ຕະຫຼອດໄລຍະແຫ່ງການນຳພາຂະບວນການຕໍ່ສູ້ປົດປ່ອຍຊາດ, ຍາດເອົາເອກະລາດແຫ່ງຊາດ ແລະອິດສະລະພາບມາສູ່ປະຊາຊົນກໍ່ຄືໄລຍະ 44 ປີແຫ່ງພາລະກິດປົກປັກຮັກສາ ແລະສ້າງສາລະບອບປະຊາທິປະໄຕປະຊາຊົນ, ພັກປະຊາຊົນ ປະຕິວັດລາວຍາມໃດກໍ່ຖືວຽກງານໂຄສະນາສຶກສາອົບຮົມ, ຂົນຂວາຍ ແລະຈັດຕັ້ງປະຊາຊົນເປັນວິທີປະຕິວັດອັນໜຶ່ງ. ໃນນັ້ນ, ວຽກງານສື່ມວນຊົນ ແລະການພິມຈຳໜ່າຍ ເຊິ່ງເປັນອາວຸດໜຶ່ງທີ່ແຫຼມຄົມຂອງພັກໃນການຕໍ່ສູ້ໃນສະໜາມຮົບການເມືອງ-ແນວຄິດພາຍໃຕ້ການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ສົມກຽດເຂົ້າໃນໄຊຊະນະລວມຂອງການປະຕິວັດລາວ.

I. ປະຫວັດສື່ມວນຊົນ ແລະ ການພິມຈຳໜ່າຍ
1. ໜັງສືພິມ ແລະ ການພິມຈຳໜ່າຍ:
ເລີ່ມແຕ່ປີ 1940 ໄດ້ມີ ໃບປິວ ຕໍ່ຕ້ານການຮຸກຮານລາວຂອງພວກຈັກກະພັດຝຣັ່ງ ແລະ ຟາດຊິດຍີ່ປຸ່ນ. ເຖິງວ່າຈະເປັນ ໃບປິວ ກໍ່ຕາມ ແຕ່ກໍ່ຖືວ່ານັ້ນແມ່ນ ໃບຂ່າວ ຫລື ໜັງສືພິມປະຕິວັດສະບັບທໍາອິດທີ່ເກີດຂຶ້ນໃນດິນແດນຂອງ ປະເທດລາວ ເຊິ່ງເປັນ ເຄື່ອງມືໂຄສະນາຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນທີ່ມາຮຸກຮານລາວໃນເວລານັ້ນ. ເນື້ອໃນຕົ້ນຕໍຂອງໃບປິວດັ່ງກ່າວ ໄດ້ຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດສາມັກຄີກັນລຸກຮືຂຶ້ນໂຄ່ນລົ້ມພວກລ່າເມືອງຂຶ້ນຝຣັ່ງ ແລະ ຂັບໄລ່ຟາດຊິດຍີ່ປຸ່ນ. 

ມາຮອດເດືອນ ສິງຫາ ປີ 1945, ໃນເວລາທີ່ປະຊາຊົນລາວໄດ້ລຸກຮືຂຶ້ນຍຶດອໍານາດການປົກຄອງຈາກກຳມືພວກລ່າເມືອງຝຣັ່ງ ແລະ ຟາດຊິດຍີ່ປຸ່ນ ຢູ່ຕາມຕົວເມືອງຕ່າງໆນັ້ນ, ໃບປິວຕິດທຸງຊາດປະຕິວັດ 3 ສີມີວົງເດືອນຢູ່ກາງ ໄດ້ຖືກຫວ່ານໄປທົ່ວຕົວເມືອງວຽງຈັນ, ສະຫວັນນະເຂດ ແລະ ຕົວເມືອງອື່ນໆ ເພື່ອໂຄສະນາປຸກລະດົມປະຊາຊົນລຸກຮືຂຶ້ນຍາດເອົາເອກະລາດແຫ່ງຊາດ. ໃບປິວດັ່ງກ່າວ ພິມເປັນ ພາສາລາວ ແລະ ພາສາ ຝຣັ່ງ ເຊິ່ງເວລານັ້ນ ຄະນະພັກແຄວ້ນລາວໂດຍແມ່ນພັກຄອມມູນິດອິນດູຈີນເປັນຜູ້ຊີ້ນຳ, ນຳພາ; ສະເພາະຢູ່ແຂວງສະຫວັນນະເຂດ ແມ່ນ ທ່ານ ໄກສອນ ພົມວິຫານ ເປັນຫົວໜ້າ ແລະ ທ່ານ ສີຊະນະ ສີສານ ເປັນຮອງຫົວໜ້າສໍານັກງານໂຄສະນາ.

ໃນປີ 1946, ໃນເວລາທີ່ກອງກໍາລັງຮັກຊາດ ແລະ ປະຊາຊົນລາວຊຶ່ງນໍາພາໂດຍຄະນະພັກແຄ້ວນລາວເພື່ອຕໍ່ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນເປັນຄັ້ງທີ 2 ນັ້ນ, ໃນແຕ່ລະເຂດຂອງປະເທດລາວແຕ່ເໜືອຮອດໃຕ້ ໄດ້ປະກົດມີໃບປິວຂອງແຕ່ລະທ້ອງຖິ່ນເກີດຂຶ້ນ. ໃນເວລານັ້ນ ເຖິງວ່າເນື້ອໃນຂອງໃບຂ່າວບໍ່ທັນກວມຫລາຍຫົວຂໍ້, ຮູບການກໍ່ງ່າຍດາຍ ແຕ່ ປະຊາຊົນລາວຕ່າງກໍ່ມີຄວາມສົນໃຈຕິດຕາມແນວທາງຂອງພັກ ແລະ ສະພາບການທີ່ສ່ອງແສງຜ່ານໃບຂ່າວຢ່າງຈັບໃຈ, ອ່ານແລ້ວກໍ່ກໍ້ມ້ຽນໄວ້ໃນບັ້ງໄມ້ໄຜ່ ສົ່ງໃຫ້ກອງກໍາລັງປະຕິວັດຢູ່ບ່ອນອື່ນອ່ານຕໍ່ໆກັນໄປ ແລະ ເຂົາເຈົ້າຍັງໃຊ້ເປັນຄູ່ມືແບບຮຽນ. ນອກນັ້ນກໍາລັງປະຕິວັດຍັງນໍາໃຊ້ໃບຂ່າວເປັນທິດທາງດຳເນີນການຕໍ່ສູ້ຕ້ານສັດຕູ. ໃບຂ່າວ ໄດ້ເປັນສື່ສິ່ງພິມທີ່ສຳຄັນປະກອບສ່ວນປຸກລະດົມ
ຂະບວນການປະຊາຊົນລາວບັນດາເຜົ່າເຂົ້າຮ່ວມການປະຕິວັດ ແລະ ປະກອບສ່ວນສຳຄັນເຮັດໃຫ້ກຳລັງປະຕິວັດເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວ ພາຍໃຕ້ການນຳພາຂອງຄະນະພັກແຄ້ວນລາວ.

ໂດຍປະຕິບັດຕາມແນວທາງແຜນນະໂຍບາຍ “ເປີດກວ້າງຂະຫຍາຍແນວໂຮມ, ຂະຫຍາຍສົງຄາມປະຊາຊົນຢ່າງແຂງແຮງ, ໜີບຮັດກຳລັງສັດຕູ…” ພັກເຮົາໄດ້ຮຽກໂຮມຜູ້ແທນຫຼາຍກວ່າ 150 ທ່ານທີ່ຕາງໜ້າໃຫ້ກຳລັງປະກອບອາວຸດ, ອົງການຈັດຕັ້ງມະຫາຊົນ, ສາສະໜາ, ປະຊາຊົນບັນດາເຜົ່າຈາກເຂດຕໍ່ຕ້ານ ແລະ ເຂດປົກຄອງຊົ່ວຄາວຂອງສັດຕູເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດໃນວັນທີ 13 ສິງຫາ 1950. ກອງປະຊຸມໄດ້ຕົກລົງສ້າງຕັ້ງ “ແນວລາວອິດສະລະ” ແລະ “ລັດຖະບານລາວຕໍ່ຕ້ານ”, ໂດຍມີສະເດັດເຈົ້າ ສຸພານຸວົງ ເປັນປະທານ ແນວລາວອິດສະລະ ແລະ ນາຍົກລັດຖະມົນຕີຂອງລັດຖະບານລາວຕໍ່ຕ້ານ.

