ອາຣັມພະບົດ
– ພຣະສຸກ ພຣະເສີມ ແລະພຣະໃສນັ້ນ ຕາມປະຫວັດທີ່ພໍສຶກສາໄດ້ນັ້ນ ແມ່ນເຮົາໄດ້ພົບຂໍ້ມູນທາງຝ່າຍໄທຍ໌ ເປັນສ່ວນຫຼາຍ, ສຳລັບຂໍ້ມູນທາງຝ່າຍລາວນັ້ນ ເຮົາຍັງບໍ່ທັນພົບເລີຍ ແຕ່ຢ່າງໃດກໍຕາມ ອິງຕາມຄວາມເປັນຈິງແລ້ວ ມັນກໍບໍ່ເປັນເຣື່ອງແປກຫຍັງເລີຍກ່ຽວກັບບັນຫານີ້ ເນື່ອງຈາກບ້ານເມືອງລາວຊາວລ້ານຊ້າງ ໄດ້ຖືກທັບມ້າງໂດຍຂ້າເສີກສັດຕູໝູ່ມານ ນອກປະເທດ ມັນກໍເປັນເລື່ອງຈິງຢູ່ເອງ ທີ່ຫຼັກຖານຕ່າງໆ ຕ້ອງຕົກເຮ່ຍເສຍຫາຍເປັນທຳມະດາ, ການທີ່ເຮົາບໍ່ມີຫຼັກຖານອ້າງອິງ ຫຼືຄວາມເປັນຈິງກຽວກັບພຣະພຸດທະຮູບທັງ ໓ ອົງນີ້ກໍຕາມ ກໍບໍ່ໄດ້ໝາຍວ່າເຮົາຈະລົບລ້າງຄວາມເປັນຈິງຂອງຄວາມເປັນເຈົ້າຂອງໆພຣະພຸດທະຮູບທັງ ໓ ອົງນັ້ນລົງໄດ້, ເນື່ອງຈາກ ຄວາມເປັນຈິງແຫ່ງປະຫວັດສາດນັ້ນ ປະສົມກັບ ເຫດການທາງການເມືອງ ການປົກຄອງລາວໃນໄລຍະກ່ອນນັ້ນ ມັນກໍບົ່ງບອກພຸດທະລັກສະນະຂອງພຣະພຸດທະຮູບນັ້ນໄດ້ມີຫຼັກຖານຈະແຈ້ງຢູ່ໃນຕົວແລ້ວ.

– ພຣະພຸດທະຮູບທັງ ໓ ອົງນີ້ ນອກຈາກບົ່ງບອກເຖິງຄວາມເປັນຈິງແລ້ວ ຍັງໄດ້ບອກເຖິງປະຫວັດສາດ ຕະຫລອດທັງປິດສະໜາຫຼາຍຢ່າງ ໂດຍສະເພາະແມ່ນ ທີ່ປະດິດສະຖານພຣະ ພຸດທະຮູບທັງ ໓ ອົງນັ້ນ ມັນຍ່ອມເຮັດໃຫ້ເຮົາໄດ້ສຶກສາ ຕີລາຄາຄວາມໝາຍ ແລະຄວາມສຳຄັນຂອງພຣະທັງ ໓ ອົງນີ້ໄດ້ຢ່າງໜ້າງຶດງໍ້ອັດສະຈັນໃຈ.

ພຣະສຸກ

ພຣະເສີມ ທີ່ປະດີດສະຖານຢູ່ວັດປະທຸມວະນາຣາມ:
ປະຫວັດໂດຍສັງເຂບ
– ພຣະພຸດທະຮູບສີລະປະລ້ານຊ້າງທັງ ໓ ອົງນີ້ ປັດຈຸບັນພຣະ ໒ ອົງໄດ້ພັດຖິ່ນໄປປະດິດສະຖານຢູ່ໃນດິນແດນທີ່ຮຽກວ່າສຍາມ ໒ ອົງ ແຕ່ອົງນຶ່ງໄດ້ຈົ່ມດິ່ງຢູ່ກາງແມ່ນຳ້ຂອງ ຢ່າງໜ້າສົງສານ.
– ພຣະສຸກ ພຣະເສີມ ພຣະໃສ ນັ້ນມີຄວາມເປັນມາໜ້າສຶກສາ ເປັນຕຳນານທີ່ກ່ຽວພັນກັບປະຫວັດສາດຊາດລາວ, ພຣະທັງ ໓ ອົງນີ້ໄດ້ຫຼໍ່ຂຶ້ນດ້ວທອງສີສຸກ (ໂລຫາສຳຣິດທີ່ມີ ທອງຄຳຜະສົມຈຳນວນຫຼາຍ)ໄດ້ທຳການສ້າງຂຶ້ນເມື່ອ ພ.ສ ໒໑໐໙,(໑), ການທີ່ມີນາມວ່າ ພຣະສຸກ ພຣະເສີມ ພຣະໄສນີ້ ຕາມຕຳນານວ່າ ຣາຊະທິດາ ທັງ ໓ ຂອງ ຊອງພຣະບາດສົມເດັດພຣະເຈົ້າໄຊຍະເຊດຖາທິຣາດ ກະສັດຜູ້ສະຖາປານາພຣະຣາຊະອານາຈັກລ້ານຊ້າງ ຈັນທະບູຣີຣາຊະທານີ, ເຊິ່ງເປັນພີ່ນ້ອງຮ່ວມອຸທອນດຽວ ກັນ ຊົງພຣະນາມວ່າ ພຣະຣາຊະທິດາເສີມ, ພຣະຣາຊະທິດາສຸກ ແລະພຣະຣາຊະທິດາໃສ ເຊິ່ງໄດ້ໂຜດໃຫ້ນາຍຊ່າງຫໍ່ຼພຣະພຸດທະຮູບປະຈຳພຣະຊົນນະວານພຣະອົງ, ເພື່ອ ເປັນສີຣິມຸງຄຸນ ມີຂະໜາດລົດລັ່ນກັນຕາມລຳດັບ.

