​ຢູ່​ກາງຂອງ​ບ້ານ ຊື່​ງສາລາ​ກວານ​ນີ້​ເຂົາ​ເຈົ້າ​ໃຊ້​ເປັນ​ສະຖານ​ທີ່​ໂຮມ​ຊຸມນຸມ, ​ເປັນ​ບອ່ນຮັບ​ແຂກ ​ເປັນ​ສະຖານ​ທີ່​ເຮັດ​ພິທີກຳ​ຕ່າງໆກ່ຽວກັບ​ການ​ເຊື່ອ​ຖື.​ເພື່ອ​ປະຕິບັດ​ຕາມ​ຮີດຄອງ​ປະ​ເພນີ​ຂອງ​ຊົນ​ເຜົ່າ​ກະຕູ. ​ໃນ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ​ມີ​ການ​ຄະລຳ​ແລະ​ມີ​ຂໍ້​ຫ້າມຫຼາຍຢ່າງ​ເຊັ່ນ:ກ່ອນ​ນອນ​ຈະ​ເຂົາ​ບ້ານ​ຕ້ອງ​ສັງ​ເກດ​ເບີ່​ງປະຕູ​ໂຂງ​ວ່າ​ມີ​ຟັດ​ໄມ້ຫຼືບໍ່, ຖ້າ​ມີດ​ໄມ້​ດີບ ສະ​ແດງ​ວ່າ​ຫ້າມ​ເຂົ້າ​ບ້ານ, ກ່ອນ​ຈະ​ຮູດ​ເຂົ້າກ່ຽວ​ເຂົ້າ ມີ​ການ​ຄະລຳ​ບ້ານ ​ໂດຍ​ບໍ່​ໃຫ້​ຄົນ​ໃນ​ອອກ​ຄົນ​ນອກ​ເຂົ້າ, ຫ້າມ​ຂື້ນ​ໃນ​ເວລາ​ມີດ​ໄມ້​ດີບ​ຕິດ​ຢູ່​ຝາ​ເຮືອນຫຼືປະຕູ ບໍ່​ໃຫ້​ນັ່ງ​ອີງ​ເສົາ​ເຮືອນ, ບໍ່​ໃຫ້​ນອນ​ຂວາງ​ເຮືອນ​ແລະ​ການ​ເຂົ້າ​ອອກ​ເຮືອນ​ຂອງ​ແຂກ​ຕ້ອງ​ເຂົ້າ​ອອກ ປະຕູ​ທີ່​ໃຊ້​ສຳລັບ​ແຂກ​ເທົ່ານັ້ນ. ນອກຈາກ​ນີ້ ​ໃນ​ເວລາ​ມີ​ແຂກ​ມາ​ຢຽມຢາມ​ເຂົາ​ເຈ້າ​ມີ​ປະ​ເພນີ​ຮັບ​ແຂກ​ດວ້ຍ ການ​ໃຫ້​ສູບຢາ​ບັ້ງ​ທີ່​ເປັນ​ເອກະລັກໜື່ງ ​ເຊີ່ງ​ພາສາ​ກະຕູ​ເອີ້ນ​ວ່າ: ກອກ​ເດິ. ຊື່​ງການ​ດຳລົງ​ຊີວິດ ຍັງ​ມີ​ເອກະລັກ​ສັງຄົມ​ແບບ​ຮີດຄອງ​ປະ​ເພນີ​ແລະ​ຍຶດຕິ​ກັບ​ທັດສະນະ​ຄະຕິ​ຄວາມ​ເຊື່ອ​ຕ່າງໆ ທີ່​ໄດ້​ມີ​ການຖ່າຍ​ຖອດ​ແລະ​ສືບ​ຖອດ​ຕໍ່ໆກັນ​ມາ​ຈາກ​ລຸ່ນຄົນໜື່ງ​ໄປ​ສູ່​ອີກ​ລຸ່ນຄົນໜື່ງກະ​ທັງ​ເຖິງ​ປະຈຸ​ບັນ. ຈາກ​ຮີດ​ຄອງ​ປະ​ເພນີ ການ​ນັບຖື​ສີ່​ງສັກສິດ​ຕ່າງ​ໆ ທີ່​ໄດ້​ກ່າວ​ມາ​ເຂົາ​ເຈົ້າ​ເຊື່ອ​ວ່າ​ສີ່​ງສັກສິດ​ເຫຼົ່ານີ້​ມີ​ທັງ​ດີ​ແລະ​ຮ້າຍ​ເຊີ່​ງຈະ​ຢູ່ຮອບໆຕົວ​ຂອງ​ເຂົາ​ເຈົ້າ​ເອງ​ເພື່ອ​ຄອຍ​ດູ​ເລ, ປົກ​ປັກ​ຮັກສາ ຫຼື ປັດ​ເປົ່າ​ສີ່​ງຊົ່ວ​ຮ້ຍຕ່າງໆ​ໃຫ້​ເບົາບາງ​ລົງ​ໄດ້​ແລະ​ເຊັ່ນ​ດຽວກັບ​ການ​ໃຊ້​ຫຫຼືອຸປະກອນ​ພິທີ​ແກ່​ສີ່​ງສັກສິດ​ຢູ່​ດ້ານ​ຮ້າຍ​ຕ່າງ​ເກີດ​ໄປ​ໃນ​ທາງ​ທີ່​ດີ.