ໃນມື້ດຽວກັນນັ້ນ, ກອງປະຊຸມໄດ້ຕົກລົງສ້າງຕັ້ງໜັງສືພິມປະຕິວັດຂອງຕົນຂຶ້ນໂດຍໃສ່ຊື່ວ່າ: ໜັງສືພິມ “ລາວອິດສະລະ”.ໜັງສືພິມນີ້, ຮູບນອກແມ່ນເປັນສຽງຂອງແນວລາວອິດສະລະ ແລະ ລັດຖະບານລາວຕໍ່ຕ້ານໃນເວລານັ້ນ, ແຕ່ເນື້ອແທ້ແມ່ນໜັງສືພິມຂອງພັກ ແລະ ເປັນໜັງສືພິມປະຕິວັດລາວສະບັບທຳອິດທີ່ເກີດຂຶ້ນໃນເງື່ອນໄຂທີ່ຫຍຸ້ງຍາກທີ່ສຸດຂອງປະເທດ. 

ເພື່ອຮັບໃຊ້ໜ້າທີ່ການເມືອງໃນການພິມເອກະສານຂອງກອງປະຊຸມໃຫຍ່, ພິມຄຳຮຽກຮ້ອງຂອງລັດຖະບານລາວຕໍ່ຕ້ານ ແລະ ໜັງສືພິມລາວອິດສະລະ, ຊຶ່ງເປັນສະບັບທຳອິດນັ້ນ, ສູນກາງແນວລາວອິດສະຫລະໄດ້ຕົກລົງສ້າງຕັ້ງໂຮງພິມລາວອິດສະລະ ຂຶ້ນ. ຫົວໜ້າ ແລະ ຄະນະໂຮງພິມຄະນະທຳອິດປະກອບມີ ທ່ານ ສີທາ ເພັງແພງເມືອງ, ທ່ານ ຄຳສິງ ຫອມສົມບັດ ແລະ ທ່ານ ຄຳພັນ ຈັນທະລາດ, ໂດຍພາຍໃຕ້ການຊີ້ນຳຂອງທ່ານ ສີຊະນະສີສານ ຫົວໜ້າບັນນາທິການ ທັງເປັນຮອງຫົວໜ້າໂຄສະນາ-ອົບຮົມ-ວັດທະນະທຳ (ຄອວ). ເຄື່ອງພິມທີ່ໃຊ້ໃນເວລານັ້ນແມ່ນປະຖົມປະຖານຫຼາຍຄື: ການພິມແມ່ນນຳໃຊ້ແຜ່ນຫີນລີໂຕ, ຂຽນຕົວໜັງລວງປີ້ນຈາກຊ້າຍຫາຂວາ, ຂຽນໃສ່ຫີນໜ້າພຽງ, ນ້ຳມຶກທີ່ຂຽນລົງໃສ່ຕ້ອງຕົ້ມປະສົມຂີ້ເຜິ້ງ, ສະບູຫອມ ແລະ ຂີ້ໝິນໝໍ້.

ເວລາພິມແມ່ນໃຊ້ອຸປະກອນທີ່ຫຸ້ມດ້ວຍຢາງຕີນລົດແລ່ນກິ້ງເທິງແຜ່ນຫີນ ແລະ ກ່ອນຈະພິມຕ້ອງລວາດດ້ວຍນ້ຳປະສົມນ້ຳສົ້ມໜ້ອຍໜຶ່ງ, ບໍ່ໃຫ້ສົ້ມຫຼາຍ ແລະ ນຳໃຊ້ແຮງງານຄົນພິມເອງ. ການພິມດ້ວຍຫີນລີໂຕຂອງໂຮງພິມລາວອິດສະລະໄດ້ດຳເນີນມາຈົນຮອດທ້າຍປີ 1953 ຈຶ່ງໄດ້ຫັນໄປສູ່ການພິມດ້ວຍເຄື່ອງຈັກຕີໂປ, ຊຶ່ງມີທັງໝົດ 2 ເຄື່ອງ(ເຄື່ອງຕີໂປນອນ ແລະ ເຄື່ອງຕີໂປຕັ້ງ) ແລະ ມີການເກັບລຽນຕົວໜັງສື. ໜ່ວຍເຄື່ອງຈັກພິມຕີໂປນອນ ແມ່ນ ທ່ານ ມິນ ແລະ ທ່ານ ສຸກ ຮັບຜິດຊອບ; ໜ່ວຍເຄື່ອງຈັກພິມຕີໂປຕັ້ງ ແມ່ນ ທ່ານ ສີທາ ເພັງແພງເມືອງ ຮັບຜິດຊອບ; ໜ່ວຍເກັບລຽນຕົວໜັງສື ແມ່ນ ທ່ານ ຄຳສິງ ຫອມສົມບັດ ແລະ ທ່ານ ບົວສີ ລໍວັນໄຊ ຮັບຜິດຊອບ; ໜ່ວຍເຈັ້ຍ-ຈຳໜ່າຍ ແມ່ນ ທ່ານ ເຄນ ລໍວັນໄຊ ແລະ ທ່ານ ຄຳພັນຈັນທະລາດ ຮັບຜິດຊອບ. ນອກນັ້ນ, ຍັງມີໜ່ວຍຕົ້ມກາວ ແລະ ໜ່ວຍຫຼໍ່ຕົວອັກສອນລາວ.

ໃນບັ້ນຮົບປົດປ່ອຍຊຳເໜືອ, ແຂວງຫົວພັນ ປີ 1953, ໂຮງພິມລາວອິດສະລະ ໄດ້ຍົກຍ້າຍຈາກຖານທີ່ໝັ້ນ ຕັ້ງຢູ່ເຂດເມືອງ ເຫງ້ຍດານ (Nghia Dan), ແຂວງ ເຫງ້ອານ (Nge An) ສສ ຫວຽດນາມ, ເຄື່ອນຍ້າຍມາຕາມເສັ້ນທາງແຕ່ ແຂວງ ເຫງ້ອານ ຜ່ານເຂື່ອນກັ້ນນ້ຳບາຍເທືອງ, ແຂວງແທັງຮວາ ຂຶ້ນໄປ ເມືອງລີ່-ເມືອງລາດ, ຂ້າມຊາຍແດນ ຫວຽດ-ລາວ ແລ້ວເຂົ້າມາຕັ້ງສຳນັກງານກະຊວງສຶກສາທິການ ແລະ ໂຮງພິມລາວອິດສະລະ ຢູ່ປ່າດົງຕິດກັບຝັ່ງແມ່ນ້ຳມ່າ ເບື້ອງຂວາບ້ານສົບຮາວ, ເມືອງສົບເບົາ, ແຂວງ ຫົວພັນ. ຕັ້ງສຳນັກງານບໍ່ເທົ່າໃດກໍຍົກຍ້າຍສຳນັກງານໄປຢູ່ດົງປ່າແຂກທາງທິດໃຕ້ ບ້ານ ຊຽງຊື່ ເມືອງວຽງໄຊ ປະຈຸບັນ. ຢູ່ທີ່ນີ້, ພາກສ່ວນຂອງໂຮງພິມລາວອິດສະລະ ລະບົບລີໂຕ ໄດ້ເຂົ້າຮັບໃຊ້ກອງປະຊຸມໃຫຍ່ແນວລາວອິດສະລະທົ່ວປະເທດທີ່ໄຂຂຶ້ນຢູ່ທີ່ຖໍ້າຊ້າງລອດ, ເມືອງວຽງໄຊ ແຂວງ ຫົວພັນ. ຢູ່ທີ່ດົງປ່າແຂກ (ບ້ານຊຽງຊື່) ບໍ່ດົນເທົ່າໃດກໍຍົກຍ້າຍໄປຢູ່ ເມືອງ ປານ ແລະ ບ້ານ ນາໂພ ເມືອງ ວຽງໄຊ ແຂວງ ຫົວພັນ. ຢູ່ທີ່ບ້ານນາໂພ, ທ່ານ ສີຊະນະ ສີສານ ໄດ້ໃຊ້ກະຈັບປີ(ມັງໂດລິນ)ໜ່ວຍໜຶ່ງ ຮ່ວມກັບ ທ່ານ ອຸດຕະມະ ຈຸນລະມະນີ ແຕ່ງເພງ: ປາບຝູງຜີມານ ແລະ ເພງປົກປັກຮັກສາສັນຕິພາບ, ເຊິ່ງເປັນເພງຕົ້ນກຳເນີດຂອງສະຖານີວິທະຍຸກະຈາຍສຽງຝ່າຍປະເທດລາວ ແລະ ຕໍ່ມາສະຖານີໂທລະພາບແຫ່ງຊາດໄດ້ນຳເອົາສຽງເພງດັ່ງກ່າວອອກອາກາດມາໂດຍຕະຫຼອດຫຼາຍທົດສະວັດ. 