ພຣະເສີມ

– ໃນພຣະຣາຊະພິທີການຫຼໍ່ພຣະພຸດທະຮູບທັງ ໓ ອົງນັ້ນ, ປະຫວັດກ່າວວ່າ ພຣະພິກຂຸ ແລະຄະຣາວາດ ໄດ້ຊ່ວຍກັນທຳການສູບເຕົາຫຼອມທອງຢູ່ຕະຫຼອດ ໗ ວັນ ແຕ່ທອງ ນັ້ນ ຍັງບໍ່ສະຫຼາຍ ພໍເຖິງວັນທີ ໘ ມີພຽງພຣະພິກຂຸຜູ້ສູງອາຍຸອົງດຽວ ກັບສາມະເນນອົງໜຶ່ງສູບເຕົາຢູ່ ກໍປາກົດມີຕາຜ້າຂາວຄົນໜຶ່ງມາຂໍອາສາສູບເຕົາແທນພຣະພິກຂຸເຖົ້າ ແລະສາມະເນນນ້ອຍນັ້ນ ແຕ່ວ່າວັນນັ້ນຍາດໂຍມ ແລະຄົນທີ່ໄປຮ່ວມງານຫຼໍ່ກັບເຫັນຄົນຈຳນວນຫຼາຍຊ່ວຍກັນສູບເຕົາຫຼອມທອງຢູ່,

– ເມື່ອພຣະພິກຂຸ ສາມະເນນສັນເພນສຳເຣັດຮຽບຮ້ອຍແລ້ວ ກໍພາກັນໄປສູບເຕົາຕໍ່ ປາກົດວ້າໄດ້ມີຜູ້ເທທອງລົງເບົ້າທັງ ໓ ສຳເຣັດຮຽບຮ້ອຍແລ້ວ ແຕ່ບໍ່ເຫັນຕາຜ້າຂາວຢູ່ເລີຍ ການຫຼໍ່ພຣະທັງ ໓ ອົງກໍສຳເຣັດລົງດ້ວຍຄວາມອັດສະຈັນ, ພຣະຣາຊະທິດາທັງ ໓ ຕ່າງກໍພຣະຣາຊະທານນາມຕາມພຣະນາມຂອງຕົນເປັນນາມພຣະພຸດທະຮູບ ໄດ້ແກ່ພຣະເສີມ ເປັນພຣະພຸດຮູບປະຈຳພຣະຣາຊະທິດາອົງເອື້ອຍກົກ, ພຣະສຸກເປັນພຣະພຸດທະຮູບປະຈຳຣາຊະທິດາອົງຮອງ ແລະພຣະໃສ ເປັນພຣະພຸດທະຮູບປະຈຳພຣະຣາຊະທິດາອົງນ້ອງ ສຸດ.

– ສົມເດັດກົມ ພຣະຍາດຳຣົງຣາຊານຸພາບ ນັກປະຫວັດສາດຜູ້ມີຊື່ສຽງຂອງໄທຍ໌ ໄດ້ລົງຄວາມເຫັນກ່ຽວກັບພຣະພຸດທະຮຸບທັງ ໓ ອົງນີ້ໄວ້ວ່າ “ເປັນພຣະພຸດທະຮູບລາວ ສີລະປະລ້ານຊ້າງ ທີ່ງົດງາມຍິ່ງກວ່າພຣະພຸດທະຮູບອົງອື່ນ ແລະສັນນິດຖານເລື່ອງການສ້າງໄວ້ ໒ ປະເດັນ ຄື ອາດເປັນພຣະພຸດຮູບຈາກເມືອງໃດເມືອງໜຶ່ງທາງຕາເວັນອອກ ຂອງຣາຊະອານາຈັກລ້ານຊ້າງ ແລະຕໍ່ມາຕົກຢູ່ໃນເຂດລ້ານຊ້າງ ຫຼືອາດສ້າງຂຶ້ນໃນເຂດລ້ານຊ້າງໂດຍຜີມືນາຍຊ່າງລາວພຸງຂາວ”.