ຂໍອະນຸຍາດເຈົ້າຂອງຮູບ

ປະເພນີຂອງການຕາຍກໍ່ຕ້ອງໄດ້ປະຕິບັດໄປຕາມແຕ່ລະຂັ້ນຕອນຂອງເຮີດຄອງປະເພນີ, ຕາມໄວອາຍຸກະສຽນ, ຕາມກໍລະນີຂອງການຕາຍ (ຕາຍເຈັບເປັນຫຼືຕາຍຫຸງ) ແລະຕາມຖານະບົດບາດ ກໍ່ຄືສະພາບເສດຖະກິດຄອບຄົວຂອງຜູ້ຕາຍ. ສ່ວນຫຼາຍແລ້ວຊົນເຜົ່າກະຕູສົ່ງສະການດ້ວຍການຝັງສົບ. ດ້ານສິລະປະວັນນະຄະດີ, ຊົນເຜົ່າກະຕູມີກອນຂັບລຳ, ມີເນື້ອຮ້ອງທຳນອງເສບ, ມີນິທານຕ່າງໆທີ່ເປັນເອກະລັກຂອງຕົນເອງ. ສຳລັບເຄື່ອງດົນຕີ ຂອງເຂົາເຈົ້າມີຄ້ອງ,ແຄນ,ປີ່ ​ແລະ​ອື່ນໆ. ນອກຈາກ​ນີ້​ແລ້ວ​ຊົນ​ເຜົ່າ​ກະຕູ ຍັງ​ມີ​ເຄື່ອງນຸ່ງ​ຊົນ​ເຜົ່າ​ປະຈຳ​ຊົນ​ເຜົ່າ​ໂຕ​ເອງ​ເຊີ່ງ​ແຕ່​ກ່ອນ​ມີ​ຜູ້​ຊາຍ​ມັກ​ນຸ່ງ​ກະຕຽວ, ​ແຕ່​ມາ​ຮອດ​ປະຈຸ​ບັນ​ນີ້​ມີ​ການ​ປ່ຽນ​ແປງ ​ໂດຍ​ຫັນ​ມາ​ນຸ່ງ​ເຄື່ອງ​ທີ່​ຊື້​ມາ​ຈາກ​ຕະຫຼາດ​ແທນ. ສຳຫຼັບແມ່ຍິງແມ່ນຮັກສາເຄື່ອງນຸ່ງ ​ແລະ ການ​ເອ້​ຢ້ອງທີ່​ເປັນ​ເອກະລັກ​ໃດ້ດີກ​ວ່າ​ຜູ້​ຊາຍ ຊື່​ງ ຈະ​ເຫັນ​ໃດ້​ໃນ​ເວລາ​ມີ​ພິທີກຳ​ ​ແລະ ງານ​ບຸນ​ຕ່າງ​ໆ.