ເມື່ອສັນຕິພາບກັບຕ່າວຄືນມາພາຍຫຼັງມີສັນຍາເຊີແນວໃນວັນທີ 20/7/1954, ສຳນັກງານຫ້ອງການສຶກສາສູນກາງໄດ້ຍ້າຍກັບຄືນມາຕັ້ງສຳນັກງານຢູ່ບ້ານນາເມືອງ-ຊຽງຊື່. ສ່ວນໂຮງພິມລາວອິດສະລະ ມາຕັ້ງຢູ່ບ້ານບໍ່ຜາໃຕ້, ຈາກນັ້ນກໍ່ຍ້າຍມາຢູ່ປ່າໜໍ່ໄລ່ແຄມນ້ຳປູນ (ຢູ່ໃຕ້ບ້ານເລີຍ-ເມືອງປູນ) ແລະ ຢູ່ບ້ານນາແມວ, ເມືອງວຽງໄຊ, ກ່ອນຈະຍົກຍ້າຍກັບຄືນມາຢູ່ຫໍປະຊຸມໃຫຍ່ແນວລາວອິດສະຫຼະໃນວັນທີ 6 ມັງກອນ 1956 ຈົນເຖິງມື້ເຂົ້າລວມລາວຄັ້ງທີ I.

ນັບແຕ່ມື້ສ້າງຕັ້ງພັກປະຊາຊົນລາວ(22 ມີນາ 1955) ເປັນຕົ້ນມາ, ພັກຍິ່ງເອົາໃຈໃສ່ຢ່າງໃກ້ຊິດຊີ້ນຳໜັງສືພິມປະຕິວັດເພື່ອເຮັດສຳເລັດໜ້າທີ່ຂອງຕົນ. ມາຮອດວັນທີ 6 ມັງກອນ 1956 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງ “ແນວລາວອິດສະລະ” ໄດ້ໄຂຂຶ້ນຢູ່ແຂວງຫົວພັນ ແລະ ໄດ້ຕົກລົງປ່ຽນຊື່ມາເປັນ “ແນວລາວຮັກຊາດ”. ເພື່ອໃຫ້ສອດຄ່ອງກັບໜ້າທີ່ການເມືອງໃນໄລຍະນັ້ນ, ສູນກາງພັກໄດ້ຕົກລົງປ່ຽນຊື່ໜັງສືພິມ “ລາວອິດສະລະ”ມາເປັນໜັງສືພິມ “ລາວຮັກຊາດ” ໂດຍແມ່ນທ່ານ ຄຳຜາຍ ບຸບຜາ ເປັນຫົວໜ້າບັນນາທິການ. ສ່ວນໂຮງພິມກໍ່ໄດ້ປ່ຽນຊື່ມາເປັນໂຮງພິມລາວຮັກຊາດ, ໃນເວລານີ້ການພິມແມ່ນສືບຕໍ່ນໍາໃຊ້ລະບົບ “ຕີໂປ” (ເຄື່ອງຈັກຕີໂປນອນ, ເຄື່ອງຈັກຕີໂປຕັ້ງລວມມີ 2 ເຄື່ອງ) ແບບຊຸກດ້ວຍມື, ໃຊ້ລະບົບເກັບລຽນໜັງສືເປັນແບບພິມ,ຄວັດດ້ວຍໄມ້ຕີນເປັດສຳລັບຫົວຂໍ້ ແລະ ຮູບພາບ. ການພິມໜັງສືພິມ ແລະ ສິ່ງພິມຕ່າງໆນັບມື້ຫຼາຍຂຶ້ນຕາມຄວາມຮຽກຮ້ອງຕ້ອງການຂອງພື້ນຖານການປະຕິວັດເຮັດໃຫ້ຈຳນວນໜັງສືພິມເພີ່ມຂຶ້ນຈາກ 3.000 ສະບັບມາເປັນ 5.000 ສະບັບ. ຈາກພິມອາທິດລະເທື່ອມາເປັນອາທິດໜຶ່ງພິມສອງເທື່ອ.

ເພື່ອເຮັດໜ້າທີ່ໂຄສະນາຮັບໃຊ້ໃຫ້ແກ່ການລວມລາວຄັ້ງທີ I ໃນໄລຍະປີ 1957-1959, ໂຮງພິມ ແລະ ໜັງສືພິມ ລາວຮັກຊາດໄດ້ຍ້າຍສຳນັກງານມາຢູ່ ນະຄອນຫຼວງວຽງຈັນ. ໂຮງພິມ ລາວຮັກຊາດ ໃນເວລານັ້ນແມ່ນຕັ້ງຢູ່ຄຸ້ມຂົວດິນຕໍ່ໜ້າກະຊວງປ້ອງກັນຄວາມສະຫງົບໃນປະຈຸບັນ, ຊຶ່ງເປັນເຮືອນຫ້ອງແຖວຂອງທ່ານ ເພົ້າ ພິມພະຈັນ ມອບໃຫ້. ໜ້າທີ່ຕົ້ນຕໍຂອງໂຮງພິມແມ່ນພິມ ໜັງສືພິມລາວຮັກຊາດທີ່ເປັນກະບອກສຽງຂອງພັກ, ຂອງຝ່າຍແນວລາວຮັກຊາດທີ່ຕໍ່ສູ້ເພື່ອຄວາມເປັນເອກະລາດ, ສັນຕິພາບ ເປັນກາງ. ເນື້ອໃນທີ່ລົງໃນໜ້າໜັງສືພິມລາວຮັກຊາດລ້ວນແຕ່ໄດ້ຮັບຄວາມນິຍົມຊົມຊອບຈາກປະຊາຊົນຫຼາຍທີ່ສຸດໂດຍສະເພາະໃນບັ້ນໂຄສະນາການເລືອກຕັ້ງຜູ້ແທນລາຊະດອນເພີ່ມເຕີມໃນເດືອນເມສາ 1958, ຊຶ່ງມີຍອດພິມສູງຂຶ້ນເຖິງ 12.000 ສະບັບເພື່ອແຈກຢາຍໃຫ້ປະຊາຊົນໃນທົ່ວປະເທດ.ເນື້ອໃນຂອງການໂຄສະນາໃນໄລຍະນັ້ນ ແມ່ນເຜີຍແຜ່ຍຸໂທບາຍສັນຕິພາບ,ເປັນກາງ, ຕໍ່ສູ້ໃຫ້ຝ່າຍວຽງຈັນປະຕິບັດສັນຍາຄວາມຖືກຕ້ອງປອງດອງຊາດ. ອັນພົ້ນເດັ່ນແມ່ນໂຄສະນາເປີດໜ້າກາກພວກທີ່ມ້າງເພທຳລາຍຄວາມປອງດອງຊາດ ແລະ ຂັດຂວາງສິດປະຊາທິປະໄຕຂອງປະຊາຊົນ, ອັນເປັນເຫດໃຫ້ຝ່າຍກົງກັນຂ້າມທີ່ເປັນປໍລະປັກຊອກທຸກວິທີເພື່ອທຳລາຍ.