– ໃນສະໄໝຂອງພຣະບາດສົມເດັດພຣະນັ່ງເກົ້າ ຣາຊະການທີ ໓ ຄັ້ງນັ້ນ, ພຣະຣາຊະອານາຈັກລ້ານຊ້າງ ໄດ້ຖືກຮຸກຮານໂດຍສຍາມ ໃນສະໄໝພຣະເຈົ້າອະນຸວົງ, ຄັ້ງນັ້ນພຣະ ເຈົ້າອະນຸວົງ ໄດ້ເລັງເຫັນຄວາມເດືອດຮ້ອນຂອງປະຊາຊົນຊາວລ້ານຊ້າງ ທາງຝັ່ງຂວາແມ່ນຳ້ຂອງ ທີ່ໄດ້ຖືກຂົ່ມເຫງດ້ວຍການເກັບເກນພາສີເກີນອັດຕາ, ການສັກເລກ ແລະ ອື່ນໆ ຈາກເຈົ້າເມືອງຈັນ ເຊິ່ງເປັນເຈົ້າເມືອງກາງ(ໂຄຣາດ) ທີ່ເກັບເກນສ່ວຍສົ່ງກຸງເທບ, ພຣະເຈົ້າອະນຸວົງ ຈຶ່ງໄດ້ທຳການປາບປາມ ພຣະຍາມເມືອງຈັນນັ້ນ ບໍ່ໃຫ້ກຳເລີບ ເສີບສານ ຈຶ່ງໄດ້ຍົກກອງທັບໄປຮົບ ແຕ່ທາງພຣະນັ່ງເກົ້າ ຣັດຊະການທີ່ ໓ ຄິດວ່າພຣະເຈົ້າອະນຸວົງ ຈະເປັນຂະບົດ ຈຶ່ງໃຫ້ສົມເດັດບໍວອນຣາຊະເຈົ້າມະຫາສັກດີພົນເສພ ເປັນແມ່ ທັບໄປຕີຂະນາບ ພຣະເຈົ້າອະນຸວົງຊົງເຫັນວ່າ ພຣະອົງພົບກັບເສີດສອງດ້ານ ຈຶ່ງຖອຍທັບກັບວຽງຈັນ ເຈົ້າພຣະຍາສົມເດັດບໍວອນຣາຊະເຈົ້າມະຫາສັກດີພົນເສພ ເຫັນວ່າພຣະເຈົ້າອະນຸວົງ ຖອຍທັບກັບວຽງຈັນ ກໍຖືໂອກາດອ້າງສິດນັ້ນຍົກທັບຕາມເພື່ອປາບປາມ ເປົ້າໝາຍຫຼັກແມ່ນຖືໂອກາດຢືດຄອງວຽງຈັນສາເລີຍ ຈຶ່ງມາຕັ້ງຄ້າຍທີ່ ເມືອງພັນພ້າວ ທະຫານສຍາມໄດ້ທຳການອ້ອມນະຄອນວຽງຈັນໄດ້ດ້ານດຽວ ຄືຢືດເມືອງພັນພ້າວອັນເປັນເມືອງທ່າດ້ານຕາເວັນຕົກຂອງລາວໄດ້ ປິດລ້ອມເມືອງວຽງຈັນໄວ້ ນານເຖິງ ໙ ເດືອນ ແຕ່ເຂົ້າຕີວຽງຈັນບໍ່ໄດ້ ທະຫານສຍາມໄດ້ທຳທຸກວິທີທາງເພື່ອຢຶດນະຄອນວຽງຈັນໃຫ້ສຳເຣັດ ເຂົາໄດ້ຕັດຄໍຊາວໜອງຄາຍ ມາຈ່າວຂາຍໃຫ້ຊາວວຽງຈັນ ເຮັດໃຫ້ປະຊາຊົນຕົກອົກຕົກໃຈ ແລະແຕກໜີຊະລຸພຸພ່າຍ, ໃນທີ່ສຸດສະບຽງໃນນະຄອນວຽງຈັນຂາດລົງ ພຣະເຈົ້າສີຣິບຸນຍະສານ ກໍອອກຈາກເມືອງໄປທາງແມ່ນຳ້ງື່ມ ເພື່ອຈະໄປຍັງຫວຽດນາມ ເພື່ອຂໍໃຫ້ຫວຽດນາມເຂົ້າມາຊ່ວຍ ຕາມສັນຍາພັນທະມິດ, ເຈົ້າຣາຊະວົງຜູ້ຮັກສາດ່ານທິດຕາເວັນອອກສຽງໃຕ້(໒)ເຫັນວ່າພຣະຣາຊະບິດາສະເດັດໜີ ແລະຄິດວ່າການສົງຄາມນັ້ນ ເມື່ອຍອມແລ້ວ ກໍຈະບໍ່ມີການທຳຮ້າຍ ຈຶ່ງເປີດປະຕູເມືອງໃຫ້ສຍາມເຂົ້າເມືອງ ແຕ່ເມື່ອສຍາມເຂົ້າເມືອງໄດ້ແລ້ວ ກໍທຳການຈູດ ເລົາເຜົາຜານ ແລະຈັບເອົາເຊຶ້ອພຣະວົງເປັນຕົວປະກັນໝົດ.

– ໃນຂະນະນັ້ນ ປະຊາຊົນໄດ້ເຫັນໄພຕໍ່ຊາດຕໍ່ສາສຫນາ ຈຶ່ງໄດ້ນຳເອົາພຣະພຸດທະຮູບຫຼາຍອົງໄດ້ຊຸກເຊື່ອງໄວ້ຕາມຖຳ້ພູຄູຫາ ທາງພູເຂົາຄວາຍ ເທົ່າທີ່ປາກົດມີ ພຣະພຸດທະຮູບ ດັ່ງນີ້ຄື ພຣະແຊກຄຳ, ພຣະສັນສະມໍ, ພຣະສຸກ, ພຣະເສີມ, ພຣະໃສ, ພຣະແກ່ນຈັນ, ພຣະເງິນຫຼໍ່, ພຣະເງິນບຸ, ພຣະສົງນຳ້, ໄປປະດິດສະຖານໄວ້ທີ່ເມືອງວຽງຄຳ ເມື່ອສຍາມຮູ້ຂ່າວເຊັ່ນນັ້ນສຍາມກໍໄດ້ ໄປຕາມເອົາພຣະພຸດທະຮູບເຫຼົ່ານັ້ນໄປໄວ້ທີ່ເມືອງພັນພ້າວ ແລະໄດ້ສ້າງພຣະເຈດີເພື່ອບັນທຶກພຣະນາມຊືວ່າພຣະເຈດີປາບວຽງ ຕໍ່ມາພຣະເຈົ້າສີຣິບຸນຍະສານ ຮູ້ຊົງຊາບຂ່າວວ່າວຽງຈັນຖືກເຜົາຜານ ຈຶ່ງໄດ້ລີ້ຊ່ອນຢູ່ຕາມປ່າເຂົາ ທາງຕເວັນອອກຂອງວຽງຈັນ ທຳການສົງຄາມກອງຫຼອນດັກໂຈມຕີກອງທັບ ສຍາມຫຼາຍຄັ້ງຈາກວຽງຈັນ.

