Friday, April 19, 2024
Lenovo

ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ມະຫາວິທະຍາໄລແຫ່ງຊາດຊາດ ສະຫຼຸບວຽກງານ 5 ປີ ແລະເລືອກຕັ້ງຄະນະຊຸດໃໝ່

ກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວມະຫາວິທະຍາໄລແຫ່ງຊາດ ໄດ້ຈັດຂຶ້ນທີ່ສະໂມສອນຄະນະເສດຖະສາດ ແລະບໍລິຫານທຸລະກິດມະຫາວິທະຍາໄລແຫ່ງຊາດ,ໂດຍການເປັນປະທານຂອງສະຫາຍ ປອ.​ສຳລານ​ ພັນຄະວົງ ຄະນະເລຂາທິການສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ຄະນະພັກ, ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງສຶກສາທິການ ແລະກີລາ, ສະຫາຍ ສຈ.ປອ. ສົມສີ ຍໍພັນໄຊ ຄະນະປະຈຳພັກກະຊວງສຶກສາທິການ ແລະກີລາ, ເລຂາຄະນະພັກ, ອະທິການບໍດີມະຫາວິທະຍາໄລແຫ່ງຊາດ,ສະຫາຍ ນາງ ວິລະວອນ ພັນທະວົງ ຮອງເລຂາຄະນະພັກ,ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ບັນດາຜູ້ຕາງໜ້າຈາກຄະນະບໍລິຫານງານຊາວໜຸ່ມກະຊວງ, ຜູ້ຕາງໜ້າຈາກ 3 ອົງການຈັດຕັ້ງມະຫາຊົນ, ແຂກທີ່ຖືກເຊີນ, ຕາງໜ້າຈາກຊາວໜຸ່ມຮາກຖານອ້ອມຂ້າງຕະຫຼອດຮອດສະມາຊິກຊາວໜຸ່ມທົ່ວ ມະຫາວິທະຍາໄລແຫ່ງຊາດເຂົ້າຮ່ວມ.

ໃນພິທີ ສະຫາຍ ພຽງສະໜິດ ຈັນທະວີໄຊ ຄະນະປະຈຳ, ຄະນະຊາວໜຸ່ມກະຊວງສຶກສາທິການ ແລະກີລາ,ເລຂາຄະນະບໍລິຫານງານຊາວໜຸ່ມມະຫາວິທະຍາໄລແຫ່ງຊາດໄດ້ຂຶ້ນຜ່ານບົດສະຫຼຸບໃນການຈັດຕັ້ງປະຕິບັດວຽກງານໃນໄລຍະ 5 ປີຜ່ານມາມາ(2014-2019) ແລະຜ່ານທິດທາງແຜນການໃນຕໍ່ໜ້າຕໍ່ທີ່ປະຊຸມ; ເຊິ່ງສະຫາຍໄດ້ໃຫ້ຮູ້ວ່າ:

ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວມະຫາວິທະຍາໄລແຫ່ງຊາດໄດ້ມີຜົນສຳເລັດຫຼາຍດ້ານໂດຍສະເພາະແມ່ນວຽກງານສຶກສາອົບຮົມການເມືອງແນວຄິດ, ໄດ້ຈັດຕັ້ງປາຖະກະຖາພົບປະໂອ້ລົມຂອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວເນື່ອງໃນໂອກາດວັນສ້າງຕັ້ງຊາວໜຸ່ມ, ໂອ້ລົມສະມາຊິກຊາວໜຸ່ມແຕ່ລະຮາກຖານ, ນຳພາສະມາຊິກຊາວໜຸ່ມໄປທັດສະນະສຶກສາສະຖານທີ່ສຳຄັນຂອງຊາດ, ຈັດຕັ້ງປາຖະກະຖາວັນສຳຄັນຂອງຊາດ ແລະຮັບຟັງຄຳໂອ້ລົມຂອງການນຳຂັ້ນສູງ;

