ພຣະທາດນາງລາວ ຕັ້ງຢູ່ໃນເຂດບ້ານທາດ ແລະ ບ້ານນາເຕີ້ ຈຸດສຸມເມືອງວັງ ຫ່າງໄກຈາກ ເທສະບານເມືອງວິລະບູລີ ໄປທາງທິດຕາເວັນຕົກ 35 ກວ່າກິໂລແມັດ ແລະ ຫ່າງຈາກເທສະບານ ແຂວງສະຫວັນນະເຂດໄປທາງທິດຕາເວັນອອກປະມານ 180 ກວ່າກິໂລແມັດຕາມເສັ້ນທາງເລກທີ 10 ສະຫວັນນະເຂດ-ເຊໂນ-ໂພນເດື່ອ-ອາສະພອນ-ຈຸດສຸມເມືອງວັງ.

ຖ້າໄປທາງເສັ້ນທາງເລກ ທີ 9 ຜ່ານນາບໍ່ -ເຊໂປນຜ່ານເສັ້ນທາງເລກທີ 28 A ຜ່ານຕົວເມືອງວິລະບູລີ ເຖິງພຣະທາດນາງ ລາວ ແມ່ນມີໄລຍະທາງປະມານ 280 ກິໂລແມັດ, ມາຮອດວັນທີ 07 ສິງຫາ 2017 ພຣະ ທາດນາງລາວໄດ້ຖືກຮັບຮອງເປັນມໍລະດົກວັດທະນະທໍາລະດັບທ້ອງຖິ່ນຕາມຂໍ້ຕົກລົງເລກທີ 1261 / ຈຂ.ສຂ ແລະ ກໍາລັງສະເຫນີເປັນມໍລະດົກແຫ່ງຊາດ.

ປະຫວັດຄວາມເປັນມາ:

ເມືອງວັງ-ອ່າງຄຳ” ຢູ່ໃນຕົ້ນຣາຊະການຂອງເຈົ້າອະນຸວົງ ມະຫາຣາດ ລະຫວ່າງປີ ຄ.ສ 1805 ເມືອງແສນ, ເມືອງຈັນ ພ້ອມດ້ວຍເສນາມົນຕີ ໄດ້ຕົກລົງກັນແຕ່ງຄະນະຜູ້ແທນນຳຂັນຫ້າ-ຂັນແປດຂຶ້ນໄປນະຄອນວຽງຈັນເພື່ອກາບຍັງຄົມທູນຂໍເຊື້ອພະວົງອົງໃດອົງໜຶ່ງລົງໄປຊ່ວຍປົກຄອງບ້ານເມືອງ ຕາມຣາຊະປະເພນີ.

ເມື່ອຊົງຊາບດັ່ງນັ້ນແລ້ວ, ເຈົ້າອະນຸວົງມະຫາຣາດ ກໍໄດ້ມີພະກະແສຮັບສັ່ງ ໃຫ້ນາງຄຳເພົາຄົນເຊື້ອສາຍຫຼວງພະບາງ ແລະ ເປັນນາງສະໜົມຜູ້ທີຫົກ ເຊິ່ງເວລານັ້ນນາງກຳລັງທົງພະຄັນຢູ່ໃຫ້ລົງໄປເມືອງວັງ-ອ່າງຄຳຊົ່ວຄາວ ລໍໃຫ້ລູກເກີດມາແລ້ວຈື່ງຂຶ້ນສືບຕໍ່ປົກຄອງເມືອງແທນ.

ກ່ອນພະນາງຄຳເພົາ ອອກເດີນທາງ ເຈົ້າອະນຸວົງ ໄດ້ຊົງພະຣາຊະທານຊ້າງງານີນກ້ຽວກອດໂຕໜຶ່ງພ້ອມດ້ວຍແຢ່ງຄຳ-ແຢ່ງເງິນ, ຂັ້ນໄດຄຳ-ຂັ້ນໄດເງິນແນວລະຢ່າງ, ດາບຂັນໄຊໜຶ່ງດວງຕະຫຼອດເຄື່ອງຄໍ້າຂອງຄູນອີກ; ເມື່ອເດີນທາງລົງຮອດບໍລິເວນບ້ານນາທົ່ງຕູ່ນ(ບ້ານນາເຕີ້ປັດຈຸບັນ) ແຄມຝັ່ງເຊນ້ອຍໃກ້ໆກັບຜາບຸນກໍໄດ້ຢຸດພັກເຊົາ, ຊ້າງກໍຫາກີນນໍ້າອ້ອຍໜູແລະກໍເລົາ ເມື່ອຊ້າງເດີນທາງມາເປັນໄລຍະຍາວໄກໄດ້ກິນພືດພັນທັນຍາຫານທີ່ອຸດົມສົມບູນ ມີຫຼາກຫຼາຍຊະນິດ ຊ້າງຈຶ່ງບໍ່ຢາກເດີນທາງຕໍ່, ນາງຄຳເພົາຈຶ່ງຕົກລົງຕັ້ງສຳນັກຢູ່ນາງທົ່ງຕູ່ນ ໃນເວລາຕໍ່ມານາງຄຳເພົາກໍໄດ້ປະສູດລູກເປັນຊາຍສົມທີ່ປາຖະໜາຊື່ວ່າ: “ເຈົ້າຫູນ”.