– ຫຼັງຈາກພຣະເຈົ້າອະນຸວົງ ໄດ້ກັບມາຄອງນະຄອນວຽງຈັນ ພຣະອົງໄດ້ທຳການຮື້ພຣະເຈດີນັ້ນ ແລ້ວເອົາພຣະພຸດທະຮູບທັງໝົດກັບວຽງຈັນ ຕໍ່ມາທະຫານສຍາມໄດ້ເຂົ້າຍຶດພັນ ພ້າວ ແລະທຳລາຍວຽງຈັນ ທຳລາຍກຳແພງເມືອງ ປ້ອມ ແລະຫໍຄຳ ຈົນກາຍເປັນເຖົ່າຖານຈົນບໍ່ເຫຼືອຮ່ອງຮອຍຄວາມຈະເລີນ ແຫ່ງອະດີດ ເຫຼືອໄວ້ແຕ່ວັດສີສະເກດ ແລະສະຖານທີ່ສັກສິດປະຈຳເມືອງບາງແຫ່ງ ໃນປີ ຄ.ສ ໑໘໒໘ ໃນສະໄໝພຣະເຈົ້າອະນຸວົງ ພວກເຂົາໄດ້ນຳເອົາພຣະພຸດທະຮູບຕ່າງໆ ຂ້າມຂອງຂົນສູ່ສຍາມ ແລະພວກສຍາມກໍ່ທຳການຊອກຈັບຕົວພຣະເຈົ້າອະນຸວົງ ໄດ້ທີ່ເມືອງເຫືອງ ແລະນຳໄປທຳການທໍຣະມານ ຈົນສະຫວັນນະຄົດທີກຸງເທບ ປ່ອຍໃຫ້ນະຄອນວຽງຈັນຮ້າງ ເປັນເວລາຫຼາຍກວ່າ ໖໐ ປີ.

ພຣະໃສ

ການອັນເຊີນພຣະເສີມ, ພຣະສຸກ ແລະພຣະໃສ ຈາກວຽງຈັນ
– ຕໍ່ມາມີການເລົ່າລືກັນວ່າ ພົບພຣະພຸດທະຮູບໃນຖຳ້ແຫ່ງໜຶ່ງທີ່ພູເຂົາຄວາຍ (ເນື່ອງຈາກຊາວເມືອງໄດ້ນຳເອົາໄປເຊື່ອງຊ້ອນໄວ້ໜີໄພສົງຄາມ) ເມື່ອທາງຣາຊະການສຍາມໄດ້ໄປ ເບິ່ງກໍເຫັນເປັນຄວາມຈິງ ຈຶ່ງໄດ້ນຳເອົາພຣະພຸດທະຮູບທັງ ໓ ຂຶ້ນເທິງແພໄມ້ໄຜ່ ອັນເຊີນມາທາງລຳນຳ້ງື່ມເພື່ອອອກສູ່ລຳນຳ້ຂອງ ເມື່ອຮອດເວີນປາກນຳ້ງື່ມ ກົງກັບບ້ານໜອງ ກຸ້ງ ເມືອງໜອງຄາຍ (ປັດຈຸບັນຢູ່ໃນເຂດອຳເພີໂພນພິໄສ ຈຸດທີ່ເກີດບັ້ງໄຟພະຍານາກ) ກໍ່ໄດ້ເກີດເຫດອັດສະຈັນ ຄືວ່າພູມີອາກາດສະຫງົບຮຽບຮ້ອຍດີ ທັນໃດພາຍຸລົມຝົນຕົກໜັກໄດ້ພັດເອົາແຖ່ນພຣະສຸກຕົກລົງ ນຳ້ເວີນ ສະຖານທີ່ນັ້ນ ຈຶ່ງຮຽກວ່າ “ບ້ານເວີນແທ່ນ” ປັດຈຸບັນຢູ່ໃນເຂດເມືອງປາກງື່ມ ແລະໃນຂະນະນັ້ນເອງ ການຂົນພຣະກໍດຳເນີນໄປຢ່າງບໍ່ເຊົາ ລົມແລະຝົນຍິ່ງຕົກໜັກ ແລະຮຸນແຮງຂຶ້ນ ທັງເກີດເພດໄພຫຼາຍປະການພວກສຍາມກໍບໍ່ເກງກົວ ເມື່ອນຳແພໄປເຖິງເວີນແຫ່ງໜຶ່ງແຄມແມ່ນຳ້ຂອງ(ຝັ່ງລາວ) ພຣະສຸກກໍໄດ້ຕົກລົງແພຈົມຫາຍລົງໄປສູ່ພື້ນ ແມ່ນຳ້ຂອງ ຫຼັງຈາກພຣະສຸກຈົມລົງສູ່ພື້ນນຳ້ແລ້ວ ສະພາບອາກາດກໍກັບສູ່ສະພາບປົກກະຕິດີດັ່ງເດີມ ສະຖານທີ່ນັ້ນ ຈຶ່ງຮຽກວ່າ “ເວີນພຣະສຸກ” ການຕໍ່ມາກໍປ່ຽນມາເປັນ “ເວີນສຸກ”, ສ່ວນພຣະເສີມ ແລະພຣະໃສ ໄດ້ນຳໄປປະດິດສະຖານທ່ີ່ເມືອງໜອງຄາຍໄດ້ຢ່າງປອດໄພ.