ຂໍອະນຸຍາດເຈົ້າຂອງຮູບ

ຊົນ​ເຜົ່າ​ກະຕູ ມີ​ຮີດຄອງ​ປະ​ເພນີ,ຄວາມ​ເຊື່ອ​ຖື​, ວັດທະນາ​ທຳ​ແລະ​ສັງຄົມ​ຄ້າຍຄື​ກັນ​ກັບ​ບັນດາ​ເຜົ່າ ​ໃນໝວດພາສາ​ມອນ-ຂະ​ແມ, ​ໂດຍ​ສະ​ເພາະ​ແມ່ນ​ມີ​ຄວາມ​ເຊື່ອ​ໃນ​ເລື່ອງ​ຈິດ​ວິນ​ຍານ​ແລະ​ຜີ. ​ໃນ​ຊີວິດ​ປະຈຳ​ວັນ​ແລະ​ສີ່​ງທີ່​ເຂົາ​ເຈົ້າ​ເຊື່ອ​ຖື​ກັນ​ນັ້ນ​ກໍ່​ມິ​ທັງ​ອັນ​ດີ ​ແລະ​ ອັນ​ຮ້າຍ​ໄປ​ຄຽງຄູ່​ກັນ. ດ້ານ​ລະບົບ​ຄອບຄົວ ​ເລືອດ​ເນື້ອ​ເຊື້ອສາຍ ​ແລະ​​ການ​ສືບ​ທອດຕະກຸນ​ນັ້ນ  ຊົນ​ເຜົ່າກະຕູ ສືບ​ເຊື້ອ​ສາຍ​ຕະກຸນ​ທາງ​ພໍ່, ລູກ​ຊາຍ​ເທົ່າ​ນັ້ນ​ທີ່​ມີ​ສິດ ​ໃນ​ການ​ສືບ​ທອດ​ຕະກຸນທັງ​ສືບ​ທອດ​ມູນ​ມໍລະດົກ. ​ແຕ່​ລະ​ຕະກຸນ ຂອງ​ຊົນ​ເຜົ່າ​ກະຕູ​ຈະ​ມີ​ຊື່​ສະ​ເພາະ​ຂອງ​ຕົນ​ເອງ, ທຸກ​ຄົນ​ໃນ​ແຕ່​ລະ​ຕະກຸນ​ຕ້ອງ​ໄດ້​ເຊື່ອຟັງ, ປະຕິບັດ​ຕາມ​ຂໍ້​ຫ້າມ​ແລະ​ການ​ຄະ​ລໍາ​ຕ່າງໆຢ່າງ​ເຄັ່ງ​ຄັດ. ພ້ອມ​ກັນ​ນີ້​ກໍ​ຍັງ​ມີ​ການ​ເລົ່າ​ເຖິງ​ຂໍ້​ຫ້າມ ​ແລະ​ການ​ຄະລຳ​ດັ່ງ​ກ່າວ​ອີກ​ດ້ວຍ. ຄົນ​ໃນ​ຕະກຸນ​ດຽວກັນ​ມີໜ້າທີ່​ຮັບຜິດຊອບ​ໃນ​ການ​ຊ່ວຍ​ເຫຼືອ​ເຊິ່ງກັນ​ແລະ​ກັນ ​ໃນ​ກິດຈະກຳ​ຕ່າງໆ​ເປັນ​ຕົ້ນ​ແມ່ນ​ກິດຈະກຳ​ທາງ​ຮີດຄອງ​ປະ​ເພນີ ​ແລະ​ຄວາມ​ເຊື່ອ​ຖື. ຕາມ​ປະ​ເພນີ​ແລ້ວ​ຊົນ​ເຜົ່າ​ກະ​ຕູ​ມີ​ຂໍ້​ຫ້າມ​ໃນ​ການ​ແຕ່​ງດອງ​ແບບ​ໄຂ່​ວຍິງ-ຊາຍ ລະ​ຫວ່າງ​ສອງ​ຕະກູນ. ຄວາມໝາຍວ່າ: ກ ​ໄປ​ເອາ​ເມຍ​ໃນ​ຕະກູນ ຂ ​ແລ້ວ​ຜູ້​ຊາຍ​ໃນ​ຕະກູນ ຂ ຈະ​ບໍ່​ມີ​ສິດ​ແລະອະ​ນຸຍາດ​ໃຫ້​ແຕ່ງດອງ​ກັບ​ແມ່ຍິງ​ໃນ​ຕະກູນ ກ ດັ່ງ​ນີ້​ເປັນ​ຕົ້ນ​. ສະ​ນັ້ນ​ເມື່ອ​ສອງ​ຕະກຸນ ມີ​ການ​ແຕ່ງດອງ​ກັນ​ແລ້ວ​ຊາຍ​ຍິງ ຕ້ອງ​ຫາ​ຄູ່​ຄອງ​ໃນ​ຕະກຸນ​ອື່ນ​ ອີກ​ຢ່າງໜື່ງ​ໃນ​ການ​ແຕ່ງດອງ​ມີ​ລັກສະນະ​ຊື້​ຕົວ​ແມ່ຍິງ​ຢ່າງ​ຂາດ​ຕົວ ​ໂດຍ​ມີຄ່າ​ສິນ​ສອດ​ເຊີ່ງ​ປະກອບ​ດ້ວຍ​ວັດຖຸ​ງສີ່​ງຂອງ​ນັບ​ທັງ​ຄວາຍ​ຈຳນວນໜື່ງ​ໂຕ​ຂື້ນ​ໄປ​ຫາ​ສີ​ບ​ໂຕ ທີ່ພໍ່ແມ່ ຝ່າຍຊາຍມອບໃຫ້ແກ່ພໍ່ແມ່ຝ່າຍຍິງ ໂດຍອີງຕາມຖານະບົດບາດ ແລະສະພາບທາງ ດ້ານເສດຖະກິດຂອງຄອບຄົວທັງສອງຝ່າຍ.