ປີ 1958-1959 ສະພາບທາງການເມືອງມີຄວາມເຄັ່ງຕຶງ, ລັດຖະບານຂອງສະເດັດເຈົ້າສຸວັນນະພູມມາ ຖືກໂຄ່ນລົ້ມ, ສະເດັດເຈົ້າສຸພານຸວົງ ແລະ ບັນດາຜູ້ນຳຂອງແນວລາວຮັກຊາດຖືກຈັບກຸມຄຸມຂັງເຂົ້າຄຸກໂພນເຄັງ ຊຶ່ງໃນນັ້ນມີທ່ານ ສີຊະນະ ສີສານ ແລະ ທ່ານ ຄຳຜາຍ ບຸບຜາ ຫົວໜ້າໜັງສືພິມລາວຮັກຊາດ ກໍ່ຖືກຈັບເຊັ່ນດຽວກັນ.ສະນັ້ນ, ໜັງສືພິມລາວຮັກຊາດ, ໂຮງພິມລວມທັງສຳນັກພິມກໍຖືກປິດ ແລະ ຢຸດຕິການຈຳໜ່າຍຊົ່ວຄາວ. ແຕ່ເຖິງຢ່າງໃດກໍ່ດີ, ໜັງສືພິມລາວຮັກຊາດໄດ້ສືບຕໍ່ພິມຢູ່ທີ່ ງອກລາກ ແຂວງ ແທັງຮວາ ແລະ ພິມຢູ່ ຮາໂນຍ (ປະເທດຫວຽດນາມ). ຫຼັງຈາກນັ້ນ, ຈຶ່ງໄດ້ກັບຄືນມາພິມຢູ່ເຂດທີ່ໝັ້ນຂອງການປະຕິວັດ. ໂຮງພິມລາວຮັກຊາດ ໄດ້ຮັບການສ້າງຕັ້ງຄືນໃໝ່ຢູ່ເຂດພູແຄ, ເມືອງວຽງໄຊ ແຂວງຫົວພັນ. ເຄື່ອງຈັກພິມໃນໄລຍະນີ້ແມ່ນນຳໃຊ້ລະບົບ “ຕີໂປ”ຄົບຊຸດ. ນອກຈາກພິມໜັງສືພິມລາວຮັກຊາດແລ້ວ, ຍັງມີໜ້າທີ່ພິມປຶ້ມຕຳລາຮຽນເພື່ອຮັບໃຊ້ເຂົ້າໃນວຽກງານການສຶກສາ ລວມທັງປຶ້ມອ່ານ, ປຶ້ມເລື່ອງ ແລະ ສິ່ງພິມອື່ນໆ.

ເດືອນ ສິງຫາ 1975, ຊຶ່ງເປັນໄລຍະທີ່ ກຳລັງປະຕິວັດໄດ້ຮັບໄຊຊະນະໃນຂອບເຂດທົ່ວປະເທດ, ໜັງສືພິມລາວຮັກຊາດ ໄດ້ກັບຄືນມາຕັ້ງສຳນັກງານຢູ່ ນະຄອນຫຼວງວຽງຈັນ ໂດຍປ່ຽນຊື່ເປັນໜັງສືພິມສຽງປະຊາຊົນ, ຊຶ່ງຢູ່ໃນສະພາບແວດລ້ອມແຫ່ງບາດລ້ຽວປະຫວັດສາດທີ່ມີຄວາມ ໝາຍສຳຄັນພິເສດໃນການແບກຫາບໜ້າທີ່ອັນສັກກະລະບູຊາ ແລະ ມີກຽດສະຫງ່າຂອງໄຊຊະນະລວມ, ຍາດເອົາເອກະລາດ, ອິດສະຫຼະພາບ ມາໃຫ້ປະຊາຊົນທັງຊາດ. ສ່ວນວຽກງານການພິມກໍ່ໄດ້ຄັດຈ້ອນເອົາພະນັກງານ, ກຳມະກອນຈຳນວນໜຶ່ງຈາກໂຮງພິມແນວລາວຮັກຊາດ ຢູ່ແຂວງຫົວພັນ ແລະ ໂຮງພິມມິດຕະພາບລາວ-ຈີນ ຢູ່ແຂວງ ອຸດົມໄຊ ມາເຕົ້າໂຮມເຂົ້າກັນກັບໂຮງພິມຂອງລັດຖະບານເກົ່າ ແລ້ວຕັ້ງຊື່ເປັນ ໂຮງພິມແຫ່ງຊາດ.ນັບແຕ່ປີ 1983 ເປັນຕົ້ນມາຈຶ່ງໄດ້ປ່ຽນຊື່ມາເປັນໂຮງພິມແຫ່ງລັດ. ເຄື່ອງຈັກພິມໃນໄລຍະນີ້ແມ່ນນຳໃຊ້ລະບົບການພິມແບບ “ອັອບແຊັດ”. 

ຫຼັງຈາກກອງປະຊຸມໃຫຍ່ຄັ້ງທີ III ຂອງພັກ ໃນວັນທີ 22 ມີນາ 1983 ສູນກາງພັກປະຊາຊົນ ປະຕິວັດລາວໄດ້ຕົກລົງປ່ຽນຊື່ໜັງສືພິມສຽງປະຊາຊົນ ມາເປັນ ໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ປປ ລາວ ຈົນເຖິງປະຈຸບັນ. ໃນຕົ້ນປີ 1983 ແມ່ນທ່ານ ທອງສິງ ທຳມະວົງ ກຳມະການສຳຮອງສູນກາງພັກ, ລັດຖະມົນຕີວ່າການ ກະຊວງຖະແຫຼງຂ່າວ ໂຄສະນາການ ແລະ ທ່ອງທ່ຽວ ເປັນຫົວໜ້າບັນນາທິການໜັງສືພິມສຽງປະຊາຊົນ. ທ້າຍປີ 1983 ລັດຖະບານ ໄດ້ຈັດຕັ້ງຄະນະກຳມະການຂ່າວສານ, ໜັງສືພິມ, ວິທະຍຸກະຈາຍສຽງ ແລະ ໂທລະພາບແຫ່ງລັດ ຂຶ້ນໂດຍແມ່ນ ທ່ານ ສອນ ຄຳວານວົງສາ ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ, ຜູ້ວ່າການປະທານ ຄະນະກຳມະການຂ່າວສານ, ໜັງສືພິມ, ວິທະຍຸກະຈານສຽງ ແລະ ໂທລະພາບແຫ່ງລັດ ທັງເປັນ ຫົວໜ້າຄະນະບັນນາທິການໃຫຍ່ ໜັງສືພິມປະຊາຊົນ. ໜັງສືພິມປະຊາຊົນ

ສຽງຂອງສູນກາງພັກ ໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆມາ. ບາງຄັ້ງມີຈຳນວນພິມ 8.000 ຫາ 10.000 ສະບັບ. ໄລຍະແຕ່ປີ 1982-1985 ມີຍອດພິມຈຳໜ່າຍເຖິງ 22.000 ສະບັບ ແລະ ມີຫຼາຍຜະລິດຕະພັນຄື: ໜັງສືພິມປະຊາຊົນລາຍວັນ, ໜັງສືພິມປະຊາຊົນເສດຖະກິດ-ສັງຄົມລາຍວັນ ແລະ ປະຊາຊົນວັນອາທິດ ລາຍສັບປະດາ. ນັບແຕ່ມື້ສ້າງຕັ້ງຈົນເຖິງປະຈຸບັນ, ໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ປປ ລາວ ໄດ້ມີການພົວພັນຮ່ວມມືກັນຢ່າງສະໜິດແໜ້ນກັບ ໜັງສືພິມ ເຍິນເຢິນ ສຽງຂອງສູນກາງພັກກອມມູນິດຫວຽດນາມ ແລະ ໜັງສືພິມເຢິນໝິງຢີເປົ້າ ສຽງຂອງພັກກອມມູນິດຈີນ ແລະ ບັນດາປະເທດສັງຄົມນິຍົມອື່ນໆ. 

ພາຍຫຼັງຢຶດການອຳນາດຂອງປະຊາຊົນບັນດາເຜົ່າທົ່ວນະຄອນຫຼວງວຽງຈັນສຳເລັດໃນວັນທີ 23 ສິງ ຫາ 1975, ໜັງສືພິມ “ວຽງຈັນໃໝ່”ຊຶ່ງມີຕົ້ນກຳເນີດມາຈາກໜັງສືພິມວຽງຈັນໂພສ ກໍໄດ້ຮັບການຖືກສ້າງຕັ້ງຂຶ້ນໃນວັນທີ 1 ກັນຍາ 1975 ເປັນກະບອກສຽງຂອງຄະນະພັກນະຄອນຫຼວງວຽງຈັນ, ທີ່ເຮັດໜ້າທີ່ໂຄສະນາປຸກລະດົມຂົນຂວາຍມວນຊົນປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ການພັດທະນາປະເທດນະ ຄອນຫຼວງໃຫ້ຮັ່ງມີເຂັ້ມແຂງ,ສີວິໄລຢ່າງບໍ່ຢຸດຢັ້ງ. ໜັງສືພິມວຽງຈັນໃໝ່ບາງຄັ້ງມີຍອດພິມສູງເຖິງ 10.000 ສະບັບຕໍ່ວັນ. ປະຈຸບັນ, ມີໜັງສືພິມວຽງຈັນໃໝ່ລາຍວັນ, ວຽງຈັນທຸລະກິດ-ສັງຄົມລາຍສັບປະດາ.