ເມື່ອເຈົ້າຫູນ ໂອຣົດຂອງນາງຄຳເພົາ(ນາງລາວ) ໃຫຍ່ມາແລ້ວກໍໄດ້ຖືກເຊີນຂຶ້ນເປັນເຈົ້ານັ່ງເມືອງ ໂດຍໄດ້ປ່ຽນຊື່ວ່າ: “ເຈົ້າຫານຫຼືເຈົ້າວັງນ້ອຍ” ເຈົ້າຫານມີໂອຣົດສອງຄົນຄື ເຈົ້າແກ້ວ,ເຈົ້າກ່າ. ເຈົ້າແກ້ວມີໂອຣົດໜຶ່ງຄົນຊື່ເຈົ້າກໍ່າ ເຊິ່ງເປັນຄົນມັກຊອກຮຽນວິຊາອາຄົມແບບຍິງບໍ່ແຕກແທງບໍ່ເຂົ້າ ເພິ່ນມີລູກສາມຄົນຄື: ເຈົ້າງູ, ເຈົ້າຍັກ ແລະເຈົ້າຄວັນ.້ເຈົ້າຍັກເປັນຜູ້ຂຶ້ນສືບເມືອງແທນພໍ່, ເພິ່ນມີເມຍ7ຄົນ, ເມຍຜູ້ທີ4ຊື່ເຈົ້າເຕັ່ງ ມີລູກເກົ້າຄົນ. ໃນນັ້ນລູກຜູ້ທີຫົກຊື່ວ່າ : ເຈົ້າໜໍ່ຄຳ(ຈານໜໍ່ຄຳ) ແລະເປັນຄົນຮຸນທີເຈັດນັບຈາກນາງຄຳເພົາ, ນາງສະໜົມຜູ້ທີຫົກຂອງສົມເດັດເຈົ້າອານຸວົງ ມະຫາຣາດ ວິຣະກະສັດອົງສຸດທ້າຍຂອງອານາຈັກວຽງຈັນ.

ຈານໜໍ່ຄຳຕັ້ງບ້ານເຮືອນຢູ່ບ້ານນາບໍ່ເມືອງເຊໂປນ, ເພິ່ນແມ່ນຜູ້ສືບສາຍເລືອດເນື້ອເຊື້ອໃຂຈາກສົມເດັດເຈົ້າອານຸວົງແທ້, ເພາະກ່ອນນາງຄຳເພົາຈະຖືກມອບໝາຍໃຫ້ລົງມາປົກຄອງເມືອງວັງອ່າງຄຳນັ້ນ, ເພິ່ນຖືພາໄດ້ 3 ເດືອນແລ້ວຈຶ່ງໄດ້ວ່າ ອາຈານຄຳນີ້ເປັນເຊື້ອສາຍລູກ,ຫຼານ,ເຫຼັນ,ຫຼ້ອນ…ທີ່ແທ້ຈິງຂອງເຈົ້າອານຸວົງເມື່ອປະສູດລູກແລ້ວນາງຄຳເພົາເຊິ່ງລາວຜູ້ໄທເອີ້ນວ່າ:

ນາງລາວ” ຍ້ອນວ່າເພິ່ນບໍ່ແມ່ນເຊື້ອສາຍເຜົ່າຜູ້ໄທ ໃນເວລາຄອງເມືອງຊົ່ວຄາວ ເພິ່ນກໍເລີ່ມຈັດລະບຽບການບໍລິຫານບ້ານເມືອງ ກ່ອນອື່ນເພິ່ນໄດ້ເວົ້າເຖິງການຕັ້ງເມືອງໃຫ້ຖາວອນ ແລະ ກຳນົດ ຈຸດທີ່ຕັ້ງເຂດນໍ້າແດນດິນໃຫ້ຄັກແນ່; ໃນເບື້ອງຕົ້ນໄດ້ຝັງຫຼັກເມືອງ.

