ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຂໍ້ມູນຂອງ Global Conservation and Ecology  ເປີດເຜີຍໃນເດືອນຕຸລາ 2019 ວ່າ:ເສືອໂຄ່ງໂຕສຸດທ້າຍທີ່ພົບເຫັນຢູ່ເຂດປ່າສະຫງວນແຫ່ງຊາດ ນໍ້າແອດພູເລີຍ ແຂວງຫົວພັນ ໄດ້ຫາຍໄປ ເມື່ອປີ 2013 ແລະ ຫຼັງຈາກນັ້ນກໍ່ບໍ່ມີໃຜພົບເຫັນມັນອີກເລີຍ ເຈົ້າໜ້າທີ່ລະບຸວ່າ: ສາເຫດທີ່ເຮັດໃຫ້ປະຊາກອນເສືອໂຄ່ງທີ່ຫຼຸດລົງເລື້ອຍໆນັ້ນ ເກີດຈາກການລ່າເມື່ອຫຼາຍສີບປີກ່ອນ ແລະ ສາເຫດຫຼັກໆແມ່ນ “ກັບດັກແຮ້ວ” ທີ່ມີນັກລ່າເອົາເຂົ້າໄປຕິດຕັ້ງໄວ້ໃນປ່າ ເຖິງວ່າທາງເຈົ້າໜ້າທີ່ຈະມີການກວດກາໃນຫຼາຍພື້ນທີ່ ແຕ່ກໍ່ບໍ່ສາມາດສະກັດກັ້ນ ຫຼື ປ້ອງກັນກັບດັກແຮ້ວເຫຼົ່ານີ້ໄດ້ 100%

ໜຶ່ງໃນເສືອໂຄ່ງທີ່ຖ່າຍໄດ້ຈາກການສໍາຫຼວດປີ 2003. ຮູບພາບ: WCS-Laos

ໃນປີ 2003 ແລະ 2004 ໄດ້ມີການລະບຸວ່າພົບເຫັນເສືອໂຄ່ງ 7 ໂຕ ໃນເຂດປ່າສະຫວງນແຫ່ງຊາດ ນໍ້າແອດພູເລີຍ. ແນວໃດກໍ່ຕາມ ຫຼັງຈາກປີ 2013 ກ້ອງດັກຖ່າຍຮູບອັດຕະໂນມັດ ກໍ່ບໍ່ສາມາດຖ່າຍຮູບເສືອໂຄ່ງໄດ້ອີກ. ຂໍ້ມູນນີ້ ໄດ້ສະແດງໃຫ້ເຫັນເຖິງສະຖິຕິຂອງປະຊາກອນເສືອໂຄ່ງທີ່ຫຼຸດລົງຫຼາຍຢ່າງໜ້າຕົກໃຈໃນເວລາພຽງ 10 ປີ ຂອງເຂດປ່າສະຫງວນແຫ່ງຊາດ ນໍ້າແອດພູເລີຍ


ຮູບເສືອທີ່ຖ່າຍໄດ້ລ່າສຸດໃນປີ 2013 ເຊິ່ງເປັນເສືອໂຕສຸດທ້າຍທີ່ຖ່າຍໄດ້ ກ່ອນທີ່ມັນຈະຫາຍໄປ. ຮູບພາບ: Akchousanh Rasphone, WildCRU, and WCS-Laos.

 ນັກຂຽນບົດຄວາມຂອງ Global Conservation and Ecology ກ່າວວ່າ: ເຮົາໄດ້ສຶກສາປັດໃຈທີ່ເຮັດໃຫ້ປະຊາກອນເສືອໂຄ່ງຫຼຸດລົງຢ່າງຜິດປົກກະຕິ ເຊັ່ນ: ອາຫານອາດຈະຫຼຸດລົງ ແຕ່ຫຼັງຈາກຄົ້ນຄ້ວາຂໍ້ມູນທັງໝົດແລ້ວ ເຮົາກໍ່ພົບວ່າປັດໃຈສໍາຄັນທີ່ກ່ຽວຂ້ອງກັບການຫຼຸດລົງຂອງເສືອໂຄ່ງແມ່ນ ການເພີ່ມຂຶ້ນຂອງກັບດັກແຮ້ວທີ່ມີຢູ່ໃນປ່າ

ບ່ອນສະແດງໂຄສະນາ

ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ
ຮູບພາບ: Rhett A. Butler/ Mongabay.

ນ້ອຍເກີນໄປ ແລະ ຊ້າເກີນໄປ Troy Hansel ອະດີດຜູ້ອໍານວຍການຂອງສະມາຄົມອະນຸຮັກສັດປ່າປະເທດລາວ (WCS) ໄດ້ກ່າວເຖິງລາຍໄດ້ທີ່ນໍາມາສະໜັບສະໜູນການອະນຸຮັກວ່າ: ລາຍໄດ້ທີ່ເຂົ້າມານັ້ນນ້ອຍເກີນໄປ ແລະ ຊ້າເກີນໄປສໍາລັບການຕໍ່ລົມຫາຍໃຈຂອງເສືອໂຄ່ງ