ວຽກງານປັບປຸງກໍ່ສ້າງການຈັດຕັ້ງ ແລະຂະຫຍາຍສະມາຊິກໄດ້ຂະຫຍາຍການຈັດຕັ້ງຊາວໜຸ່ມຂັ້ນຮາກຖານໄດ້ 2 ຮາກຖານ, ຈັດຕັ້ງຝຶກອົບຮົມການບໍລິຫານວຽກງານຊາວໜຸ່ມ ແລະວຽກງານຂໍ້ແຂ່ງຂັນ 4 ບຸກໃຫ້ແກ່ຄະນະບໍລິຫານງານຊາວໜຸ່ມພາຍໃນ, ກໍ່ສ້າງ ແລະຝຶກຝົນຫຼໍ່ຫຼອມສະມາຊິກຊາວໜຸ່ມເຂົ້າເປັນເປົ້າໝາຍມະຫາຊົນກ້າວໜ້າ ແລະເຂົ້າເປັນສະມາຊິກພັກສຳຮອງ 542 ສະຫາຍ, ຍິງ 257 ສະຫາຍ ແລະເລື່ອນເປັນສະມາຊິກພັກສົມບູນໄດ້ຈຳນວນ 571 ສະຫາຍ,​ ຍິງ 260 ສະຫາຍ, ກໍ່ສ້າງການຈັດຕັ້ງຊາວໜຸ່ມຮາກຖານໃຫ້ກາຍເປັນຄະນະຊາວໜຸ່ມ 4 ບຸກໄດ້ 13 ຮາກຖານ, ສະມາຊິກຊາວໜຸ່ມໄປສຶກສາຕໍ່ລະດັບປະລິນຍາໂທພາຍໃນ ແລະຕ່າງປະເທດ 51 ສະຫາຍ, ຍິງ 20 ສະຫາຍ.

ຈາກການປະກອບສ່ວນຜົນງານໃນການເຄື່ອນໄຫວໃນໄລຍະ 5 ປີຜ່ານມາ; ສະມາຊິກຊາວໜຸ່ມ ມະຫາວິທະຍາໄລແຫ່ງຊາດໄດ້ຮັບການຍ້ອງຍໍແຕ່ລະຂັ້ນຄື:

ນຳສະເໜີຂໍການປະດັບຫຼຽໄຊແຮງງານຊັ້ນ II ຈຳນວນ 1 ກົມກອງ ແລະ10 ສະຫາຍ, ນຳສະເໜີຂໍການປະດັບຫຼຽນໄຊແຮງງານຊັ້ນ III ຈຳນວນ 22 ສະຫາຍ, ຍິງ 7 ສະຫາຍ, ນຳສະເໜີຂໍການປະດັບຫຼຽນກາແຮງງານຈຳນວນ 13 ກົມກອງ ແລະ9 ສະຫາຍ,​ ຍິງ 7 ສະຫາຍ, ນຳສະເໜີຂໍໃບຍ້ອງຍໍລັດຖະບານຈຳນວນ 9 ສະຫາຍ, ຍິງ 3 ສະຫາຍ, ນຳສະເໜີຂໍໃບຍ້ອງຍໍຂັ້ນສູນກາງຊາວໜຸ່ມຈຳນວນ 695 ສະຫາຍ, ຍິງ 237 ສະຫາຍ, ນຳສະເໜີຂໍໃບຍ້ອງຍໍຂັ້ນຄະນະຊາວໜຸ່ມກະຊວງສຶກສາທິການ ແລະກີລາຈຳນວນ 2 ກົມກອງ ແລະ 2.434 ສະຫາຍ, ຍິງ 1.200ສະຫາຍ ແລະອອກໃບຍ້ອງຍໍຂັ້ນຄະນະຊາວໜຸ່ມມະຫາວິທະຍາໄລແຫ່ງຊາດ ຈຳນວນ 1.941 ສະຫາຍ,​ ຍິງ 900 ສະຫາຍ.

ສ່ວນທິດທາງແຜນການໃນຕໍ່ໜ້າແມ່ນຈະສືບຕໍ່ໜ້າປັບປຸງການຈັດຕັ້ງຊາວໜຸ່ມໃຫ້ມີຄຸນນະພາບ, ເອົາໃຈໃສ່ກໍ່ສ້າງພະນັກງານສືບທອດປ່ຽນແທນໃຫ້ເປັນລະບົບເພື່ອຮັບໃຊ້ໜ້າທີ່ການເມືອງ, ທັງຮັດແໜ້ນກັບຮາກຖານ ແລະຂະບວນການຕົວຈິງ; ສືບຕໍ່ເພີ່ມທະວີການພັດທະນາຕົນອງ, ເພີ່ມຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະ, ມີຫົວຄິດປະດິດສ້າງໃນການເຄື່ອນໄຫວວຽກງານ; ຕິດຕາມກວດກາ, ປະມີນຜົນການເຄື່ອນໄຫວຢ່າງຮອບດ້ານດ້ວຍຮູບການຕ່າງໆ ແລະເພີ່ມທະວິຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ຍົກສູງນໍ້າໃຈເສຍສະຫຼະເພື່ອສ່ວນລວມຂອງຄະນະບໍລິຫານງານຊາວໜຸ່ມແຕ່ລະຂັ້ນ.     