ຊື່ງສັນນິຖານວ່າ: ຄົງຈະແມ່ນຕໍ່ໜ້າຜາບຸນເຂດບ້ານນາເຕີ້ ປັດຈຸບັນ, ໂດຍເອົາໄມ້ເນື້ອແຂງມາຝັງໄວ້ຊົ່ວຄາວ. ຈາກນັ້ນ ກໍໄດ້ຈັດພິທີໄຫວ້ວອນ ອົງເທພາອາຮັກ, ເຈົ້າຖິ່ນ, ເຈົ້າຖານໃຫ້ນຳພາຊ້າງງານິນກ້ຽວກອດໄປຕາມຈຸດຕ່າງໆ ທີ່ຈະເປັນເຂດແດນຂອງບ້ານເມືອງ ຕໍ່ໄປພາຍໜ້າ, ເມື່ອເຮັດພິທີກຳບວງສວງອະຖິຖານແລ້ວ ກໍໄດ້ນຳຂັນຂຶ້ນຫົວຊ້າງພ້ອມດ້ວຍນາງລາວ(ນາງຄຳເພົາ) ຂຶ້ນນັ່ງບົນແຢ່ງຊ້າງ ເພື່ອອອກເດິນທາງໃນເດືອນສາມອອກໃໝ່ສາມຄໍ່າ ແນໃສ່ທິດບົວລະພາ, ຮອດບ້ານນໍ້າເລິກ(ບ້ານເມືອງຫຼວງ), ແລ້ວໂຄ້ງໄປໃສ່ບ້ານຫ້ວຍຫອງ, ບ້ານທົ່ງຫຼວງ-ບົວລະພາ ລັດລົງໄປຫາເຊບັ້ງໄຟ ລຽບໄປທາງເມືອງມະຫາໄຊ ລັດໃສ່ຕາດຮ່ອງເໝືອງຄະນິດ-ຄອນຊານຫຼືເວີ່ນສອງ-ເວີ່ນສີ້ວ(ເວີງສໍ-ເວີນຊີວ)ຂອງເຊນ້ອຍ, ເຊິ່ງເປັນບ່ອນສັກສິດແລະເປັນເຂດແດນລະຫວ່າງເມືອງໄຊບົວທອງແຂວງຄຳມ່ວນ ກັບ ເມືອງອາດສະພອນແຂວງສະຫວັນນະເຂດ ໃນປັດຈຸບັນ. ຈາກນັ້ນກໍຂວ້າມເຊນ້ອຍ ລັດໃສ່ພູຊ້າງແຫ່, ຂວ້າມສັນພູ ແລ້ວລຽບຕາມຕີນພູ ເບື້ອງຕາເວັນຕົກຮອດທົ່ງນາຂາມເປ້ ຊື່ນີ້ຍ້ອນວ່າຊ້າງງານິນກ້ຽວກອດໄປຢຽບກົກຂາມຢູ່ທົ່ງນາຈົນເປ້ລົ້ມ (ກົກຂາມເປ້ ຫຼື ນາຂາມເປ້ ແມ່ນຢູ່ບ້ານເລົ່າ ແລະ ບ້ານນາປອດ ເຂດເມືອງອາດສະພອນ) ແລ້ວລັດໃສ່ພູຊ້າງແຫ່ອີກຈົນຮອດບໍລິເວນ”ດານຫີນຫຼັກເມືອງ” ນະທີ່ນີ້ຂະບວນໄດ້ສັງເກດເຫັນມີຫີນຊາຍແຫ້ງທີ່ສາມາດຄວັດ, ແກະສະຫຼັກ ແລະເຫຼົາໃຫ້ເປັນຮູບຕ່າງໆໄດ້.

ເມື່ອກັບຄືຈາກການສຳຫຼວດຈື່ງສົ່ງໃຫ້ນາຍຊ່າງ, ຈິດຕະກອນ ແລະປະຕິມະກອນຂຶ້ນໄປທຳການປຸງແຕ່ງເຮັດເປັນຫີນຫຼັກເມືອງ ແຕ່ບໍ່ຮູ້ວ່າດ້ວຍເຫດໃດ ຈຶ່ງບໍ່ໄດ້ນຳເອົາຫີນດັ່ງກ່າວລົງມາຕິດຕັ້ງ ເພາະເວລານີ້ກໍຍັງຄ້າງຢູ່ເທິງພູຊ້າງແຫ່ຈິ່ງໄດ້ໃສ່ຊື່ວ່າ: “ດາຍຫີນຫຼັກເມືອງ” ມາຈົນເທົ້າທຸກວັນນີ້. ສ່ວນຊ້າງກໍຍັງຫັກມູມ, ໂດຍຫັນໜ້າໄປຕາມລວງຍາວຂອງພູຊ້າງແຫ່, ກາຍພະບາດດ່ານມົນ-ຜາດ່າງ ຕັດລົງບໍລິເວນບ້ານນາທູ້, ນາກະພຸງ(ແດນເມືອງວິລະບູລີ,ເມືອງພີນ) ແລ້ວຂະບວນກໍເລັ່ງໃສ່ເຂດດິນຊາຍໄຫຼແລ້ງ-ແກ້ງໄຫຼ ເລີຍຈົນຮອດຊາຍແດນລາວ-ຫວຽດກໍອວ່າຍກັບຄືນ; ເປັນອັນວ່າສຳເລັດການສຳຫຼວດແລະກຳນົດໝາຍເຂດເມືອງວັງ-ອ່າງຄຳ.ເພື່ອລະນຶກເຖິງຈຸດສຳຄັນທີ່ສັກສິດຢູ່ໃນເຂດເມືອງນັ້ນ, ເວລາລ້ຽງຜີບ້ານຜີເມືອງເຈົ້າກໍ້າກໍໄດ້ຮ້ອງວ່າ:

“ ສາທຸສາທຸ ເຈົ້າຜູ້ຂ້າ ເຈົ້າທາດາ ເຈົ້າຜາບຸນ
ຖໍ້າປ່ອງໜອງນ້ອຍ ໜອງຫຼວງ
ສວນຫັກຜັກເງືອກ ຫີນສາມເສົ້າ ນໍ້າເກົ້າແຄວ
ຫີນຮູບມ້າ ຟ້າໂຮງຄຳ…”

ນາງລາວ(ນາງຄຳເພົາ) ໄດ້ນຳພາບໍລິຫານບ້ານເມືອງດ້ວຍຄວາມປະກຸ່ມຊຸ່ມເຢັນແຕ່ກໍໜ້າເສົ້າໃຈດ້ວຍຄວາມແກ່ຊະລາຂອງຊ້າງມິ່ງງາກ້ຽວກອດກໍເລີ່ມປ່ວຍໂຊສຸດທ້າຍລົ້ມຂາດໃຈຕາຍ. ນາງລາວພ້ອມຊາວບ້ານ,ຊາວເມືອງພ້ອມກັນຂຸດຂຸມຝັງຊ້າງພ້ອມງາກ້ຽວງາກອດ,ແຍ່ງເງິນ-ແຍ່ງຄຳ, ຂັ້ນໄດເງິນ-ຂັ້ນໄດຄຳໄວ້ບ່ອນໜຶ່ງ, ເມື່ອຝັງແລ້ວກໍມີການກໍ່ທາດກວມ,ຊາວບ້ານຈຶ່ງພາກັນເອີ້ນວ່າ: “ທາດນາງລາວ” ແທນທີ່ຈະເອີ້ນວ່າ: “ທາດຊ້າງນາງລາວ” ປະຊາຊົນໃນທ້ອງຖິ່ນນັ້ນໄດ້ພ້ອມກັນຖືເອົາເດືອນສາມເພັງ(ວັນຊ້າງຕາຍ) ເປັນມື້ເຮັດບຸນສະຫຼອງທາດຂອງທຸກໆປີຕະຫຼອດມາ.

ສ່ວນຫົວຊ້າງນັ້ນໄດ້ເອົາໄປຝັງໄວ້ບ່ອນອື່ນ ເຊິ່ງ ຫ່າງຈາກພະທາດປະມານ800ແມັດ (ໃນເວລານີ້ເອີ້ນວ່າໜອງຫົວຊ້າງ) ສ່ວນທາດດູກຂອງນາງລາວເອງນັ້ນ ຢູ່ຫ່າງໄປທາງທິດຕາເວັນອອກປະມານ20-25 ກມ ຢູ່ທີ່ຍຸບນາງລາວ (ເລົ່າໄຮ່ເກົ່າຂອງນາງລາວ).

ພະທາດນາງລາວ ແມ່ນທາດລູກດຽວໃນພາກກາງຂອງລາວ ທີ່ມີ ສິລິປະ ສະຖາປັດຕະຍະກຳແບບທາງເໜືອ ໂດຍສະເພາະຢູ່ທາດລູກໜຶ່ງ ຢູ່ວັດຄີລີນະຄອນຫຼວງພະບາງ ໃນເວລາກໍ່ຊ້າງທາດນີ້ ສັນນິຖານໄດ້ວ່າ ນາງລາວຂໍໃຫ້ຊ່າງຫຼວງພະບາງ ລົງມາສ້າງເນື່ອງດ້ວຍວ່າ ເພິ່ນເອງກໍເປັນຄົນຫຼວງພະບາງໂດຍກຳເນີດ

(ຂໍ້ມູນນີ້ຄັດຈາກປື້ມປະຫວັດສາດແຂວງສະຫວັນນະເຂດ ກ່ອນປີ ຄສ 1900 )

https://www.pratadnanglao.com

LEAVE A REPLY

Please enter your comment!
Please enter your name here