ພຣະໃສ ທີ່ວັດໂພໄຊ ເມືອງໜອງຄາຍ:
– ເມື່ອສຍາມນຳເອົາພຣະພຸດທະຮູບລ້ານຊ້າງໄປເຖິງໜອງຄາຍແລ້ວ ແຮກກໍເອົາພຣະເສີມປະດິດສະຖານທ່ີ່ວັດໂພໄຊ ສ່ວນພຣະໄສໄດ້ປະດິດສະຖານທີ່ວັດຫໍກອງ (ວັດປະດິດທັມ ມະຄຸນ) ຕໍ່ມາເຖິງຣັດຊະການທີ ໔ ຂອງສຍາມ ນາມວ່າພຣະປິ່ນເກົ້າ ເຊິ່ງເປັນອຸປະຮາດຂອງສຍາມໃນສະໄໝນັ້ນ ພຣະອົງຊົງມີພຣະຣາຊະປະສົງອັນເຊີນພຣະເສີມມາປະດິດ ສະຖານຍັງພຣະບໍຣົມມະຫາຣາຊະວັງ(ກຸງເທບ) ສົມເດັດພຣະຈອມເກົ້າ (ຣ.໔)ຈຶ່ງໂຜດເກົ້າໃຫ້ຂຸນວໍຣະທານີ ແລະຂ້າຫຼວງເໝັນ ມາອັນເຊີນພຣະເສີມ ແລະພຣະໃສລົງໄປ ຍັງກຸງເທບ.

ປະຕິຫານພຣະເສີມ ພຣະໃສ:
– ເມື່ອອັນເຊີນພຣະເສີມ ແລະພຣະໃສ ໄປຍັງກຸງເທບນັ້ນ ມີສິ່ງປາຕິຫານເກີດຂຶ້ນອີກ ຄືວ່າ ກວຽນທີ່ປະດິດສະຖານພຣະໃສ ຈາກວັດຫໍກອງນັ້ນ ເມື່ອມາເຖິງໜ້າວັດໂພໄຊ ແລ້ວ ກວຽນທີ່ປະດິດສະຖານພຣະໃສກໍຫັກລົງຢູ່ຕໍ່ໜ້າວັດໂພໄຊ ທະຫານ ແລະຜູ້ທຳການອັນເຊີນກໍພາກັນສ້ອມແປງດີແລ້ວ ກວຽນກໍຍັງຫັກອີກຫຼາຍຫົນ ເຮັດໃຫ້ພວກສຍາມ ເກີດຄວາມອັດສະຈັນໃຈ ແລະຢ້ານກົວ ຈົນໃນທີ່ສຸດງົວທີ່ໃຊ້ລາກກວຽນນັ້ນກັບບໍ່ຍອມຍ່າງອີກ, ຫົວໜ້າຄະນະອັນເຊີນພຣະຈຶ່ງໄດ້ທຳພິທີການອັນເຊີນທັງປວງກໍ່ບໍ່ເປັນຜົນ ພວກສຍາມຈຶ່ງເຂົ້າໃຈວ່າ ເທວະດາຮັກບໍ່ຢາກໃຫ້ພຣະໃສໄປຈາກໜອງຄາຍ ໃນທີ່ສຸດພວກສຍາມ ກໍອັນເຊີນພຣະໄສໃຫ້ປະດິດສະຖານທີ່ວັດໂພໄຊແທນ ສ່ວນພຣະເສີມໄດ້ອັນເຊີນລົງ ໄປໄວ້ທີ່ກຸງເທບມະຫານະຄອນ ໂດຍຜ່ານທາງສະຣະບູຣີ ອາຍຸທະຍາ ແລ້ວປະດິດສະຖານທີ່ພຣະບໍຣົມມະຫາຣາຊະວັງ.

ພຣະໃສ
– ປັດຈຸບັນ ພຣະໃສ ໄດ້ປະດິດສະຖານຢູ່ວັດໂພໄຊ ເມືອງ ແລະແຂວງໜອງກກາຍ ໄດ້ເປັນພຣະຄູ່ບ້ານຄູ່ເມືອງຂອງຊາວແຂວງໜອງຄາຍ, ສ່ວນພຣະເສີມນັ້ນ ເມື່ອພຣະປິ່ນ ເກົ້າໄດ້ສະຫວັນນະຄົດແລ້ວ ໃນປີ ໒໔໐໘ ສົມເດັດພຣະຈອມເກົ້າ (ຣ.໔) ໄດ້ໂຜດໃຫ້ອັນເຊີນພຣະເສີມຈາກບໍຣົມມະຫາຣາຊະວັງ ໄປປະດິດສະການຍັງວິຫານ ວັດປະທຸມວະນາ ຣາມ ເນື່ອງຈາກວັດປະທຸມວະຣາຣາມນີ້ ເປັນວັດຂອງລາວຊາວລ້ານຊ້າງອຸປະຖັມ ແລະເປັນຊຸມຊົນຊາວລາວລ້ານຊ້າງ ທີ່ກວາດຕ້ອນໄປໄວ້ທີ່ກຸງເທບກຸ່ມໃຫຍ່ທີ່ສູດ ທີ່ກຸງເທບສະໄໝນັ້ນ ພຣະເສີມໄດ້ເປັນທີ່ຂາບໄຫວ້ສັກກາຣະບູຊາຂອງຊາວລາວອົບພະຍົກ ໃນກຸງເທບສະໄໝນັ້ນ ຖືເປັນທີ່ເພິ່ງທາງໃຈຂອງພວກເຂົາ, ຊື່ສຽງຂອງພຣະເສີມ ໄດ້ດັງກະຊ່ອນໄປທົ່ວທັງພຣະນະຄອນ ວ່າມີພຣະໃຫຍ່ລ້ານຊ້າງອົງສຳຄັນຖືກອັນເຊີນມາໄວ້ໃນກຸງຣັດນະໂກສິນ ຜູ້ຄົນທົ່ວສາຣະທິດໄດ້ແຫ່ແຫນໄປຂາບໄຫວ້ຕະຫລອດວັນ