ພາຍຫຼັງພັກ ປປ ລາວ ມີແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການ, ວຽກງານສື່ມວນຊົນ ຍິ່ງມີບົດບາດສຳຄັນໃນການເຜີຍແຜ່ແນວທາງປ່ຽນແປງໃໝ່ຂອງພັກ ລົງສູ່ທ້ອງຖິ່ນຮາກຖານປະຊາຊົນ ແລະ ເປີດກວ້າງການຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນໃນພາກພື້ນ ແລະ ໃນໂລກ. ສະນັ້ນ, ການເກີດຂຶ້ນຂອງໜັງສືພິມພາສາຕ່າງປະເທດ “ໜັງສືພິມວຽງຈັນທາຍພາສາອັງກິດລາຍສັບປະດາ” ບໍ່ແມ່ນເລື່ອງບັງເອີນ, ແຕ່ແມ່ນຄວາມຕັ້ງໃຈຂອງຄະນະນຳກະຊວງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ ສປປ ລາວ ໄດ້ມີການເປີດກວ້າງການພົວພັນຮ່ວມມືກັບບັນດາປະເທດຕ່າງໆ ແລະ ອົງການຈັດຕັ້ງພາກພຶ້ນ ແລະ ສາກົນຫຼາຍຂຶ້ນ. ໜັງສືພິມວຽງຈັນທາຍລາຍສັບປະດາ ສະບັບທຳອິດໄດ້ຈັດອອກພິມໃນວັນທີ 7 ເມສາ 1994 ຊຶ່ງກົງກັບວັນເປີດຂົວມິດຕະພາບລາວ-ໄທຢ່າງເປັນທາງການແຫ່ງທຳອິດ. ຄະນະກໍ່ຕັ້ງໜັງສືພິມເວລານັ້ນມີທ່ານ ສົມສະໜຸກ ມີໄຊ, ທ່ານ ສະຫວັນຄອນ ລາຊະມຸນຕີ, ທ່ານ ວັນທະລົມ ອັກຄະລາດ ແລະ ທ່ານ ພຸດທາ ຄຳພາວົງ.

ຈາກນັ້ນມາ, ໜັງສືພິມພາສາຕ່າງປະເທດໄດ້ຮັບການພັດທະນາເລື້ອຍມາ ເປັນຕົ້ນ:ໄດ້ຫັນປ່ຽນໜັງສືພິມວຽງຈັນທາຍລາຍສັບປະດາໃນປີ 1994 ມາເປັນລາຍ 2 ສະບັບຕໍ່ອາທິດໃນປີ 2006 ແລະ ເປັນລາຍວັນໃນປີ 2004; ໃນວັນທີ 19/11/1998, ວາລະສານ ເລີ ເຣໂນວາເຕີ ທີ່ເປັນພາສາຝຣັ່ງ ໄດ້ຮັບການສ້າງຕັ້ງຂຶ້ນ. ນອກຈາກນັ້ນ, ຍັງໄດ້ມີບໍລິການຂໍ້ມູນຂ່າວສານຜ່ານລະບົບອິນເຕີເນັດອອນລາຍ. 

2. ວິທະຍຸກະຈາຍສຽງ
ໃນໄລຍະຕໍ່ສູ້ຢ່າງດຸເດືອດທ່າມກາງແປວໄຟແຫ່ງສົງຄາມຕ້ານລັດທິລ່າເມືອງຂຶ້ນແບບໃໝ່ຮ່ວມກັບຂະບວນການຕໍ່ສູ້ລວມຂອງການປະຕິວັດປົດປ່ອຍຊາດ, ຊຶ່ງເປັນຍຸດທະສາດຕໍ່ສູ້ຍືດເຍື້ອຍາວນານແຕ່ເດັດຂາດມີໄຊຂອງປວງຊົນລາວເຮົານັ້ນ, ວັນທີ 13 ສິງຫາ 1960 ວິທະຍຸກະຈາຍສຽງຂອງຝ່າຍປະເທດລາວ ໄດ້ຮັບການ

ສ້າງຕັ້ງຂຶ້ນດ້ວຍກຳລັງພິເສດຂອງສູນກາງພັກ ແລະ ໄດ້ດຳເນີນງານໄປໃນຂະນະທີ່ສະພາບການຂອງການປະ ຕິວັດລາວໄດ້ມີການປ່ຽນແປງຢ່າງແຂງແຮງ ກໍຄືພາຍຫຼັງບັນດາຜູ້ນຳຂອງແນວລາວຮັກຊາດໄດ້ໂຕນອອກຈາກຄຸກໂພນເຄັງກັບຄືນສູ່ເຂດທີ່ໝັ້ນຂອງການປະຕິວັດຢ່າງປອດໄພໃນເດືອນ ພຶດສະພາ ປີ 1960. ຫຼັງຈາກສ້າງຕັ້ງ, ວິທະຍຸກະຈາຍສຽງຂອງຝ່າຍປະເທດລາວ, ຊຶ່ງມີທ່ານ ຄຳໄຕ ສີພັນດອນ, ທ່ານ ສົມເທີ ເພັດມະນີ, ທ່ານ ສອນ ຄຳວານວົງສາ ແລະ ທ່ານ ອື່ນໆ ໄດ້ຍົກສູງພາລະບົດບາດ ແລະ ເອກະລັກສະເພາະຂອງຕົນໃນການເປັນປາກກະບອກສຽງຂອງ ສູນກາງແນວລາວຮັກຊາດ ເພື່ອເຮັດໜ້າທີ່ຂົນຂວາຍປຸກລະດົມປະຊາຊົນບັນດາເຜົ່າເຂົ້າຮ່ວມການປະຕິວັດ, ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນແບບໃໝ່ ແລະ ລູກແຫຼ້ງຕີນມືຂອງພວກເຂົາຢ່າງພິລະອາດຫານ. ໄລຍະຕົ້ນມີພຽງຈັກອັດສຽງຍີ່ຫໍ້ “ມາກ” ເຄື່ອງດຽວເທົ່ານັ້ນ ແລະ ເຄື່ອງກະຈາຍສຽງ ອີກໜຶ່ງເຄື່ອງ ຊຶ່ງແລ່ນດ້ວຍຈັກໄຟຟ້າທີ່ໃຊ້ນ້ຳມັນກາຊວນ.

ໃນທ້າຍປີ 1960 ລັດຖະບານລາຊະອານາຈັກ ທີ່ຖືກຕ້ອງຕາມກົດໝາຍ ແລະ ບັນດາກຳລັງເປັນກາງ ທີ່ຍ້າຍໄປຢູ່ຄັງໄຂ, ແຂວງ ຊຽງຂວາງນັ້ນ, ໄດ້ສ້າງຕັ້ງວິທະຍຸກະຈາຍສຽງ “ແຫ່ງປະເທດລາວ” ໂດຍຄຽງບ່າຄຽງໄຫຼ່ກັບວິທະຍຸກະຈາຍສຽງຂອງ “ຝ່າຍປະເທດລາວ”ເຮັດໃຫ້ມີກຳລັງແຮງເພີ່ມຂຶ້ນພ້ອມກັບສື່ສິ່ງພິມອື່ນໃນການປຸກລະດົມຂົນຂວາຍ, ເຕົ້າໂຮມຄວາມສາມັນຄີປະຊາຊົນລາວບັນດາເຜົ່າລຸກຂຶ້ນຕໍ່ສູ້ເພື່ອປົດປ່ອຍປະເທດຊາດ; ຍາດແຍ່ງເອົາສຽງສະໜັບສະໜູນທັງພາຍໃນ ແລະ ຕ່າງປະເທດ, ເຜີຍແບທາດແທ້ກະຫາຍສົງຄາມຂອງພວກຈັກກະພັດລ່າເມືອງຂຶ້ນ. ການເຮັດໜ້າທີ່ໂຄສະນາ ແລະ ສົ່ງຂ່າວໃນໄລຍະນັ້ນແມ່ນສົ່ງດ້ວຍລະຫັດ ຜ່ານ ມັອກ (Morse) ແລະ ຕໍ່ມາສົ່ງແບບເຕລາຕິບ(Teletype). ບາງຄັ້ງພົບກັບອຸປະສັກຫຍຸ້ງຍາກທຸລະກັນດານຫຼາຍ ຍ້ອນສັດຕູຖິ້ມລະເບີດທຳລາຍທາງອາກາດຢ່າງໜັກໜ່ວງ, ຈຳເປັນຕ້ອງໄດ້ແຍກຍ້າຍເປັນສອງກອງ. ກອງໜຶ່ງໄປຕັ້ງຢູ່ດົງດ່າ, ຫວຽດນາມເອີ້ນວ່າ: ເບ ໂໝດ (B1), ກອງສອງຕັ້ງຢູ່ພູແຄ ເມືອງວຽງໄຊ ເອີ້ນວ່າ ເຊສອງ (C2) ມີໜ້າທີ່ສົ່ງຂ່າວໃຫ້ກອງ ເບ 1. 