ຈໍານວນເງິນທີ່ເຂົ້າມາສະໜັບສະໜູນການອະນຸຮັກນັ້ນ ຈະຖືກແບ່ງ ແລະ ກະຈາຍໄປສູ່ຫຼາຍພື້ນທີ່ໃນເຂດອະນຸຮັກທີ່ກ້ວາງເກືອບເທົ່າເຄີ່ງໜຶ່ງຂອງປະເທດຈາໄມກາ (Jamaica) ໂດຍ Rasphone ໄດ້ເປີດເຜີຍວ່າ: ເງິນທີ່ນໍາມາສະໜັບສະໜູນນັ້ນອາດຈະພຽງພໍທີ່ຈະຢຸດການລ່າໂດຍເຫັນໄດ້ຈາກສະຖິຕິການຍຶດອາວຸດປືນທີ່ເພີ່ມຂຶ້ນ ແນວໃດກໍ່ຕາມ, ສິ່ງທີ່ຍັງແກ້ໄຂບໍ່ໄດ້ແມ່ນ ອັດຕາເພີ່ມຂຶ້ນຂອງການວາງກັບດັກແຮ້ວໃນພື້ນທີ່ປ່າ

ເປັນໄປໄດ້ຍາກຫຼາຍ ທີ່ຈະປ້ອງກັນກັບດັກແຮ້ວໄດ້ທັງໝົດ ເພາະວ່າກັບດັກແຮ້ວແຕ່ລະອັນແມ່ນເຮັດໄດ້ງ່າຍ ແລະ ມີລາຄາທີ່ຖືກ ຄົນຜູ້ໜຶ່ງສາມາດໃສ່ກັບດັກແຮ້ວໄດ້ຫຼາຍຮ້ອຍອັນກໍ່ວ່າໄດ້ Akchousanh Rasphone ນັກຂຽນບົດຄວາມຂອງ Global Conservation and Ecology ກ່າວ

ຮູບເສືອທີ່ຖ່າຍໄດ້ໃນປີ 2005. ຮູບພາບ: WCS-Laos.

Hasan Rahman ຜູ້ຊ່ຽວຊານດ້ານເສືອໂຄ່ງຂອງສະມາຄົມອະນຸຮັກສັດປ່າ (WCS) ປະເທດບັງກາລະເທດ ໄດ້ແນະໃຫ້ເຫັນເຖິງທາງອອກຂອງບັນຫາດັ່ງກ່າວ ໂດຍມີກະແຈສໍາຄັນແມ່ນ ຄວາມຮ່ວມມືຈາກທຸກພາກສ່ວນ

ບໍ່ວ່າເງິນສະໜັບສະໜູນຈະຫຼາຍເທົ່າໃດ ເຈົ້າໜ້າທີ່ຮັກສາຄວາມປອດໄພຄວບຄຸມພື້ນທີ່ຫຼາຍເທົ່າໃດ ຫຼື ກົດໝາຍທີ່ຮັດກຸມພຽງໃດ ແຕ່ຫາກຂາດແຮງສະໜັບສະໜູນຈາກຊຸມຊົນ ແລະ ທຸກພາກສ່ວນ ເຮົາກໍ່ບໍ່ສາມາດຮັກສາສັດປ່າສາຍພັນໃດໄດ້ແບບຍືນຍົງ ເຮົາບໍ່ຕ້ອງການພຽງຊຸມຊົນໃດໜຶ່ງເທົ່ານັ້ນ ແຕ່ຕ້ອງການທຸກແຮງສະໜັບສະໜູນຈາກທຸກໆຊຸມຊົນ ທຸກພາກສ່ວນ ທຸກພາກພື້ນ ຕະຫຼອດຮອດທຸກຄົນທົ່ວໂລກທີ່ຈະປົກປັກຮັກສາປ່າ ເຊິ່ງເປັນເພື່ອນຮ່ວມໂລກຂອງເຮົາ

ເຖິງວ່າເສືອໂຄ່ງຈະຫ່າງຫາຍຈາກກ້ອງຖ່າຍຮູບອັດຕະໂນມັດມາຫຼາຍປີ ແນວໃດກໍ່ຕາມ, ຍັງມີຫຼາຍພື້ນທີ່ເຂດອະນຸຮັກໃນປະເທດລາວທີ່ມີຄວາມຮ່ວມມືຢ່າງເຂັມແຂງຈາກຊຸມຊົນ ແລະ ຫຼາຍພາກສ່ວນ ເຊັ່ນດຽວກັບພື້ນທີ່ເຂດປ່າສະຫວງນແຫ່ງຊາດ ນໍ້າແອດພູເລີຍ

ດ້ວຍເຫດນີ້ເອງ, ຄວາມຮ່ວມມືຢ່າງສຸດກໍາລັງຂອງເຈົ້າໜ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຮົາຈື່ງຍັງມີຄວາມຫວັງທີ່ຈະເຫັນເສືອໂຄ່ງ ແລະ ເສືອດາວ ກັບມາອາໄສຢູ່ໃນແຜນດິນລາວ ແລະ ມີຮູບໃຫ້ໄດ້ເຫັນຈາກກ້ອງຖ່າຍຮູບອັດຕະໂນມັດຕໍ່ໄປໃນອະນາຄົດ.

ຂໍ້ມູນ1: http://www.wwf.or.th/our_news/our_blog_th/?uNewsID=356062

ຂໍ້ມູນ2: https://news.mongabay.com/2019/10/how-laos-lost-its-tigers/

LEAVE A REPLY

Please enter your comment!
Please enter your name here