ພຣະເສີມ
– ຈົນຮອດບັດນີ້ຊາວໄທຍ໌ກໍຍັງຂາບໄຫວ້ຕລອດມາ ວັນເວລາໄດ້ຜ່ານໄປ ໒໐໐ ກວ່າປີແລ້ວ ຊື່ສຽງຂອງພຣະເສີມ ກໍບໍ່ໄດ້ຫາຍໄປຕາມການເວລາ, ສຳລັບຊົນຊາວລາວ ຍັງຈື່ບໍ່ລືມ ສ່ວນພຣະໃສນັ້ນ ຊາວລາວເຮົາຍັງໄປສັກກາຣະບູຊາໄດ້ ພຣະມະຫາກະສັດລາວອົງສຸດທ້າຍ ກໍໄດ້ປະອຸປະຖຳໃນການສ້າງວິຫານປະດິດສະຖານ ທີ່ວັດໂພໄຊ ພຣະວິຫານນັ້ນຍັງເປັນທີ່ປະດິດສະຖານພຣະໃສເທົ່າຮອດບັດນີ້.

ປິດສະໜາຈາກພຣະສຸກ, ພຣະເສີມ, ພຣະໃສ
– ເມື່ອໄດ້ອ່ານໜັງສື ເຣື່ອງພຣະເສີມ ພຣະສຸກ ແລະພຣະໃສແລ້ວ ເຮັດໃຫ້ເຫັນເຖິງປິດສະໜາຂອງພຣະພຸດທະຮູບທັງສາມອົງນີ້ ຢ່າງໜ້າງຶດງໍ້ອັດສະຈັນໃຈ ໂດຍສະເພາະແລ້ວ ແມ່ນປະຫວັດການສ້າງພຣະນັ້ນກໍເປັນທີ່ອັດສະຈັນແລ້ວ, ພຣະນາມຂອງພຣະກໍເປັນທີ່ອັດສະຈັນໃຈເຊັ່ນກັນ, ນອກຈາກນັ້ນສິ່ງທຳໃຫ້ອັດສະຈັນໃຈ ກໍຄືການຂົນຍ້າຍພຣະ ທັງສາມອົງນີ້ນັ້ນ ພຣະພຸດທະຮູບເອງກໍໄດ້ສະແດງອະພິນະຫານ ບອກໃຫ້ສຍາມຮູ້ແລ້ວວ່າ ການທີ່ສຍາມທຳກັບຄົນລາວຊາວລ້ານຊ້າງນັ້ນ ຄືການທຳລາຍພຣະຣາຊະອານາຈັກ ລ້ານຊ້າງທັງ ໓ ອານາຈັກ, ອັນເປັນດິນແດນແຫ່ງພຣະພຸດທະສາສນາທີ່ຮຸ່ງເຮືອງນັ້ນ ຖືວ່າເປັນສິ່ງບໍ່ຊອບທຳຢູ່ແລ້ວ ໂດຍສະເພາະສຍາມທຳລາຍພຣະນະຄອນວຽງຈັນ ແລະ ພຣະນະຄອນຈຳປາສັກນັ້ນ ບໍ່ພຽງແຕ່ທຳລາຍຊາດລາວທີ່ບໍຣິສຸດ ຮັກຄວາມສງົບ ແລະເປັນທັມເທົ່ານັ້ນ, ພວກເຂົາຍັງໄດ້ທຳລາຍພຣະພຸດສາສນາໃຫ້ເສົ້່າໝອງລົງ ຢ່າງເຫັນໄດ້ ຈາກການເຂົາທຳລາຍຫໍໂຮງ ພຣະຣາຊະວັງ ວັດທີ່ສວຍສົດງົດງາມຫຼາຍກວ່າ ໓໐໐ ວັດໃນພຣະນະຄອນວຽງຈັນ ແລະຈຳປາສັກ ອັນນີ້ບໍ່ນັບເມືອງຊຽງຂວາງ ແລະເມືອງອື່ນໆ ທີ່ພວກເຂົາກວາດຕ້ອນຄົນໜີຈາກທີ່ຢູ່ທີ່ກິນຂອງເຂົາເຈົ້າ ປ່ອຍປະລະວັດວາພຣະພຸດທະສາສຫນາໃຫ້ເສົ້າໝອງໄປຕາມທຳມະຊາດ ສະເພາະໃນພຣະນະຄອນວຽງຈັນນັ້ນ ພຣະພຸດທະ ຮູບຖືກທຳລາຍລົງຢ່າງຫຼວງຫຼາຍ ອັນນັ້ນມັນເປັນການທຳລາຍພຣະພຸດທະສາສນາຖືເປັນອະນັນຕະຣິຍະກັມ ເຊິ່ງພຣະພຸດທະເຈົ້າໂຜດບໍ່ໄດ້.