ຂໍອະນຸຍາດເຈົ້າຂອງຮູບ

​ແຕ່ລະ​ປີ​ຊົນ​ເຜົ່າ​ກະຕູ ຈະ​ມີ​ພິທີກຳ​ໃຫ່ຍ ​ແລະ​ນ້ອຍຫຼາຍຄັ້ງ ​ເພື່ອ​ຂໍ​ຄວາມ​ສັກສິດ, ຄວາມ​ຢູ່​ເຢັນ​ເປັນ​ສຸ​ກ​ໃນ​ການ​ດຳລົງ​ຊີວິດ ກໍ່ຄື​ການ​ຜະລິດ. ບຸນ​ປະ​ເພນີ​ທີ່​ສຳຄັນ​ແກ່​ການ​ເຮັດບຸນ​ຂວັນ​ເຂົ້າ, ພາສາ​ກະຕູ​ເອີ້ນວ່າ “ອາຢາ”,ບຸນກ່ອນຈະລົງມືປູກຝັງ (ຕະເນັ້ຍຣ), ບຸນກ່ອນຈະລົງມືີຮູດ ຫຼື ກ່ຽວເຂົ້າ (ຕະເຣັ້ຍ ຫຼື ຈາຣຶບ), ບຸນສາລາກວານ (ເບຣົາໂຣງ) ແລະ ພິທີກໍາອື່ນໆ. ການເຮັດບຸນ ແລະ ພິທີຕ່າງໆ ທີ່ໄດ້ກ່າວມານັ້ນມີທັງແບບຮີດຄອງປະເພນີ ແລະ ເຮັດລວມບ້ານ. ໃນເວລາເຮັດພິທີນັ້ນເຂົາເຈົ້າມັກຂ້າໄກ່, ໝູ ຫຼື ຂ້າຄວາຍເພື່ອຖວາຍແກ່ສິ່ງສັກສິດ ແລະ ເປັນອາຫານສຳລັບແຂກຄົນທີ່ມາມ່ວນ.

ຂໍອະນຸຍາດເຈົ້າຂອງຮູບ

ອິນໄຊລາວ ຄັດຈາກປື້ມບັນດາຊົນເຜົາໃນ ສປປ ລາວ

LEAVE A REPLY

Please enter your comment!
Please enter your name here