ເພື່ອໃຫ້ປະຊາຊົນໄດ້ຮັບຂ່າວຄາວຢ່າງທົ່ວເຖິງ, ຈຶ່ງໄດ້ຮັບການຊ່ວຍເຫຼືອຈາກວິທະຍຸກະຈາຍສຽງຫວຽດນາມ ຮັບເອົາສັນຍານຂອງວິທະຍຸກະຈາຍສຽງຂອງຝ່າຍປະເທດລາວເພື່ອຖ່າຍທອດສຽງວິທະຍຸທັງສອງສະຖານີສົ່ງໄປໄກໄດ້ທົ່ວປະເທດລາວ. ມາຮອດປີ 1974 , ຫ້ອງອັດສຽງ, ຫ້ອງສົ່ງ ແລະ ເຄື່ອງຈັກກະຈາຍສຽງໄດ້ຖືກຍົກຍ້າຍມາຕິດຕັ້ງລວມຢູ່ບໍລິເວນຖ້ຳຈິມ, ເມືອງວຽງໄຊ ແຂວງຫົວພັນ. ເຖິງແມ່ນວ່າເຄື່ອງຈັກບໍ່ໃຫຍ່ໂຕ ແລະ ບໍ່ທັນສະໄໝ ແຕ່ກໍ່ສາມາດຈັດລາຍການອອກອາກາດໄດ້ເປັນປົກກະຕິໃນແຕ່ລະວັນ ໄດ້ຫຼາຍຊົ່ວໂມງ ແລະ ມີຫຼາຍລາຍການ. ນອກຈາກນີ້,ວິທະຍຸກະຈາຍສຽງຝ່າຍປະເທດລາວຍັງໄດ້ຈັດຕັ້ງ ກອງສິລະປະວັນນະຄະດີ ຊຶ່ງປະກອບມີທັງນັກປະດິດຄິດແຕ່ງ, ນັກຮ້ອງ, ນັກຂັບລຳ, ໜ່ວຍລຳເລື່ອງ ແລະ ນັກດົນຕຣີ ອັນໄດ້ເຮັດໃຫ້ລາຍການສິລະປະວັນນະຄະດີຂອງວິທະຍຸກະຈາຍສຽງ ຝ່າຍປະເທດລາວ ມີຄວາມອຸດົມ ສົມບູນ ແລະ ມີຊີວິດຊີວາຂຶ້ນຕື່ມ.

ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ,ຈຶ່ງໄດ້ປ່ຽນຊື່ມາເປັນວິທະຍຸກະຈາຍສຽງແຫ່ງຊາດ ກໍ່ຄືວິທະຍຸກະຈາຍສຽງແຫ່ງຊາດລາວ ຕໍ່ມາຈົນເຖິງປະຈຸບັນ. ເວົ້າລວມແລ້ວ,ນັບແຕ່ມື້ປົດປ່ອຍມາຮອດປະຈຸບັນ,

ວິທະຍຸກະຈາຍສຽງແຫ່ງຊາດລາວ ຍັງເປັນສື່ທີ່ນຳໜ້າໃນການເຮັດໜ້າທີ່ໂຄສະນາເຜີຍແຜ່ແນວທາງຂອງພັກ, ການປົກປັກຮັກສາ ແລະ ພັດທະນາປະເທດຊາດຂອງປວງຊົນລາວດ້ວຍການລາຍງານຂ່າວທີ່ມີທັງພາສາລາວ, ຊົນເຜົ່າ, ຫວຽດນາມ, ຂະແມ, ໄທ,ຝຣັ່ງ ແລະ ພາສາອັງກິດ. ຍ້ອນເຫັນໄດ້ຄວາມສຳຄັນຂອງວຽກງານນີ້, ພັກ-ລັດຈຶ່ງໄດ້ຍົກລະດັບຄວາມແຮງຂອງເຄື່ອງສົ່ງຄື້ນສັ້ນລະບົບ AM ຈາກ 150 ກິໂລວັດມາເປັນ 200 ກິໂລວັດ, ສ້າງສະຖານີ FM1, FM 2, ແລະ FM 3, ໄດ້ຂຶ້ນວິທະຍຸອິນເຕີເນັດ ແລະ ອອນລາຍຊຶ່ງສາມາດຮັບຟັງໄດ້ທົ່ວໂລກ. ມີສະຖານີເຄືອຂ່າຍສົ່ງສັນຍານຕໍ່ຢູ່ແຂວງຫຼວງພະບາງ ແລະ ປາກຊ່ອງ ແຂວງຈຳປາສັກ ແລະ ພວມກຳລັງສືບຕໍ່ອີກ 03 ແຫ່ງ ຢູ່ແຂວງອຸດົມໄຊ, ແຂວງສະຫວັນນະເຂດ ແລະ ແຂວງບໍ່ແກ້ວ ດ້ວຍການຊ່ວຍເຫຼືອຂອງລັດຖະບານ ສສ ຫວຽດນາມ.

ວິທະຍຸກະຈາຍສຽງແຫ່ງຊາດລາວໄດ້ມີການພົວພັນຮ່ວມມືກັບວິທະຍຸກະຈາຍສຽງກັບ VOV ຂອງ ສສ ຫວຽດນາມ; ວິທະຍຸສາກົນແຫ່ງ ສປ ຈີນ(CRI) , ວິທະຍຸ-ໂທລະພາບຂອງ ແຂວງຢຸນນານ ແລະ ແຂວງ ກວາງຊີ ຂອງ ສປ ຈີນ; ບັນດາປະເທດສະມາຊິກອາຊຽນ, ເປັນສະມາຊິກຂອງສະຖາບັນພັດທະນາວິທະຍຸກະຈາຍສຽງອາຊີ-ປາຊີຟິກ (AIBD) ແລະ ສະມາຊິກສະຫະພັນກະຈາຍສຽງອາຊີ-ປາຊີຟິກອີກດ້ວຍ.

3. ຂ່າວສານປະເທດລາວ
ພາຍຫຼັງສ້າງຕັ້ງວິທະຍຸກະຈາຍສຽງ “ຝ່າຍປະເທດລາວ” ນັບແຕ່ ປີ 1960, ສຳນັກຂ່າວສານປະເທດລາວກໍ່ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 06 ມັງກອນ ປີ 1968 ຢູ່ຖໍ້າແຫ່ງໜຶ່ງທີ່ບ້ານບັກ ທົ່ງນາໄກ່, ປະຈຸບັນແມ່ນເມືອງວຽງໄຊ, ແຂວງ ຫົວພັນ, ຊຶ່ງເປັນຖານທີ່ໝັ້ນຂອງການປະຕິວັດ, ທ່ານ ສຸພານຸວົງ ປະທານແນວລາວຮັກຊາດ ໄດ້ລົງນາມໃນມະຕິຕົກລົງຂອງສູນກາງແນວລາວຮັກຊາດສະບັບໜຶ່ງວ່າດ້ວຍການສ້າງຕັ້ງສຳນັກຂ່າວສານປະເທດລາວທີ່ມີຕົວໜັງສືລາວຂຽນຫຍໍ້ວ່າ “ຂປລ”ຫຼືພາສາຕ່າງປະເທດ “KPL”ຂຶ້ນຢ່າງເປັນທາງການ (ໃນໂອກາດລະນຶກວັນສ້າງຕັ້ງແນວລາວຮັກຊາດຄົບຮອບ 12 ປີ) ເພື່ອເຮັດໜ້າທີ່ຖະແຫຼງຂ່າວພາຍໃນ ແລະ ຕ່າງປະເທດ. ຜູ້ອຳນວຍການທຳອິດແມ່ນທ່ານ ສີຊະນະ ສີສານ, ກຳມະການຄະນະໂຄສະນາ-ອົບຮົມ-ວັດທະນະທຳ(ຄອວ)ຂອງສູນກາງແນວລາວຮັກຊາດ, ທ່ານ ສອນ ຄຳວານວົງສາ ແລະ ທ່ານ ສົມເທີ ເພັດມະນີ ເປັນຮອງ. ປີ 1970 ພາຍຫຼັງບັ້ນຮົບກູ້ກຽດຢູ່ແຂວງຊຽງຂວາງ, ສຳນັກວິທະຍຸຂອງກອງກຳລັງເປັນກາງຮັກຊາດຢູ່ຄັງໄຂໄດ້ອົບພະຍົບຂຶ້ນໄປຢູ່ສູນກາງແລະ ໄດ້ມາສົມທົບຢູ່ຮ່ວມກັບຂ່າວສານປະເທດລາວທີ່ຕັ້ງຢູ່ພູແຄ, ຊຶ່ງມີ ທ່ານ ວັນເຮືອງ ວົງວິຈິດ ເປັນຫົວໜ້າ, ທ່ານ ສຸວັນທອນ ບຸບຜານຸວົງ ແລະ ຜູ້ອື່ນໆເຮັດໜ້າທີ່ນັກຂ່າວ,ນັກວິຊາການເຕັກນິກອັນໄດ້ເຮັດໃຫ້ສຳນັກຂ່າວສານມີຄວາມເຂັ້ມແຂງ, ຮັບປະກັນການອອກຂ່າວທັນກັບເວລາ. 