ພຣະໃສ

– ດ້ວຍເຫດນັ້ນ ການເຄື່ອນຍ້າຍພຣະເສີມ ພຣະສຸກ ພຣະໃສ ໄປຍັງສຍາມນັ້ນ ຈຶ່ງເປັນນິມິດໝາຍທີ່ເທວາອາຣັກຂາ ໄດ້ຕັກເຕືອນໃຫ້ສຍາມຢຸດເຊົາການກໍ່ກຳທຳສາ ເມື່ອເຫັນສະພາວະເຖິງປານນັ້ນ ພວກເຂົາກໍບໍ່ຍອມລົດລະການທຳບາບ, ໃນທີ່ສຸດພຣະເສີມ ຈຶ່ງຕັກເຕືອນພວກເຂົາໃຫ້ຢຸດເຊົາການຂົນຍ້າຍພຣະພຸດທະຮູບໂດຍການປະ ທ້ວງການກະທຳຂອງສຍາມ ດ້ວຍເທວະດາຈຶ່ງບັນດານໃຫ້ແທ່ນພຣະສຸກຈົມລົງເວີນແທ່ນສາ ອັນນັ້ນອາດໝາຍເຖິງນາກ ຜູ້ສ້າງພຣະນະຄອນວຽງຈັນ ເປັນຜູ້ບອກເຫດ, ດັ່ງທີ່ປະຫວັດການຂົນພຣະທັງສາມອົງໄດ້ຢັ້ງຢືນວ່າ “ຄືວ່າພູມີອາກາດສະຫງົບຮຽບຮ້ອຍດີ ທັນໃດພາຍຸລົມຝົນຕົກໜັກໄດ້ພັດເອົາແຖ່ນພຣະສຸກຕົກລົງນຳ້ເວີນ ສະຖານທີ່ນັ້ນ ຈຶ່ງຮຽກວ່າ “ບ້ານເວີນແທ່ນ” ເຖິງປານນັ້ນ ພວກເຂົາກໍບໍ່ສຳນຶກໃນໂທດກັມທີ່ພວກເຂົາທຳ, ແລະແລ້ວພຣະສຸກກໍສະແດງປາຕິຫານອີກ ໂດຍການປະທ້ວງສຍາມ ຄືພຣະອົງ ໄດ້ສະເດັດລົງສູ່ພຶ້ນນຳ້ໃຕ້ບາດານ ດັ່ງປະຫວັດບັນທຶກໄວ້ວ່າ “ການຂົນພຣະກໍດຳເນີນໄປຢ່າງບໍ່ເຊົາ ລົມແລະຝົນຍິ່ງຕົກໜັກ ແລະຮຸນແຮງຂຶ້ນ ທັງເກີດເພດໄພຫຼາຍປະການພວກ ສຍາມກໍບໍ່ເກງກົວ ເມື່ອນຳແພໄປເຖິງເວີນແຫ່ງໜຶ່ງແຄມແມ່ນຳ້ຂອງ(ຝັ່ງລາວ) ພຣະສຸກກໍໄດ້ຕົກລົງແພຈົມຫາຍລົງໄປສູ່ພື້ນ ແມ່ນຳ້ຂອງ” ດ້ວຍຈິດໃຈອະຍຸຕິທັມຂອງພວກ ສຍາມ ພວກເຂົາກໍບໍ່ຍອມເຊົາຍັງຂົນພຣະທັງສອງອົງ ໄປເຖິງໜອງຄາຍຈົນໄດ້ ຍ້ອນອະທັມ ຫຼາຍກວ່າສິນທັມນັ້ນເອງ.

– ເບິ່ງສະພາບການກະທຳຂອງສຍາມ ທີ່ຫວັງຢາກດັບມອດ ແລະທຳລາຍເຊື້ອຊາດລາວໃຫ້ສູນສິ້ນນັ້ນ ພວກເຂົາຂົນເອົາຄົວຄົນລາວໄປຍັງຫົວເມືອງສຍາມ ຄາວນັ້ນ ບໍ່ສະເພາະແມ່ນຕ້ອງການທາດ ແລະແຮງງານ ທາງໜຶ່ງແມ່ນເຂົາຕ້ອງການຂົນຄົນລາວໃຫ້ໜີຈາກເມືອງລາວຫຼາຍເທົ່າທີ່ຈະຫຼາຍໄດ້ ເພີ່ນບໍ່ໃຫ້ຄົນລາວກັບມາສ້າງບ້ານແປງເມືອງໄດ້ອີກ, ເຄື່ອງຄຳ້ຂອງຄູນບໍ່ວ່າແຕ່ຊັບສິນອື່ນ ພຣະພຸດທະຮູບອັນເປັນຫົວໃຈຂອງຄົນລາວນັ້ນ ພວກເຂົາກໍນຳເອົາໄປ, ໃນທີ່ສຸດເຂົາກໍມາຂົນເອົາທັງສອງອົງທີ່ເຫຼືອ ຄື ພຣະເສີມ ແລະພຣະໃສ ໄປປະດິດສະຖານທີກຸງເທບ ແຕ່ພຣະໃສ ໄດ້ຕ້ານທານຄວາມໂຫດຮ້າຍສາມານພວກເຂົາໄດ້ ຈຶ່ງໄດ້ປະດິດສະຖານ ທີ່ວັດໂພໄຊ ເພື່ອໃຫ້ຄົນລາວທົ່ວ ໄປໄດ້ໄຫວ້ນົບເຄົາຣົບເທົ້າບັດນີ້, ສ່ວນພຣະເສີມນັ້ນ ທ່ານກໍບໍ່ແມ່ນວ່າບໍ່ຢາກຢູ່ເມືອງລາວ ແຕ່ທ່ານເຫັນວ່າ ຍັງມີຄົນລາວທີ່ສຍາມ ກວາດຕ້ອນໄປຍັງຫົວເມືອງ ສຍາມພຸ້ນຈຳນວນຫຼວງຫຼາຍ ພຣະເສີມຈຶ່ງໄດ້ສະເດັດໄປຍັງກຸງເທບ ໂດຍສະຫວັດດີພາບ.