ຈາກນັ້ນ ໃນພິທີໄດ້ມີການປ່ອນບັດຄັດເລືອກຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ມະຫາວິທະ ຍາໄລແຫ່ງຊາດຊຸດໃໝ່ຈໍານວນ 17 ສະຫາຍ, ຈາກຜູ້ລົງສະໝັກເລືອກຕັ້ງທັງໝົດ 21 ສະຫາຍ, ເຊິ່ງທີ່ປະຊຸມໄດ້ເລືອກ ສະຫາຍ ສີສຸພັນ ພົມມະນີວົງ ເປັນເລຂາຄະນະບໍລິຫານງານຊາວໜຸ່ມ ມະຫາວິທະຍາໄລແຫ່ງຊາດ, ສະຫາຍ ນາງ ເພັດສະໝອນ ແກ້ວໂສພາ ແລະສະຫາຍ ວິໄລສັກ ສີໂຄດວົງສາ ເປັນຮອງເລຂາ, ສະຫາຍ ໄພລະວັນ ທອງພັນເຮືອງສີ ເປັນປະທານກວດກາ, ສະຫາຍ ມາລາວັນ ຈິດຕະວົງ ແລະສາຍຫາຍ ນາງ ນີວັນ ສາຍນາວົງ ຮອງປະທານກວດກາ, ສະຫາຍ ນາງ ສາຍຄີມ ສີຫາວົງ, ສະຫາຍ ວຽງສະໝອນ ທຳມະວົງ ແລະສະຫາຍ ໜູເບ ທິບພົນເລືອງ ເປັນຄະນະປະຈຳ ແລະອີກ 8 ສະຫາຍ ເປັນຄະນະ.

ແຫຼ່ງຂໍ້ມູນ : nuol.edu.la

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

ຂໍຂອບໃຈນຳຜູ້ສະໜັບສະໜູນ

Latest posts

ວິທີການປ້ອງກັນຜິວຈາກແສງແດດ ໃນ​ໄລ​ຍະ​ຊ່ວງບຸນປີໃໝ່ນີ້.

ແສງແດດແມ່ນສັດຕູທີ່ອັນຕະລາຍທີ່ສຸດຂອງຜິວໜັງ ໂດຍສະເພາະໃນຊ່ວງບຸນຫຼິ້ນນໍ້າແບບນີ້ບວກກັບທີ່ອາກາດຢູ່ລາວເຮົາຮ້ອນຫຼາຍ ແລະ ແດດແຮງ, ການປົກປ້ອງຜິວຈາກແສງແດດຈຶ່ງເປັນສິ່ງສຳຄັນ. ມື້ນີ້ດຮົາເລິຍຈະມາແນະນໍາເທັກນິກປ້ອງກັນຜິວຈາກແສງແດດງ່າຍມາໃຫ້ທຸກຄົນໄດ້ໃຊ້.

5 ອາຫານທີ່ບໍ່ຄວນກິນກັບ “ແອວກໍຮໍ”

ຮອດບຸນປີໃໝ່ລາວ ແອວກໍຮໍເປັນສິ່ງປາສະຈາກບໍ່ໄດ້ເລີຍທີ່ຕ້ອງມີຄຽງຄູ້ກັບການກິນລ້ຽງ ແລະ ການສັງສັນກັບຫໝູ່ເພື່ອນ, ຖ້າຫຼີກລ້ຽງກໍຄວນຫຼີກລ້ຽງ ແຕ່ຫາກວ່າຫຼີກລ່ຽງບໍ່ໄດ້ແມ່ນໃຫ້ມາຟັງທາງນີ້ ເຮົາຈະແນະນຳກ່ຽວກັບອາຫານທີ່ບໍ່ຄວນກິນກັບແອວກໍຮໍ ເຊິ່ງບາງຄັ້ງອາຫານເຫຼົ່ານີ້ຫຼາຍຄົນອາດຈະສັ່ງກິນກັບເຫຼົ້າ ແຕ່ທີ່ຈິງແລ້ວສາມາດທໍາລາຍສຸຂະພາບຂອງເຈົ້າໃນອະນາຄົດໄດ້ ຈະມີຫຍັງໄປເບິ່ງນໍາກັນເລີຍ.

ສຸກສັນວັນພັກຜ່ອນ ແທ້ບໍ! ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່ມີຄວາມສຸກເວລາ​​ກັບ​ບ້ານ?

ໃນຊ່ວງປີໃໝ່ທີ່ໄດ້ພັກຍາວແບບນີ້ ຫຼາຍຄົນກໍຫວັງຈະໄດ້ກັບບ້ານເພື່ອໄປພັກຜ່ອນກັບຄອບຄົວ ແລະ ຍາດພີ່ນ້ອງ ແຕ່ສໍາລັບຄົນທີ່ມີເຮືອນ ຫຼື ຄອບຄົວ ບໍ່ແມ່ນ Safe zone ຂອງຕົນເອງແລ້ວ ແນ່ນອນ ຈະບໍ່ມີຄວາມສຸກ ຍ້ອນຫຍັງ? ·