ຂ່າວສານປະເທດລາວໄດ້ຜ່ານເສັ້ນທາງທຸລະກັນດານ, ລະອິດລະອ້ຽວ, ໃນເມື່ອກ່ອນມີພຽງເຄື່ອງຈັກໂທລະເລກເກົ່າ 1 ເຄື່ອງ, ຕໍ່ມາມີ 3 ເຄື່ອງ; ເຄື່ອງສົ່ງ(ຈັກກະຈາຍ) ມີຈັກ T 50, T 100, T 500, T 1000, 5 KW, ສ່ວນເຄື່ອງຮັບກໍ່ມີຈັກໂທລະພິມ P 250, P 371, TOPON, EKAD. ນັບແຕ່ປີ 1975 ເປັນຕົ້ນມາ, ຂ່າວສານປະເທດລາວໄດ້ພັດທະນາທາງດ້ານເຕັກນິກເປັນກ້າວໆມາ; ໄດ້ມີສາຂາຂ່າວສານປະຈຳຢູ່ 17 ແຂວງໃນທົ່ວປະເທດ, ມີການພົວພັນຮ່ວມມືກັບສຳນັກຂ່າວສານຫວຽດນາມ(VNA) ຂອງ ສສ ຫວຽດນາມ ແລະ ສຳນັກຂ່າວສານຊິນຮວາ ຂອງ ສປ ຈີນ; ເປັນສະມາຊິກຂອງອົງການຂ່າວສານບັນດາປະເທດບໍ່ຮ່ວມກຸ່ມ ແລະ ເປັນສະມາຊິກອົງການຂ່າວສານບັນດາປະເທດອາຊີ-ປາຊີຟິກ ເຊິ່ງໄລຍະຜ່ານໄດ້ຍາດແຍ່ງການຊ່ວຍເຫຼືອທາງດ້ານວັດຖຸ, ເຕັກນິກ, ການສ້າງພະນັກງານ ແລະ ແລກປ່ຽນຂ່າວສານນຳກັນ.

ປະຈຸບັນຂ່າວສານປະເທດລາວ ຫຼື ຂປລ ໄດ້ມີຫຼາຍຜະລິດຕະພັນສິ່ງພິມເຊັ່ນ: ໃບຂ່າວລາຍວັນ, ໃບຂ່າວຄົ້ນຄວ້າລາຍວັນ, ໜັງສືພິມປະເທດລາວລາຍວັນ, ໜັງສືພິມພາສາຕ່າງປະເທດ(KPL News) , ວາລະສານປະເທດລາວລາຍໄຕມາດ, ອິນເຕີເນັດ, ເວັບໄຊ ແລະ ອື່ນໆ.

4. ໂທລະພາບ
ຄະນະກໍ່ສ້າງໂທລະພາບ ທີ່ຢູ່ພາຍໃຕ້ການຊີ້ນຳຂອງຄະນະອຳນວຍການວິທະຍຸກະຈາຍສຽງແຫ່ງຊາດ ໄດ້ກະກຽມແຜນການກໍ່ສ້າງສະຖານີໂທລະພາບແຫ່ງທຳອິດ ຂອງ ສປປ ລາວ ດ້ວຍການ ດຳເນີນການທົດລອງກະຈາຍລາຍການໂທລະພາບທົດລອງຢູ່ໂຮງຮຽນເອເລັກໂຕຣນິກ. ໃນຊຸມປີ 80 ນີ້, ຄະນະກໍ່ສ້າງໂທລະພາບກໍ່ໄດ້ກະຈາຍລາຍການໂທລະພາບພິເສດຮັບໃຊ້ກອງປະຊຸມໃຫຍ່ຂອງພັກ ຄັ້ງທີ III ແລະ ເຫດການສຳຄັນຂອງຊາດ. ມາເຖິງຕອນບ່າຍວັນທີ 01 ທັນວາ 1983 ໂທລະພາບແຫ່ງຊາດລາວໄດ້ຖືກສ້າງຕັ້ງຂຶ້ນຢ່າງເປັນທາງການ ແລະ ກະຈາຍລາຍການດ້ວຍລະບົບໂທລະພາບສີ ຢ່າງສະຫງ່າຜ່າເຜີຍເປັນເທື່ອທຳອິດຂອງຊາດລາວອອກສູ່ສາຍຕາປວງຊົນຊາວນະຄອນຫຼວງວຽງຈັນ ແລະ ບໍລິເວນໃກ້ຄຽງ. ການກຳເນີດເກີດຂຶ້ນຂອງໂທລະພາບແຫ່ງຊາດລາວ ແມ່ນ ການເພີ່ມຂຶ້ນຂອງເວທີໃໝ່ໃນການໂຄສະນາແນວທາງ, ນະໂຍບາຍ, ນຳເອົາຂໍ້ມູນຂ່າວສານ, ສາລະຄວາມຮູ້ ແລະ ສາລະບັນເທີງ ດ້ວຍການກະຈາຍພາບ ແລະ ສຽງ.

ໂທລະພາບແຫ່ງຊາດລາວເມື່ອກ່ອນອອກອາກາດອາທິດໜຶ່ງ 3 ມື້ຄື: ວັນຈັນ, ວັນພຸດ ແລະ ວັນສຸກ, ມື້ລະ 3 ຊົ່ວໂມງ. ຄວາມແຮງຂອງການກະຈາຍ ຫຼື ແຜ່ພາບອອກອາກາດໄດ້ພຽງແຕ່ 100 ວັດ ຫຼື ສາມາດສົ່ງຄື້ນສັນຍານໄປໄກໄດ້ 25-30 ກິໂລແມັດ. ຄະນະກໍ່ສ້າງໂທລະພາບຢູ່ພາຍໃຕ້ການຊີ້ນຳຂອງ ທ່ານ ສອນ ຄຳວານວົງສາ ປະທານຄະນະກຳມະການຂ່າວສານ, ໜັງສືພິມ, ວິທະຍຸກະຈາຍສຽງ ແລະ ໂທລະພາບແຫ່ງລັດ ປະກອບມີ ທ່ານ ບົວບານ ວໍລະຂຸນ, ຫົວໜ້າ ຮອງປະທານຄະນະກຳມະການ ຂວທ, ຫົວໜ້າອໍານວຍການວິທະຍຸ-ໂທລະພາບ, ທ່ານ ບຸນເມກ ແພງສະຫວັນ ຮອງອຳນວຍການວິທະຍຸ-ໂທລະພາບ, ຫົວໜ້າ ສະຖານີ, ທ່ານ ແຂກແກ້ວ ຊ້ອຍໄຊຍະ ຮອງຫົວໜ້າ, ທ່ານ ນາງ ພວງມະໄລ ພົງພາວັນ ຫົວໜ້າ ພະແນກລາຍການ, ທ່ານ ສີລະຫະ ພິມມະຈັນ ຫົວໜ້າພະແນກຂ່າວສະຖານະການ, ທ່ານ ປິ່ນປາຖະໜາ ພັນທະມາລີ ຫົວໜ້າພະແນກສິລະປະວັນນະຄະດີ, ທ່ານ ບຸນຈອມ ວົງເພັດ ຮອງຫົວໜ້າ ພະແນກລາຍການ, ທ່ານ ພູມີ ເພັງສະຫວັດ ຫົວໜ້າພະແນກເຕັກນິກ, ທ່ານ ສົມໃຈ ຫົວໜ້າພະແນກຜະລິດລາຍການ ພ້ອມດ້ວຍພະນັກງານວິຊາການຈຳນວນ 30 ທ່ານ. 
ໃນປີ 1992 ຫາ 1993 ໂທລະພາບແຫ່ງຊາດລາວ ໄດ້ຮັບການປັບປຸງພື້ນຖານໂຄງລ່າງເປັນຕົ້ນ: ອາຄານ, ອຸປະກອນເຕັກນິກທີ່ທັນສະໄໝຄົບຊຸດ ໂດຍໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ. ການອອກອາກາດໄດ້ເພີ່ມຂຶ້ນຈາກ 5 ມື້ຕໍ່ອາທິດມາເປັນທຸກໆມື້, ມື້ໜຶ່ງ 11 ຊົ່ວໂມງ. ປີ 1994 ໂທລະພາບແຫ່ງຊາດລາວໄດ້ມີການຖ່າຍທອດຜ່ານດາວທຽມ. 