– ເມື່ອມາເບິ່ງຈຸດນີ້ແລ້ວ ເຫັນວ່າການສ້າງພຣະເສີມ ພຣະສຸກ ແລະພຣະໃສນັ້ນ ເໝືອນເປັນຈຸດປະສົງຂອງຜູ້ສ້າງຢາກໃຫ້ເຫດການທີ່ຈະເກີດຂຶ້ນນັ້ນເປັນດັ່່ງ ປະຫວັດສາດ ຊາດລາວຄາວເສັຍວຽງໃຫ້ສຍາມນັ້ນ, ອີກອັນໜຶ່ງເໝືອນເປັນປິດສະໜາໃຫ້ຄົນລາວ ຄົນໄທຍ໌ຮູ້ວ່າ ການທີ່ພຣະສາມພີ່ນ້ອງປະດິດຢູ່ໃນສະຖານທີ່ແຕກຕ່າງກັນນັ້ນ ມັນບົ່ງບອກວ່າ “ດິນແດນລາວ, ຄົນລາວຢັງຢາຍກັນຢູ່ທົ່ວລ່ອງແມ່ນຳ້ຂອງຈົນຮອດລ່ອງແມ່ນຳ້ເຈົ້າພຣະຍາ

– ເນື່ອງຈາກວ່າ ພຣະສຸກຢູ່ເວີນສຸກ ອັນເປັນຝັ່ງລາວນັ້ນ ໝາຍຄວາມບອກໃຫ້ຮູ້ວ່າ ລາວຢູ່ທີ່ນີ້ມານານ ຢັ້ງຢືນເຖິງປະຫວັດສາດຂອງຄົນລາວໄດ້ຈະແຈ້ງ ແລະພຣະສຸກ ພ້ອມທັງແທ່ນ ພຣະສຸກໄດ້ເຕືອນໃຫ້ຄົນລາວຮູ້ແລ້ວວ່າ “ລາວຍັງຈະຕ້ອງຮັກສາເອກະລາດໄວ້ຄູ່ໂລກ” ສຳລັບພຣະໃສນັ້ນ ການທີ່ບໍ່ສະເດັດນີ້ຈາກໜອງຄາຍນັ້ນ ມີປິດສະໜາວ່າ “ດິນແດນໜອງຄາຍ ແລະພາກອີສານທັງໝົດເປັນຂອງລາວ” ເຖິງແມ່ນວ່າຈາກວຽງຈັນໄປຢູ່ໜອງຄາຍ ແລະໜອງຄາຍຈະເປັນຂອງໄທຍ໌ໄປແລ້ວກໍຕາມ ແຕ່ໜອງຄາຍກໍຄືດິນແດນພຣະນະຄອນຈັນທະບູຣີ ເໝືອນເກົ່າ “ໝາຍຄວາມວ່າ ຈາກແຕ່ບໍ່ໜີຈາກ” ສ່ວນພຣະເສີມນັ້ນ ກໍບໍ່ແມ່ນວ່າຊິບໍ່ຮັກຄົນລາວ ຫຼືບໍ່ຮັກປະເທດລາວ ແຕ່ວ່າ “ຍັງມີຄົນລາວອີກຈຳນວນນັບບໍ່ຖ້ວນທີ່ໄດ້ພັດພາກຈາກດິນມາຕຸພູມ ພຣະເສີມເຊິ່ງເປັນເອື້ອຍກົກຕ້ອງໄປເບິ່ງແຍງດູແລເຂົາ ເຮັດໃຫ້ຄົນລາວຮູ້ວ່າ “ທີ່ກຸງເທບກໍຍັງມີຄົນລາວ”.

– ຊາດລາວ ຄົນລາວ ແລະວັດທະນະທັມລາວ ນັ້ນໄດ້ຂະຫຍາຍຕົວໄປທົ່ວພູມີພາກອາຊີ ແລະດິນແດນແຫຼມທອງ ຍັງຜັນຂະຫຍາຍເຊື້ອຊາດ ແລະວັດທະນະທັມຕົນຢ່າງບໍ່ລົດລະ ແລ້ວຄົນລາວເຮົາ ຈະໄປໂສກເສົ້າເສັຍໃຈຫຍັງ ກັບຄຳທີ່ສັດຕູໝູ່ມານຫາເຣື່ອງ່ວ່າ “ລາວຮຸ່ງທໍ່ຊ້າງພັບຫູ ທໍ່ງູແລບລິ້ນ ເພາະລາວບໍ່ສັດບໍ່ຊື່” ອັນນັ້ນມັນເປັນຄຳໃສ່ຮ້າຍ ປ້າຍສີຄົນລາວ ຄົນລາວບໍ່ມີໂທດກັມຫຍັງ ບໍ່ໄດ້ສ້າງທີ່ຈະມີຄຳສາບແຊ່ງເຊັ່ນນັ້ນ ປະຫວັດສາດລາວ ແລະປະວັດສາດຊາດອື່ນ ບໍ່ເຄີຍບັນທິກໄວ່້ວ່າ “ລາວກໍ່ໂທດກັມຫຍັງ” ໃນໄລຍະຜ່ານມາການທີ່ລາວມີສົງຄາມຫຼາຍຄັ້ງ ກໍບໍ່ແມ່ນຄົນລາວເຮົາສ້າງຂຶ້ນ ມັນຫາກແມ່ນສັດຕູໝູ່ມານສ້າງໂທດກັມໃຫ້ແກ່ລາວ, ຫາກຄຳສາບແຊ່ງ ແລະໂທດກັມນັ້ນມີຈິງ ຄົນລາວເຮົາຄວນຮູ້ວ່າ “ຄຳສາບແຊ່ງນັ້ນເປັນຈິງແລ້ວກັບຜູ້ສ້າງໂທດກັມໃຫ້ແກ່ລາວຂະນະນັ້ນ ໃນບັດນີ້”.
– ຫາກພວກເຂົາບໍ່ລົບລ້າງຄຳສາບແຊ່ງນັ້ນເອງ, ຄຳສາບແຊ່ງ ແລະໂທດກັມນັ້ນຂອງພວກເຂົາທີ່ທຳໄວ້ກໍຈັກບໍ່ມີວັນສູນສິ້ນແນ່ນອນ.

ບົດຄວາມຈາກ: ສາຍເຊລຳເພົາ

LEAVE A REPLY

Please enter your comment!
Please enter your name here