ປີ 1995 ເຖິງປະຈຸບັນ, ໄດ້ຮັບການຮ່ວມມືກັບຊ່ອງໂທລະພາບສາກົນແຫ່ງປະເທດຝຣັ່ງ(CFI)ເພື່ອກະຈາຍລາຍການເປັນພາສາຝຣັ່ງ, ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ສສ ຫວຽດນາມ ເພື່ອປັບປຸງເຄື່ອງສົ່ງຈາກ 5 ກິໂລວັດມາເປັນ 10 ກິໂລວັດ, ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ສປ ຈີນ ໃນການກໍ່ສ້າງອາຄານ ແລະ ປະກອບອຸປະກອນຮັບໃຊ້ການອອກອາກາດ, ການຜະລິດລາຍການ, ການຖ່າຍທອດສົດຄົບຊຸດ ໄດ້ເຮັດໃຫ້ໂທລະພາບແຫ່ງຊາດລາວທັງສອງຊ່ອງ(ທຊລ 1 ແລະ ທຊລ 3) ສາມາດອອກອາກາດມື້ໜຶ່ງ 24 ຊົ່ວໂມງມີການຜະລິດລາຍການນັບມື້ນັບຫຼາຍຂຶ້ນ,ລາຍການໂທລະພາບອອກອາກາດທັງ 2 ຊ່ອງລວມທັງໝົດ 106 ລາຍການ,ໃນນັ້ນລາຍການຜະລິດເອງ ແລະ ປຸງແຕ່ງພາຍໃນ 52 ລາຍການ,ລາຍການອ້ອມຂ້າງສູນກາງ 24 ລາຍການ ແລະລາຍການສຳປະທານ ມີ 04 ລາຍການ. ມີການລາຍງານຂ່າວເປັນພາສາລາວ,ພາສາກຶມມຸ,ພາສາມົ້ງ,ພາສາຝຣັ່ງ ແລະ ພາສາອັງກິດ.

ນັບແຕ່ມື້ໂທລະພາບແຫ່ງຊາດລາວໄດ້ຮັບການສ້າງຕັ້ງໄດ້ມີການພົວພັນຮ່ວມມືກັບບັນດາອົງການຈັດຕັ້ງສື່ມວນຊົນເວົ້າລວມ,ເວົ້າສະເພາະກັບ VTVຂອງ ສສ ຫວຽດນາມ, CCTVຂອງ ສປ ຈີນ, NHK ຂອງຍີ່ປຸ່ນ, KBSຂອງ ສ. ເກົາຫຼີ, CFI ຂອງຝຣັ່ງ, DWTV ຂອງເຢຍລະມັນ, ອົງການ ABU ແລະ ອົງການ AIBD ເປັນຕົ້ນ, ຊຶ່ງລ້ວນແຕ່ໄດ້ໃຫ້ການຊ່ວຍເຫຼືອແກ່ໂທລະພາບແຫ່ງຊາດລາວ.

ປີ 1985 ໂທລະພາບແຂວງ ສະຫວັນນະເຂດ ໄດ້ຮັບການສ້າງຕັ້ງຢ່າງເປັນທາງການ ດ້ວຍການຊ່ວຍເຫລືອດ້ານວິຊາການຈາກໂທລະພາບແຫ່ງຊາດ ແລະ ການລົງທຶນຂອງແຂວງ ສະຫວັນນະເຂດ. ຕໍ່ຈາກນັ້ນມາ, ລັດຖະບານກໍ່ໄດ້ລົງທຶນກໍ່ສ້າງ ສະຖານີໂທລະພາບໃນທຸກໆ ແຂວງ ແລະ ບາງເມືອງ ໂດຍ ທຳການຜະລິດຂ່າວ, ບົດ, ສິລະປະວັນນະຄະດີຂອງທ້ອງຖິ່ນ, ກະຈາຍລາຍການທ້ອງຖິ່ນ ຈາກ 1 ຫາ 4 ຊົ່ວໂມງ ແລະ ສົ່ງຕໍ່ສັນຍານລາຍການຂອງໂທລະພາບແຫ່ງຊາດ.

ເລີ່ມແຕ່ ປີ 2006 ໂທລະພາບ ລາວສະຕາ ແລະ ເອັມວີລາວໄດ້ຮັບການສ້າງຕັ້ງ. ໂທລະພາບ ທີວີລາວ ແລະ ໂທລະພາບ ປກສ ສ້າງຕັ້ງ ປີ 2012. . 

ປີ 2002 ໂທລະພາບໃຊ້ສາຍລາວ ໄດ້ຮັບການສ້າງຕັ້ງ ແລະ ປະຈຸບັນ ມີ ໂທລະພາບໃຊ້ສາຍຢູ່ໃນ 16 ແຂວງ. ປີ 2007 ໂທລະພາບລາວດີຈີຕອນ(LDTV)ໄດ້ຮັບການສ້າງຕັ້ງຢູ່ນະຄອນຫລວງວຽງຈັນ ແລະ ຂະຫຍາຍໄປ ຫລວງພະບາງ, ສະຫວັນນະເຂດ ແລະ ຈຳປາສັກ. 

5. ອົງການຄຸ້ມຄອງ, ສະຖາບັນ ແລະ ສະມາຄົມວິຊາຊີບ
ກົມສື່ມວນຊົນ, ກົມພິມຈຳໜ່າຍ, ສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ການທ່ອງທ່ຽວ ເປັນອົງການຈັດຕັ້ງຄຸ້ມຄອງລັດທາງດ້ານວິຊາການ, ຊຶ່ງມີພາລະບົດບາດໃນການກຳນົດຍຸດທະສາດ, ແຜນງານ, ໂຄງການ, ສ້າງບັນດານິຕິກຳ, ເຜີຍແຜ່ສຶກສາອົບຮົມ, ບຳລຸງສ້າງພະນັກງານລັດຖະກອນ, ຄຸ້ມຄອງ, ສົ່ງເສີມ ແລະ ພັດທະນາວຽກງານສື່ມວນຊົນ, ວຽກງານພິມຈໍາໜ່າຍ ແລະ ວຽກງານຝຶກອົບຮົມ, ຜ່ານມາໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການສ້າງແຜນພັດທະນາ; ຄົ້ນຄວ້າ,ສ້າງ ແລະ ເຜີຍແຜ່ກົດໝາຍ, ນິຕິກຳອື່ນໆທີ່ກ່ຽວຂ້ອງ; ຈັດຕັ້ງການຝຶກອົບຮົມ ເພື່ອຍົກລະດັບຄວາມຮູ້ທາງດ້ານທິດສະດີ, ວິຊາສະເພາະໃຫ້ແກ່ພະນັກງານຖະແຫຼງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຢູ່ສູນກາງ, ແຂວງ ແລະ ເມືອງໃນທົ່ວປະເທດເພື່ອກາຍເປັນພະນັກງານຫຼັກແຫຼ່ງ, ພະນັກງານບໍລິຫານ-ຄຸ້ມຄອງທີ່ດີ ແລະ ເຮັດສຳເລັດໜ້າທີ່ທີ່ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້. ບັນດາສະມາຄົມຕ່າງໆ ເປັນຕົ້ນ: ສະມາຄົມນັກຂ່າວແຫ່ງ ສປປ ລາວ, ສະມາຄົມນັກປະພັນລາວ, ສະມາຄົມການພິມ ສປປ ລາວ ແລະ ສະມາຄົມຫໍສະໝຸດລາວກໍ່ໄດ້ຕັ້ງໜ້າເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຢ່າງເປັນເຈົ້າການ.

ແຫຼ່ງຂໍ້ມູນ: ໜັງສືພິມບໍ່ແກ້ວ

LEAVE A REPLY

Please enter your comment!
Please enter your name here